ຄົນຕ່າງດ້າວໃນລາວເພີ້ມຂຶ້ນ
ຊາວຈີນ ແລະ ຊາວ ວຽດນາມ ຫລັ່ງໄຫລ ເຂົ້າມາ ລາວ ເປັນ ຈຳນວນ ຫລວງຫລາຍ ໃນ ທຸກມື້ ແລະ ໃນ ທຸກ ຮູບແບບ.
-
ສິດນີ
2015-02-03 -
-
-
ມ.ຕົ້ນເຜິ້ງ ນັກລົງທຶນຈີນ ເຂົ້າມາສ້າງ ເປັນ ເມືອງຈີນ ສໍາລັບ ຄົນຈີນ ຄົນລາວ ທ້ອງຖິ່ນ ຕ້ອງຍ້າຍອອກ
Screenshot from Hotasia video
Your browser doesn’t support HTML5 audio
ຊາວຈີນ ແລະ ຊາວ ວຽດນາມ ຫລັ່ງໄຫລ ເຂົ້າມາ ລາວ ເປັນ ຈຳນວນ ຫລວງຫລາຍ ໃນ ທຸກມື້ ແລະ ໃນ ທຸກ ຮູບແບບ ບໍ່ວ່າ ຈະເປັນ ການຄ້າ ການ ດຳເນີນ ທຸຣະກິດ ຫລື ສ່ວນ ບຸກຄົນ ທີ່ ເຂົ້າມາ ຂາຍ ແຮງງານ ແຕ່ ບາດມາ ແລ້ວ ມາຕັ້ງ ຖິ່ນຖານ ໃນລາວ ແບບ ຖາວອນ. ທາງການ ລາວ ກໍບໍ່ມີ ມາຕການ ກວດກາ ແລະ ຫ້າມປາມ ແບບ ເຂັ້ມງວດ ແຕ່ ຢ່າງໃດ, ຮ້າຍໄປ ກວ່ານັ້ນ ຍັງ ປົກປ້ອງ ສິດທິ ການ ມາຕັ້ງ ຖິ່ນຖານ ຂອງ ຂະເຈົ້າ ຫລາຍ ກວ່າ ຄົນລາວ ເຮົາ ອີກ.