ມີການສເນີໃຫ້ຣັຖຍົກເລີກຂຸດ ບໍ່ແຮ່
ມີເຖີງ 99 ໂຄງການ ສຳປະທານ ບໍ່ແຮ່ ທີ່ຖືກ ສະເໜີ ໄປຍັງ ຣັຖບານ ເພື່ອ ພິຈາຣະນາ ໃຫ້ ສັ່ງ ຍົກເລີກ.
-
2014-01-22 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຂັ້ນສູງ ຂອງ ກະຊວງແຜນການ ແລະ ການລົງທຶນ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ໄດ້ເປີດເຜີຍຕໍ່ນັກຂ່າວພວກເຮົາໃນທ້າຍ ອາທິດທີ່ຜ່ານມາວ່າ: ຄະນະຮັບຜິດຊອບກວດກາ ການສຳປະທານບໍ່ແຮ່ໄດ້ສະເໜີໃຫ້ ຣັຖບານພິຈາຣະນາຍົກເລີກ ການສຳປະທານ ຂຸດຄົ້ນແຮ່ທາດ ທີ່ອະນຸຍາດໃຫ້ນັກລົງທຶນລາວ ແລະ ຕ່າງຊາດໄປແລ້ວ 99 ໂຄງການ.
ເພາະວ່າ ຜູ້ລົງທຶນບໍ່ສາມາດ ປະຕິບັດຕາມ ເງື່ອນໄຂ ທີ່ກຳນົດໄວ້ ໃນສັນຍາການລົງທຶນ ຜ່ານມາ ທາງການລາວ ຣະດັບສູນກາງ ແລະ ທ້ອງຖິ່ນ ໄດ້ອະນຸຍາດ ໃຫ້ບໍຣິສັດເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ຫລາຍກວ່າ 400 ໂຄງການ ຊຶ່ງຄິດເປັນ ເນື້ອ ທີ່ປະມານ 36,000 ກິໂລແມັດ ມົນທົນ ໃນທົ່ວປະເທດ ມີມູນຄ່າ ເກືອບ 6 ຕື້ ໂດລາ ສະຫະຣັດ.
ຄະນະຮັບຜິດຊອບປະເມີນຜົນ ທີ່ຈັດຕັ້ງປະຕິບັດໂຄງການບໍ່ແຮ່ ໄດ້ເລີ່ມກວດກາໂຄງການຂຸດຄົ້ນບໍ່ແຮ່ ຕັ້ງແຕ່ປິ 2012 ເປັນຕົ້ນມາ ໄດ້ກວດກາສຳເລັດໄປແລ້ວ 170 ໂຄງການທີ່ຂັ້ນສູນກາງອະນຸມັດ. ຜົນປະກົດວ່າ ມີພຽງ 14 ໂຄງການເທົ່ານັ້ນທີ່ສາມາດ ປະຕິບັດ ໄດ້ຕາມມາດຕະຖານ ທີ່ກຳນົດໄວ້ໃນສັນຍາລົງທຶນ.
ແຕ່ນັກວິຊາການລາວ ເຫັນວ່າ ຣັຖບານ ກໍຍັງຖືສໍາຄັນ ໃນການອະນຸມັດຂຸດຄົ້ນ ບໍ່ແຮ່ນັ້ນ ເພາະວ່າມັນເປັນແຫລ່ງລາຍຮັບທີ່ ສຳຄັນ. ຖ້າຍົກເລີກໄປທັງໝົດ 99 ໂຄງການ ນັ້ນ ລາວ ກໍຈະສູນເສັຍ ຣາຍຮັບ ຈຳນວນ ມະຫາສານ.