ຊາວບ້ານຈາກໝູ່ບ້ານບໍ່ເຍື່ອເມືອງໜອງແຮດແຂວງຊຽງຂວາງເວົ້າວ່າ ໂຄງການລົບລ້າງຄວາມທຸກຍາກທີ່ຣັຖບານດໍາເນີນການໃນເຂດບ້ານ ເຂົາເຈົ້ານັ້ນ ຍັງມີຫລາຍພາກສ່ວນ ທີ່ຕ້ອງປັບປຸງຕື່ມ ທັງເຣື້ອງໄຟ ຟ້າ, ນໍ້າສະອາດ ຮວມທັງ ໂຄງການ ສົ່ງເສີມອາຊີບ:
“ໄຟຟ້າຈໍານວນນື່ງ ຄາທີ່ຂັ້ນເທີງມີແຜນປັບຜັງຫັ້ນ ຍັງບໍ່ທັນໄດ້ເອົາ ຣະບົບເຄືອຂ່າຍ ໄປຫາຫັ້ນນ່າ ບາດນີເຣື້ອງນໍ້າ ຫັ້ນນ່າ ສ້າງແລ້ວ ຫວັງວ່າມັນຕໍ່າ ໄດ້ຍິນເວົ້າວ່າ 350 ລ້ານ ແຕ່ວ່ານໍ້າຕົວນັ້ນມັນບໍ່ໄດ້ ໃຊ້ຍ້ອນວ່າ ຫົວງານຕໍ່າ ເລີຍເຮັດໃຫ້ນໍ້າມັນ ບໍ່ທັນພຽງພໍ”.
ຊາວບ້ານເວົ້າຕໍ່ໄປວ່າໝູ່ບ້ານບໍ່ເຍື່ອມີ 12 ບ້ານຮ່ວມກັນມີປະຊາຊົນ ກວ່າ 4 ພັນຄົນ ເປັນນື່ງໃນກຸ່ມ ໝູ່ບ້ານ ທີ່ຣັຖບານ ເຂົ້າມາພັທນາ ໃນໂຄງການລົບລ້າງຄວາມທຸກຍາກຕັ້ງແຕ່ ປີ 2011 ມີແຜນພັທນາ ຣະບົບໄຟຟ້າ ນໍ້າລິນ ແລະສົ່ງເສີມອາຊິບ ແຕ່ປັຈຈຸບັນ ໂຄງການຕ່າງໆ ຍັງຖືວ່າ ບໍ່ປະສົບຄວາມສໍາເຣັດ ເທົ່າທີ່ຄວນ.
ເຣື້ອງໄຟຟ້າມີພຽງ 1 ບ້ານເທົ່ານັ້ນທີ່ເຂົ້າເຖີງໄຟຟ້າຣະບົບຕາຂ່າຍ ຂອງຣັຖບານ ທີ່ເຫລືອ 11 ບ້ານນັ້ນ ໃຊ້ໄຟຟ້ານໍ້າຢອດ. ເຣື້ອງຣະບົບ ນໍ້າລິນ ມີພຽງ 4 ບ້ານ ທີ່ໄດ້ຮັບ ການພັທນາ ແຕ່ບາງໂຄງການ ມີຣະບົບນໍ້າລິນ ແຕ່ກໍບໍ່ໄດ້ໃຊ້ ຍ້ອນວ່າ ຣະບົບ ທີ່ສ້າງບໍ່ໄດ້ ຄຸນນະພາບ ພຽງພໍ ຂນະທີ່ 8 ບ້ານ ທີ່ເຫລືອຍັງບໍ່ມີ ຣະບົບນໍ້າລິນໃຊ້.
ເວົ້າເຖີງການ ສົ່ງເສີມອາຊີບ ກໍເຊັ່ນກັນ ໂຄງການ ໄດ້ເນັ້ນຫນັກ ໃຫ້ປູກສາລີ ແລະຕໍາຫູກ ທໍໄຫມ ໃນການສົ່ງເສີມອາຊິບ ຖືວ່າເຮັດໄດ້ດີ ເພີ່ມຣາຍຮັບໃຫ້ ປະຊາຊົນໄດ້ແທ້ ແຕ່ບັຫາກໍຄື: ໂຄງການບໍ່ໄດ້ສົ່ງເສີມ ດ້ານການຕລາດ ການຂຍາຍຜລິຕຜົນຂອງຊາວບ້ານ ຕ້ອງໄດ້ຂາຍ ໃຫ້ພໍ່ຄ້າຄົນກາງ ທີ່ເຂົ້າມາຮັບຊື້ ໃນໝູ່ບ້ານ ເທົ່ານັ້ນ ຊາວບ້ານ ຈຶ່ງມີບັນຫາ ການກົດຣາຄາ ຮັບຊື້ ທີ່ຕໍ່າກວ່າ ທັມມະດາ.
ຊາວບ້ານວ່າໂຄງການລົບລ້າງຄວາມທຸກຍາກຂອງຣັຖບານຖືວ່າເປັນໂຄງການທີ່ດີ ປັຈຈຸບັນມີຄອບຄົວ ສ່ວນໜື່ງສາມາດ ສ້າງຣາຍຮັບເກີນ ເກນຄວາມທຸກຍາກ ຂອງຣັຖບານ ຄືຫລາຍກ່ວາ 980000 (ເກົ້າຮ້ອຍແປດສິບພັນກິບ) ຕໍ່ເດືອນ ແຕ່ຢາກໃຫ້ ຣັຖບານ ຊ່ວຍສົ່ງເສີມຢ່າງ ຕໍ່ເນື່ອງ ທາງການພັທນາໄຟຟ້າ ແລະ ນໍ້າລິນ ໃຫ້ທົ່ວເຖີງ ທຸກບ້ານ ແລະການສົ່ງເສີມ ອາຊິບ ແກ້ໄຂບັນຫາ ການກົດຣາຄາ ເພື່ອຈະໄດ້ ຊຸກຍູ້ໃຫ້ຊາວບ້ານພັທນາ ໄປຕາມເປົ້າໝາຍ ສະຫັດສະຫວັດ ດ້ານການພັທນາ ທີ່ 1 ເພື່ອການລົບລ້າງ ຄວາມທຸກຍາກ ແລະການອຶດຢາກ ຊື່ງຣັຖບານລາວ ໄດ້ວາງນະໂຍບາຍໄວ້ ຈະໃຫ້ສໍາເຣັດ ໃນປີ 2015.