ຂ.ຫົວພັນຄົນງານວຽດນາມ ເພີ່ມຂຶ້ນ
ຄົນງານ ວຽດນາມ ຢູ່ ແຂວງຫົວພັນ ເພີ່ມຂຶ້ນກວ່າ 1 ພັນຄົນ ຈາກປີ ທີ່ຜ່ານມາ.
-
ມະນີຈັນ
2016-09-14 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຄົນງານວຽດນາມ ຢູ່ ແຂວງ ຫົວພັນ ເພີ່ມຂຶ້ນເປັນ 1 ພັນປາຍຄົນ ແລ້ວ ແລະ ສ່ວນຫຼາຍ ຂະເຈົ້າເຂົ້າມາ ເຮັດວຽກ ດ້ານ ວິຊາການ ຍ້ອນຄົນລາວ ພາຍໃນແຂວງ ບໍ່ມີຄວາມຮູ້ ຄວາມສາມາດ ໃນວຽກງານ ສະເພາະ ແລະ ບໍ່ສາມາດ ຕອບສນອງ ວຽກງານ ຂອງໂຄງການ ຕ່າງໆໄດ້. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ເມື່ອວັນທີ 13 ກັນຍາ ນີ້:
"ແຮງງານວຽດນາມ ເຂົ້າມາຫຼາຍ ສະເພາະ ແຂວງຫົວພັນ ເຮົາປີນີ້ ກໍພັນປາຍຄົນ ພຸ້ນລະ ຢູ່ເມືອງ ຊໍາເໜືອ ແຕ່ວ່າມັນຢູ່ ທຸກເມືອງ ທົ່ວແຂວງແຫລະ 10 ເມືອງ ມັນມີ ວຽດນາມເມິດ ແຮງງານ ວຽດນາມເໝິດ ວຽດນາມ ເຂົ້າມານີ້ ກໍເປັນການ ຍາດແຍ່ງງານ ຕົວນຶ່ງນໍ໊ ກ່ຽວກັບຄົນລາວ ຫັ້ນນະ ແຕ່ເຮົານີ້ ຕ້ອງການສີມື ຄົນລາວ ເຮົາບໍ່ດີ ເຮົາຈຶ່ງ ນໍາເຂົ້າມາເພື່ອ ເປັນ ນັກວິຊາການ ໃຫ້ຂະເຈົ້າ".
ທ່ານ ເວົ້າວ່າ ປັດຈຸບັນ ຄົນງານວຽດນາມ ທີ່ທາງການ ນໍາເຂົ້າມາ ເຮັດວຽກງານ ຢູ່ແຂວງຫົວພັນ ນີ້ ສ່ວນຫລາຍ ເປັນຄົນງານ ວິຊາການ ດ້ານການຄ້າ ດ້ານເທັກໂນໂລຈີ ດ້ານ ການປູກຝັງ ລ້ຽງສັດ ແລະ ເຄື່ອງກົລຈັກ ການຜລິດ ອຸດສາຫະກັມ ຕ່າງໆ ໃນຂນະທີ່ ຄົນລາວ ສ່ວນຫຼາຍ ບໍ່ມີຫຼັກ ວິຊາການ ເຮັດວຽກ ເປັນຄົນງານ ທົ່ວໄປ ຮວມທັງ ເປັນຄົນງານ ກໍ່ສ້າງ. ສາເຫດ ທີ່ເຮັດໃຫ້ ຄົນງານລາວ ຢູ່ແຂວງ ຫົວພັນ ຍັງບໍ່ມີ ຄວາມຮູ້ ວິຊາ ສະເພາະນັ້ນ, ທ່ານເວົ້າວ່າ ແມ່ນເປັນຍ້ອນ ທາງແຂວງ ຂາດເຂີນ ງົບປະມານ ໃນການຈັດ ອົບຮົມ ພັທນາ ສີມືແຮງງານ ໃຫ້ຊາວບ້ານ, ບໍ່ຄືຢູ່ ປະເທດ ວຽດນາມ ເຂົາກ້າວໜ້າ:
"ວິທຍາສາດ ເທັກໂນໂລຊີ ຂອງເຂົາ ຈະກ້າວໜ້າ ກວ່າເຮົາ ເປັນປະເທດ ກໍາລັງພັທນາເດ໊ ເທື່ອນີ້ ແນວທາງ ແກ້ໄຂ ຂອງແຮງງານ ສະເພາະ ແຮງງານລາວ ນີ້ ເຮົາກໍໄດ້ ສົ່ງເສີມນໍ ໃນການ ປູກຝັງ ລ້ຽງສັດ ຕົວນີ້ ເຮົາກໍສົ່ງເສີມ ແຕ່ວ່າເນື່ອງ ຈາກວ່າ ທຶນ ທາງເຮົາ ມັນມີ ຂີດຈໍາກັດ ນະ ເຮົາຈຶ່ງ ບໍ່ເຮັດໄດ້ ເຕັມເມັດໜ່ວຍ ປານໃດ".
ປັດຈຸບັນ ໂຄງການ ຕ່າງໆ ທັງ 10 ເມືອງ ໃນແຂວງ ຫົວພັນ ສ່ວນຫລາຍ ຍັງຕ້ອງນໍາເອົາ ນັກ ວິຊາການ ຈາກປະເທດ ວຽດນາມ ເຂົ້າມາ. ແລະ ກັມກອນ ກໍຍັງຕ້ອງ ອາສັຍ ຄົນວຽດນາມ ຢູ່.