ການພັທນາທີ່ກະທົບ ປວງປະຊາ

ສິດນີ
2017.08.27
f-mining ໂຮງງານປຸງແຕ່ງ ແຮ່ທາດຊືນ ແລະ ສັງກະສີ ຂອງຈີນ ຢູ່ບ້ານນໍ້າແພງ ແຂວງ ອຸດົມໄຊ
RFA

ໃນແຜນການພັທນາ ເສຖກິດແລະສັງຄົມ ຂອງ ສປປລາວ ຣັຖບານລາວ ໄດ້ຕັ້ງເປົ້າໄວ້ວ່າ ຈະເຮັດໃຫ້ ສປປລາວ ຫລຸດພົ້ນ ຈາກການ ເປັນປະເທດ ດ້ອຍພັທນາ, ໃນນັ້ນຮ່ວມດ້ວຍ ການລຶບລ້າງ ບ້ານທີ່ທຸກຍາກໃນລາວ ໃຫ້ຫມົດໄປ ໃນປີ 202. ແຕ່ພາກປະຕິບັດຕົວຈິງ ນັັ້ນ ໂຄງການລຶບລ້າງ ຄວາມທຸກຍາກ ໃນລາວ ທີ່ໄດ້ເລີ້ມມາແຕ່ປີ 2011 ນັ້ນ ສາມາດລຶບລ້າງ ບ້ານທຸກຍາກ ໃນລາວ ໄດ້ພຽງແຕ່ 886 ບ້ານ ຫລືປະມານ 10% ເທົ່ານັ້ນ ໃນຈຳນວນບ້ານທຸກຍາກ ທັງຫມົດ ໃນຫຼາຍພັນບ້ານ ທົ່ວປະເທດ.

ໃນປີ 2015 ທາງການລາວ ໄດ້ຣາຍງານ ຕໍ່ອົງການສະຫະປະຊາຊາດ ວ່າຕົນສາມາດ ບັນລຸເປົ້າໝາຍ ສະຫັດສວັດ ສະຫະປະຊາຊາດ ໃນການລຶບລ້າງ ຄວາມທຸກຍາກໃນລາວ ໄດ້ 6.59% ຂອງຄອບຄົວ ທີ່ທຸກຍາກທັງຫມົດ ໃນ ທົ່ວປະເທດ ຊຶ່ງ ໃນເວລານັ້ນ ຍັງມີບ້ານ ທຸກຍາກ ຢູ່ປະມານ 2289 ບ້ານ ທາງການລາວ ຕັ້ງເປົ້າໄວ້ວ່າ ຈະໃຫ້ເຫລືອບ້ານທຸກຍາກ ໃນລາວ ຢ່າງນ້ອຍ 960 ບ້ານ ຫລືປະມານ 11% ໃນປີຕໍ່ມາ ແລະ ໃນປີ 2020 ຈະລຶບລ້າງ ໃຫ້ຫມົດໄປ ແຕ່ນັກຊ່ຽວຊານ ເວົ້າວ່າ ອາຈຍາກ ເພາະທຸກມື້ນີ້ ແຮງມີຄົນທຸກຍາກ ເພີ້ມຂຶ້ນ ຫລາຍເທົ່າໃນລາວ ຍ້ອນການ ໂຍກຍ້າຍ ປະຊາຊົນ ຈາກໂຄງການ ພັທນາຕ່າງໆ ຂອງຣັຖບານ ເປັນຕົ້ນ ການສ້າງເຂື່ອນໄຟຟ້າ ການຂຸດຄົ້ນແຮ່ທາດ ການປູກຕົ້ນໄມ້ ເສຖກິດ ແລະການສ້າງເຂດ ເສຖກິດພິເສດ ໃນລາວ.

ຈົນເຖິງປັດຈຸບັນ ປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ໃນບາງໂຄງການ ຍັງຂາດທີ່ດິນ ທຳມາຫາກິນ ຣະບົບນ້ຳສະອາດ ແລະບ່ອນຢູ່ອາສັຍ ໃນບາງແຫ່ງ ຖ້າມີກໍຍັງຢູ່ໃນ ສະຖານະພາບ ທີ່ບໍ່ຫມັ້ນຄົງ. ເປັນຕົ້ນ ໂຄງການເຂື່ອນອູ 7 ເຂື່ອນ ທີ່ຈີນສ້າງ ປະຊາຊົນ ໄດ້ຮັບຜົລກະທົບ ຢ່າງຫຼວງຫຼາຍ ເລີ້ມແຕ່ ແຂວງຫຼວງພຣະບາງ ໄປເຖິງ ແຂວງຜົ້ງສາລີ ສະເພາະແຕ່ ໂຄງການເຂື່ອນນ້ຳອູ-2 ເຂື່ອນດຽວ ມີການໂຍກຍ້າຍ ຊາວບ້ານເຖyງ 136 ຄອບຄົວ ນ້ຳອູ-2 ເປັນນຶ່ງ ໃນບັນດາ 7 ເຂື່ອນ ທີ່ຈີນ ຈະສ້າງ ຊຶ່ງປັດຈຸບັນ ສ້າງແລ້ວ 3 ເຂື່ອນ ທີ່ແຂວງຫຼວງ ພຣະບາງ ແລະກຳລັງ ສ້າງ 4 ເຂື່ອນ ຢູ່ແຂວງຜົ້ງສາລີ ປະຊາຊົນ ທີ່ເມືອງງອຍ ແລະເມືອງຊຽງເງີນ ຖືກໂຍກຍ້າຍ ສິບປາຍບ້ານ, ປະຊາຊົນ ທີ່ເມືອງສັມພັນ ຖືກຍ້າຍ 6-7 ບ້ານ ແລະໂຄງການເຂື່ອນນ້ຳອູ-5 ຖືກຍ້າຍ 7 ບ້ານ ແລະເຂື່ອນອື່ນໆ ຕາມລໍານ້ຳອູ ກໍມີການໂຍກຍ້າຍ ປະຊາຊົນ ທ້ອງຖິ່ນ ຫລາຍເຊັ່ນກັນ.

ປັດຈຸບັນ ປະຊາຊົນໄດ້ຮັບຄວາມລຳບາກຫລາຍ ແລະແຮງທຸກກວ່າເກົ່າ, ດັ່ງ ປະຊາຊົນ ທ່ານນຶ່ງ ຜູ້ທີ່ຖືກໂຍກຍ້າຍ ເວົ້າວ່າ:

"ມັນກໍດຽວນີ້ນັ້ນ ແຕ່ກີ້ບໍ່ເຄີຍມີ ດຽວນີ້ເຂົາເຈົ້າເຮັດເຂື່ອນ ມີຜົນກະທົບ ດຽວນີ້ເຮົາຊິຮັບມື ກັບເຂື່ອນ ນໍ້າອູນັ້ນ ສ່ວນຫຼາຍແມ່ນ ພືຊຜັກ ກັບອັນນັ້ນນະ ກໍຫາກມີ ຜົລປູກ ສວນໝາກແນ່ງບໍ ກັບສວນໄມ້ສັກ”.

ເຂື່ອນນ້່ຳຄານ 7 ເຂື່ອນ ທີ່ຈີນຈະສ້າງ ໃນນັ້ນສ້າງແລ້ວ ສາມຫາສີ່ ເຂື່ອນ ສະເພາະ ແຕ່ສອງເຂື່ອນ ດັ່ງເຂື່ອນນ້ຳຄານ ສອງແລະສາມ ທີ່ເມືອງຊຽງເງິນ ມີປະຊາຊົນ ຖືກໂຍກຍ້າຍ ປະມານ 600 ປາຍ ຄອບຄົວ ແລະ ໃນຈຳນວນ 7 ເຂື່ອນນັ້ນ ຈະມີຫຼາຍ ປານໃດ, ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນນ້ຳຄານ ທ່ານນຶ່ງ ເວົ້າວ່າ:

"ກໍຄືວ່າແຫລະ ເຣື້ອງ ນໍ້າໄຫລ ໄຟສະຫວ່າງ ກໍຄືວ່າ ຢູ່ບ້ານເກົ່າ ກໍບໍ່ມີໄຟ ມີນໍ້າ. ຢູ່ບ້ານໃໝ່ ກໍບໍ່ເວົ້າ ບໍ່ວ່າ ແຫລະເຣື້ອງໄຟ ເຣື້ອງນໍ້າ ກໍສະບາຍຢູ່ ແຕ່ຫາກຂາດ ເລັກໆນ້ອຍໆ ຫາຂົບຫາກິນ ມັນຢາກຍາກ ຄັນບໍ່ໄດ້ ອອກຕລາດ ກ່າບໍ່ໄດ້ກິນ ຄືວ່າແຫລະ ຢູ່ບ້ານເກົ່າ ຍັງເກັບຜັກ ເກັບໝີ່ ໄດ້, ຢູ່ພີ້ກໍບໍ່ຮູ້ ແນວສິເຮັດ ມີແຕ່ເຮັດຮົ້ວເຮັດສວນ ເພິ່ນ ປານມາ ຂັງຄອກ ບໍ່ເໜັງບໍ່ຕີງ ກໍມີແຕ່ດິນ ເພິ່ນຢາກເວົ້າ ທາງໂຄງການ ທາງໂຄງການ ເຂົາສິລ້ຽງ ຈັກປີ ຫາ ຈັກປີ"

ປະຊາຊົນຈາກບ້ານເຫລົ່ານີ້ ແຮງທຸກຍາກກວ່າເກົ່າ. ຫລາຍຄອບຄົວ ຍັງບໍ່ມີບ່ອນ ທຳມາຫາກິນ ເທົ່າເຖິງ ປັດຈຸບັນ. ນອກຈາກນັ້ນກໍມີ ເຂື່ອນ ໄຊຍະບູຣີ ຊຶ່ງ ເປັນເຂື່ອນ ກັ້ນນ້ຳຂອງ ຂນາດໃຫຍ່ ໃນລາວ ປະຊາຊົນ ຖືກໂຍກຍ້າຍ ເຖີງ 2,100 ຄົນ ເທົ່າເຖິງ ປັດຈຸບັນ ຍັງບໍ່ສາມາດ ມີອາຊີບແບບ ປົກກະຕິໄດ້ເທື່ອ.

ເຂື່ອນນ້ຳທາ-1 ມີການໂຍກຍ້າຍຊາວບ້ານ 34 ບ້ານ 24 ບ້ານ ຈາກແຂວງຫລວງນ້່ຳ ແລະ 10 ບ້ານ ຈາກແຂວງບໍ່ແກ້ວ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີບ່ອນ ທຳມາຫາກິນ ແບບຖາວອນເທື່ອ ຊາວບ້ານ ຍັງໄປປູກຝັງ ຢູ່ບ້ານເກົ່າ ທຸກຍາກ ກວ່າເກົ່າ ຊາວບ້ານ ທ່ານນຶ່ງ ເວົ້າວ່າ:

"ປະຊາຊົນທວງມາ ນຶ່ງ ເຣື້ອງນ້່ຳ, ສອງ ບັນຫາເສັ້ນທາງ ເຣື້ອງການທຳມາຫາກິນ ນີ້ກໍມາຢູ່ແບບເດີມ ຫັ້ນແຫຼະ ບໍ່ມີອັນປ່ຽນແປງ ເຂົາວ່າ ສິຈັດສັນ ໃຫ້ຊາວບ້ານ ໄປຢູ່ມີບ່ອນ ສະດວກສະບາຍ ເຣື້ອງນ້ຳໄຫລ ໄຟສະວ່າງ ມີທາງຣົດ ທາງແລ່ນ ແນວນີ້ ແນວນັ້ນ ໄປທຳມາຫາກິນ ສະດວກສະບາຍ ຖືວ່າແອອັດ ທຸກກວ່າເກົ່າ ດຽວນີ້ນະ ບໍ່ມີຫຍັງ ປ່ຽນແປງເລີຍ".

ເຂື່ອນດອນສະໂຮງ ຖືກໂຍກຍ້າຍ 3 ບ້ານ 17 ຄອບຄົວ  ນອກຈາກບ່ອນຢູ່ອາສັຍ ແລ້ວທີ່ໄດ້ຮັບ ຜົລກະທົບ ບ່ອນຫາປາ ເພື່ອລ້ຽງຄອບຄົວ ຂອງພວກຂະເຈົ້າ ມາແຕ່ດຶກດຳບັນ ກໍຖືກຫ້າມ ເຫມືອນກັນ.

ນອກຈາກນັ້ນ ກໍຍັງມີເຂື່ອນອື່ນໆອີກ ທີ່ ປະຊາຊົນ ຖືກບັງຄັບ ໃຫ້ໂຍກຍ້າຍ ໃນຈຳນວນ 40-50 ເຂື່ອນ ທີ່ທາງການລາວ ຈະສ້າງຄາດວ່າ ຈະມີປະຊາຊົນ ຖືກໂຍກຍ້າຍ ຫລາຍມື່ນຄົນ ປະຊາຊົນ ກຸ່ມດັ່ງກ່າວ ແຮ່ງທຸກຍາກກວ່າເກົ່າ ໃນຣະຍະ 10  ປີ ທີ່ຜ່ານມາ ຍ້ອນວ່າ ຂາດບ່ອນຢູ່ອາສັຍ ບ່ອນທຳມາຫາກິນ ແລະໂຮງຫມໍ ໂຮງຮຽນ ແລະການປະກອບອາຊີບຕ່າງໆ.

ນອກຈາກໂຄງການສ້າງເຂຶ່ອນແລ້ວ ທີ່ເຮັດໃຫ້ປະຊາຊົນ ທຸກຍາກລົງ ໂຄງການພັທນາ ເສຖກິດ ຂອງຣັຖບານລາວ ຊນິດອື່ນໆອີກ ເປັນຕົ້ນ ການຂຸດຄົ້ນແຮ່ທາດ ໃນລາວ ກໍໄດ້ໂຍກຍ້າຍ ປະຊາຊົນ ອອກຈາກພື້ນທີ່ ຫລາຍເຫມືອນກັນ, ດັ່ງບໍ່ຄຳ ທີ່ເຊໂປນ ແລະການສຳຣວດ ແຮ່ທາດ ໃນເຂດພາກໃຕ້ ຂອງລາວ ທີ່ແຂວງອັດຕະປື ແລະແຂວງອື່ນໆ.

ການປູກຕົ້ນໄມ້ເສຖກິດ ກໍເຫມືອນກັນ ເປັນຕົ້ນຢາງພາລາ ກ້ວຍ-ອ້ອຍ ແລະພືຊຜັກຕ່າງໆ ຫລາຍແຫ່ງ ກໍກວມເອົາດິນຊາວບ້ານ ແລະ ຫລາຍແຫ່ງ ຊາວບ້ານ ກໍຖືກໂຍກຍ້າຍ ດັ່ງການປູກກ້ວຍ ຂອງຈີນ ໃນເຂດພາກເຫນືອ ຂອງລາວ ທີ່ ແຂວງບໍ່ແກ້ວ ຫລວງນ້ຳທາ ແລະແຂວງອື່ນໆ ນອກຈາກ ຈະສົ່ງຜົລກະທົບ ຕໍ່ຊີວີດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນແລ້ວ ຍັງສົ່ງຜົລກະທົບ ຕໍ່ແມ່ນ້ຳລຳທານ ບ່ອນທີ່ ຂະເຈົ້າຫາປາ ມາລ້ຽງຄອບຄົວ ຂອງພວກຂະເຈົ້າ.

ໂຄງການເຂດເສຖກິດພິເສດ ຂອງຣັຖບານລາວ ກໍໄດ້ໂຍກຍ້າຍ ປະຊາຊົນເຫມືອນກັນ ເປັນຕົ້ນທີ່ເມືອງຕົນເຜິ້ງ ແຂວງບໍ່ແກ້ວ ຊາວບ້ານສິບປາຍ ຄອບຄົວ ຖືກໂຍກຍ້າຍ ຍ້ອນ ສະຖານທີ່ ຫລີ້ນກາຊິໂນ ຄີງໂຣມັນ ໄປກວມເອົາດິນ ຂະເຈົ້າ.

ເຂດເສຖກິດພິເສດ ທີ່ສວັນນະເຂດ ບາງບ່ອນ ກໍໄປກວມເອົາດິນຊາວບ້ານ ເປັນຕົ້ນ ສວັນ-ເວກັສ ຊາວບ້ານ ກໍເສັຽໄຮ່ນາ ບ່ອນທຳມາຫາກິນ ຂອງ ພວກຂະເຈົ້າ. ແລະເຂດອື່ນໆ ເປັນຕົ້ນ ເຂດບຶງທາດຫລວງ ເຂດໄຊເສດຖາ ແລະເຂດເສຖກິດ ສະເພາະ ໃນແຂວງພາກໃຕ້ ພາກເຫນືອ ແລະພາກກາງ ຫລາຍເຂດຊາວບ້ານ ຫລາຍຄອບຄົວ ກໍໄດ້ຮັບ ຜົລກະທົບ ແລະ ຖືກໂຍກຍ້າຍ. ຍ້ອນເຫດຜົລ ດັ່ງກ່າວ ທັງຫມົດນີ້ ຈື່ງເວົ້າໄດ້ວ່າ ສະພາບຄວາມທຸກຍາກ ໃນລາວເພີ້ມຂ໋ຶ້ນ ຫລາຍເທົ່າ ໃນຣະຍະ 4-5 ປີ ຜ່ານມາ ຍ້ອນໂຄງການພັທນາ ຂອງຣັຖບານ ໄດ້ບັງຄັບໃຫ້ ປະຊາຊົນ ໂຍກຍ້າຍ.

ໃນປີ 2015 ທາງການລາວ ໄດ້ເປີດເຜີຍບົດຣາຍງານກ່ຽວກັບ ຄວາມທຸກຍາກໃນລາວ ວ່າ ຕົນສາມາດບັນລຸ ເປົ້າຫມາຍ ສະຫັດສວັດ ສະຫະປະຊາຊາດ ໃນການຫລຸດຜ່ອນ ຄວາມທຸກຍາກໃນລາວ ໄດ້ໃນຣະຍະ 5 ປີ ຜ່ານມາ ປະມານ 6.59% ຂອງ ຈຳນວນຄອບຄົວ ທີ່ທຸກຍາກ ທັງຫມົດໃນລາວ ຫລື ປະມານ 76 ພັນ ຄອບຄົວ ຊື່ງວ່າງ 5 ປີກ່ອນ ຈຳນວນຄອບຄົວ ຄົນລາວ ທີ່ຖືກຈັບຢູ່ ຕ່ຳຂີດຄວາມທຸກຍາກ ປະມານ 1 ແສນ ປາຍຄອບຄົວ.

ອີງຕາມບົດຣາຍງານ ຂອງທາງການລາວ ໃນປີນັ້ນ ມີຈຳນວນຄອບຄົວ ທີ່ຖືກພັທນາ ໃນປີ 2015 ປະມານ 1 ລ້ານ 162 ພັນ 388 ຄອບຄົວ ເພີ້ມຂື້ນ 1 ແສນກວ່າຄອບຄົວ ຖ້າທຽບໃສ່ ປີ 2011 ຈຳນວນຄອບຄົວ ທີ່ພັທນາ ແລ້ວເພີ້ມຂຶ້ນ ເປັນ 4 ແສນ ຄອບຄົວ ຮວມຄອບຄົວ ທີ່ພັທນາທັງຫມົດ ໃນປີ 2015 ເປັນ 8 ແສນຄອບຄົວ ໃນສັດສ່ວນ 77% ຂອງຄອບຄົວ ທັງຫມົດໃນລາວ. ອີງຕາມຂໍ້ມູນ ຂອງທາງການລາວ.

ນີ້ ເປັນບົດຣາຍງານຂອງ ຣັຖບານລາວ ໃນປີ 2015 ແຕ່ສະພາບຄວາມເປັນຈີງແລ້ວ ນັກວິຊາການລາວ ເວົ້າວ່າ ເປັນໄປໄດ້ຍາກ ທີ່ ສປປລາວ ຈະບັນລຸເປົ້າຫມາຍ ສະຫັດສວັດ ໃນປີ 2015 ຍ້ອນວ່າ ສະພາບຄວາມທຸກຍາກ ໃນລາວ ໄດ້ເພີ້ມຂ໋ື້ນ ໃນ ແຕ່ລະປີ ເພາະຊາວບ້ານ ຖືກບັງຄັບ ໃຫ້ໂຍກຍ້າຍ ອອກຈາກເນື້ອທີ່ ບ່ອນທຳມາຫາກິນ ຂອງພວກຂະເຈົ້າ ຍ້ອນໂຄງການພັທນາ ຂອງຣັຖບານ ດັ່ງທີ່ກ່າວມາ ຂ້າງເທິງນັ້ນ ເທົ່າເຖິງປັດຈຸບັນ ບາງຄອບຄົວ ກໍຍັງບໍ່ມີບ່ອນຢູ່ອາສັຍ ຫລືມີທີ່ດິນ ໃນການທຳມາຫາກິນ ແລະອາຊີບ ທີ່ຫມັ້ນຄົງ.

ແຜນການຕ່າງໆ ຂອງຣັຖບານ ກໍບໍ່ໄດ້ຜົລເປັນຕົ້ນ ການປູກພືດທົດແທນ ການສ້າງອາຊີບໃຫມ່ ການຮ່ວມບ້ານນ້ອຍເຂົ້າໃນບ້ານໃຫຍ່ ແລະການສ້າງເສຖກິດ ທ້ອງຖິ່ນ ໃນຫລາຍເຂດ ກໍຫລົ້ມແຫລວ ຮ່ວມດ້ວຍ ການຂາດງົບປະມານ ຂອງຣັຖບານ ໃນ ແຕ່ລະປີ. ບັນຫາ ດັ່ງກ່າວທັງຫມົດນີ້ ຈື່ງເຮັດໃຫ້ ບັນຫາຄວາມທຸກຍາກໃນລາວ ເພີ້ມຂື້ນ ໃນທຸກມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.