ເຣີ່ມໃຊ້ມາຕການ ຕິດຕາມລາຄາສິນຄ້າ ໃນໄລຍະບຸນປີໃໝ່ລາວ
ຣັຖອອກມາຕການ ຄຸ້ມຄອງ ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ລວມເຖິງຄ່າບໍຣິການຕ່າງໆ ບໍ່ໃຫ້ສູງຂຶ້ນໃນໄລຍະບຸນປີໃໝ່ລາວ ປະຈຳປີ 2023 ນີ້ ຂະນະທີ່ພໍ່ຄ້າ-ແມ່ຄ້າ ຢັ້ງຢືນວ່າ ຈຳເປັນຕ້ອງໄດ້ຂຶ້ນລາຄາສິນຄ້າ ໂດຍສະເພາະຊີ້ນໝູ ແລະເຄື່ອງທະເລ ເນື່ອງຈາກເປັນສິນຄ້າ ທີ່ໄດ້ຮັບຄວາມນິຍົມຫຼາຍ.
-
ໄຊຍາ
2023-04-05 -
-
-
Your browser doesn’t support HTML5 audio
ໃນໄລຍະສັປດານີ້ ຫ້ອງການອຸດສາຫະກັມ ການຄ້າພາຍໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດເຣີ່ມທະຍອຍ ອອກມາຕການຄຸ້ມຄອງ ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ລວມເຖິງຄ່າບໍຣິການຕ່າງໆ ບໍ່ໃຫ້ສູງຂຶ້ນໃນໄລຍະບຸນປີໃໝ່ລາວ ປະຈຳປີ 2023 ນີ້. ຂະນະທີ່ພໍ່ຄ້າ-ແມ່ຄ້າ ຢັ້ງຢືນວ່າ ຈຳເປັນຕ້ອງໄດ້ຂຶ້ນລາຄາສິນຄ້າ ໂດຍສະເພາະຊີ້ນໝູ ແລະເຄື່ອງທະເລ ເນື່ອງຈາກເປັນສິນຄ້າ ທີ່ໄດ້ຮັບຄວາມນິຍົມຫຼາຍ.
ດັ່ງພໍ່ຄ້າຂາຍຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ມີນາ 2023 ນີ້ວ່າ:
“ແມ່ນຫຍັງກໍຂຶ້ນເບິດຫັ້ນແຫຼະ ແມ່ນໆ ເຄື່ອງໃຊ້ນີ້ກໍຫາກໍຂຶ້ນ ມີແຕ່ວ່າເຄື່ອງກິນນີ້ແຫຼະ ຂຶ້ນນີ້ມີແຕ່ເຄື່ອງກິນ ເຄື່ອງແກງ ມີຫຍັງນີ້ແຫຼະ ຊີ້ນໝູນີ້ຂຶ້ນປະມານ 4,000-5,000 ນີ້ແຫຼະ ກິໂລນຶ່ງ.”
ສຳລັບສາເຫດ ທີ່ເຮັດໃຫ້ສິນຄ້າອຸປໂພກ-ບໍຣິໂພກ ຈຳນວນຫຼາຍຈຳເປັນຕ້ອງໄດ້ປັບຂຶ້ນລາຄາ ໜ້ອຍນຶ່ງເປັນຍ້ອນພໍ່-ແມ່ປະຊາຊົນ ມີຄວາມຕ້ອງການຫຼາຍ ກ່ອນໄລຍະປົກກະຕິ ແຕ່ສິນຄ້າມີຈຳກັດ ແລະບໍ່ສາມາດຕອບສນອງ ຄວາມຕ້ອງການ ຂອງທຸກຄົນໄດ້.
ດັ່ງພໍ່ຄ້າຂາຍເຄື່ອງຍ່ອຍ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສິນຄ້າອິຫຍັງ ບໍ່ວ່າຈະເປັນເສື້ອຜ້າ ນຸ່ງໃນປີໃໝ່ຫັ້ນນ່າ ຂອງກິນກໍມີແຕ່ໝູປິ່ນ ງົວປິ່ນແບ້ປິ່ນຫັ້ນນ່າ ບໍ່ໆ ບໍ່ໄດ້ສະຕອກເພີ່ມດອກ ກໍເພີ່ມຢູ່ແຕ່ກໍບໍ່ໄດ້ເພີ່ມຫຼາຍ ເພີ່ມຢູ່ກໍປະມານ 2 ບາທ 3 ບາທ ນີ້ແຫຼະ ກໍຈະປະມານ 1,000-2,000 ນີ້ລະວ່າ. ບາງເທື່ອຊີ້ນຢູ່ໂຮງງານ ມັນບໍ່ພໍກັນຫັ້ນນ່າ.”
ທີ່ຜ່ານມາເຄື່ອງດື່ມແອລກໍຮໍລ໌ ໂດຍສະເພາະເບັຽລາວ ເປັນສິນຄ້າທີ່ໄດ້ຮັບຄວາມນິຍົມຫຼາຍ ກ່ອນໝູ່ໃນໄລຍະງານບຸນຕ່າງໆ ໂດຍໃນໄລຍະງານບຸນປີໃໝ່ສາກົລ ຫຼື ງານບຸນປີໃໝ່ລາວ ຊຶ່ງບັນດາພໍ່ຄ້າ-ແມ່ຄ້າພັດຂຶ້ນລາຄາສິນຄ້າ ດັ່ງກ່າວນີ້ປະມານ 10-20% ແລະ ເຖິງແມ່ນວ່າ ຈະມີລາຄາທີ່ຂ້ອນຂ້າງສູງ ແຕ່ຍັງເປັນສິນຄ້າ ທີ່ໄດ້ຮັບຄວາມນິຍົມສູງສຸດ.
ດັ່ງຊາວລາວ ຢູ່ເມືອງວັງວຽງ ແຂວງວຽງຈັນກ່າວວ່າ:
“ສ່ວນຫຼາຍນີ້ກໍຈະເປັນອັນເຄື່ອງເຫຼົ້າເນາະ ເຄື່ອງດື່ມກິນ ຖ້າວ່າອາຫານອັນໃດ ມັນກໍຈະເພີ່ມຂຶ້ນຫັ້ນນ່າ ເຫຼົ້າເບັຽອິຫຍັງ ຫຼືວ່າຊີ້ນອິຫຍັງກໍແລ້ວແຕ່ ປະເພດສິນຄ້າ ສົມມຸດວ່າເບັຽເນາະ ສົມມຸະວ່າເຂົາເວລາຂາຍເບັຽເນາະ, ອ່າ ລັງນຶ່ງ 150,000 ເນາະ ມັນກໍຈະຂຶ້ນປະມານຢູ່ 10% ຫຼືວ່າ 20% ນີ້ແຫຼະ.”
ຮ້ານຂາຍເສື້ອຜ້າ ທັງແບບອ໋ອນລາຍນ໌ ແລະ ແບບອອຟລາຍນ໌ ພັດນິຍົມນຳສິນຄ້າ ທີ່ພວກເຂົາເຈົ້າມີມາຈັດໂປຣໂມຊັນ ເປັນຕົ້ນຊື້ 2 ແຖມ 1 ຫຼື ຈັດສົ່ງສິນຄ້າໃຫ້ລູກຄ້າແບບ ບໍ່ເສັຽຄ່າ ເພື່ອເປັນການເພີ່ມຍອດຂາຍ ແລະດຶງດູດຄວາມສົນໃຈ ຈາກລູກຄ້າອີກທັງຍັງເປັນການລະບາຍສິນຄ້າ ອອກຈາກສາງໃນໄລຍະງານບຸນປີໃໝ່ລາວ.
ດັ່ງແມ່ຄ້າອ໋ອນລາຍນ໌ ທີ່ນຳເຂົ້າສິນຄ້າ ຈາກປະເທດຈີນ ຢູ່ແຂວງຫຼວງນໍ້າທາກ່າວວ່າ:
“ນ້ອງຂາຍແບບວ່າ ເຄື່ອງເປັນເກີບບໍ່ຊີ້ນ່າ ເນາະເປັນເສື້ອຜ້າ ເປັນພວກເຄື່ອງ ຂ້ອຍນຳເຂົ້າມາແຕ່ປະເທດຈີນ ປະເທດເຮົາມັນບໍ່ຂຶ້ນລາຄາໃດ ເພາະວ່າເຮົາບໍ່ໄດ້ຂຶ້ນລາຄາ, ລາຄາເດີມ ບຸນປີໃໝ່ເຮົາຈະເຮັດໂປຣໂມຊັນ ແຮງຈະຫຼຸດລາຄາອີກ.”
ຫ້ອງການອຸດສາຫະກັມ ການຄ້າພາຍໃນເມືອງ ແລະແຂວງຕ່າງໆ ທົ່ວປະເທດມີແຜນທີ່ຈະເຣີ່ມດຳເນີນການ ມາຕການຄຸ້ມຄອງ ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ລວມເຖິງຄ່າບໍຣິການຕ່າງໆ ບໍ່ໃຫ້ສູງຂຶ້ນໃນໄລຍະບຸນປີໃໝ່ລາວ ນັບແຕ່ສັບປະດານີ້ ໄປຈົນຮອດວັນທີ 20 ເມສາ 2023.
ດັ່ງເຈົ້າໜ້າທີ່ຫ້ອງການ ອຸດສາຫະກັມ ແລະການຄ້າ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງກ່າວວ່າ:
“ກໍຫຼາຍແນວເນາະ ມີຫຼາຍແນວຢູ່ກໍເຄື່ອງກິນບໍ ຣິໂພກນີ້ແຫຼະ ມີເດີ້ມີແຜນເດີ້ບໍ່ຊິລົງກ່ອນໆ ກໍອາທິດນີ້ແຫຼະ ທິດນີ້ແຫຼະຈະໄດ້ລົງຈຸດຕລາດຫັ້ນນ່າ. ບໍ່! ບໍ່ໃຫ້ຂຶ້ນລາຄາໄດ໋ ເອົາຕາມລາຄາປົກກະຕິຫັ້ນແຫຼະ ບໍ່ໄດ້ຂຶ້ນລາຄາ ເຮົາໃສ່ມາຕການໄດ໋.”
ເນື່ອງຈາກສິນຄ້າ ອຸປໂພກ-ບໍຣິໂພກ ສ່ວນຫຼາຍທີ່ຂາຍພາຍໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດ ນຳເຂົ້າຈາກປະເທດໄທຍ ແລະ ປະເທດຈີນ ເຮັດໃຫ້ສິນຄ້າ ມີຕົ້ນທຶນການນຳເຂົ້າ ຈາກຕ່າງປະເທດ ແລະ ຄ່າຂົນສົ່ງພາຍໃນປະເທດ ອີກທັງໃນໄລຍະບຸນປີໃໝ່ລາວ ສິນຄ້າເກືອບທຸກປະເພດ ຖືກປັບລາຄາສູງຂຶ້ນ ເຮັດໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສາມາດຄວບຄຸມ ລາຄາສິນຄ້າໄດ້ພໍເທົ່າໃດ.
ດັ່ງເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະການຄ້າ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:
“ຄວາມໝາຽກໍຄືວ່າ ຄຸມກໍຈຸເຮົາຄືພາກຣັຖ ກໍຄຸມກໍຄຸມບໍ່ໄດ້ເຮົາບໍ່ໄດ້ ໄປລົງທຶນໃຫ້ເຂົາຫັ້ນນ່າ ແບບບາງເທື່ອພວກນັກທຸຣະກິຈ ຊາວຄ້າຂາຍເຂົາກໍເວົ້າ ເວົ້າອິຫຍັງຫັ້ນນ່າ ເວົ້າໃສ່ພະນັກງານຫັ້ນນ່າ ວ່າຊິມາແບບບັງຄັບ ໃຫ້ເຂົາແບບຂາຍເທົ່ານັ້ນເທົ່ານີ້ ອິຫຍັງຫັ້ນນ່າ ກໍເປັນໄປບໍ່ໄດ້ເຂົາຊື້ມາໂລນຶ່ງ 50 ບາທ ມາຜ່ານເປັນເງິນລາວ ມັນກໍສູງມັນກໍຕ້ອງ 5,000 ເລີຍ 25,000 ຫາ 26,000 ແຕ່ກີ້ກໍບໍ່ໄດ້ຮອດພີ້ຫັ້ນນ່າ.”
ທ່ານ ນັນຕາ ສານຸວົງ ຫົວໜ້າຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສັມພາດຕໍ່ສື່ມວນຊົນວ່າ ຫ້າມບັນດາພໍ່ຄ້າ ຊາວຂາຍ ສວຍໂອກາດຂຶ້ນລາຄາ ແລະການກັກຕຸນສິນຄ້າ ໂດຍສະເພາະຊີ້ນໝູ, ໄກ່, ງົວ ແລະ ເຂົ້າ ລວມໄປເຖິງການກະຕຣຽມ ກະຕ່າຂອງຝາກ ທີ່ໝົດອາຍຸ ແລະເສື່ອມຄຸນນະພາບ ມາຂາຍ ແລະວາງຈຳໜ່າຽ ໃນໄລຍະບຸນປີໃໝ່ລາວ ທັງນີ້ເພື່ອເປັນການຕຣຽມພ້ອມຮັບມື ກັບວິກິຕການທີ່ອາດສົ່ງຜົລກະທົບ ຕໍ່ຜູ້ບໍຣິໂພກ.
ນອກຈາກນີ້ ເຈົ້າໜ້າທີ່ກວດກາ ການຄ້າໄດ້ສົມທົບ ກັບເມືອງ ແລະຜູ້ຈັດສັນຕລາດ ລົງຕິດຕາມບັນດາຕລາດ ໃນເມືອງຕ່າງໆ ເພື່ອກວດກາລາຄາສິນຄ້າ ຖ້າພົບເຫັນມີການກັກຕຸນ ຫຼື ຂຶ້ນລາຄາແມ່ນຖືກປັບໃໝຕາມລະບຽບກົດໝາຽ ເປັນຕົ້ນ ຖ້າຫາກຜູ້ປະກອບການ ທຸຣະກິຈລາຍໃດສວຍໂອກາດຂຶ້ນລາຄາສິນຄ້າ ຫຼືຄ່າບໍຣິການຈະຖືກລົງໂທດ ຕັດອິດສະຣະພາບແຕ່ 6 ເດືອນ ຫາ 2 ປີ ແລະ ຖືກປັບໃໝແຕ່ 3 ລ້ານກີບ ຫາ 10 ລ້ານກີບ ຫຼື ຖ້າຫາກຜູ້ປະກອບການ ທຸຣະກິຈລາຍໃດ ສວຍໂອກາດກັກຕຸນ ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິຈ, ບໍຣິສັດ, ຫ້າງຮ້ານຂອງຕົນ ຫຼື ຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນ ທາງດ້ານເສຖກິຈແລະຊີວິດ ຄວາມເປັນຢູ່ ຂອງປະຊາຊົນຈະຖືກລົງໂທດ ຕັດອິດສະຣະພາບແຕ່ 1 ປີ ຫາ 4 ປີ ແລະ ຖືກປັບ ໝແຕ່ 10 ລ້ານກີບ ຫາ 50 ລ້ານກີບ.