ຄົນງານວ່າຄ່າແຮງຖືກໂກງ

ຈໍາປາທອງ
2015.08.20
F-OT ບໍຣິສັດ ເອສຊີລໍລາວ ແຂວງ ສວັນນະເຂດ
RFA/NY

ບັນດາ ກັມມະກອນ ໂຮງງານ ຜລິດ ເລັນ ແວ່ນຕາ ທີ່ ຂຶ້ນກັບ ບໍຣິສັດ ເອັສຊີລໍ ລາວ ຢູ່ ເຂດ ເສຖກິດ ພິເສດ ເຊໂນ ແຂວງ ສວັນນະເຂດ ຖືກໂກງ ຄ່າ ແຮງງານ, ຈຶ່ງຂໍ ຮຽກຮ້ອງ ໃຫ້ ກົມ ແຮງງານ ອອກມາ ກວດສອບ, ແລະ ທາງ ເຈົ້າຂອງ ໂຮງງານ ກໍ ປະຕິເສດ ທີ່ ຈະຕອບ ຄໍາຖາມ. ຄົນງານ ຄົນນຶ່ງ ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ຢາກ ຮຽກຮ້ອງ ໃຫ້ ກົມ ແຮງງານ ອອກມາ ກວດສອບ ຊ່ອຍແດ່ ວ່າ, ບໍຣິສັດ ດັ່ງກ່າວ ນີ້ ແມ່ນ ໂກງ ຄ່າແຮງ ພະນັກງານ ເຮັດວຽກ ລ່ວງ ເວລາ ກໍ ບໍ່ຈ່າຍເງິນ ຕາມ ອັດຕຣາ ຄ່າແຮງ".

ຕາມ ປົກກະຕິ ແລ້ວ ຣະບົບ ການ ເຮັດວຽກ ຢູ່ ໃນໂຮງງານ ດັ່ງກ່າວ ແມ່ນ ເຮັດວຽກ 2 ກະ, ຄື ກະ ທີນຶ່ງ ເລີ້ມແຕ່ 8 ໂມງເຊົ້າ ຫາ 8 ໂມງແລງ, ແລະ ກະ ທີສອງ ເລີ້ມແຕ່ 8 ໂມງແລງ ຫາ 8 ໂມງເຊົ້າ, ຊຶ່ງ ສລຸບ ແລ້ວ ພວກ ກັມມະກອນ ເຮັດວຽກ 12 ຊົ່ວໂມງ ຕໍ່ມື້. ອີງຕາມ ການບອກເລົ່າ ຂອງ ຄົນງານ ທີ່ ເຮັດວຽກ ຢູ່ ໃນໂຮງງານ.

ຄົນງານ ຜູ້ນັ້ນ ເວົ້າວ່າ, ຕາມ ກົດໝາຍ ແຮງງານ ແລ້ວ ກໍາມະກອນ ເຮັດວຽກ ບໍ່ໃຫ້ເກີນ 48 ຊົ່ວໂມງ ຕໍ່ ອາທິດ, ແຕ່ວ່າ ໃນຕົວຈິງ ແລ້ວ ເຂົາເຈົ້າ ເຮັດວຽກ ທັງໝົດ 60 ຊົ່ວໂມງ ຕໍ່ ອາທິດ, ຊຶ່ງ ສລຸບແລ້ວ ເຂົາເຈົ້າ ຕ້ອງ ເຮັດວຽກ ເກີນເວລາ 12 ຊົ່ວໂມງ ຕໍ່ ອາທິດ, ແລະ ສະເລັ່ຽ ຕໍ່ມື້, ແມ່ນ ເຂົາເຈົ້າ ເຮັດວຽກ ເກີນເວລາ ແມ່ນ 2.4 ຊົ່ວໂມງ ຕໍ່ມື້, ແຕ່ ໃນເວລາ ຈ່າຍ ຄ່າແຮງ ຕົວຈິງ ບໍຣິສັດ ຈ່າຍຄ່າ ເຮັດວຽກ ເກີນໂມງ ພຽງແຕ່ 1.4 ຊົ່ວໂມງ ຕໍ່ມື້ ເທົ່ານັ້ນ.

ກ່ຽວກັບ ເຣຶ້ອງນີ້ ນັກ ຂ່າວ ເອເຊັຽ ເສຣີ ໄດ້ ຕິດຕໍ່ ສອບຖາມ ຂໍ້ມູນ ເພີ້ມເຕີມ ນໍາທ່ານ ກິດຕິພົງ ຜູ້ ອໍານວຍການ ບໍຣິສັດ ວ່າ:

"ຜ່ານມາ ກະບໍ່ມີ ບັນຫາ ຫຍັງ ມັນເປັນ ການເຂົ້າໃຈ ຜິດ ຂອງ ພະນັກງານ ເອງ ແລະ ປະມານ ເດືອນ ເຄິ່ງ ຜແນກ ແຮງງານ ແຂວງ ຫາກໍ່ ມາ ອໍດິດ [ກວດສອບ]".

ແຕ່ວ່າ ທ່ານ ກິດຕິພົງ ກໍ ປະຕິເສດ ທີ່ຈະໃຫ້ ຣາຍລະອຽດ ເພີ້ມເຕີມ ນອກຈາກ ຂໍຣາຍຊື່ ກັມມະກອນ ຜູ້ ທີ່ອອກມາ ໃຫ້ ຂ່າວນັ້ນ, ແຕ່ ເອເຊັຽ ເສຣີ ບໍ່ສາມາດ ໃຫ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.