ວັນທີ 8 ມົກກະຣາ 2023 ເປັນມື້ທໍາອິດ ທີ່ປະເທດລາວ ແລະ ຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ ຫລັງຈາກປິດດ່ານມາໄດ້ເກືອບ 3 ປີ ເຊິ່ງພາຍໃນ 24 ຊົ່ວໂມງ ຫລັງຈາກເປີດດ່ານສາກົລນັ້ນ ໄດ້ມີຊາວຈີນເຂົ້າມາທ່ຽວ ແລະ ຜ່ານປະເທດລາວ ຍັງບໍ່ຫລາຍປານໃດ ປະມານ 100 ຄົນ, ຂະນະທີ່ ຊາວຈີນ ທີ່ອາສັຍຢູ່ລາວ, ຊາວລາວ ພາກັນໄປທ່ຽວຈີນ ຈໍານວນຫລາຍ ປະມານ 300-400 ຄົນແລ້ວ.
ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ມົກກະຣາ ນີ້ວ່າ:
" ຄົນຈີນທີ່ເຂົ້າມາເນາະ ມື້ວານນີ້ບໍ່ຫລາຍເນາະ ກໍປານໃດ ມື້ວານນີ້ຄືມີແຕ່ເທົ່າໃດ ຄືວ່າມີເທົ່າໃດຫວ້າ 100 ປາຍນີ້ບໍ່. ຄົນຈີນບໍ່ຫລາຍ, ບໍ່ຫລາຍ ສ່ວນຫລາຍ ມາສ່ວນຕົວ ເປັນນັກທຸຣກິຈບໍ່ ມີຫຍັງ ບາງເທື່ອ ກໍມາອອກແຮງງານ. ບາງເທື່ອຄົນລາວໄປຈີນ ບ່ອນທີ່ວ່າ ເຫັນຫລາຍຫັ້ນນ່າ. "
ຊາວຈີນ ທີ່ເຂົ້າມາປະເທດລາວ ໃນວັນທີ 8 ມົກກະຣາ ທີ່ຜ່ານມານັ້ນ ສ່ວນຫລາຍ ໃຊ້ຣົຖສ່ວນໂຕ ຈາກຈີນເຂົ້າມາປະເທດລາວ ດ້ວຍໂຕເອງ ບໍ່ໄດ້ເຊົ່າຣົຖເພື່ອທ່ອງທ່ຽວ ແຕ່ຢ່າງໃດ ແລະ ຈຸດໝາຍທີ່ພວກເຂົາເຈົ້າຈະທ່ອງທ່ຽວ ສ່ວນຫລາຍ ແມ່ນແຂວງຫລວງພຣະບາງ ແລະ ຄາດວ່າ ໃນໄລຍະປີໃໝ່ຈີນ, ຄົນຈີນຈະມາທ່ຽວຢູ່ລາວຫລາຍ, ແຕ່ໃນໄລຍະນີ້ ຄົນຈີນທີ່ເຂົ້າມາເຮັດວຽກໃນລາວ ພາກັນ ທະຍອຍກັບປະເທດກ່ອນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
" ເຂົາ ! ເຂົາເປີດປະເທດ ແລ້ວເຂົາກໍເຂົ້າມາ ບາງເທື່ອກໍໄປທ່ຽວແດ່ ຫລັກໆ ກໍຊິແມ່ນ ຫລວງພຣະບາງ ແຖວນີ້ແຫລະບໍ່ ຈໍານວນນຶ່ງ ກໍເຮັດທຸຣະກິຈຢູ່ລາວ ແລ້ວຊອກຂໍ້ມູນການເຮັດທຸຣກິຈບໍ່ ມີຫຍັງຕ່າງໆກໍຊິມີແຫລະ ຈໍານວນນຶ່ງ ມາບຸກຄົນ ກໍຊິບໍ່ມີຣົຖ ກໍສ່ວນໜ້ອຍ. "
ປັດຈຸບັນ ເສັ້ນທາງຣົຖໄຟ ລາວ-ຈີນ ຈາກນະຄອນຫລວງ ຄຸນຫມິງ ປະເທດຈີນ ມາລາວ (ສະຖານີ ຫລວງນ້ໍາທາ, ບໍ່ເຕັນ, ອຸດົມໄຊ, ຫລວງພຣະບາງ, ວັງວຽງ ແລະ ວຽງຈັນ) ຍັງບໍ່ເປີດບໍຣິການເທື່ອ ເພາະຍັງຢູ່ ລະຫວ່າງການປະຊຸມ ປືກສາຫາລື ເພື່ອຕຣຽມຮອງຮັບ ນັກເດີນທາງ ທັງຊາວຈີນ, ຊາວລາວ ພາຍຫລັງມີການເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ສະນັ້ນ ປັດຈຸບັນ ຢູ່ຊາຍແດນ ລາວ-ຈີນ ຍັງມີພຽງແຕ່ດ່ານສາກົລ ບໍ່ເຕັນ-ບໍ່ຫານ ທີ່ຊາວຈີນ, ຊາວລາວ ເດີນທາງ ເຂົ້າ-ອອກ ໄດ້.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນ້ໍາທາ ກ່າວໃນມື້ດຽວກັນນີ້ວ່າ:
" ຍັງ ! ຍັງບໍ່ມີເທື່ອ ( ເສັ້ນທາງຣົຖໄຟ ລາວ - ຈີນ ຄຸນຫມິງ - ລາວ ) ນ່າຈະມີ ແຕ່ວ່າຍັງບໍ່ທັນເປີດ ເປັນທາງການ ແຕ່ດຽວນີ້ ເຂົາເຈົ້າກໍກໍາລັງປະຊຸມກັນ ມີຫຍັງຕ່າງໆ ນີ້ແຫລະ. "
ໂຮງແຮມແຫ່ງນຶ່ງ ທີ່ຕັ້ງຢູ່ໃນເຂດພັທນາ ເສຖກິຈພິເສດ ບໍ່ເຕັນ ເມືອງຫລວງນ້ໍາທາ ແຂວງຫລວງນ້ໍາທາ ມີຫ້ອງພັກໃຫ້ແຂກ ປະມານ 500 ຫ້ອງຕໍ່ຄືນ, ໃນມື້ວັນທີ 8 ມົກກະຣາທີ່ຜ່ານມາ ພາຍຫລັງທີ່ ລາວ-ຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ມີແຂກເຂົ້າພັກ ປະມານ 10-20 ຫ້ອງຕໍ່ຄືນ ໃນນັ້ນ ສ່ວນຫລາຍເປັນແຂກຊາວຈີນ ແລະ ຖືວ່າ ແຂກຊາວຈີນ ທີ່ເຂົ້າມາພັກ ຍັງບໍ່ຫລາຍເທື່ອ ຄາດວ່າໃນໄລຍະປີໃໝ່ຈີນ ຈະໄດ້ຕ້ອນຮັບ ແຂກຊາວຈີນຫລາຍກວ່ານີ້.
ດັ່ງຜູ້ປະກອບການ ຢູ່ແຂວງຫລວງນ້ໍາທາ ກ່າວໃນມື້ດຽວກັນນີ້ວ່າ:
"( ຄົນລາວ ) ໄປຈີນກໍໄດ້ ຄົນຈີນມາລາວກໍໄດ້ຄືກັນ ແຕ່ວ່າ ຊ່ວງນີ້ ກໍຍັງ ຍັງຫາກໍເປີດມື້ວານນີ້ ຄົນກໍຍັງບໍ່ເຂົ້າມາຫລາຍ ແຂກກໍຄືນນຶ່ງ ກໍມີປະມານ 10 ປາຍຫ້ອງ 20 ຫ້ອງ ນັກທ່ອງທ່ຽວ ຍັງບໍ່ເຂົ້າມາເທື່ອນ່າ ເຂົາເຈົ້າຍັງບໍ່ທັນໄດ້ເທື່ອ ຄືຊິແມ່ນຊ່ວງ ຕຣຸດຈີນ ນີ້ແຫລະ ຈະມາຫລາຍ ທ້າຍເດືອນນຶ່ງນີ້ແຫລະ . "
ສະພາບໂຕຈິງ ຢູ່ແຂວງຫລວງພຣະບາງ ມີນັກທ່ອງທ່ຽວ ຊາວໄທຍ, ຊາວລາວ ແລະ ຊາວຍຸໂຣບ ເຂົ້າມາທ່ອງທ່ຽວ ຫລາຍກ່ວານັກທ່ອງທ່ຽວຈີນ ແລະ ບໍ່ວ່າຈະນັກທ່ອງທ່ຽວຊາຕໃດ ຊາວແຂວງຫລວງພຣະບາງ ຈໍານວນຫລາຍ ບໍ່ມີຄວາມກັງວົນ ຕໍ່ການແຜ່ຣະບາດ ຂອງເຊຶ້ອໂຄວິດ-19 ແລ້ວ ເນື່ອງຈາກ ຕັ້ງແຕ່ປາຍປີ ຈົນຮອດປັດຈຸບັນ ຍັງບໍ່ເຫັນຜູ້ຕິດເຊຶ້ອ ໂຄວິດ-19 ພາຍໃນແຂວງ ເພີ່ມຂຶ້ນຢ່າງລວງຫລາຍ ອີກທັງ ຊາວແຂວງຫລວງພຣະບາງ ໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຈໍານວນ 3 ເຂັ້ມແລ້ວ ແລະ ກໍາລັງຈະສັກວັກຊິນ ປ້ອງກັນໂຄວິດ-19 ເຂັ້ມທີ່ 4 ເພີ່ມຕື່ມ.
ດັ່ງຊາວລາວ ຢູ່ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
" ຄັນແມ່ນ ໃນຕອນນີ້ ກໍ່ສ່ວນຫລາຍ ຈະມີແຕ່ລາວ ກັບໄທຍ ກໍ່ຈະມີທາງຍຸໂຣບມາບາງສ່ວນ ຄັນວ່າ ເວົ້າວ່າ ພະຍາດ ສ່ວນຫລາຍ ກໍບໍ່ເຫັນມີໂຕເລຂເພີ່ມຂຶ້ນ ເພາະວ່າຄັນແມ່ນປ່ວຍ ກໍກິນຢາ ກິນຫຍັງ ເພາະວ່າສ່ວນຫລາຍແລ້ວ ຄົນລາວເຮົາ ກໍເກືອບສັກວັກຊິນກັນເກືອບຮ້ອຍພຸ້ນແຫລະ ຄັນວ່າຢູ່ໃນເຂດຫລວງພຣະບາງ ດຽວນີ້ ກໍາລັງເຂົ້າເຂັ້ມທີ່ 4 . "
ເຖິງແມ່ນວ່າ ລາວ-ຈີນ ເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານເພື່ອໃຫ້ພົລເມືອງ ທັງ 2 ປະເທດໄປມາຫາສູ່ກັນໄດ້ແລ້ວ ແຕ່ສະພາບໂຕຈິງ ທາງການລາວ ຍັງບໍ່ມີມາຕການ ສະເພາະແນວໃດ ຕໍ່ພົລເມືອງຈີນ ແຕ່ສືບຕໍ່ມາຕການ ລືບລ້າງການນໍາໃຊ້ ໃບຢັ້ງຢືນສັກວັກຊິນ ຄົບໂດສ ແລະ ລືບລ້າງການກວດຫາ ເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ ຕາມທີ່ ສໍານັກງານ ນາຍົກຣັຖມົນຕີຣ ແຈ້ງອອກມາຫລ້າສຸດ ເຊິ່ງແຈ້ງການສະບັບດັ່ງກ່າວ ນໍາໃຊ້ຕໍ່ພົລເມືອງຂອງທຸກໆປະເທດ.