ເຈົ້າໜ້າທີ່ວ່າຄົນຂັບຣົດ ແກ່ໄມ້ ບໍ່ຜິດ
ເຈົ້າໜ້າທີ່ ຕໍາຣວດ ແຂວງ ຈໍາປາສັກ ປ່ອຍຄົນ ຂັບຣົດ ແກ່ໄມ້ເຖື່ອນ ຊາວວຽດນາມ ໄປ ໂດຍທີ່ບໍ່ໄດ້ ດໍາເນີນ ການໄຕ່ສວນ ດໍາເນີນ ຄະດີ ໃດໆ.
-
ອຸ່ນແກ້ວ ສຸກສະຫວັນ
2016-01-12 -
-
-
Your browser doesn’t support HTML5 audio
ໃນ ກໍຣະນີ ຄົນຂັບຣົດ ຂົນໄມ້ເຖື່ອນ ຊາວວຽດນາມ ຖືກ ເຈົ້າໜ້າທີ່ ຕໍາຣວດ ແຂວງ ຈໍາປາສັກ ຈັບ ຄວບຄຸມຕົວ ໃນ ວັນທີ 3 ມົກກະຣາ ຫຼັງຈາກ ຣົດຂົນສົ່ງ ເກີດເຫດ ເຮັດໃຫ້ ຂົວ ຫັກ ຍ້ອນ ບໍ່ສາມາດ ຮັບນໍ້າໜັກ ຂອງ ຣົດຂົນໄມ້ ໄດ້.
ຫລ້າສຸດ ຄົນຂັບຣົດ ຂົນໄມ້ ເຖື່ອນ ຄັນນັ້ນ ກໍຖືກ ເຈົ້າໜ້າທີ່ ແຂວງ ຈໍາປາສັກ ປ່ອຍຕົວ ໃຫ້ກັບໄປ ປະເທດ ວຽດນາມ ແລ້ວ, ດັ່ງ ເຈົ້າໜ້າທີ່ ກວດກາ ປ່າໄມ້ ແຂວງ ຈໍາປາສັກ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 11 ມົກກະຣາ ວ່າ:
"ພວກນີ້ນ່າ ພວກຂີ້ລັກ ເຂົາມາ ຍາມກາງຄືນ ເຮົາກະບໍ່ ເຂົ້າໃຈ ບໍ່ຈັກນໍາເພິ່ນ ມາບໍ່ຖືກທາງ ໄປທາງຜິດແລ້ວ ຂ້າມຂົວ ຂົວຫັກ ໄມ້ ເຂົາເອົາມາ ແຕ່ຟາກ ເມືອງໂຂງ ພຸ້ນ, ຄົນ ເຮົາກະປ່ອຍ ແລ້ວ ເຮົາ ເຈຣະຈາ ກັນເດ້".
ເຈົ້າໜ້າທີ່ ຍັງ ກ່າວອີກວ່າ ບໍ່ມີການ ດໍາເນີນຄະດີ ຫຍັງກັບ ຄົນຂັບຣົດ ແຕ່ຢ່າງໃດ ຫລັງຈາກ ພິຈາຣະນາ ແລ້ວ ເຫັນວ່າ ຄົນ ຂັບຣົດ ບໍ່ມີຄວາມຜິດ ຮ້າຍແຮງ, ຣົດຄັນ ດັ່ງກ່າວ ແກ່ໄມ້ ໄປຈາກ ເມືອງໂຂງ ເພື່ອໄປໂຮງເລື່ອຍ ຢູ່ ແຂວງໃກ້ຄຽງ ແລະ ຜູ້ ຂັບຣົດໄມ້ ຈະຮັບຜິດຊອບ ສ້ອມແປງ ຂົວ ທີ່ ຫັກນັ້ນ ສ່ວນວ່າ ໄມ້ທ່ອນ ຢູ່ໃນຣົດນັ້ນ ເຈົ້າໜ້າທີ່ ແຂວງ ໄດ້ຢຶດເອົາໄວ້ ເປັນ ຊັພສິນ ຂອງ ຣັຖ.
ການຕັດໄມ້ ແລະ ສົ່ງອອກໄມ້ ໄປ ປະເທດ ວຽດນາມ ເກີດຂຶ້ນ ຢ່າງແຜ່ຫຼາຍ ຢູ່ ພາກກາງ ແລະ ພາກໃຕ້ ຂອງ ປະເທດລາວ ເຖິງວ່າ ຣັຖບານ ຈະມີຄໍາສັ່ງ ໃນເດືອນ ສິງຫາ 2015 ຫ້າມສົ່ງໄມ້ ໄປ ຕ່າງປະເທດ ກໍຕາມ.
ໃນກາງເດືອນ ທັນວາ ຢູ່ແຂວງ ສະຫວັນນະເຂດ ກໍມີການ ສົ່ງໄມ້ຕັບ ອອກໄປ ວຽດນາມ ປະມານ 100 ຄັນຣົດ ຢູ່ ດ່ານສາກົນ ລາວ-ບາວ ເມືອງເຊໂປນ ແຂວງ ສະຫວັນະເຂດ ແລະ ໃນ ວັນທີ 31 ທັນວາ ທີ່ຜ່ານມາ ຢູ່ ເມືອງກະລຶມ ແຂວງ ເຊກອງ ກໍມີການ ພົບເຫັນ ຣົດແກ່ໄມ້ທ່ອນ ອອກໄປ ດ່ານ ຊາຍແດນ ລາວ-ວຽດນາມ ລາໄລ ຢູ່ເມືອງ ສະໝ້ວຍ ແຂວງ ສາຣະວັນ.