ນັກລົງທຶນສົນໃຈຕລາດຢູ່ລາວ

ສິດນີ
2015.04.03
F-Laos ການພັທນາສ້າງສາຢູ່ ສປປ ລາວ
RFA

ນັກ ທຸຣະກິດ ການຄ້າ ອາຊຽນ ຊອກ ຊ່ອງທາງ ຂຍາຍ ຕລາດ ສິນຄ້າ ແລະ ການ ລົງທຶນ ປະເພດ ຕ່າງໆ ໃນ ລາວ ເພາະ ເຫັນວ່າ ສປປລາວ ມີການ ພັທນາ ຢ່າງ ວ່ອງໄວ ໃນ ຣະຍະ 2-3 ປີ ຜ່ານມາ ນີ້.

ເຖິງແມ່ນ ວ່າ ລາວ ຈະເປັນ ຕລາດ ນ້ອຍ ແຕ່ ບັນດາ ປະເທດ ອາຊຽນ ກໍຖືວ່າ ລາວ ເປັນຕລາດ ທີ່ ຫນ້າ ສົນໃຈ ຍ້ອນວ່າ ທາງການ ລາວ ໄດ້ ລົບລ້າງ ກົດ ຣະບຽບ ທີ່ ເປັນ ອຸປສັກ ຕໍ່ ການຄ້າ ແລະ ການ ລົງທຶນ ຫຼາຍໆ ຢ່າງ.

ຜ່ານມາ ກ່ອນ ຈະໄດ້ ໃບ ອະນຸຍາດ ປະກອບ ການຄ້າ ແລະ ການ ລົງທຶນ ຢູ່ລາວ ຕ້ອງໃຊ້ ເວລາ ດົນນານ, ຄວາມ ບໍ່ ສເມີ ພາບ ດ້ານ ພາສີ ຣາຍໄດ້, ພາສີ ສິນຄ້າ ບາງຊນິດ ກໍສູງ ແລະ ໂຄງຮ່າງ ພື້ນຖານ ການ ດຳເນີນ ທຸຣະກິດ ກໍ ບໍ່ສະດວກ. ທັງມົດ ນີ້ ເປັນ ອຸປສັກ ໃນການ ລົງທຶນ ໃນລາວ.

ໃນ ປັດຈຸບັນ ຫລາຍໆ ຢ່າງ ຖືກ ລົບລ້າງ ຫລື ດັດແປງ ແດ່ແລ້ວ ຈຶ່ງ ເຮັດໃຫ້ ກຸ່ມ ທຸຣະກິດ ວຽດນາມ ໄທ ມາເລເຊັຽ ແລະ ເກົາຫລີ ໃຕ້ ໃຫ້ຄວາມ ສົນໃຈ ລາວ ຫລາຍຂຶ້ນ ເພື່ອ ຂຍາຍ ຕລາດ ແລະ ການ ລົງທຶນ. ບໍຣິສັດ ຈາກ ວຽດນາມ ສົນໃຈ ຢາກມາ ຕັ້ງຖານ ຜລິດ ແລະ ຕລາດ ຫລັກ ໃນລາວ ກ່ອນ ຈະຮອດ ການ ເຂົ້າຮ່ວມ ກຸ່ມ ປະຊາຄົມ ເສຖກິດ ອາຊຽນ ທ້າຍ ປີ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.