ຣາຄານໍ້າມັນຕໍ່າໃຫ້ໂອກາດ ພັທນາ ເສຖກິດ

ມະນີຈັນ
2015.03.25
f-image ຣາຄາ ນໍ້າມັນຕໍ່າ ເປັນໂອກາດ ພັທນາ ເສຖກິດ
RFA

ຣາຄາ ນໍ້າມັນ ໂລກ ແລະ ອັຕຣາ ເງິນເຟີ້ ຕໍ່າ ເປັນໂອກາດ ສໍາລັບ ປະເທດ ທີ່ ກໍາລັງ ພັທນາ ຄື ສປປລາວ ໃນການ ປະຕິຮູບ ດ້ານ ໂຄງ ປະກອບ ທາງ ເສຖກິດ ຂນະທີ່ ການຮວມຕົວ ທາງ ເສຖກິດ ຂອງ ພາກພື້ນ ສືບ ຕໍ່ໄປ. ຕາມ ຣາຍງານ ຂ່າວ ຊິນຮົວ ທີ່ ອ້າງອີງ ໃສ່ ຄໍາເວົ້າ ຂອງ ທະນາຄານ ພັທນາ ເອເຊັຽ.

ທ່ານ Shunsuke Bando ນັກ ວິຊາການ ອາວຸໂສ ຂອງ ADB ສໍາລັບ ລາວ ກ່າວວ່າ ຣາຄາ ນໍ້າມັນ ໂລກ ຕົກຕໍ່າ ລົງ ຊຶ່ງ ນໍາໄປສູ່ ພັຍ ເງິນເຟີ້ ຕໍ່າ ເປັນ ໂອກາດ ໃຫ້ ສປປລາວ ຊຶ່ງ ເປັນ ປະເທດ ນໍາເຂົ້າ ນໍ້າມັນ ນັ້ນ ຫລຸດຜ່ອນ ການ ຂາດດຸນ ການຄ້າ ແລະ ຣັຖບານ ເຊົາ ອຸດໜູນ ເພື່ອໃຫ້ ຣາຄາ ນໍ້າມັນ ເປັນໄປ ຕາມ ຣາຄາ ຕລາດ ໄດ້. ອັຕຣາເງິນເຟີ້ ຂອງ ລາວ ຄາດວ່າ ຈະ ຫລຸດລົງ ມາ 3.5 ເປີເຊັນ ໃນ ປີ 2015 ນີ້ ຈາກ 4.2 ເປີເຊັນ ເມື່ອປີ ທີ່ ແລ້ວ.

ທ່ານ Bando ໄດ້ ໃຫ້ ຄໍາເຫັນ ເຊັ່ນນັ້ນ ຢູ່ ກອງ ປະຊຸມ ຖແລງຂ່າວ ໃນ ນະຄອນ ຫລວງ ວຽງຈັນ ເນື່ອງ ໃນ ໂອກາດ ການພິມ ເຜີຍແພ່ ວິສັຍທັສ ທະນາຄານ ພັທນາ ເອເຊັຽ ປີ 2015 ຢ່າງ ເປັນ ທາງການ ໃນ ວັນທີ 24 ມິນາ ນີ້ ທີ່ ຮົງກົງ.

ຂນະ ດຽວກັນ ຜູ້ ອໍານວຍການ ເອດີບີ ປະຈໍາ ລາວ ນາງ Sandra Nicoll ກໍ ກ່າວວ່າ ວິສັຍທັສ ປີ 2015 ກ່ຽວກັບ ເສຖກິດ ຂອງລາວ ແມ່ນຍັງ ເຂັ້ມແຂງ ຂນະທີ່ ຂແນງ ການ ບໍຣິການ ຍັງ ປະກອບ ສ່ວນ ໃນການ ເຕີບໂຕ ໄດ້ ດີ. ແຕ່ເຖິງ ແນວໃດ ບັນຫາ ທ້າທາຍ ທີ່ ສໍາຄັນ ຄື ການ ຫລຸດຜ່ອນ ຣາຍຈ່າຍ ທີ່ ເຮັດໃຫ້ ດຸນ ງົບປະມານ ຫລຸດລົງ ແລະ ເພື່ອ ຟື້ນຟູ ເງິນຕຣາ ສໍາຮອງ ທີ່ມີ ໃນ ຣະດັບ ຕໍ່າ ໃນ ປັຈຈຸບັນ ຊຶ່ງ ເປັນ ອົງປະກອບ ທີ່ ຈະເຮັດໃຫ້ ປະເທດ ລາວ ຕົກສູ່ ສະພາບ ສ່ຽງ ເສຖກິດ ຖອຍຫລັງ ໄດ້ ຢ່າງ ບໍ່ໜ້າ ເຊື່ອ.

ນາງວ່າ ຄວາມ ຕ້ອງການ ແຮ່ທາດ ຈາກ ສປປ ລາວ ຫລຸດລົງ ແລະ ການ ຈໍາກັດ ງົປມານ ອາຈ ເຮັດໃຫ້ ການ ເຕີບໂຕ ຂອງ ເສຖກິດ ຕໍ່າ ລົງຕື່ມ ເປັນ 7 ເປີເຊັນ ໃນ ປີ 2015 ແລະ 7.2 ເປີເຊັນ ໃນ ປີ 2016.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.