ແຜນຫຼຸດຜ່ອນຄວາມທຸກຍາກ ຢູ່ລາວ ຈະບໍ່ບັນລຸ
ຫຼາຍພາກສ່ວນ ໃນລາວ ຍັງເຫັນວ່າ ແຜນຫລຸດຜ່ອນ ຄວາມທຸກຍາກ ຂອງ ຣັຖບາລລາວ ຈະບໍ່ບັນລຸ ເປົ້າໝາຍ.
-
ຈໍາປາທອງ
2021-02-23 -
-
-
Your browser doesn’t support HTML5 audio
ຣັຖບາລລາວ ມີແຜນທີ່ຈະຫຼຸດຜ່ອນຄວາມທຸກຍາກ ໃຫ້ຍັງເຫຼືອ 13.9% ຂອງຈໍານວນປະຊາກອນລາວ ທັງໝົດໃນປີ 2025 ຊຶ່ງປັດຈຸບັນ ລາວມີອັດຕຣາຄວາມທຸກຍາກ 18.9% ອີງຕາມຣາຍງານຂອງສູນ ສະຖິຕິແຫ່ງຊາດລາວ ປີ 2020. ແຕ່ຫຼາຍ ພາກສ່ວນໃນລາວ ຍັງເຫັນສິ່ງທ້າທາຍ ແລະຄວາມຫຍູ້ງຍາກຫຼາຍດ້ານ ທີ່ຈະເຮັດໃຫ້ແຜນນັ້ນ ບໍ່ບັນລຸໄດ້ຕາມ ຄາດໝາຍ. ເຈົ້າໜ້າທີ່ທະນາຄານໂລກ ປະຈໍາລາວ ກ່າວກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ:
“ຖ້າວ່າໄປສ້າງອາຊີບແລ້ວ ສ້າງກິຈກັມແລ້ວ ກະໃຫ້ມັນຍືນຍົງເນາະ ບໍ່ແມ່ນອັນໜ້າສິແຕ່ໄລຍະ ທີ່ມີໂຄງການຢູ່ຫັ້ນ ແຕ່ວ່າ ບາດບໍ່ມີໂຄງການແລ້ວ ກະໃຫ້ເພິ່ນສາມາດ ດໍາເນີນ ກິຈກັມນີ້ໄປຕໍ່.”
ທີ່ຜ່ານມາ ທະນາຄານໂລກ ໄດ້ຊ່ວຍສນັບສນູນຫຼາຍໂຄງການ ທັງສ້າງໂຮງຮຽນ, ສຸຂສາລາ, ສົ່ງເສີມອາຊີບ, ຊ່ອຍເຮັດໃຫ້ ສິນຄ້າພື້ນບ້ານ ກາຍເປັນສິນຄ້າທີ່ມີຣາຄາ ຊຶ່ງປາກົດວ່າ ປະສົບຜົລສໍາເຣັດ ຫຼາຍສົມຄວນ ຊຶ່ງສ່ວນນຶ່ງກໍມາຈາກ ຄວາມເຂັ້ມ ແຂງໃນຊຸມຊົນ ແລະການເອົາໃຈໃສ່ ຂອງເຈົ້າໜ້າທີ່ທ້ອງຖິ່ນ ທີ່ຕ້ອງການເຫັນຊາວບ້ານ ໃນເຂດຊົນນະບົດ ຫຼຸດພົ້ນອອກຈາກ ຄວາມທຸກຍາກ.
ແຕ່ເຖິງຢ່າງໃດກໍຕາມ ກໍຍັງເຫັນວ່າ ມີຫລາຍບ້ານ ທີ່ໄດ້ຮັບການສນັບສນູນທັງວິຊາຊີບ ແລະເງິນທຶນໄປແລ້ວ ແຕ່ຊາວບ້ານ ບໍ່ໄດ້ຮັບການຊຸກຍູ້ ແລະເອົາໃຈໃສ່ຢ່າງຕໍ່ເນື່ອງ ຈາກ ເຈົ້າໜ້າທີ່ຣັຖ ຣະດັບທ້ອງຖິ່ນ ເຮັດໃຫ້ມີໂອກາດສູງ ທີ່ໂຄງການພັທນາ ເຫຼົ່ານັ້ນ ຈະບໍ່ບັນລຸຜົລ ແລະຊາວບ້ານກໍຈະບໍ່ສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກໄດ້.
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ຫ້ອງການ ລຶບລ້າງຄວາມທຸກຍາກ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າມີຊາວບ້ານ ໃນເຂດພູດອຍທັງໝົດ 4 ເມືອງ ຄື ເມືອງຊໍາໃຕ້, ເມືອງແອດ, ເມືອງຊຽງຄໍ້ ແລະເມືອງສົບເບົາ ຖືວ່າທຸກຍາກ ຫຼາຍທີ່ສຸດ ແລະ ມີຄວາມຫຍູ້ງຍາກ ໃນການຊ່ວຍເຫລືອ ຍ້ອນສະພາບພື້ນທີ່ບໍ່ອໍານວຍ. ແຕ່ທີ່ຜ່ານມາກໍມີ ຫຼາຍໂຄງການ ເຂົ້າໄປຊ່ວຍເຫລືອ, ແຕ່ເມື່ອເງິນທຶນຊ່ອຍເຫລືອນັ້ນໝົດໄປ, ບໍ່ໄດ້ສືບຕໍ່ຊາວບ້ານ ກໍທຸກຍາກຢູ່ຄືເກົ່າ ດັ່ງທີ່ທ່ານກ່າວວ່າ
“ໄຟຟ້ານີ້ເກືອບ 90% ນ້ານີ້ຍັງໜ້າເປັນຫ່ວງ ຍັງຂາດຫລາຍເຕີບ ໂຄງການກະມີຢູ່ຈໍານວນຫຼາຍ ກະຖືກລົບລ້າງໄປຫຼາຍ. ໂຄງການໝົດໄປແລ້ວກະໝົດ ບໍ່ມີອັນສືບຕໍ່.”
ເຈົ້າໜ້າທີ່ຫ້ອງການລຶບລ້າງຄວາມທຸກຍາກ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າຍັງມີ ຊາວບ້ານຫຼາຍບ້ານ ຫຼາຍຄອບຄົວທຸກຍາກ ທີ່ອາສັຍຢູ່ ຕາມເຂດພູດອຍ ແລະເລິກເຂົ້າໄປໃນປ່າໃຫຍ່ ໃນບໍຣິເວນຊາຍແດນ ລາວ-ວຽດນາມ ທີ່ບໍ່ເຄີຍໄດ້ຮັບການຊ່ວຍເຫຼືອໃດໆ ຈາກຣັຖບານລາວ. ບັນຫາທີ່ຫຍູ້ງຍາກ ໃນການຊ່ວຍເຫຼືອນັ້ນຄືເສັ້ນທາງ ເຂົ້າໄປຫາ ເສັ້ນທາງບໍ່ດີ ເຂົ້າໄປຫາຍາກ ດັ່ງທີ່ທ່ານກ່າວວ່າ:
“ເຂດພູດອຍມັນກະຍາກແດ່ໜ້ອຍນຶ່ງ ຊ່ວງຍາມຝົນແຫຼະ ເວລາຝົນຕົກຫຍັງມັນຍາກຫັ້ນນະ ເຂົາກະໄປມາຫາສູ່ກັນໄດ້ແຕ່ຊ່ວງ ນີ້ແຫຼະ, ຍາມແລ້ງຍາມຫຍັງນີ້ ຍາມຝົນກະທະແນມ ນໍ້າຖ້ວມ ແລ້ວກະບ້ານໃຜບ້ານມັນນັ້ນແຫຼະ.”
ຢູ່ແຂວງຈໍາປາສັກ ຊາວລາວ ທີ່ເມືອງປາກຊ່ອງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນມີອາຊີບປູກກາເຟ, ແຕ່ມີດິນ ປູກໜ້ອຍພຽງ 1 ເຮັກຕາ ເທົ່ານັ້ນ ແລະປັດຈຸບັນຣາຄາ ກາເຟ ກໍຕົກຕໍ່າລົງນັບມື້. ສ່ວນຣາຄາສິນຄ້າອື່ນໆ ທີ່ຈໍາເປັນຕາມ ທ້ອງຕລາດ ພັດມີຣາຄາແພງຂຶ້ນ ເພາະເປັນສິນຄ້າ ທີ່ນໍາເຂົ້າມາຈາກຕ່າງປະເທດ. ແລະວ່າ ປະຊາຊົນ ເຖິງຈະມີ ອາຊີບ ແຕ່ອາຊີບນັ້ນກໍບໍ່ໝັ້ນຄົງ ອັນຈະເຮັດໃຫ້ປະຊາຊົນ ບໍ່ສາມາດຫຼຸດພົ້ນ ອອກຈາກຄວາມທຸກຍາກໄດ້ ດັ່ງທີ່ທ່ານເວົ້າວ່າ:
“ເຮັດເຈົ້າກະເຮັດໜ້ອຍບໍ່ຄຸ້ມຄ່າດອກ ກາເຟແຮງບໍ່ມີຣາຄາດຽວນີ້ມີແຕ່ 2 ພັນກີບກິໂລນຶ່ງ ເບິ່ງເຄື່ອງມາແຕ່ນອກເປັນສົ້ງເປັນເສື້ອ ແຮງຣາຄາຂຶ້ນ ຂຶ້ນເລີຍ ປະຊາຊົນມັນສິມີຢູ່ ມີກິນບໍ໋ ແນວນັ້ນການພັທນາເມືອງ.”
ຊາວບ້ານຢູ່ເຂດຫ່າງໄກ ໃນເຂດເມືອງຊານໄຊ ແຂວງອັດຕະປື ໃກ້ກັບຊາຍແດນວຽດນາມ ເວົ້າເຖິງສະພາບບ້ານຂອງຕົນຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າມີ ປະຊາຊົນ 100 ປາຍຄອບຄົວ, ສ່ວນຫຼາຍບໍ່ມີອາຊີບ ໝັ້ນຄົງ, ຍັງຫາກິນ ຕາມປ່າຕາມດົງ, ນໍາເຄື່ອງປ່າຂອງດົງ ທີ່ຫາໄດ້ ຂ້າມໄປຂາຍ ຕາມຊາຍແດນວຽດນາມ.
ແລະວ່າ ໃນເຂດນັ້ນຂາດທຸກຢ່າງ ທັງໂຮງຮຽນ, ສຸຂສາລາ, ໄຟຟ້າ, ນໍ້າປະປາ, ເສັ້ນທາງເຂົ້າໄປຫາບ້ານຫຍຸ້ງຍາກຫຼາຍ ແລະ ຂາດເຂີນທັງເສື້ອຜ້າ, ການເດີນທາງເຂົ້າໄປໃນ ໝູ່ບ້ານນັ້ນ ກໍຍັງຫຍູ້ງຍາກ ຍ້ອນຢູ່ຫ່າງໄກ ຈາກເທສບານແຂວງ ປະມານ 100 ຫລັກ, ດັ່ງທີ່ທ່ານກ່າວວ່າ:
“ຍັງຂາດເຂີນຫຼາຍ ຍັງເປັນເຂດທຸຣະກັນດານ. ຄັນຍາມຝົນນີ້ແມ່ນຈະຂາດ ການຊ່ວຍເຫຼືອຈາກຕ່າງໆ ເພາະມັນໄປຍາກເດ້ ເຊັ່ນ, ຣົດກະບະນີ້ ເຂົ້າໄປບໍ່ໄດ້ ຄັນຣົດຈັກກະພໍໄດ້ ຍູ້ໆກັນ.”
ຕໍ່ວຽກງານອັນທ້າທາຍນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຂອງພັກ ນາຍົກຣັຖມົນຕຣີ ກໍໄດ້ຣາຍງານຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນ ປະຕິວັດລາວ ໃນມື້ ວັນທີ 13 ມົກກະຣາ ຜ່ານມາວ່າ ແຜນພັທນາ ເສຖກິດ-ສັງຄົມ ແຫ່ງຊາດ 5 ປີ 2021-2025 ແມ່ນຈະຊຸກຍູ້ ແລະເອົາໃຈໃສ່ເຮັດໃຫ້ ປະຊາຊົນລາວຫຼຸດພົ້ນ ອອກຈາກຄວາມທຸກຍາກ ແລະລາວຈະຕ້ອງຫຼຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັທນາ ໃນປີ 2030:
“ບຸກທະລຸແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງອຸປສັກຕ່າງໆ ໃນການພັທນາໃນແຜນ 5 ປີຄັ້ງນີ້. ອັດຕຣາຄວາມທຸກຍາກ ໃຫ້ຫຼຸດລົງຍັງເຫຼືອ 13.9% ຂອງປະຊາກອນທັງໝົດ. ອັດຕຣາ ຄົວເຮືອນທຸກຍາກ ໃຫ້ຫລຸດລົງຍັງເຫລືອ 9.5% ຂອງຄົວເຮືອນທັງໝົດ.”
ກ່ຽວກັບວຽກງານຫລຸດຜ່ອນ ຄວາມທຸກຍາກ ໃນປະເທດລາວ ທ່ານ Philip Alston ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸສ ທີ່ໄດ້ໄປຢ້ຽມຢາມ ສປປລາວ ໃນຣະຫວ່າງ ວັນທີ 17 ຫາ 28 ມິນາ 2019 ໄດ້ ຣາຍງານວ່າ ສປປລາວ ໄດ້ມີຄວາມຄືບໜ້າ ທີ່ໜ້າປະທັບໃຈ: ໃນການຫລຸດຈໍານວນ ປະຊາຊົນ ຜູ້ທຸກຍາກພາຍໃຕ້ທັງມາຕການ ດ້ານຄວາມທຸກຍາກ ຂອງສາກົລ ແລະຂອງປະເທດ ອີງຕາມຂໍ້ມູນຂອງ ທະນາຄານໂລກ, ແຕ່ກໍຍັງເຫັນວ່າມີ ປະຊາຊົນເຖິງ 40% ທີ່ຢູ່ໃນເຂດ ຊົນນະບົດ ຍັງຢູ່ໃນສະພາບຄວາມທຸກຍາກ.
ສປປ ລາວ ໄດ້ນໍາໃຊ້ວິທີການພັທນາ ເສຖກິດ ແລະລົບລ້າງຄວາມທຸກຍາກ ແບບສັ່ງການ ຈາກທາງເທິງລົງລຸ່ມ ຊຶ່ງທັງໝົດນີ້ ສ່ວນຫລາຍແມ່ນບໍ່ໄດ້ຮັບຜົລ ອັນນໍາໄປສູ່ການເພີ່ມ ຄວາມທຸກຍາກ ແລະເຮັດໃຫ້ມີຄວາມສ່ຽງ ຕໍ່ສິດທິ ຂອງຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ ເຊັ່ນ ການສ້າງເຂື່ອນໄຟຟ້າ ທີ່ສ່ວນຫລາຍມີ ຜົລກະທົບ ໄປໃນທາງທີ່ບໍ່ດີ ແລະເຮັດໃຫ້ ປະຊາຊົນ ທຸກຍາກ ກວ່າເກົ່າ ຍ້ອນບໍ່ມີທີ່ດິນທໍາກິນ ແລະ ໄດ້ປ່ຽນວິທີການດໍາຣົງຊີວິດ.