ຊາວນາເສັຽດິນໃຫ້ທາງ ຣົດໄຟ

ອຸ່ນແກ້ວ ສຸກສະຫວັນ
2017.05.01
f-railway ແຜນທີ່ ໂຄງການທາງຣົດໄຟ ລາວ-ຈີນ
RFA

ປະຊາຊົນຫລາຍຄອບຄົວ ຢູ່ເມືອງໄຊ ແຂວງອຸດົມໄຊ ທີ່ຖືກຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ຈະບໍ່ສາມາດ ປູກເຂົ້າໄດ້ ຍ້ອນວ່າ ດິນນາ ຂອງເຂົາເຈົ້າ ຖືກຫຼັກໝາຍ ແລວທາງຣົດໄຟ ແລະ ຈົນມາເຖິງ ປັດຈຸບັນ ເຂົາເຈົ້າກໍຍັງ ບໍ່ອອກບໍ່ເຂົ້າ ໃນເຣື້ອງຄ່າ ຊົດເຊີຍ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງກ່າວວ່າ:

"ມີຄວາມກັງວົນຫລາຍ, ນຶ່ງມາ ກະກຽມການຜລິດແດ່ ກະຄືວ່າເນາະຊິໃຫ້ຜລິດ ບໍ່ໃຫ້ຜລິດ ກະບໍ່ໃຫ້ຄຳຕອບເຂົາ, ອັນສອງມາ ທົດແທນ ກະບໍ່ທັນໃຫ້ ຄຳຕອບເຂົາ ເພິ່ນວ່າ ປັກແລວ ໄປລະບໍ່ໃຫ້ ປູກເຂົ້າ ແລ້ວຊິເຮັດ ເອົາອະສັງກິນ ຊິເອົາເງິນມາໃຫ້ ປະຊາຊົນ ຊື້ເຂົ້າກິນ ບໍ່ຊິນະ".

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ທຸກມື້ນີ້ເຣື້ອງ ຄ່າຊົດເຊີຍ ໃຫ້ຜູ້ໄດ້ຮັບຜົນກະທົບ ກໍກັບມາມິດງຽບຄືເກົ່າ ເຖິງວ່າເຈົ້າໜ້າທີ່ ກ່ຽວຂ້ອງ ຈະລົງມາ ສຳຣວດ ແລະເກັບກຳຂໍ້ມູນ ນຳຜູ້ທີ່ໄດ້ ຮັບຜົນກະທົບ ໄປແລ້ວ 2 ຄັ້ງກໍຕາມ, ແຕ່ກໍບໍ່ມີຄຳຕອບ ຈາກທາງການ ວ່າຈະຈ່າຍ ໃຫ້ປະຊາຊົນ ແນວໃດ.

ນອກຈາກນີ້ ໃນກອງປະຊຸມສະພາແຫ່ງຊາດ, ກໍມີສະມາຊິກສະພາແຫ່ງຊາດ ໄດ້ຍົກບັນຫາທີ່ຊາວບ້ານ ບໍ່ໄດ້ຮັບຄ່າຊົດເຊີຍ ຂຶ້ນມາເວົ້າ, ດັ່ງທ່ານ ວົງສະຫວັນ ໄຊຍະວົງ ສະມາຊິກ ສະພາແຫ່ງຊາດ ຫລື ສສຊ ເຂດ 4 ແຂວງ ອຸດົມໄຊ ໄດ້ກ່າວ ໃນວັນທີ 27 ເມສາ ວ່າ:

"ການຊົດເຊີຍນີ້ ຕາມການລາຍງານ ກໍໄດ້ເຫັນຣັຖບານ ເພິ່ນໄດ້ອະນຸມັດເງິນ 500 ກວ່າຕື້ ກ່ຽວກັບ ໂຄງການ ກໍ່ສ້າງ ທາງລົດໄຟ ແຕ່ ບໍ່ຮູ້ວ່າເງິນ ດັ່ງກ່າວນີ້ ມີການຈັດຕັ້ງ ປະຕິບັດ ແນວໃດ, ປັດຈຸບັນນີ້ ບໍຣິສັດ ກໍ່ສ້າງເສັ້ນທາງ ດັ່ງກ່າວນັ້ນ ແມ່ນຈັດຕັ້ງ ປະຕິບັດແລ້ວ, ເບື້ອງ ສປ ຈີນ ແຕ່ວ່າ ເລື້ອງການຊົດເຊີຍ ເລື້ອງການເກັບກຳ ຂໍ້ມູນ ຍັງບໍ່ໄປ ບໍ່ມາ  ປະຊາຊົນ ຂະເຈົ້າກະເປັນຫວ່າງ ບໍ່ຮູ້ວ່າຈະແກ້ ກັນແນວໃດ".

ອີງຕາມຂໍ້ມູນຈາກທາງການລາວ, ມີທັງໝົດ 40 ບ້ານ ຢູ່ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ແລະ ປັດຈຸບັນ ກັມມະກອນຈີນ ປະມານ 3 ພັນຄົນ ກໍເລີ້ມເຂົ້າມາ ເຮັດວຽກ ຂຸດເຈາະອຸໂມງ ທາງຣົດໄຟ ຢູ່ແຂວງອຸດົມໄຊ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.