ບັນຫານາຍໜ້າ ລັດຄີວເຮັດໜັງສືຜ່ານແດນ ຍັງແກ້ໄຂບໍ່ໄດ້
ການເຮັດໜັງຜ່ານແດນ ຍັງໃຊ້ເວລາດົນ ຈຶ່ງເກີດມີຂະບວນການ ນາຍຫນ້າ ຮັບແລ່ນເອກສານລັດຄີວ ໃຫ້ຜູ້ຕ້ອງການ ເຮັດຫນັງສືຜ່ານແດນດ່ວນ ແຕ່ຍອມຈ່າຍເງິນຫຼາຍກວ່າ ການຍື່ນຂໍປົກກະຕິ ເຫດການນີ້ຍິ່ງເຮັດໃຫ້ ການເຮັດໜັງສືຜ່ານແດນຊ້າລົງ ໜັກໄປກວ່ານັ້ນ ອາດເປັນເຫດໃຫ້ເຈົ້າໜ້າ ທຸຈະຣິດໄດ້ງ່າຍ.
-
ໄຊຍາ
2023-02-14 -
-
-
Your browser doesn’t support HTML5 audio
ນັບຕັ້ງແຕ່ຣັຖບານລາວ ເປີດປະເທດ ວັນທີ 09 ພຶສພາ 2022 ຊາວລາວຫລາຍຄົນ ກໍພາກັນໄປຍື່ນເອກະສານ ຄຳຮ້ອງຂໍເພື່ອເຮັດຫນັງສື ຜ່ານແດນຢູ່ກົມກົງສູນ ກະຊວງການຕ່າງປະເທດ ຫລາຍຂຶ້ນຕໍ່ເນື່ອງໂດຍສະເພາະ ຄົນງານລາວທີ່ຕ້ອງການ ໄປເຮັດວຽກຢູ່ຕ່າງປະເທດ, ແຕ່ມາຮອດປັດຈຸບັນບັນຫາການແກ້ໄຂ ເຮັດຫນັງສືຜ່ານແດນ ຍັງມີຄວາມຊັກຊ້າ ແລະ ລໍຖ້າດົນ ເປັນເດືອນຄືເກົ່າ ຊຶ່ງທາງການລາວຍັງແກ້ໄຂບໍ່ໄດ້ເທື່ອ ຈຶ່ງເຮັດໃຫ້ມີນາຍຫນ້າຮັບແລ່ນເອກສານ ຮັບລັດຄີວໃຫ້ ຜູ້ຕ້ອງການເຮັດຫນັງສື ຜ່ານແດນໄວ ໂດຍມີການເກັບ ໃນລາຄາແພງກ່ວາປົກກະຕິ.
ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 14 ກຸມພາ ນີ້ວ່າ:
“ແມ່ນແມ່ນກໍມີນາຍຫນ້າ ໄລ່ຕາມເຣດເລີຍ ດຽວນີ້ມັນກໍໄດ້ເສັຽແພງ ຄືຄົນໄປເຮັດ 100 ຈັ່ງຊີ້ ເຂົາຈະຈັດໃຫ້ເຮົາຢູ່ລະດັບທີ 30 ຈັ່ງຊີ້ ຢ່າງນັ້ນກໍອາທິດນຶ່ງ ຄັນວ່າບໍ່ມີເງິນ ກໍໄປເຮັດຕາມຂັ້ນຕອນ ມັນກໍຢຶດເວລາໄປເລື້ອຍໆ ປະມານເດືອນ.”
ອີງຕາມການຣາຍານ ຂອງຫນັງສືພີມລາວພັທນາ ໃນວັນທີ 09 ກຸມພາ 2023 ທີ່ຜ່ານມາວ່າ ຄ່າລັດຄີວເຮັດຫນັງສືຜ່ານແດນ ໃນເບື້ອງຕົ້ນ ຖ້າຈ່າຍ 2,000,000 ກີບ ໄດ້ສຳພາດພາຍໃນມື້ດຽວ ແລະໄດ້ປື້ມຜ່ານແດນພາຍໃນ 3 ມື້. ຖ້າຈ່າຍ 1,500,000 ກີບ ຈະໄດ້ສຳພາດ ພາຍໃນມື້ດຽວ ແລະໄດ້ຫນັງສືຜ່ານແດນ ພາຍໃນ 7 ມື້, ຖ້າຈ່າຍ 1,200,000 ກີບ ຈະໄດ້ສຳພາດພາຍໃນມື້ດຽວ ແລະ ໄດ້ຫນັງສືຜ່ານແດນພາຍໃນ 10 ວັນ ແລະ ຖ້າຈ່າຍ 1,000,000 ກີບ ຈະໄດ້ສໍາພາດພາຍໃນມື້ດຽວ ແລະ ໄດ້ຫນັງສືຜ່ານແດນພາຍໃນ 21 ວັນ. ຖ້າບໍ່ຈ່າຍເຈົ້າຫນ້າທີ່ ຈະນັດສຳພາດໄວສຸດ 21 ວັນ ແລະ ຈະໄດ້ປື້ມຫລັງສຳພາດ 21 ວັນ ລວມກັນແລ້ວໃຊ້ເວລາເດືອນປາຍ.
ຊາວລາວອີກທ່ານນຶ່ງ ຍອມຮັບວ່າ ຈຳເປັນຕ້ອງໄດ້ຈ້າງນາຍຫນ້າ ເພາະເຮັດປົກກະຕິຊັກຊ້າ ແລະ ລໍຖ້າດົນ ຊຶ່ງຕອນທ່ານ ໄປເຮັດຫນັງສືຜ່ານແດນ ຢູ່ກົມກົງສູນ ມີການຈ້າງນາຍຫນ້າ ເພາະຢາກໄດ້ປື້ມຜ່ານແດນໄວຂຶ້ນ ເນື່ອງຈາກວ່າ ມີຄົນໄປຍື່ນຄຳຮ້ອງຫລາຍ ຊຶ່ງທາງນາຍຫນ້າ ກໍຈະຖາມໄລຍະເວລາ ທີ່ເຮົາຕ້ອງການ ຫນັງສືຜ່ານແດນ ຖ້າຢາກໄດ້ໄວ ກໍຈ່າຍຕາມເງື່ອນໄຂ ຂອງເຂົາເຈົ້າ ແລະແພງກ່ວາປົກກະຕິ.
“ມີນາຍຫນ້າ ທີ່ວ່າເຮົາໄປເຮັດ ກໍເອົາເງິນໃຫ້ເຂົາ ແລ້ວກໍຈະເຄຍຄີວໃຫ້ເຮົາຫັ້ນນ່າ ແລ້ວກໍຈະເອີ້ນມາສຳພາດ ອິຫຍັງຫັ້ນໄດ້ໄວເນາະ ແລ້ວເຂົາກໍຈະຖາມເຮົາວ່າ ຈະເອົາເປັນອາທິດນຶ່ງບໍ່, ເດືອນນຶ່ງບໍ່ ຢາກໄດ້ໄວບໍ່ 3 ວັນເບາະ ຈະເອົາແພງເພາະຕາມທີ່ເບິ່ງ ຜູ້ໃດກໍໄປລຽນຄີວ.”
ຖ້າຫາກທາງການລາວ ມີການແກ້ໄຂບັນຫາ ການເຮັດຫນັງສືຜ່ານແດນ ບໍ່ໃຫ້ປະຊາຊົນ ລໍຖ້າດົນເຊື່ອວ່າຄົນລາວ ຫລາຍຄົນ ບໍ່ຢາກຈະຈ່າຍເງິນ ໃຫ້ນາຍຫນ້າ ໃນລາຄາແພງ. ສ່ວນຄົນງານລາວ ທີ່ຢູ່ໄທຍທ່ານນຶ່ງ ໄດ້ກັບໄປຕໍ່ຫນັງສືຜ່ານແດນ ຢູ່ລາວ ກໍກ່າວວ່າ ໄດ້ມີການຈ້າງນາຍຫນ້າ ເຊັ່ນກັນ ເສັຽເງິນໃຫ້ເຂົາເຈົ້າ ຄິດເປັນເງິນໄທຍ 6,000 ບາທ ຕໍ່ຄົນເພາະລໍຖ້າພຽງ 7 ວັນ ກໍໄດ້ປື້ມແລ້ວ ຊຶ່ງລາວເອງກໍຕ້ອງກັບມາເຮັດວຽກ ຈໍາເປັນຕ້ອງຍອມຈ່າຍ ບໍ່ຢາກລໍຖ້າເປັນເດືອນ.
“ແມ່ນໆ ເພິ່ງກັບມາເຮັດໄດ້ເຖິງເດືອນກວ່າໆນີ້ ມັນກໍ 6,000 ອາທິດນຶ່ງ ເພິ່ນກໍບອກວ່າ ຄ່າເດີນເຣື່ອງ, ຄ່າແລ່ນເອກສານ.”
ທີ່ຜ່ານມາທາງການລາວ ໄດ້ແກ້ໄຂໂດຍເປີດໃຫ້ຍື່ນເອກສານ ຄຳຮ້ອງຂໍເຮັດຫນັງສື ຜ່ານແດນໄດ້ 6 ແຂວງ ຄື ແຂວງອຸດົມໄຊ, ແຂວງໄຊຍະບູຣີ, ແຂວງຊຽງຂວາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ນະຄອນຫລວງວຽງຈັນ ແລ້ວກໍຕາມ ແຕ່ຫນັງສືຜ່ານແດນ ຍັງມີຄວາມຊັກຊ້າຄືເກົ່າ ເພາະປື້ມຫນັງສືຜ່ານແດນ ຈະສາມາດອອກໄດ້ພຽງແຫ່ງດຽວ ຄືກົມກົງສູນ ກະຊວງການຕ່າງປະເທດ ເທົ່ານັ້ນ.
ຜູ້ຮັບແລ່ນເອກສານ ທ່ານນຶ່ງກໍກ່າວວ່າ ນາຍຫນ້າຮັບແລ່ນເອກສານ ເພື່ອເຮັດຫນັງສືຜ່ານແດນ ແຕ່ລະຄົນ ກໍມີວິທີຂອງໃຜ ຂອງລາວ ແລະປັດຈຸບັນນີ້ ຄົນມາເຮັດຫນັງສືຜ່ານແດນ ຫລາຍຂຶ້ນ ບັນຫາລໍຖ້າດົນກໍຍັງມີ.
“ບາງຄົນເຂົາກໍໄປຮັບມາສູງ ກ່ວານີ້ກໍມີ ມັນກໍແລ້ວແຕ່ ແລ້ວແຕ່ເຮົາໄປຮັບເອົາມາ ແຕ່ຫາກເຂົາມີວິທີ ຂອງເຂົາ ຂອງມັນ ເພາະວ່າມັນຫລາຍ ດົນຫນ້ອຍນຶ່ງ.”
ຫລ້າສຸດ ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າຜແນກ ກົມກົງສູນ ກະຊວງການຕ່າງປະເທດ ກໍໄດ້ຖແລງໃນວັນທີ 13 ກຸມພາ 2023 ທີ່ຜ່ານມາວ່າ ທາງການລາວ ກໍມີການແກ້ໄຂບັນຫາ ເພື່ອຫລຸດຜ່ອນການອອກຫນັງສື ຜ່ານແດນທີ່ຊັກຊ້າ ໄປແລ້ວ ໂດຍໃຫ້ເຈົ້າຫນ້າທີ່ ເຮັດວຽກເກີນໂມງ ແຕ່ຍັງບໍ່ສາມາດອອກຫນັງສື ຜ່ານແດນໃຫ້ປະຊາຊົນໄດ້ ຕາມທີ່ຕ້ອງການ ເພາະມີປະຊາຊົນ ເຂົ້າມາຍື່ນຄຳຮ້ອງເຮັດຫນັງສື ຜ່ານແດນກັນຢ່າງຫລວງຫລາຍ. ໃນທົ່ວປະເທດ ມີປະຊາຊົນມາຍື່ນຄຳຮ້ອງ ເຮັດຫນັງສືຜ່ານແດນປະມານ 1,700–1,800 ຄົນຕໍ່ມື້ ແຕ່ທາງກົມກົງສູນ ສາມາດອອກຫນັງສື ຜ່ານແດນ ໄດ້ພຽງ 1,200–1,300 ເຫລັ້ມຕໍ່ມື້ເທົ່ານັ້ນ ສາເຫດສ່ວນນຶ່ງ ທີ່ອອກຫນັງສືຜ່ານແດນ ຊັກຊ້າຍ້ອນວ່າ ປັດຈຸບັນເຄື່ອງຈັກ ແລະ ອຸປະກອນ ນຳໃຊ້ກຳລັງສ້ອມແປງ ແລະຕິດຕັ້ງໃຫມ່. ສ່ວນບັນຫາເຣື່ອງ ທີ່ມີນາຍຫນ້າແລ່ນເອກສານ ແລະ ລັດຄີວ ແລ້ວຮ່ວມມືກັບເຈົ້າຫນ້າທີ່ ພາກຣັຖໃນການເຮັດປື້ມຜ່ານແດນນັ້ນ ທາງກົມກົງສູນຈະມີການກວດກາ ຢ່າງເຂັ້ມງວດ ຖ້າຫາກພົບກໍຈະລົງໂທດ ຕາມກົດໝາຍທັນທີ.
ດັ່ງທ່ານກ່າວວ່າ:
“ພວກເຮົາໃຫ້ຄວາມສຳຄັນ ຕໍ່ກັບຂໍ້ມູນດັ່ງກ່າວ ແລະຈະມີການກວດກາ ຢ່າງລະອຽດຖ້າພົບເຫັນພະນັກງານ ກົມກົງສູນມີສ່ວນພົວພັນ ກັບນາຍຫນ້າໃນການຮຽກເກັບເງິນ ນຳປະຊາຊົນທີ່ເຂົ້າມາໃຊ້ບໍຣິການ ຫນັງສືຜ່ານແດນ ເກີນອັດຕຣາທີ່ຣັຖກຳນົດໄວ້ ແມ່ນຈະດຳເນີນມາຕການ ຢ່າງເດັດຂາດ ແລະປະຕິບັດວິໄນ ຕໍ່ພະນັກງານ ຜູ້ທີ່ກະທຳຜິດ ຕາມລະບຽບກົດໝາຍ.”
ປົກກະຕິ ການເຮັດປື້ມຜ່ານແດນ ພາຍໃນມື້ດຽວ ຈະໄດ້ຮັບປື້ມຫລັງສຳພາດແລ້ວ ພາຍໃນ 10 ວັນ, ລາຄາຕໍ່ຫົວ 400,000 ກີບ. ນອກຈາກນີ້ ທາງກົມກົງສູນ ກະຊວງການຕ່າງປະເທດ ຈະເຣີ່ມທົດລອງນໍາໃຊ້ ລະບົບຈອງຄີວມື້ນັດ ສຳພາດທາງອ໋ອນລາຍນ໌ ໃນວັນທີ 20 ກຸມພາ 2023 ເພື່ອຫລຸດຜ່ອນ ຄວາມແອອັດ ເນື່ອງຈາກວ່າ ຄວາມຕ້ອງການຂໍນໍາໃຊ້ ຫນັງສືຜ່ານແດນ ຂອງປະຊາຊົນລາວ ຍັງມີຈຳນວນຫລາຍ.