ຊາວບ້ານຊຽງດາຍັງຖືກ ຂັງຄຸກ
2020.03.23

ທ້າວໂບ່ຍແລະນາງແກ້ວ ຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ຈັບໃນວັນທີ 16 ມີນາ 2020 ຍ້ອນກໍຣະນີ ຂັດແຍ່ງ ເຣື່ອງທີ່ດິນນັ້ນ ປັດຈຸບັນ ຍັງຖືກຂັງຄຸກ ຢູ່ຫ້ອງການ ປກສ ເມືອງໄຊເສດຖາ ໃນຂນະທີ່ ທາງ ຄອບຄົວ ກໍາລັງແລ່ນເອກກະສານ ເພື່ອຂໍໃຫ້ປ່ອຍໂຕຜູ້ກ່ຽວທັງສອງ, ດັ່ງສະມາຊິກໃນຄອບຄົວ ຂອງນາງແກ້ວ ເວົ້າກັບວິທຍຸເອເຊັຽເສຣີ ໃນວັນທີ 23 ມີນາ ນີ້ວ່າ:
“ບໍ່ ຍັງ ເພິ່ນຍັງບໍ່ທັນປ່ອຍ ເພິ່ນໃຫ້ເຮັດໃບໜັງສື ໄປຂໍອອກຫັ່ນແຫຼະ ເຮັດແລ້ວແລ້ວ ເພິ່ນໃຫ້ເຮັດ ໃບຄໍາຮ້ອງບໍ ກັບໄປຍື່ນ ກັບຄໍາ ທີ່ເຮົາຍອມຮັບເອົາຄ່າຊົດເຊີຍ ຫັ້ນນະ ຂຶ້ນໄປແລ້ວ ເພິ່ນວ່າ ເພິ່ນລົມກັບ ຄນະກັມມະການ ກັບອັຍການກ່່ອນ ວ່າຊັ່ນເດ້ ຊິປຶກສາກັນ.”
ທ່ານກ່າວຕື່ມວ່າ ໃນຣະຫວ່າງ ທີ່ນາງແກ້ວ ຖືກຄຸມໂຕຢູ່ນີ້ ທາງຄອບຄົວ ກໍສາມາດໄປຢ້ຽມຢາມ ແລະສົ່ງເຂົ້າສົ່ງນໍ້າໄດ້ ໂດຍໄດ້ຮັບ ອະນຸຍາດຈາກທາງເຈົ້າໜ້າທີ່ຕໍາຣວດ ແລະລໍຖ້າຟັງຄໍາຕອບ ເຣື່ອງການປ່ອຍໂຕ ເນື່ອງຈາກທາງຄອບຄົວ ຍິນຍອມຈະຮັບຄ່າຊົດເຊີຍ ຈາກທາງການແລ້ວ:
“ກະໄປສົ່ງເຂົ້າຢູ່ບໍ່ ກະເອົາເຂົ້າຄຸກຫັ່ນແຫຼະ ແຕ່ວ່າຖ້າຟັງເບິ່ງ ຄໍາຕອບທີ່ວ່າ ຂະເຈົ້າບອກມາມື້ນີ້ ຫັ້ນນະ ເພາະວ່າ ມື້ນີ້ກະຂຶ້ນໄປຫາ ເຂົານະ.”
ໃນຕອນແລງ ຂອງວັນທີ 23 ມີນານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ປກສ ເມືອງໄຊເສດຖາ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ ຄວາມເຫັນ.
ທ້າວໂບ່ຍ ແລະ ນາງແກ້ວ ຖືກເຈົ້າໜ້າທີ່ຕໍາຣວດຈັບໂຕ ໃນຂໍ້ຫາຂັດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ເຊິ່ງ ທັງສອງຄົນໄດ້ມີ ປາກສຽງ ກັບເຈົ້າໜ້າທີ່ ໂຄງການມະຫາວິທຍາລັຍ ວິທຍາສາດ ສຸຂພາບ, ສູນອາຫານ ແລະຢາ ແລະໂຮງໝໍ 400 ຕຽງ ຍ້ອນບໍ່ພໍໃຈ ທີ່ເຈົ້າໜ້າທີ່ ມາບຸກເບີກທີ່ດິນ ຂອງຄອບຄົວ ເພາະຍັງບໍ່ທັນໄດ້ຕົກລົງ ເຣື່ອງຄ່າຊົດເຊີຍເທື່ອ.