ການແຈ້ງຊັບສິນຂອງຣັຖກອນ ບໍ່ຄືບໜ້າ
ການອອກ ຄໍາສັ່ງ ໃຫ້ ພະນັກງານ ຂອງຣັຖ ທົ່ວ ປະເທດ ແຈ້ງ ຊັບສິນ ຂອງຕົນ ຍັງບໍ່ມີ ຄວາມ ຄືບໜ້າ ແຕ່ ຢ່າງໃດ.
-
ອຸ່ນແກ້ວ ສຸກສວັນ
2014-03-20 -
-
-
Your browser doesn’t support HTML5 audio
ການ ປະຕິບັດ ວຽກງານ ໃຫ້ ພະນັກງານ ຂອງຣັຖ ແຈ້ງ ຊັບສິນ ສ່ວນຕົວ ຂອງຕົນ ແລະ ຄອບຄົວ ໂດຍຜ່ານ ອົງການ ກວດກາ ພັກ-ຣັຖ ມາຮອດ ປັດຈຸບັນ ຍັງບໍ່ມີ ຄວາມຄືບໜ້າ ຊຶ່ງຫລາຍ ແຂວງ ຍັງບໍ່ທັນ ຈັດຕັ້ງ ຄະນະ ກັມມະການ ຮັບຜິດຊອບ ທີ່ ຈະມາ ດໍາເນີນ ວຽກງານ ດັ່ງກ່າວ. ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:
"ຍັງນະ ຍັງບໍ່ທັນໄດ້ ເຮັດນະ ເພິ່ນຍັງ ບໍ່ທັນໄດ້ ແຕ່ງຕັ້ງ ຄະນະ ຮັບຜິດຊອບ".
ປັດຈຸບັນ ເຈົ້າໜ້າທີ່ ຢູ່ຕ່າງ ແຂວງ ບໍ່ທັນໄດ້ ຮັບແບບຟອມ ການຂຽນ ຣາຍງານ ຊັບສິນ ຈາກສູນກາງ ເພື່ອແຈກໃຫ້ ພະນັກງານ ຂຽນເທື່ອ ແລະ ຍັງບໍ່ໄດ້ ແຈ້ງການ ໃຫ້ ພະນັກງານ ຣັຖກອນ ຮັບຮູ້ວ່າ ຈະຕ້ອງມີ ການກຽມ ພ້ອມ ຫຍັງແດ່. ເຈົ້າໜ້າທີ່ ອີກທ່ານນຶ່ງ ກ່າວວ່າ:
"ການແຈ້ງ ຊັບສິນ ໂຕນີ້ ຍັງບໍ່ໄດ້ ເຮັດເທື່ອ ໂຕແຈ້ງການ ຍັງບໍ່ໄດ້ ແຈ້ງການ ເທື່ອເນາະ".
ເຖີງຢ່າງໃດ ກໍຕາມ ທາງການ ລາວ ກໍຍັງບໍ່ໄດ້ ໃຫ້ການ ຢືນຢັນ ຢ່າງຄັກແນ່ ວ່າຈະ ສາມາດ ປະຕິບັດ ວຽກງານ ການກວດກາ ຊັບສິນ ໄດ້ເມື່ອໃດ ເພາະ ຕ້ອງລໍຖ້າ ຄຳສັ່ງ ຈາກຂັ້ນ ສູນກາງ ກ່ອນ.
ທີ່ຜ່ານມາ ຣັຖບານລາວ ໄດ້ອອກ ດຳຣັດ ວ່າດ້ວຍ ການແຈ້ງຊັບ ຂອງ ພະນັກງານ ຮັຖກອນ ຊຶ່ງດຳຣັດ ດັ່ງກ່າວ ມີຜົນ ບັງຄັບໃຊ້ ໃນເດືອນ ມົກກະຣາ ປີ 2014.