ຄົນລາວ ຈຳນວນນຶ່ງ ກັງວົນ ສູນເສັຍອາຊີບ ສງວນໃຫ້ ຕ່າງຊາດ

ຄົນລາວຈຳນວນຫຼາຍ ມີຄວາມກັງວົນວ່າຈະເສັຍອາຊີບ ທີ່ສງວນໄວ້ໃຫ້ຄົນລາວເຮັດ ໃນຂະນະດຽວກັນ ທາງການລາວ ພັດມີນະໂຍບາຍອະນຸຍາດ ໃຫ້ຊາວຕ່າງປະເທດ ເປັນຕົ້ນຄົນຈີນ ແລະຄົນວຽດນາມ ເຂົ້າມາດຳເນີນທຸຣກິຈ ທຸກປະເພດໄດ້ ຖ້າມີເງິນທຶນ ຕັ້ງແຕ່ 20 ຕື້ກີບຂຶ້ນໄປ.

ຮ້ານສ້ອມແປງເຄື່ອງມືໄຟຟ້າ, ສ້ອມແປງເຄື່ອງປັບໄຟ ຂອງຄົນຈີນໃນລາວ (ຊ້າຍມື) ແລະ ຮ້ານຄ້າຂາຍສິນຄ້າຈາກຈີນ (ຂວາມື). RFA

ທາງການລາວໄດ້ຣະບຸວ່າ ໃຫ້ການຂາຍເຄື່ອງແບບຍົກ ແລະແບບຫຍ່ອຍເປັນອາຊີບສງວນ ໄວ້ສະເພາະແຕ່ຄົນລາວ. ໃນຂະນະທີ່ທາງການລາວ ພັດມີນະໂຍບາຍອະນຸຍາດ ໃຫ້ຊາວຕ່າງປະເທດເປັນຕົ້ນຄົນຈີນ ແລະຄົນວຽດນາມເຂົ້າມາດຳເນີນກິຈການ ດັ່ງກ່າວແບບຖືກກົດໝາຽ ທັງໃນເຂດໂຕເມືອງ ແລະພື້ນທີ່ຫ່າງໄກ.

ດັ່ງຊາວບ້ານຢູ່ເຂດຊົນນະບົດ ຂອງ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:

ເອີກໍຢູ່ທີ່ລະບົບຂອງລາວພຸ້ນແຫຼະ ຍອມໃຫ້ເປີດໃຫ້ເຂົາເຮັດໄດ້ແມ່ນບໍ່ ລະຕລາດດາວເຮືອງ ມີແຕ່ວຽດກັບຈີນຢູ່ຄອບຄອງ ຢູ່ໃນໝູ່ບ້ານນີ້ຢູ່ໃນໝູ່ບ້ານນີ້ມີ 2 ຮ້ານໃຫຍ່ໝູ່ບ້ານກໍເປີດຈີນຮ້ານນຶ່ງວຽດ ຮ້ານນຶ່ງກໍຫຼາຍຢູ່ມີນີ້ທາງຕລາດ ເພິ່ນວ່າມີຢູ່ຫຼາຍຕລາດຕລາດໃນເມືອງ.

ທີ່ຜ່ານມາຮ້ານຂາຍເຄື່ອງຍົກ ແລະເຄື່ອງຫຍ່ອຍຂອງຄົນລາວ ບໍ່ສາມາດຂາຍສິນຄ້າໄດ້ຫຼາຍຄືກັບຮ້ານຂາຍເຄື່ອງຍົກ ແລະເຄື່ອງຫຍ່ອຍ ຂອງຄົນຈີນແລະວຽດນາມ ເນື່ອງຈາກຄົນກຸ່ມນີ້ນຳສິນຄ້າ ມາຈາກປະເທດຂອງພວກເຂົາເຈົ້າ ໂດຍກົງຈຶ່ງສາມາດຂາຍສິນຄ້າ ໄດ້ໃນລາຄາທີ່ຖືກກ່ວາ ຮ້ານຂາຍເຄື່ອງຄົນລາວ.

ດັ່ງຄົນລາວທີ່ດຳເນີນກິຈການ ຂາຍເຄື່ອງຫຍ່ອຍ ຢູ່ເມືອງເຊໂນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:

ຖ້າໄປປຽບທຽບໃສ່ແມ່ຄ້າຄືກັນ ກໍແຍ່ງຫັ້ນແຫຼະມາແຍ່ງສິນຄ້າ ເຂົາມາແຍ່ງລູກຄ້າເຂົາໄປເລີຍເນາະ ແຕ່ວ່າເຂົາກໍເຮັດຜ່ານຣັຖບານລະກໍ ເຮົາກໍວ່າຫຍັງບໍ່ໄດ້ເພາະວ່າຄົນວຽດນາມ ຄົນຈີນຂາຍມັນສິຖືກກວ່າ ຖືກກວ່າລາວອີກ ຖືກກວ່າໄທຍອີກ ເອົາມາແຕ່ປະເທດເພິ່ນເອງຫັ້ນແຫຼະ ຂອງສິຖືກກ່ວາແລ້ວກໍຄົນມັກນິຍົມ ຂອງວຽດ ຈີນຂາຍຂາຍນີ້ດີທີ່ສຸດເລີຍ.

ແມ່ຄ້າໄດ້ກ່າວຕື່ມວ່າ ຄົນລາວຈຳນວນຫຼາຍພັດມີຄວາມຊັບສົນ ວ່າການຂາຍເຄື່ອງຍົກເຄື່ອງຍ່ອຍເປັນອາຊີບ ສງວນຄົນລາວແທ້ ຫຼືບໍ່ຍ້ອນທີ່ຜ່ານມາ ບໍ່ວ່າຈະເປັນໃນພື້ນທີ່ເຂດໂຕເມືອງ ຫຼື ເຂດຊົນນະບົດພັດມີແຕ່ຮ້ານຂາຍເຄື່ອງ ທີ່ມີເຈົ້າຂອງກິຈການເປັນຄົນຈີນ-ຄົນວຽດ. ທັງນີ້ ຄັນເປັນໄປໄດ້ກໍຢາກໃຫ້ພາກສ່ວນທີ່ກ່ຽວ ຂ້ອງດຳເນີນການກວດສອບວ່າ ພວກເຂົາເຈົ້າດຳເນີນກິຈການ ຖືກຕ້ອງຕາມກົດໝາຽຂອງ ປະເທດລາວແທ້ຫຼືບໍ່.

ໃນຂະນະດຽວກັນທາງການລາວ ພັດມີທ່າອ່ຽງວ່າອະນຸຍາດໃຫ້ ຊາວຕ່າງປະເທດເຂົ້າ ດຳເນີນກິຈການຂາຍເຄື່ອງຍົກ ແລະເຄື່ອງຍ່ອຍພາຍໃນປະເທດລາວຕື່ມ ໂດຍສະເພາະໃນພື້ນທີ່ຫ່າງໄກ ຍ້ອນເປັນພື້ນທີ່ ທີ່ຄົນລາວທີ່ມີຖານະທຸກຍາກ ແລະບໍ່ມີທຶນທຳມາຄ້າຂາຍ.

ດັ່ງເຈົ້າໜ້າທີ່ຜແນກກົມການຄ້າ ພາຍໃນກະຊວງອຸດສາຫະກັມ ແລະການຄ້າຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ບ່ອນທີ່ມັນໄກບ່ອນທີ່ບໍ່ທັນມີການຄ້າຂາຍ ຫຼວງຫຼາຍຍັງມີຄວາມຈຳເປັນອາດຈະຕ້ອງ ໃຫ້ຊາວຕ່າງຊາດເປີດຄ້າຂາຍໂຕນີ້ໄດ້ເນາະ ໂດຍສະເພາະເຂດນອກເຂດຫ່າງໄກຫັ້ນ ຄົນລາວບໍ່ດຳເນີນແລ້ວມັນມີຄົນຕ່າງປະເທດ ມາເຮັດເນາະເອີຄັນສົມມຸດວ່າ ເຮົາດັກບໍ່ໃຫ້ຄົນຕ່າງປະເທດເຮັດເລີຍ ມັນກໍສິບໍ່ເຫຼືອຫຍັງກໍສິຄວາມໝາຽວ່າ ບໍ່ມີໃຜຄ້າເລີຍບໍ່ມີໃຜຂາຍເລີຍຫັ້ນນ່າ ສ່ວນຫຼາຍມັນສິເປັນເຂດນອກ.

ທ່ານກ່າວຕື່ມວ່າ ອີງຕາມຣະບຽບການລົງທຶນ ຂອງທຸຣະກິຈການຄ້າ ປະເພດຂາຍຍ່ອຍ ຖ້າຫາກເປັນຜູ້ລົງທຶນຈາກຕ່າງປະເທດນັ້ນ ສາມາດເຂົ້າມາດຳເນີນກິຈການທຸຣກິຈ ພາຍໃນປະເທດລາວໄດ້ແຕ່ມີເງື່ອນໄຂ ວ່າຈະຕ້ອງມີທຶນຈົດທະບຽນຕັ້ງແຕ່ 20 ຕື້ກີບຂຶ້ນໄປຊຶ່ງຈະ ສາມາດລົງທຶນໄດ້ 100% ໃນຂະນະດຽວກັນຊາວຕ່າງປະເທດ ກໍສາມາດຮ່ວມລົງທຶນກັບຄົນລາວໄດ້ຄືກັນ ໂດຍແຕ່ລະຝ່າຍຈະຕ້ອງມີທຶນຈົດທະບຽນຢ່າງໜ້ອຍ 4 ຕື້ກີບຂຶ້ນໄປ ສ່ວນຄົນລາວທີ່ຕ້ອງການດຳເນີນທຸຣະກິຈ ດັ່ງກ່າວນີ້ໂດຍບໍ່ຮ່ວມທຶນກັບຕ່າງປະເທດ ສາມາດຈົດທະບຽນໄດ້ທັນທີ ຖ້າຫາກມີທຶນແຕ່ 4 ຕື້ກີບຂຶ້ນໄປ.

ທີ່ຜ່ານມາຊາວຈີນ ແລະຊາວວຽດນາມໄດ້ເຂົ້າມາຄ້າຂາຍຍົກ ແລະຍ່ອຍ ພາຍໃນປະເທດລາວເປັນຈຳນວນຫຼວງຫຼາຍ ແລະມີບາງສ່ວນພັດດຳເນີນກິຈການ ແບບບໍ່ຖືກຕ້ອງຕາມກົດໝາຽ ຊຶ່ງຈຳເປັນຕ້ອງໄດ້ຖືກປັບໃໝ ຫຼືອາຍັດສິນຄ້າ.

ດັ່ງເຈົ້າທີ່ຜແນກການຄ້າ ພາຍໃນປະເທດຜູ້ດຽວກັນນີ້ກ່າວວ່າ:

ຄ້າຂາຍພວກສິນຄ້າ ອຸປໂພກ-ບໍຣິໂພກອີ່ຫຍັງ ກໍສິກຳຈັ່ງສິແຫຼະແລ້ວ ກໍລັກສະນະກໍສິເປັນຮ້ານຂາຍຍ່ອຍ ຈະມີເຈົ້າໜ້າທີ່ກວດກາການຄ້າເນາະ ລົງກວດກາຜູ້ດຳເນີນທຸຣະກິຈຕ່າງປະເທດນີ້ ຂະເຈົ້າມີການຂໍອະນຸຍາດ ຖືກຕ້ອງຕາມຣະບຽບການ ບໍ່ຖ້າຄັນບໍ່ມີນີ້ກໍຈະມີການ ຕັກເຕືອນແລະກໍຈະປັບໃໝເນາະ ຫຼືບາງຄັ້ງກໍຈະມີການອາຍັດສິນຄ້າກໍມີເນາະ.

ອີງຕາມຄຳແນະນຳ ສະລັບເລຂທີ 0651/ອກ. ກພຄນ ລົງວັນທີ 12 ມິຖຸນາ 2019 ຂອງກະຊວງອຸດສາຫະກັມ ແລະການຄ້າຣະບຸວ່າ ສຳລັບນັກລົງທຶນຊາວຕ່າງປະເທດ ທີ່ເຂົ້າມາດຳເນີນທຸຣະກິຈພາຍໃນປະເທດລາວ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກຣັຖ ຈະຖືກປັບໃໝ 10 ລ້ານກີບ ແລະໂຈະການເຄື່ອນໄຫວ ທຸຣະກິຈດັ່ງກ່າວ. ສ່ວນຊາວຕ່າງປະເທດ ທີ່ເຂົ້າມາດຳເນີນທຸຣະກິຈ ໃນຂແນງອາຊີບທີ່ສງວນໄວ້ ສຳລັບຄົນລາວຈະຖືກເຮັດບົດບັນທຶກ ພ້ອມສົ່ງຂໍ້ມູນໂດຍລະອຽດໃຫ້ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການສົ່ງໂຕຜູ້ກ່ຽວກັບຄືນປະເທດ ແລະສຳລັບຄົນລາວທີ່ອະນຸຍາດ ໃຫ້ຊາວຕ່າງປະເທດເຊົ່າສະຖານທີ່ ດຳເນີນທຸຸຣະກິຈໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກມາຕການທາງວິນັຍ ແລະດຳນີນຄະດີຕາມກົດໝາຽ ຂອງປະເທດລາວຕໍ່ໄປ.

ກ່ອນໜ້ານີ້ ຮ້ານຂາຍເຄື່ອງຍົກ ແລະເຄື່ອງຍ່ອຍພາຍໃນບ້ານ ແລະເມືອງຕ່າງໆ ພາຍໃນປະເທດລາວ ທີ່ດຳເນີນກິຈການໂດຍຊາວຈີນ ແລະຊາວວຽດນາມ ມີເປັນຈຳນວນຫຼາຍ ແຕ່ຢ່າງໃດກໍຕາມຮ້ານຂາຍເຄື່ອງດັ່ງກ່າວນີ້ ໄດ້ຫຼຸດລົງໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ທັງນີ້ພາຍຫຼັງທາງການລາວ ປະກາດເປີດປະເທດຮ້ານຂາຍເຄື່ອງ ຂອງຊາວຈີນແລະວຽດນາມ ຫາກໍໄດ້ກັບມາດຳເນີນກິຈການອີກເທື່ອນຶ່ງ.

ດັ່ງຊາວບ້ານ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ທ່ານນຶ່ງກ່າວວ່າ:

ຍັງບໍ່ທັນໄດ້ເປີດຮັບ ພໍປານໃດເພາະວ່າຢ່າງນຶ່ງ ເຮົາຍັງບໍ່ໄດ້ເປີດປະເທດ ເຕັມຮູບແບບຫັ້ນນ່າ ກ່ອນການແຜ່ຣະບາດ ຂອງພະຍາດໂຄວິດ-19 ກໍຫຼາຍຢູ່ສ່ວນຫຼາຍກໍຈີນກັບວຽດນາມ ມັນກໍຂາຍຫຼາຍອັນຫັ້ນນີ້ແຫຼະ ຄ້າຫຍ່ອຍນີ້ແຫຼະ ຄືຄ້າຫຍ່ອຍຂາຍເຄື່ອງໃຊ້ຊີວິດປະຈຳວັນ.

ອີງຕາມການແຈ້ງການ ກ່ຽວກັບບັນຊິປະເພດທຸຣະກິຈ ສງວນໄວ້ສຳລັບພົລເມືອງລາວ ສະບັບປັບປຸງປີ 2015 ທີ່ຣະບຸວ່າ ມີວຽກງານທີ່ຖືກສງວນໄວ້ສຳລັບຄົນລາວ ຈຳນວນ 37 ອາຊີບ ເປັນຕົ້ນການເກັບເຄື່ອງຂອງ ປ່າດົງຫຼືພືດຜົລຈາກປ່າ. ຜລິດພັນຈາກໄມ້ ແລະການຈັກສານຕ່າງໆ, ການຕິດຕັ້ງເຄື່ອງໄຟຟ້າ ແລະການປະປາ, ການຂາຍເຄື່ອງແບບຍົກ ແລະຍ່ອຍ ການຂົນສົ່ງໂດຍສານທາງບົກ, ທຸຣະກິຈເຮືອນພັກໄລຍະສັ້ນ, ວຽກງານດ້ານການສື່ສານ ແລະຈັດພິມ, ການໃຫ້ສິນເຊື່ອກູ້ຢືມເງິນ, ສາຍອາຊີບ ວິທຍາສາດແລະເຕັກນິກ ບໍຣິສັດຈັດຫາງານ, ການຈັດການສຶກສາ, ສຸຂພາບແລະວຽກງານທາງສັງຄົມ, ທຸຣະກິຈສ້ອມແປງເກີບແລະເຄື່ອງໜັງ, ຕັດຜົມ-ເສີມສວຍ, ຈັດງານປົງສົບແລະວຽກຕົບແຕ່ງສະຖານທີ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org