ຣົຖສາມລໍ້ໄຟຟ້າ ເປີດໃຫ້ບໍຣິການ ຢູ່ນະຄອນຫຼວງວຽງຈັນ
ກຸ່ມບໍຣິສັດ ໂຄລາວ (KOLAO Group) ເຊິ່ງເປັນບໍຣິສັດຮ່ວມທຶນ ລາວ-ເກົາຫຼີໃຕ້ ໄດ້ເປີດບໍຣິການຣົຖສາມລໍ້ໄຟຟ້າ ຢູ່ນະຄອນຫລວງວຽງຈັນ ເພື່ອໃຫ້ບໍຣິການ ເຊິ່ງທາງຜູ້ລົງທຶນ ຄາດຫວັງຫລຸດຜ່ອນ ບັນຫາມົລພິດທາງອາກາດ ແລະບັນຫາຣົຖຕິດ.
-
ອຸ່ນແກ້ວ
2023-09-15 -
-
-
Your browser doesn’t support HTML5 audio
ບໍຣິສັດ ລາວ ສະມາດ ໂມບິລີຕີ ຈຳກັດ (Lao Smart Mobility Co.,ltd.) ພາຍໃຕ້ກຸ່ມບໍຣິສັດ ໂຄລາວ (KOLAO Group) ເຊິ່ງເປັນບໍຣິສັດຮ່ວມທຶນ ລາວ-ເກົາຫຼີໃຕ້ ໄດ້ເປີດບໍຣິການຣົຖສາມລໍ້ ໄຟຟ້າ ຢູ່ນະຄອນຫລວງວຽງຈັນ.
ຣົຖດັ່ງກ່າວ ມີຊື່ວ່າ “ກ໋ອກກ໋ອກ” (Kokkok) ໃນ 2 ຂອດການບໍຣິການ ປະກອບມີ:
- ກ໋ອກກ໋ອກມູຟ (Kokkok Move) ບໍຣິການຮັບ-ສົ່ງຜູ້ໂດຍສານ, ພັສດຸດ່ວນ ແລະສິນຄ້າ ແລະ
- ກ໋ອກກ໋ອກເອັກຊເພຣສ (Kokkok Express) ບໍຣິການຂົນສົ່ງພັດສະດຸ ແລະເຄື່ອງຂອງ.
ຣົຖສາມລໍ້ໄຟຟ້າດັ່ງກ່າວ ຕົບແຕ່ງດ້ວຍສີສົ້ມ ຫຼືສີແສດ ສະດຸດຕາ ເຮັດໃຫ້ຖືກເອີ້ນໂດຍທົ່ວໄປວ່າ “ຣົຖສີສົ້ມ”.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ບໍຣິສັດ ນາງນຶ່ງ ເຊິ່ງບໍ່ປະສົງອອກຊື່ແລະຕຳແໜ່ງ ໂດຍນາງ ໃຫ້ຂໍ້ມູນວ່າ ບໍຣິສັດໄດ້ເຣີ່ມໃຫ້ບໍຣິການ ຣົຖກ໋ອກກ໋ອກ ມາແຕ່ເດືອນມິຖຸນາ 2023 ທີ່ຜ່ານມາ. ໂດຍໃນປັດຈຸບັນ ມີຣົຖໃຫ້ບໍຣິການຈຳນວນຫຼາຍກວ່າ 100 ຄັນ ກະຈາຍຢູ່ທົ່ວນະຄອນຫຼວງວຽງຈັນ ສາມາດໃຊ້ເດີນທາງໄດ້ຫຼາຍກວ່າ 20 ກິໂລແມັດ ແລະບໍຣິສັດພວມຈັດໂປຣໂມຊັນ ໃຊ້ບໍຣິການຟຣີ ຈົນຮອດທ້າຍເດືອນກັນຍານີ້.
ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກັນຍາ 2023 ນີ້ວ່າ:
“ໂຕນີ້ເຫັນມີຈຳນວນຫຼາຍ ຄືມີ 107 ຄັນ. ຊ່ວງນີ້ແມ່ນ ເຫັນທາງເພິ່ນມີໂປຣໂມຊັນ ຊ່ວງນີ້ແມ່ນຟຣີ ຈະເລີ້ມເດືອນ 10 ໄປແລ້ວ ເຂົາເຈົ້າຈະມີຄ່າໃຊ້ຈ່າຍໃນການເກັບຕາມໄລຍະທາງ ເຂົາເຈົ້າກໍໄປໄກຢູ່ໃດ ເປັນຫຼັກ 21 ໂລ ວ່າຊັ້ນ.”
ໃນເດືອນມິຖຸນາ 2023 ທີ່ຜ່ານມາ, ກ໋ອກກ໋ອກ ໄດ້ຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະການສື່ສານ ຂອງລາວ ໃນການພັທນາ ແອັບພຼິເຄຊັນ ກ໋ອກກ໋ອກມູຟ ເຊິ່ງໄດ້ມີການເປີດນຳໃຊ້ ແອັບພຼິເຄຊັນດັ່ງກ່າວ ໄລຍະນຶ່ງ ກ່ອນທີ່ຈະປິດປັບປຸງຊົ່ວຄາວ ແລະປ່ຽນຊື່ເປັນ ກ໋ອກກ໋ອກ ໂມບິລີຕີ (Kokkok Mobility). ໂດຍຄາດວ່າ ແອັບດັ່ງກ່າວ ຈະເປີດນຳໃຊ້ອີກຄັ້ງ ໃນເດືອນຕຸລາ 2023 ທີ່ຈະມາຮອດນີ້.
ທາງດ້ານ ພະນັກງານຜູ້ຂັບຣົຖກ໋ອກກ໋ອກ ຜູ້ນຶ່ງ ເວົ້າວ່າ ການຄິດໄລ່ຄ່າໂດຍສານ ຈະກຳນົດຈາກແອັບພຼິເຄຊັນ ກ໋ອກກ໋ອກ ໂມບິລີຕີ ແຕ່ໃນໄລຍະນີ້ ຜູ້ໂດຍສານສາມາດເອີ້ນໃຊ້ບໍຣິການ ຜ່ານເບີວ໋ອດແອັບ ຂອງບໍຣິສັດ ໄດ້ຟຣີ ແລະຈະສາມາດເອິ້ນຣົຖ ຜ່ານແອັບພຼິເຄຊັນ ໃນອີກມໍ່ໆ ນີ້.
“ຖ້າວ່າໂດຍທົ່ວໄປແລ້ວ ມັນຈະຂຶ້ນກັບແອັບຂອງເຮົາເລີຍ. ແຕ່ວ່ານະປັດຈຸບັນນີ້ ຍັງຂີ່ຟຣີຢູ່ ຍັງມີໂປຣໂມຊັນຂີ່ຟຣີຢູ່. ເດືອນ 10 ຈັ່ງວ່າຊິເລີ້ມເກັບເງິນ. ແມ່ນ, ແຕ່ວ່າໂດຍທົ່ວໄປແລ້ວຕ້ອງໂຫຼດແອັບ ແຕ່ວ່າຊ່ວງນີ້ແອັບກຳລັງປັບປຸງຢູ່ ກໍເລີຍວ່າຍັງມີອີກຊ່ອງທາງນຶ່ງ ກໍຄືວ່າໄດ້ຈອງຣົຖຜ່ານແອັດມິນ ຈອງຣົຖຜ່ານວັອດແອັບຂອງແອັດມິນ.”
ພະນັກງານຂັບຣົຖຄົນນີ້ ກ່າວຕື່ມວ່າ ການຄິດໄລ່ລາຄາຄ່າໂດຍສານຣົຖກ໋ອກກ໋ອກ ຈະເຣີ່ມນັບແຕ່ເດືອນຕຸລາ 2023 ເປັນຕົ້ນໄປ ໂດຍຈະມີຄ່າໂດຍສານຂັ້ນຕ່ຳຢູ່ທີ 20,000 ກີບ ແລະຈະຄິດໄລ່ຕາມໄລຍະທາງ ສະເລັ່ຽປະມານກິໂລແມັດລະ 5,000 ກີບ.
ຣົຖກ໋ອກກ໋ອກ ຈະເຂົ້າມາຊ່ອຍຫຼຸດຜ່ອນ ບັນຫາການເດີນທາງ ຢູ່ໃນນະຄອນຫຼວງວຽງຈັນ ທີ່ຣົຖຕິດຫຼາຍ ໃນປັດຈຸບັນ. ການໃຊ້ຣົຖສາມລໍ້ໄຟຟ້າ ທີ່ມີຂນາດນ້ອຍ ຈະສາມາດເຮັດໃຫ້ ຜູ້ໂດຍສານ ມີຄວາມສະດວກຫຼາຍຂື້ນ ອີກທັງຍັງເປັນມິດຕໍ່ສິ່ງແວດລ້ອມນຳດ້ວຍ ຕາມທ່າອ່ຽງຂອງຍຸກສໄມໃໝ່.
ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ມີໂອກາດຊົມໃຊ້ ຣົຖກ໋ອກກ໋ອກແລ້ວ ກ່າວວ່າ:
“ແມ່ນແລ້ວ, ບໍຣິການດີຢູ່ ບໍຣິການດີ. ຄູ່ມືິີ້ນີ້ມັນຣົຖຕິດຫຼາຍນ່າ. ຣົຖຕິດຫຼາຍລະ ກ໋ອກກ໋ອກມັນສະດວກກວ່າ. ມັນໜຶ່ງມາ ມັນເປັນ trend ໃໝ່ແນ່ຫັ້ນນ່າ. ມັນແນ່ນອນຢູ່ແລ້ວເລື້ອງອັນນີ້ນ່າ. ເພາະວ່າມັນສະດວກກວ່າ ດີກວ່າຣົຖສ່ວນໂຕໄປ. ໂອ້ຍ! ບາງເທື່ອກໍຈົນເມື່ອຍ ຂ້ອຍກໍແບບ ບາງເທື່ອໄປຫັ້ນໄປນີ້ ມັນກະງ່າຍກ່ອນນ່າ.”
ຊາວບ້ານ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
“ຍັງບໍ່ໄດ້ລອງເທື່ອ. ເພາະວ່າມື້ນັ້ນເຮົາກະຂີ່ຣົຖສ່ວນໂຕນ່າ. ສຳລັບຄວາມຄິດສ່ວນຕົວເນາະ ກະມີຜົລເກືອບ 100 ເປີເຊັນພຸ້ນແຫຼະ. ຖ້າວ່າມີຫຼາຍຄັນເດ ຣົຖຕຸກໆ ນີ້ກະ. ມັນກະສະດວກສະບາຍກ່ອນກັນເດ້ອ້າຍ ລາຄາມັນກະດຸ່ນດ່ຽງກັນຢູ່ ກ໋ອກກ໋ອກກະເອິ້ນໄດ້ອີກ ມີລາຄາບອກອີກ ມັນກໍເໝາະສຳລັບນັກທ່ອງທ່ຽວນັ້ນລະ.”
ທີ່ຜ່ານມາ, ການໃຫ້ບໍຣິການ ຣົຖຕຸກຕຸກ ຢູ່ນະຄອນຫຼວງວຽງຈັນ ປະສົບບັນຫາ ຫຼາຍປະການ ເປັນຕົ້ນ ຄ່າໂດຍສານທີ່ບໍ່ມີມາຕຖານ ເຮັດໃຫ້ເກີດການເອົາປຽບຜູ້ໂດຍສານ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ ລວມທັງ ການເວົ້າຈາທີ່ບໍ່ສຸພາບນິ້ມນວນ ແລະມາລະຍາດໃນການຂັບຂີ່ ທີ່ເຮັດໃຫ້ຜູ້ໂດຍສານ ບໍ່ປະທັບໃຈ ໃນການເດີນທາງ ແລະເຮັດໃຫ້ ໂສມໜ້າ ການທ່ອງທ່ຽວ ຂອງປະເທດລາວ ບໍ່ຈົບງາມ.
ການເຂົ້າມາໃຫ້ບໍຣິການ ຂອງຣົຖສາມລໍ້ໄຟຟ້າ ກ໋ອກກ໋ອກ ເປັນຄູ່ແຂ່ງຜູ້ປະກອບການຂັບຣົຖຕຸກຕຸກ ໂດຍສະເພາະໃນໄລຍະທີ່ທາງບໍຣິສັດ ບໍ່ເກັບຄ່າໂດຍສານ ເຮັດໃຫ້ຜູ້ໂດຍສານ ໄປໃຊ້ບໍຣິການນຳຣົຖ ກ໋ອກກ໋ອກ ແຕ່ກໍຄາດວ່າ ພາຍຫຼັງທີ່ບໍຣິສັດ ເກັບຄ່າໂດຍສານແລ້ວ ສະພາບການລູກຄ້າ ກໍຈະກັບຄືນມາປົກກະຕິ.
ຜູ້ປະກອບການຣົຖຕຸກຕຸກ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
“ໂອ້, ປັດຈຸບັນຢູ່ກະມີບັນຫາຢູ່ກໍຄືພວກສາມລໍ້ເຮົານີ້ລະ. ຊ່ວງນີ້ໄຕມາສ 3 ເດືອນ ເຂົາເຈົ້າໃຫ້ຂີ່ຟຣີ ແລະກາຍ 3 ເດືອນເຂົາເຈົ້າເກັບເງິນ.”
ລາວກ່າວຕຶ່ມວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາຊ່ອຍເຫຼືອ ໃນການພັທນາປັບປຸງ ການໃຫ້ບໍຣິການຣົຖຕຸກຕຸກ ເປັນຕົ້ນ ການໃຫ້ຜູ້ປະກອບການ ສາມາດຊື້ຣົຖຕຸກຕຸກໄຟຟ້າ ໃນລາຄາຖືກລົງ ແລະການສ້າງລະບົບແອັບພຼິເຄຊັນເອີ້ນຣົຖ ເພື່ອທີ່ຈະໄດ້ສາມາດແຂ່ງຂັນ ກັບຣົຖກ໋ອກກ໋ອກໄດ້.
ນອກຈາກນີ້ແລ້ວ, ໃນວັນທີ 13 ກັນຍາ 2023 ທີ່ຜ່ານມາ, ກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ໄດ້ລົງນາມໃນສັນຍາຈັດຊື້ຣົຖຖີບ ສາມລໍ້ໄຟຟ້າ (Electric Pedicab) ຈຳນວນ 150 ຄັນ ມູນຄ່າສັນຍາ 456,000 ໂດລ້າຣ໌ສະຫະຣັຖ ຈາກບໍຣິສັດ ອາກ ລາວ ຈຳກັດ (ARC Lao) ເພື່ອສນອງເຂົ້າໃນໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ທີ່ຕ້ອງການຍົກລະດັບ ລະບົບຂົນສົ່ງສາທາຣະນະ ໃຫ້ມີຄວາມສະດວກສະບາຍ ອີກທັງ ຫຼຸດຜ່ອນບັນຫາການຈາຣະຈອນ ແອອັດ, ບັນຫາອຸປະຕິເຫດ ແລະ ບັນຫາມົລພິດ ທາງອາກາດ.