ປະຊາຊົນລາວ ຍີນດີ ທີ່ຈະໄດ້ໃຊ້ ຣົດໄຟລາວ-ຈີນ

0:00 / 0:00

ຊາ​ວ​ລາວ​ສ່ວນ​ໃຫຍ່​ຮູ້​ສຶກ​ຍີນ​ດີ​ ແລະ​ຕັ້ງ​ໜ້າ​ຕັ້ງ​ຕາ​ ລໍ​ຖ້າ​ນຳ​ໃຊ້​ຣົດ​ໄຟ​ ລາວ-ຈີນ ​ທີ່​ຈະ​ເປີດ​ໃຊ້ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ 2021 ນີ້ ​ເພື່ອ​ໄປ​ຍັງ​ແຂວງ​ຕ່າງໆ ​ທີ່ເປັນ​ເສັ້ນ​ທາງ​ຜ່ານ​ ຂອງ​ຣົດ​ໄຟ. ພາຍ​ຫຼັງ​ທີ່​ຄອງ​ຄອຍ​ມາ​ເປັນ​ ເວ​ລາ​ຫຼາຍ​ປີ ​ນັບ​ຕັ້ງ​ແຕ່​ເຣີ່ມ​ຕົ້ນ ການ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ ເປັນ​ຕົ້ນ​ມາ. ແຕ່​ຜູ້​ໄດ້​ຮັບ​ຜົ​ລ​ກະ​ທົບ​ຍັງ​ລໍ​ຖ້າ ​ຄ່າ​ຊົດ​ເຊີຽ​ຢູ່​ ດັ່ງ​ຊາວ​ບ້ານ​ເມືອງວັງ​ວຽງ ແຂວງວຽງ​ຈັນ ນາງ​ນຶ່ງ​ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ ໃນ​ວັນ​ທີ 23 ພຶສ​ຈິ​ກາ​ນີ້​ວ່າ:

" ເອີ ລໍ ຖ້າ ມາ ຫຼາຍ ປີ ເຊື່ອ ວ່າ ເຫັນ ເນາະ ຢູ່ ລາວ ເຮົາ ນີ້ບໍ່ ທັນ ໄດ້ ຂີ່ ໄປ ທ່ຽວ ຕ່າງ ປະ ເທດ ນັ້ນ ເຄີຍ ຢູ່ ຄື ວ່າ ເຫັນ ເຂົາ ເຈົ້າ ທຽວ ລອງ ເບິ່ງ ຫາກບໍ່ ໄດ້ ເບິ່ງ ຢາກ ໄປ ໄວ ນີ້ ໂອ ຄັນ ເພິ່ນ ໃຫ້ ຂີ່ ນ່າ ຢາກ ໄປ ເບິ່ງ ."

ຍາ​ນາງ​ ໄດ້​ກ່າວ​ຕື່ມ​ວ່າ ​ເຖິງ​ແມ່ນ​ວ່າ​ ການ​ເດີນ​ທາງ​​ໂດຍ​ສານ​ຣົດ​ໄຟ​ລາວ-ຈີນ​ຈະ​ສະ​ດວກ ​ແລະ​ໄວ​ກວ່າ​ການ​ເດີນ​ທາງ​ດ້ວຍ​ຣົດ ​ກໍ​ຕາມ​ແຕ່​ເຊື່ອ​ວ່າ​ ໃນ​ໄລ​ຍະ​ທຳ​ອິດ​ການ​ໂດຍ​ສານ ​ຣົດ​ໄຟ ​ຈະ​ຕ້ອງ​ຢູ່​ພາຍ​ໃຕ້​ຂໍ້​ຈຳ​ກັດ​ ຫຼາຍ​ຢ່າງ​ຢູ່​ເປັນ​ຕົ້ນ​ຜູ້​ໂດຍ​ສານ ​ຈະ​ຕ້ອງ​ຜ່ານ​ການ​ສັກ ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຈຶ່ງ​ຈະ​ສາ​ມາດ​ຂຶ້ນ​ຣົດ​ໄຟ​ລາວ-ຈີນ​ໄດ້ ​ແລະ​ການ​ແລ່ນ​ຣົດ​ໄຟ​ລາ​ວ-ຈີນ ໃນ​ແຕ່​ລະ​ຖ້ຽວ​ອາດ​ຈຳ​ກັດ ​ຈຳ​ນວນ​ຜູ້​ໂດຍ​ສານ ບໍ່​ໃຫ້​ແອ​ອັດ ​ຫຼາຍ​ເກີນ​ໄປ ​ແລະ​ມີ​ຂໍ້​ກຳ​ນົດ​ອື່ນໆ ຕາ​ມາ​ຕ​ການ​ຄວບ​ຄຸມ​ ການ​ແຜ່​ຣະ​ບາດ​ຂອງ​ ໂຄວິດ-19.

ໃນ​ຂ​ນະ​ທີ່​ຊາວ​ບ້ານ ​ຢູ່​ນະ​ຄອນ​ຫຼວງ​ພ​ຣະ​ບາງ ແຂວງ​ຫຼວງ​ພ​ຣະ​ບາງ ນາງ​ນຶ່ງ​ກ່າວ​ວ່າ ຄັນ​ຣົດ​ໄຟ​ລາວ-ຈີນ​ເປີດ​ໃຊ້​ ຊາວ​ລາວ​ສາ​ມາດ​ໂດຍ​ສານ​ໄດ້​ແທ້ໆ ກໍ​ຈະ​ເປັນ​ເຣື່ອງ​ທີ່​ຫຼາຍ​ຄົນ​ຍີນ​ດີ​ ແລະ​ໄປ​ໃຊ້​ບໍ​ຣິ​ການ​ຍ້ອນ​ໃຜ​ກໍ​ຢາກ​ເດີນ​ທາງ ​ແບບ​ສະ​ດວກ​ແລະ​ປະ​ຢັດ​ເວ​ລາ​ ແຕ່​ອາດ​ຈະ​ຕ້ອງ​ລໍ​ຖ້າ​ ໃຫ້​ສະ​ຖາ​ນະ​ການ​ໂຄວິດ-19 ຫຼຸດ​ລົງ​ໄປ​ກ່ອນ ​ດັ່ງ​ຍາ​ນາງ​ກ່າວ​ວ່າ:

"ກໍຂີ່ ຫັ້ນ ແຫຼະ ຄັນ ຖ້າ ເພິ່ນ ເປີດ ແທ້ໆ ກໍ ຈະ ໄດ້ ລອງ ຂີ່ ເບິ່ງ ເນາະ ຟັງ ເວົ້າ ນີ້ ກາ ສະ ດວກ ຫຼາຍ ຢ່າງ ຢູ່ ຫັ້ນ ນ່າ ກໍລອງ ແຕ່ ພາຍ ໃນ ລາວ ນີ້ ແຫຼະ ກ່ອນ ດຽວ ນີ້ ກໍທຳ ມະ ດາ ຢູ່ ຫັ້ນ ນ່າ ເພາະ ວ່າ ອັນ ໃດ ມັນ ກໍ ຍັງ ບໍ່ ຄື ເກົ່າ ຫັ້ນ ນ່າ ."

ສ່ວນ​ຊາວ​ບ້ານ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ ກໍ່​ສ້າງ​ທາງ​ຣົດ​ໄຟ​ລາວ-ຈີນ ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຽ ​ເທື່ອ​ນັ້ນ​ກໍ​ຍັງ​ຕ້ອງ​ການ​ຄວາມ​ ກະຈ່າງ​ແຈ້ງ ​ກ່ຽວ​ກັບ​ການ​ຊົດ​ເຊີຽ​ຕໍ່​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ ສູນ​ເສັຽ​ໃຫ້​ແກ່​ໂຄງ​ການ ​ແລະ​ຫຼາຍ​ຄົນ​ກໍ​ຫວັງ​ວ່າ ​ຈະ​ໄດ້​ຄ່າ​ຊົດ​ເຊີຽ​ພາຍ​ໃນ​ປີ​ນີ້ ​ຕາມ​ທີ່ ພາກ​ສ່ວນ​ກ່ຽວ​ຂ້ອງ​ ໄດ້​ຮັບ​ປາກ​ໄວ້. ດັ່ງ​ຊາວ​ບ້ານ​ຢູ່ ​ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງຈັນ ນາງ​ນຶ່ງ​ກ່າວ​ວ່າ:

" ເພິ່ນ ກໍ ວ່າ ຊິ ໃຫ້ ກ່ອນ ວັນ ຊາດ ທີ 2 ທັນ ວາ ນີ້ ລະ ບໍ່ ມີ ເຮືອນ ຢູ່ ເພາະ ວ່າ ເຮືອນ ເອື້ອຍ ລະ ມ້າງ ໄປ ລ້ວ ຄັນ ໄດ້ ເງິນ ແລ້ວ ກໍຊິ ໄປ ຊື້ ດິນ ຊື້ ປຸ ເຮືອນ ປຸກ ຊານ ຢູ່ ເພາະ ວ່າ ຕອນ ນີ້ ກໍທຸກ ຍາກ ເດ ບໍ ມີ ເງິນ ຊື້ ດິນ ຊື້ດອນ ຢູ່ ຕອນ ນີ້ ນ່າ ."

ທາງ​ດ້ານ​ຊາວ​ບ້ານ ​ຢູ່​ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ​ ທີ່​ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຽ​ ອີກ​ນາງ​ນຶ່ງ​ກ່າວ​ວ່າ​ຫຼ້າ​ສຸດ​ນີ້ ​ພາກ​ສ່ວນ​ກ່ຽວ​ຂ້ອງ​ກໍ​ໄດ້​ແຈ້ງ​ມາ​ໃຫ້​ຮູ້​ວ່າ​ ຈະ​ໃຫ້​ຄ່າ​ຊົດ​ເຊີຽ ແກ່​ລາວ​ໃນ​ອີກ​ສອງ ສັ​ປ​ດາ​ຕໍ່​ໜ້າ​ໃນ​ ລາ​ຄາ 210,000 ​ພັນ​ກີບ​ຕໍ່​ຕາ​ແມັດ​ ເຖິງ​ແມ່ນ​ວ່າ ​ລາວ​ເອງບໍ່​​ພໍ​ໃຈ​ໃນ​ຈຳ​ນວນ​ດັ່ງ​ກ່າວ​ກໍ​ຕາມ ​ແຕ່​ກໍ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ເອົາຍ້ອນ​ຄວາມ​ທຸກຍາກ ດັ່ງ​ຍາ​ນາງ​ກ່າວ​ວ່າ:

" ອີກ ສອງ ອາ ທິດ ເພິ່ນ ກໍ ວ່າ ຊິ ຈ່າຍ ໃຫ້ ສອງ ແສນ ສິບ ພັນ ກີບ ເຮົາ ກໍຈຳ ເປັນ ໄດ້ ຮັບ ເອົາ ມັນ ກໍນ້ອຍ ຫັ້ນ ແຫຼະ ສ່ຳ ທຽບ ໃສ່ ເຮົາ ຊິ ໄປ ຊື້ ດິນ ຊື້ດອນ ຢູ່ ບ່ອນ ອື່ນ ນ່າ ຈັ່ງ ໃດ ກໍ ໄດ້ ເງິນ ໄດ້ ຄຳ ໃຫ້ເດີ້ ຈັ່ງ ໃດ ກໍໄດ້ ."

ກ່ຽວ​ກັບ​ເຣື່ອງ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນ​ທ້ອງ​ຖິ່ນ ​ທີ່​ຂໍ​ສງວນຊື່ແລະ​ສຽງ​ທ່ານ​ນຶ່ງ​ກ່າວ​ວ່າ​ ທ່ານ​ເອງ​ກໍ​ພະ​ຍາ​ຍາມ​ຕິດ​ຕາມ ​ແລະ​ທວງ​ເງິ​ນ​ຄ່າ​ຊົດ​ເຊີຽ​ຈາກ​ໂຄງ​ການ​ດັ່ງ​ກ່າວ​ຢູ່​ເລື້ອຍໆ ເພື່ອ​ໃຫ້​ຊາວ​ບ້ານ​ໄດ້​ຮັບ​ຄ່າ​ຊົດ​ເຊີຽ​ໝົດ​ທຸກ​ຄົນ ​ສ່ວນ​ວ່າ​ຊາວ​ບ້ານ​ທີ່​ຍັງ​ເຫຼືອ​ຢູ່ ​​ຈະ​ໄດ້​ຄ່າ​ຊົດ​ເຊີຽ​ໃນ​ເດືອນ​ໜ້າ ​ທັງ​ໝົດ​ຫຼືບໍ່​ນັ້ນ​ທ່ານ​ເອງ​ ​ຍັງ​ບໍ່​ໝັ້ນ​ໃຈ​ເທື່ອ​ ແຕ່​​ຄິດ​ວ່າ​ອາດ​ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຽ ​ຕາມ​ທີ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ແຈ້ງ​ຂ່າວ.

ໃນ​ຂ​ນະ​ດຽວ​ກັນ ​ມີ​ຊາວ​ບ້ານ​ອີກ​ຈຳ​ນວນ​ນຶ່ງ ​ຢູ່​ເມືອ​ງ​ຫ​າດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ​ທີ່​ຫາ​ກໍ​ໄດ້​ຮັບ​ເງິນ​ຄ່າ​ຊົດ​ເຊີຽ ​ຈາກ​ໂຄງ​ການກໍ່​ສ້າງ​ທາງ​ຣົດ​ໄຟ​ ລາວ-ຈີນ​ ເມື່ອບໍ່​ດົນ​ມາ​ນີ້ ​ຊຶ່ງ​ແຕ່​ລະ​ຄົນ​ກໍ​ຮູ້​ສຶກ​ພໍ​ໃຈ​ກັບ​ເງິນ​ທີ່​ໄດ້ ​ແລະ​ກຳ​ລັງ​ວາງ​ແຜນ​ຊອກ​ຫາ​ຊື້​ທີ່​ດິນ​ໃໝ່​ຢູ່. ດັ່ງ​ຊາວ​ບ້ານ​ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ:

" ໄດ້ ແລ້ວ ໄດ້ ຫວ່າງ ທິດ ກ່ອນ ໄດ້ ສອງ ຕື້ ພໍ ໃຈ ຢູ່ ເອົາ ຊື້ ດິນ ດອນ ແຫຼະ ດິນ ເຮົາ ບໍ່ ມີ ແລ້ວ ເດ ."

ມາ​ຮອດ​ປັດ​ຈຸ​ບັນ​ ເຫຼືອ​ເວ​ລາ​ອີກ​ 10 ​ວັນ ​ເສັ້ນ​ທາງ​ຣົດ​ໄຟ ​ລາວ-ຈີນ ​​ຈະ​ເປີດ​ໃຊ້​ຢ່າງ​ເປັນ​ທາງການ, ໃນ​ໂອ​ກາດ​ນີ້​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ໄດ້​ຕິດ​ຕໍ່​ໄປ​ຫາ ​ບໍ​ຣິ​ສັດ ທາງ​ຣົດ​ໄຟ​ ລາວ-ຈີນ ​ຈຳ​ກັດ ເພື່ອ​ຖາມ​ຄວາມ​ຄືບ​ໜ້າ​ກ່ຽວ​ກັ​ບ​ດ້ານ​ຄວບ​ຄຸມ ​ຣົດ​ໄຟ ​ແລະ​ການ​ກະ​ຕຽມ ​ດ້ານ​ບຸກ​ຄະ​ລາ​ກອນ ແຕ່​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງບໍ່​ສະ​ດວກ​ໃຫ້​ສັມ​ພາດ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ​ວັນ​ທີ 18 ພຶ​ສ​ຈິ​ກາ ຜ່ານ​ມາ​ນີ້ ທ່ານ ໂພ​ໄຊ ໄຂ​ຄຳ​ພິ​ທູນ ຮອງ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຫົວ​ໜ້າ​ຄ​ນະ​ຊີ້​ນຳ​ ໂຄງ​ການ​ກໍ່​ສ້າງ​ທາງ​ຣົດ​ໄຟ ​ລາວ-ຈີນ ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ ເນື່ອງ​ໃນ​ໂອ​ກາດ ​ກະ​ຕຽມ​ຄວາມ​ພ້ອມ ​ກ່ອນ​ເປີດ​ນຳ​ໃຊ້​ຣົດ​ໄຟ ​ລາວ-ຈີນ ວ່າ:

" ການ ເປີດ ນຳ ໃຊ້ ທາງ ຣົດ ໄຟ ນີ້ ສຳ ລັບ ວັນ ທີ 3 ພາຍ ຫຼັງ ທີ່ ເປີດ ແລ້ວ ເນາະ ເບື້ອງ ຕົ້ນ ຈະ ມີ ການ ນຳ ໃຊ້ ຜູ້ ໂດຍ ສານ ພາຍ ໃນ ກ່ອນ ຫຼັງ ຈາກ ພິ ທີ ເປີດ ເປັນ ທາງ ການ ແລ້ວ ສ່ວນ ການ ຂົນ ສົ່ງ ສິນ ຄ້າ ແມ່ນ ຖື ວ່າ ເຣີ່ມ ແຕ່ ມື້ ວັນ ທີ 3 ເປັນ ຕົ້ນ ໄປ ຈະ ມີ ການ ຂົນ ສົ່ງ ສິນຄ້າ ຈາກ ລາວ ໄປ ຈີນ ຈາກ ຈີນ ມາ ລາວ ."

ສຳ​ລັບ​ວຽກ​ພິ​ທີ​ການ, ການ​ຖ່າຍ​ທອ​ດ​ສົດ, ວຽກ​ງານ​ທາງ​ດ້ານ​ສາ​ສ​ນາ ​ແລະ​ອື່ນໆ ຂອງ​ພິ​ທີ​ເປີດ​ ນຳໃຊ້​ໂຄງ​ການ​ ທາງ​ຣົດ​ໄຟ ​ລາວ-ຈີນ ​ຈະ​ຖືກ​ຈັດ​ຂື້ນ​ພາຍ​ໃນ ​ວັນ​ທີ 2 ທັນ​ວາ ປີ​ນີ້ ແລະ ຈະ​ເປີດ​ໂຄງ​ການ​ທາງ​ຣົດ​ໄຟ​ ລາ​ວ-ຈີນ​ ແບບ​ເປັນ​ທາ​ງ​ການ​ ໃນ​ວັນທີ 3 ທັນ​ວາ 2021 ນີ້ ໂດຍ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ​ພ້ອມ​ດ້ວຍ​ຄ​ນະ​ເຈົ້າ​ໜ້າ​ທີ່​ ຣະ​ດັບ​ອາ​ວຸ​ໂສ ​ຂອງ​ຣັ​ຖ​ບານ​ລາວ​ ຈະ​ຮ່ວມ​ກັນ​ໂດຍ​ສານ​ໃນ​ການ​ແລ່ນ​ຣົດ​ໄຟ ​ລາວ-ຈີນ ​ຖ້ຽວ​ປະ​ຖົມ​ມະ​ຣຶກ ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ ຫາ​ດ່ານ​ສາ​ກົ​ລ ​ບໍ່ເຕັນ​ແຂວງ​ຫຼວງ​ນ້ຳ​ທາ.