ບໍຣິສັດນໍ້າທາ ຍຶດດິນ ຊາວບ້ານ ຊຽງດາ

ໄມຊູລີ
2019.11.05
f-Xiengda ເຂດທີ່ດິນ ທີ່ຊາວບ້ານ ມີຂໍ້ຂັດແຍ້ງກັບ ບໍຣິສັດນໍ້າທາ
ຮູບພາບຈາກ : ວີດີໂອ ນັກຂ່າວພົລເມືອງ

ປະຊາຊົນບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮຽກຮ້ອງ ຂໍຄວາມເປັນທັມ ຍ້ອນຖືກບໍຣິສັດນໍ້າທາ ບຸກເບີກເອົາທີ່ດິນ ຂອງ ຕົນເພື່ອໄປສ້າງໂຄງການບ້ານຈັດສັນ ທັ້ງໆທີ່ໄດ້ມີການ ເຊັນບັນທຶກຂໍ້ຕົກລົງ ຈ່າຍພາສີທີ່ດິນ ຮຽບຮ້ອຍແລ້ວ ຢູ່ຫ້ອງການບ້ານຊຽງດາ, ອິງຕາມຄໍາເວົ້າ ປະຊາຊົນ ບ້ານຊຽງດາ ທ່ານນຶ່ງກ່າວໃນວິດີໂອ ຜ່ານເຟສບຸກສ່ວນຕົວ ໃນວັນທີ່ 27 ຕຸລາ ນີ້:

“ບໍຣິສັດນໍ້າທາ ດຽວນີ້ມາບຸກເບີກ ດິນສ່ວນທີ່ຂ້ອຍ ເອົາເງິິນໄປ 27 ພັນ ຂ້ອຍໃຫ້ແລ້ວຮຽບຮ້ອຍ ເນື້ອທີ່ດິນໂຕຈິງມີ 38 ພັນ ໃບຕາດິນກໍມີ ບັດນີ້ດິນສ່ວນທີ່ເຫລືອ ເປັນຫຍັງມາບຸກເບີກຂອງຂ້ອຍ ຂ້ອຍເຮັດບົດບັນທຶກ ຢູ່ຫ້ອງການບ້ານແລ້ວ ເມື່ອກ່ອນນີ້ ໃບເຊັນຢູ່ບ້ານນີ້ ຄືບໍ່ມີ."

ຄວາມປະຊາຊົນທ່ານນີ້ ຍັງກ່າວຕື່ມວ່າ ດິນຕ່ອນນີ້ ເປັນດິນ ທີ່ຕົກທອດມາແຕ່ ບັນພະບູຣຸດ ແລະ ມີໃບຕາດິນ ຖືກຕ້ອງຕາມກົດໝາຍ ແຕ່ກັບຖືກ ບໍຣິສັດນໍ້າທາ ມາບຸກເບີກທີ່ດິນ ໂດຍທີ່ປະຊາຊົນ ປະຊາຊົນບໍ່ຍິນຍອມ ຊືຶ່ໃບເຊັນບັນທຶກ ຂໍ້ຕົກລົງກັນ ບໍ່ມີຄວາມສັກສິດແມ້ແຕ່ ນ້ອຍດຽວ.

ໃນຂນະດຽວກັນ ເຈົ້າໜ້າທີ່ ທ້ອງຖິ່ນບ້ານຊຽງດາ ກ່າວວ່າ ບໍຣິສັດນໍ້າທາ ບໍ່ສາມາດ ຈະໄປຍຶດທີ່ດິນ ປະຊາຊົນໄດ້ ຕ້ອງມີການເຊັນ ເອກກະສານ ຊື້ຂາຍ ຂໍ້ຕົກລົງ ຈາກທາງພາກຣັຖກ່ອນ ຈິ່ງຈະສາມາດ ບຸກເບີກ ດິນໄດ້ ແຕ່ເມື່ອາທິດ ທີ່ຜ່ານມາບໍ່ເຫັນ ມີການມາ ເຊັນບັນທຶກ ຂໍ້ຕົກລົງກັນ ກ່ຽວກັບ ການຈ່າຍຄ່າທີ່ດິນ, ດັ່ງທີ່ປະຊາຊົນ ກ່າວອ້າງ.  ພື້ນທີ່ບໍຣິສັດນໍ້າທາ ຈະໄປສ້າງໂຄງການດັ່ງກ່າວ ນັ້ນເປັນທີ່ດິນ ເຂດປ່າສງວນໜອງແຫ້ວ ຂອງທາງພາກຣັຖ, ໃນອະດິດ ປະຊາຊົນມາຈັບຈອງເອົາແລ້ວ ຕົກ ສູ່ລູກສູ່ຫລານ ຫາກເປັນ ເຂດປ່າສງວນ ທາງພາກຣັຖ ກໍບໍ່ໄດ້ອອກໃບຕາດິນ ໃຫ້ໄດ້ ແລະ ທີ່ວ່າປະຊາຊົນ ມີການຈ່າຍເງິນໃຫ້ແກ່ ບໍຣິສັດນໍ້າທາ ນັ້ນ ບໍ່ມີຄວາມຈິງ:

“ເຂົາຈະຈ່າຍເງິນ ໃຫ້ບໍຣິສັດນັ້ນ ບໍ່ມີດອກ ບໍຣິສັດນັ້ນ ບໍ່ເອົາ ຄັນເອົາກໍໃຫ້ຣັຖ ຮັບຮູ້ນໍາ."

ກ່ຽວກັບເຣື້ອງນີ້ ທາງວິທຍຸ ເອເຊັຽເສຣີ ໄດ້ພຍາມຍາມ ຕິດຕໍ່ປະຊາຊົນທີ່ຖືກ ບໍຣິສັດນໍ້າທາຍຶດເອົາທີ່ດິນ ເພື່ອສອບຖາມ ຣາຍຣະອຽດ ເພີ້ມຕື່ມ ແຕ່ຍັງບໍ່ສາມາດ ຕິດຕໍ່ໄດ້ ແລະ ພ້ອມດຽວກັນນັ້ນ ກໍໄດ້ຕິດຕໍ່ໄປຫາຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຕ່ເຈົ້າໜ້າທີ່ ບໍ່ສດວກ ທີ່ຈະໃຫ້ຂໍ້ມູນ.

ຊາວບ້ານ ອີກທ່ານນຶ່ງກ່າວວ່າ:

"ບໍຣິສັດນ້ຳທາ ທົດແທນໃຫ້ເຮົາໜ້ອຍໆ ແລະ ມັນບໍ່ສົມກັບເນື້ອທີ່ດິນ ຂອງພວກເຮົາເສັຽໄປ. ບໍຣິສັດເອົາດິນຂອງພວກເຮົາໄປ 4 ໄຣ່ [ເທົ່າກັບ 6,400 ແມັດມົນທົນ], ແຕ່ຈ່າຍຄ່າຊົດເຊີຍໃຫ້ພຽງແຕ່ 20,000 ບາດ ເປັນສະກຸນເງິນໄທ ເທົ່ານັ້ນ."  

ເອເຊັຽເສຣີ ໄດ້ຕິດຕໍ່ຫາ ທ່ານ ຄຳເພີງ ທອງສະບາ ເຈົ້າຂອງບໍຣິສັດນ້ຳທາກໍ່ສ້າງ ຂົວທາງຈຳກັດຜູ້ດຽວ, ແຕ່ ທ່ານ ປະຕິເສດທີ່ຈະໃຫ້ ຄຳເຫັນໃນເລື້ອງນີ້.

ຂໍ້ຂັດແຍ່ງທີ່ດິນ ບ້ານນ້ອຍຊຽງດາ ເກີດຂຶ້ນນັບແຕ່ປີ 2012 ເປັນຕົ້ນມາ ຫລັງຈາກທີ່ ເຈົ້າຄອງນະຄອນຫລວງວຽງຈັນ ຜູ້ເກົ່າໄດ້ເຊັນ ອະນຸມັດ ໃຫ້ບໍຣິສັດ ນ້ຳທາກໍ່ສ້າງ ຂົວທາງຈຳກັດຜູ້ດຽວ ເພື່ອພັທນາທີ່ດິນ ເຂດບ້ານນ້ອຍຊຽງດາ ແລ້ວແບ່ງຂາຍ ໂດຍ ອ້າງວ່າທີ່ດິນ ເຂດດັ່ງກ່າວ ເປັນເຂດສງວນຂອງຣັຖ, ອີງຕາມຂໍ້ຕົກລົງຂອງເຈົ້າຄອງ ນະຄອນຫຼວງຜູ້ເກົ່າ ໃນເວລານັ້ນລົງວັນທີ 2 ເມສາ ປີ 2012.

ຢ່າງໃດກໍຕາມ ເຈົ້າໜ້າທີ່ ຜູ້ທີ່ຄົ້ນຄວ້າ ແລະວິຈັຍ ເຣື້ອງທີ່ດິນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບເຣື້ອງນີ້ວ່າ ປັຈຈຸບັນ, ເອກກະຊົນ ແມ່ນຢູ່ເໜືອ ຣັຖແລ້ວ ແລະໃຊ້ຣັຖ ເປັນເຄື່ອງມື ໃນການຫາຜົລປໂຍດ ຈາກການສັມປະທານ ທີ່ດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.