ຊາວບ້ານເຂດມະຫາວິທຍາໄລ ແຫ່ງຊາດ ຂໍຄວາມເຫັນໃຈ
2019.09.12
ການຂັດແຍ່ງທີ່ດິນ ທີ່ເກີດຂຶ້ນໃນເຂດດົງໂດກ ມະຫາວິທຍາລັຍແຫ່ງຊາດ ຣະວ່າງພາກຣັຖ ກັບປະຊາຊົນ ພາຍຫຼັງ ທີ່ຣັຖບານໄດ້ອອກ ຂໍ້ຕົກລົງ ວ່າດ້ວຍການມອບສິດນຳໃຊ້ທີ່ດິນ ຂອງຣັຖ ເຂດດົງໂດກ ມະຫາວິທຍາລັຍ ແຫ່ງຊາດ ຮວມເນື້ອທີ 262 ເຮັກຕ້າ ໃຫ້ກະຊວງສຶກສາທິການ ແລະກິລາ ເມື່ອເດືອນສິງຫາ ປີກາຍ.
ຈາກບັນຫາດັ່ງກ່າວ ປະຊາຊົນທີ່ອາສັຍ ຢູ່ເຂດອ້ອມແອ້ມ ມະຫາວິທລັຍແຫ່ງຊາດ ໄດ້ຮັບຜົນກະທົບພາຍຫຼັງ ທີ່ມີເຈົ້າໜ້າທີ່ຂອງຣັຖໄດ້ ວາດແຜນເນື້ອທີ່ດິນ ໄປກວມເອົາດິນ ຂອງປະຊາຊົນທີ່ມີໃບຕາດິນ ຂອງທອງຖືກຕ້ອງຕາມກົດໝາຍ ແລະ ອາສັຍ ຢູ່ນັ້ນມາເປັນ ເວລາກວ່າ 40 ປີ.
ພ້ອມກັນນີ້ເຈົ້າໜ້າທີ່ ມີແຕ່ແຈ້ງຫານາຍບ້ານ ແລ້ວຈະມາປັກຫຼັກເຂດແດນ ໂດຍບໍ່ໄດ້ລຸລ່ວງໃຫ້ ປະຊາຊົນໄດ້ຮັບຊາບ. ເຊີ່ງເປັນມັນການຣະເມີດສິດ ທີ່ປະຊາຊົນຫຼາຍຄອບຄົວ ຖືຄອງໃບກຳມະສິດຢູ່. ໂດຍອາສັຍຂໍ້ຕົກລົງຂອງຣັຖ ແລ້ວກຳນົດເຂດແດນ ໂດຍບໍ່ໄກ່ເກັ່ຍ ກັບປະຊາຊົນ ວ່າຈະມີໂຄງການ ພັທນາຫຍັງ, ຈະຊົດເຊີຍແບບໃດ ແລະ ຈະໃຫ້ປະຊາຊົນ ໂຍກ ຍ້າຍໄປຢູ່ໃສ ໂດຍປະຊາຊົນ ທີ່ອາສັຍຢູ່ໃນເຂດດັ່ງກ່າວ ຍັງບໍ່ທັນມີພາກສ່ວນກ່ຽວຂ້ອງ ມາໄກ່ເກັ່ຍກັບປະຊາຊົນ.
ເພື່ອໃຫ້ທ່ານໄດ້ຮັບຮູ້ ຄວາມເປັນມາ ໃນບັນຫາດັ່ງກ່າວ ປະຊາຊົນຜູ້ໄດ້ຮັບຄວາມເດືອດຮ້ອນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ RFA ເມື່ອທ້າຍເດືອນສິງຫາ ທີ່ຜ່ານມາວ່າ:
ຕໍ່ເຫດການທີ່ເກີດຂຶ້ນ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ຄວາມເຫັນ ຕໍ່ນັກຂ່າວພວກເຮົາວ່າກຳລັງແຕ່ງຕັ້ງ ຄນະກຳມະການຊຸດນຶ່ງ ປະກອບດ້ວຍ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງໄກ່ເກັ່ຍທີ່ດິນ ຕອນດັ່ງກ່າວ ວ່າເຂດໃດແມ່ນດິນຂອງຣັຖ ແລະ ເຂດໃດແມ່ນທີ່ດິນ ທີ່ຖືກ ຜົນກະທົບ ແລະ ຈະໄດ້ແກ້ໄຂໃນຂັ້ນຕໍ່ໄປ ແຕ່ກໍ່ຍັງວາງຄາດໝາຍບໍ່ໄດ້ ວ່າຈະແກ້ໄຂໄດ້ ເມື່ອໃດ ເພາະມັນກ່ຽວຂ້ອງ ກັບຫຼາຍພາກສ່ວນ.