ໄມ້ໂລ່ງເລັ່ງ ຢູ່ ຊຽງຂວາງ ເຫຼືອ ແຕ່ຊາກ
ໄມ້ໂລ່ງເລັ່ງ ຢູ່ ເຂດຊາຍແດນ ແຂວງຊຽງຂວາງ ວຽດນາມ ຖືກຕັດສົ່ງອອກ ໄປວຽດນາມ ໝົດແລ້ວ.
-
ໄມຊູລີ
2019-06-12 -
-
-
Your browser doesn’t support HTML5 audio
ປັຈຈຸບັນ ໄມ້ໂລ່ງເລັ່ງ ຫຼື ໄມ້ປະເພດເນື້ອຫອມ ຖືກຕັດໝົດແລ້ວ ຈາກ ທີ່ເຄີຍມີໜາແໜ້ນເມື່ອ 10-15 ປີກ່ອນ ຍ້ອນມີການຕັດໄມ້ ດັ່ງກ່າວ ສົ່ງອອກໄປວຽດນາມ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໂຄງການພັທນາ ທ່ານນຶ່ງ ທີ່ ບໍ່ປະສົງອອກຊື່ແລະສຽງ ທ່ານວ່າ:
“ຢູ່ເຂດດັ່ງກ່າວ ມີການຂົນໄມ້ ໂລ່ງເລັ່ງ ອອກໄປວຽດນາມ ເປັນຈໍານວນຫຼາຍໃນຣະຍະ 10-15 ປີຜ່ານມາ ຊຶ່ງຢູ່ຫ່າງຈາກ ຊາຍແດນ ລາວ-ວຽດນາມ ປະມານ 20 ກິໂລແມັດ ພວກເຮົາບໍ່ຮູ້ວ່າ ແມ່ນໃຜ ມີສ່ວນກ່ຽວຂ້ອງ ກັບການຂົນໄມ້ດັ່ງກ່າວ ແລະ ບໍ່ເຫັນຕົ້ນໄມ້ສູງ ອີກເລີຍ ໃນເຂດນີ້.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ທຸກມື້ນີ້ ຢູບໍຣິເວນເຂດດັ່ງກ່າວ ເຫລືອພຽງແຕ່ ຕໍໄມ້ໂລ່ງເລັ່ງ ທີ່ມີຖືກຕັດ ແລະບໍ່ພົບເຫັນຂໍ້ມູນ ກ່ຽວກັບ ເສັ້ນທາງ ທີ່ໃຊ້ລໍາລຽງ ໄມ້ອອກໄປວຽດນາມ ຮວມທັງບໍ່ຮູ້ວ່າ ຈໍານວນໄມ້ທີ່ຖືກສົ່ງອອກນນັ້ນ ມີຫລາຍປານໃດແທ້.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງຫມອກ ກໍກ່າວວ່າປັຈຈຸບັນ ຢູ່ບໍຣິເວນຊາຍແດນ ແຂວງ ຊຽງຂວາງ -ວຽດນາມ ຍັງມີໄມ້ໂລ່ງເລັ່ງເຫລືອຢູ່ ປະມານ 53 ເຮັກຕາ ໂດຍມີຄໍາສັ່ງຫ້າມຕັດໄມ້ ປະເພດດັ່ງກ່າວ ຢ່າງເດັດຂາດ ແລະຈະຂຶ້ນແຜນ ໃຫ້ເປັນພື້ນທີ່ ປ່າສະຫງວນ, ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 11 ມິຖູນາ ນີ້ວ່າ:
"53 ເຮັກຕາ 25 ເປີເຊັນ ຂອງການປົກຮົ່ມ ຂອງປ່າໄມ້ຫ້າມຕັດ ແລະມີແຕ່ວ່າ ເຮົາເອົາໂຕໄມ້ ທີ່ມັນຍັງຄົງຄ້າງຢູ່ຫັ້ນ ເອົາອອກໃຫ້ໝົດ ແລ້ວກໍຍຸດຕິ ໃນການຂຸດຄົ້ນ ໃນການເຂື່ອນຍ້າຍ ເພາະວ່າ ສເນີຣັຖບານ ເອົາເປັນ ປ່າສະຫງວນແຫ່ງຊາດ ເຂດຕໍສິບ.”
ເຈົ້າໜ້າທີ່ ກ່າວຕື່ມວ່າ ຈາກຂໍ້ມູນ ໃນຣະຍະ ທີ່ ຜ່ານມາ ເຈົ້າໜ້າທີ່ ກວດພົບວ່າ ໄມ້ໂລ່ງເລັ່ງ ຖືກສົ່ງອອກໄປ ຕ່າງປະເທດ ທັ້ງຈີນ, ວຽດນາມ ແລະ ໄທ ປະມານ 2 ພັນແມັດກ້ອນ ແຕ່ບໍ່ຮູ້ ຣາຍຣະອຽດຄັກແນ່ວ່າ ພາກສ່ວນໃດ ເປັນຜູ້ຂົນສົ່ງ.
ໄມ້ໂລ່ງເລັ່ງ ເປັນໄມ້ເນື້ອຫອມ ທີ່ມີຣາຄາສູງ ກວ່າໄມ້ຊນິດອື່ນໆ ຊຶ່ງມັກນໍາໄມ້ຊນິດນີ້ ໄປແກະສລັກ ເພື່ອເຮັດ ເຟີນິເຈີຫຼູຫຼາ ຊຶ່ງເປັນ ທີ່ນິຍົມ ໃນປະເທດເພື່ອນບ້ານ, ແຕ່ກ່ອນໄມ້ໂລ່ງເລັ່ງ ເຄີຍມີຢ່າງໜາແໜ້ນ ຢູ່ຫລາຍແຂວງໃນລາວ ແຕ່ ປັຈຈຸຍັນ ເຫລືອນ້ອຍລົງ.