ຍັງບໍ່ມີຄ່າຊົດເຊີຍໃຫ້ ຊາວບ້ານ
ຊາວບ້ານ ທີ່ ໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ບໍ່ທັນໄດ້ ຮັບຄ່າ ຊົດເຊີຍ.
-
ສົມເນ
2015-06-23 -
-
-
Your browser doesn’t support HTML5 audio
ຊາວບ້ານ ດອນສະດໍາ ໃຕ້ ທີ່ ບໍ່ປະສົງ ອອກຊື່ ບອກກັບ ເອເຊັຽ ເສຣີ ໃນ ວັນທີ່ 22 ມິຖຸນາ ນີ້ວ່າ, ຄອບຄົວ ທີ່ ຖືກ ຜົນ ກະທົບ ຈາກ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ພາກໃຕ້ ສຸດ ຂອງລາວ, ມາຮອດ ປັດຈຸບັນ ນີ້ ກໍບໍ່ທັນ ໄດ້ຮັບ ຄ່າ ຊົດເຊີຍ ເທື່ອ, ແຕ່ ຕາມແຜນ ນັ້ນ ມີການ ຈັດຕັ້ງ ກັມມະການ ເພື່ອ ເບິ່ງແຍງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ ໄດ້ ຮັບ ຜົນກະທົບ ຢ່າງ ຄັກແນ່, ແຕ່ ບໍ່ທັນມີ ການ ຈັດຕັ້ງ ປະຕິບັດ ເທື່ອ. ຊາວບ້ານ ກວ່າ 10 ຄົນ ໄດ້ໄປ ຝຶກແອບ ວຽກ ສີມື, ແຕ່ ບໍ່ຮູ້ວ່າ ຈະໄດ້ ເຮັດວຽກ ຫລືບໍ່:
"ບໍ່ ບໍ່ທັນໄດ້ ຍິນ ວ່າຈັ່ງໃດ ດອກ, ເພາະວ່າ ຣະບຽບ ຊຸດນີ້ ກ່າບໍ່ທັນ ອອກມາ, ຈັກວ່າ ຈັ່ງໃດ ດອກ. ມີແຜນ ມີ ຄນະ ກັມມະການ ເຂົາ ຈັດຕັ້ງ ກັນແລ້ວ, ວ່າ ຄນະ ເຈົ້າແຂວງ ລະກ່າ ທາງ ໂຄງການ ກ່າມີ ທາງ ເມືອງ ກ່າມີ ທາງ ບ້ານ ກ່າມີ ເຂົາ ຈັດຕັ້ງ ໝົດແລ້ວ. ລົງມື ປະຕິບັດ ບໍທັນໄດ້ ລົງ, ແຕ່ວ່າ ຕົກລົງ ກັນແທ້ໆ, ໂຕທີ່ວ່າ ຊິໄດ້ ຈັ່ງໃດ ບໍ່ຈັກ ຈັກດີ້ ແຫລະ".
ມີ ປະຊາຊົນ 3 ບ້ານ ທີ່ ຖືກ ຜົນ ກະທົບ ຈາກ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຄື: ບ້ານ ຫົວສະດໍາ, ບ້ານ ຫາງສະດໍາ, ແລະ ບ້ານ ຫາງສະໂຮງ. ໃນນັ້ນ 17 ຄອບຄົວ ຕ້ອງຖືກ ຍ້າຍໄປ ຢູ່ບ້ານ ຫາງສະດໍາ ແລະ ຫົວສະດໍາ, ນອກນັ້ນ ຍັງ ມີ 40 ຄອບຄົວ ຢູ່ ບ້ານ ຫາງສະດໍາ, ແລະ 60 ຄອບຄົວ ຢູ່ ບ້ານ ຫົວສະດໍາ, ທີ່ ຈະ ສູນເສັຽ ດິນໄຮ່ ດິນນາ, ແລະ ດິນປູກຝັງ ອື່ນໆ, ເພື່ອ ໃຊ້ເປັນ ພື້ນທີ່ ໃນການ ກໍ່ສ້າງ.
ປັດຈຸບັນ, ຊາວບ້ານ ຍັງສາມາດ ຫາປາ ໄດ້ຢູ່ ຫລັງຈາກ ທາງການ ສັ່ງ ຫ້າມ, ໃນເວລາ ການ ກໍ່ສ້າງ ຂົວ ຈາກ ຝັ່ງ ຖນົນ ເລກທີ່ 13 ໄປ ຫາຝັ່ງ ດອນ ຫາງສະດໍາ ນັ້ນ, ຊາວບ້ານ ກວ່າ 10 ຄົນ ໄດ້ ເຮັດວຽກ ນໍາ ໂຄງການ ແຕ່ ກໍເປັນ ວຽກງານ ທີ່ ຊາວບ້ານ, ໄປ ຂໍເຮັດນໍາ ຜູ້ ຮັບເໝົາ ຍ່ອຍ ຊາວ ວຽດນາມ. ຊາວບ້ານ ມີ ວຽກເຮັດ ໃນ ເວລາ ທີ່ ບໍຣິສັດ ຕ້ອງການ ເທົ່ານັ້ນ. ປັດຈຸບັນ ຊາວບ້ານ ຈໍານວນ 10 ກວ່າ ຄົນ ເທົ່ານັ້ນ ທີ່ ໄດ້ຮັບ ການຝຶກແອບ ວຽກງານ ສີມື ຢູ່ ເມືອງ ປາກເຊ:
"ເອີ້ ຝຶກແອບ ອາຊີພ ໃຫ້ ຄົນ ທ້ອງຖິ່ນ, ຈົບ ມໍ ຕົ້ນ ແລ້ວກ່າ ມາ ຝຶກແອບ ອາຊີພ ມາຮຽນ ຢູ່ ປາກເຊ, ແລະ ປະຊາຊົນ ຜູ້ ອ່ານອອກ ຂຽນໄດ້ ຢູ່ໃນ ບ້ານ ປະມານ 15 ຄົນ. ອາຊີພ ນັ້ນກ່າ ຂັບລົດ ແນ່, ແປງລົດ ແນ່, ເຟີນີເຈີ ແນ່, ຊ່າງ ເຊື່ອມ, ຊ່າງຈອດ ແນ່, ຝຶກ 3 ເດືອນ. ຝຶກ 3 ເດືອນ ມັນກ່າ ບໍ່ພໍອີ່ສັງ ດອກ. ຄັນວ່າ ຮຽນ ຂັບລົດ ກ່າ ບໍ່ໄດ້ ຂັບ ໄປໃສ ມາໃສ ພໍແຕ່ລູບ ແຕ່ບາຍ ມາ ຝຶກເປັນ ສຸເຟີ ລົດ ມັນກ່າ ຮອດ ຂັບລົດ ບໍເປັນ, ທັງ ບ່ອນຝຶກລົດ ກ່າບໍ່ມີ ຮອດລົດ ໃຫ້ ຝຶກ ຊິ ເຮັດ ຈັ່ງໃດ".
ທ່ານວ່າ ຜູ້ທີ່ ໄປຝຶກ ອາຊີພ ນັ້ນ, ທາງ ໂຄງການ ໃຫ້ ເງິນ 3 ແສນ ກີບ ຕໍ່ເດືອນ, ຊຶ່ງ ບໍ່ພໍໃຊ້ ສອຍ ຫຍັງ, ເຫລືອນັ້ນ ຜູ້ໄປ ຝຶກວຽກ ຕ້ອງໄດ້ ເພິ່ງ ຕົນເອງ, ເມື່ອ ຝຶກ ອາຊີພ ຈົບແລ້ວ ກໍຍັງ ບໍ່ຮູ້ວ່າ ເຂົາເຈົ້າ ຈະໃຫ້ເຮັດ ການ ນໍາ ຫລືບໍ່.