ໂຮງຮຽນເມືອງໄຊຍ້າຍໜີທາງ ຣົດໄຟ

ຫ້ອງການ ສຶກສາ ເມືອງໄຊ ແຂວງ ອຸດົມໄຊ ຕຣຽມສເນີ ຂໍ ງົປມານ ຈາກ ໂຄງການ ຣົຖໄຟ ລາວ-ຈີນ ເພື່ອສ້າງ ໂຮງຮຽນ ບ່ອນໃໝ່.

ໂຄງການປັກແລວທາງຣົຖໄຟ ລາວ-ຈີນ RFA

ເຈົ້າໜ້າທີ່ ຫ້ອງການ ການສືກສາ ເມືອງໄຊ ທ່ານນື່ງ ເປິດເຜີຍວ່າ ປັຈຈຸບັນ ທາງຫ້ອງການ ເມືອງໄຊ ແຂວງອຸດົມໄຊ ກໍາລັງ ຕຣຽມສເນີ ຂໍງົປມານ ຈາກໂຄງການ ສ້າງ ທາງຣົຖໄຟ ລາວ-ຈີນ ເພື່ອ ໄປສ້າງໂຮງຮຽນ ມັທຍົມ ບ້ານຫ້ວຍຂຸມ ແຫ່ງໃໝ່, ຍ້ອນວ່າ ໂຮງຮຽນຫຼັງ ປັຈຈຸບັນ ທີ່ເປິດສອນ ນັກຮຽນຢູ່ນີ້ ຈະຖືກມ້າງຖິ້ມ ໃຫ້ ທາງຣົຖໄຟ ຕັດຜ່ານ. ດັ່ງ ທ່ານກ່າວ ໃນວັນທີ 13 ມິຖຸນາ ນີ້ວ່າ:

“ເພີ່ນຊິສ້າງໃໝ່ ຫັ້ນແຫຼະ ຕາມແຜນການ ມີແຕ່ສເນີ ທາງເຈົ້າຂອງ ໂຄງການ ທາງຣົຖໄຟ ດຽວນີ້ກໍາລັງ ສຶກສາຂໍ້ມູນ ຂຶ້ນແຜນ ງົປມານ ຊິຜ່ານເຂົາເຈົ້າ ສົມທົບ ກັບຣັຖບານ ເພິ່ນຊິໃຫ້ ແນວໃດ ກໍບໍ່ທັນ ຮຼ້ຣາຍລະອຽດ ເທື່ອເນາະ”.

ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ວ່າ ສໍາລັບເນື້ອທີ່ ຈະສ້າງ ໂຮງຮຽນ ບ່ອນໃໝ່ນັ້ນ ທາງການ ໄດ້ຈັດໄວ້ ໃຫ້ແລ້ວ ຢູ່ໃນເຂດ ບ້ານຫ້ວຍຂຸມ ບໍ່ໄກຈາກ ໂຮງຮຽເກົ່າ, ແລະ ຍັງເປັນບ່ອນ ທີ່ຕິດກັບ ທາງໃຫຍ່ ຊຶ່ງ ຈະເຮັດໃຫ້ ການເດີນທາງ ຂອງ ນັກຮຽນ ສະດວກ ຂຶ້ນຕື່ມ, ເຣື້ອງ ງົປມານນັ້ນ ທາງຫ້ອງການ ຍັງບໍ່ຮູ້ວ່າ ຈະຂໍໄດ້ ເທົ່າໃດ.

ທ່ານ ກ່າວອີກວ່າ ທາງຫ້ອງການ ໄດ້ເຄີຍ ສເນີວ່າ ຈະໃຫ້ມ້າງ ໂຮງຮຽນ ຫຼັງປັຈຈຸບັນ ອອກໄດ້ ເມື່ອເວລາ ໂຮງຮຽນ ຫຼັງໃໝ່ ໄດ້ສ້າງ ສໍາເຣັດແລ້ວ ເພາະວ່າຢູ່ ເມືອງໄຊ ກໍມີ ໂຮງຮຽນ ມັທຍົມ ແຫ່ງດຽວ ເທົ່ານັ້ນ. ໃນແຂວງ ອຸດົມໄຊ ນອກຈາກ ໂຮງຮຽນ ຈະຖືກ ຍົກຍ້າຍ ແລ້ວ, ກໍຍັງມີ ບ້ານເຮືອນ ຂອງປະຊາຊົນ ຫຼາຍຄອບຄົວ ເຊັ່ນກັນ ເພື່ອເປິດທາງ ໂຄງການ ຣົດໄຟ ຂອງ ທາງການ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org