ຄົນລາວ ຈຳນວນນຶ່ງ ຖືກຕົ້ມ ທາງອອນລາຍນ໌

ຄົນລາວ ຈຳນວນນຶ່ງ ຖືກຕົ້ມ ທາງອອນລາຍນ໌ ໂດຍ ນັກຕົ້ມຕຸ໋ນ ຈະໃຊ້ເບີໂທຈາກຕ່າງປະເທດ
ຄົນລາວ ຈຳນວນນຶ່ງ ຖືກຕົ້ມ ທາງອອນລາຍນ໌ ໂດຍ ນັກຕົ້ມຕຸ໋ນ ຈະໃຊ້ເບີໂທຈາກຕ່າງປະເທດ (RFA)

0:00 / 0:00

ໃນ​ໄລ​ຍະ 2-3 ເດືອນ ຜ່ານ​ມາ ຊາວ​ລາວ ໃນ​ນະ​ຄອນ​ຫລວງວຽງ​ຈັນ ແລະ ຢູ່​ຫຼາຍ​ແຂວງ ຈຳ​ນວນ​ນຶ່ງ ຖືກ​ນັກ​ຕົ້ມ​ຕຸ໋ນຕ່າງ​ປະ​ເທດ ຕົວະ​ໃຫ້​ໂອນ​ເງິນ​ໃຫ້ ແລະ ບາງ​ຄົນກໍຫຼົງ​ເຊື່ອ ຈົນ​ຕ້ອງ​ໂອນ​ເງິນໃຫ້ປະ​ມານ 6 ລ້ານ ກີບ ຜ່າ​ນ​ຣະ​ບົບ WhatsApp.

ໃນ​ການ​ຕົວະ​ໃຫ້​ໂອນ​ເງິນ ນັກ​ຕົ້ມ​ຕຸ໋ນ ຈ​ະ​ບອກວ່າ ຈະ ສົ່ງ​ເງິນ ໃຫ້ 2 ລ້ານ​ໂດ​ລາຣ໌ ໃຫ້​ທາງໄປ​ສະ​ນີ ແລະ ກໍ​ມີ​ຊາວ​ລາວ​ຈຳ​ນວນ​ນຶ່ງ ຫຼົງ​ເຊື່ອ ແລະ ໂອນ​ເງິນ​ໃຫ້​ກ່ອນ ຈົນ​ຕົກ​ເປັນ​ເຫຍື່ອການ​ຕົ້ມ​ຕຸ໋ນ.

ພະ​ນັກ​ງານ ຜູ້​ໃຫ້​ບໍ​ຣິ​ການ​ໂອນ​ເງິນ​ໄປ​ຕ່າງ​ປະ​ເທດ ຢູ່​ເມືອງ​ເຟືອງ ແຂວງວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 15 ທັນ​ວາ ວ່າ:

"ນັກ ​ຕົ້ມ​ຕຸ໋ນ ເຂົາ​ຕົວະ ມັນ​ຕົວ​ຫຼາຍຄົນ​ແລ້ວ ທີ່​ມາ​ຕົວະ ຢູ່​ຮ້ານ ອ້າຍ​ໄດ້​ອະ​ທິ​ບາຍ ໃຫ້​ເຂົາ​ຫຼາຍ​ຄົນ​ແລ້ວ ແລ້ວ​ບາງ​ຄົນ ເຂົາ​ກໍ​ບໍ່​ເຊື່ອ ບາງ​ຄົນ​ແລ້ວ ເຂົາ​ກໍ​ໄປ​ໂອນ ທີ​ບ່ອນ​ອື່ນ ແລ້ວ ມັນ​ກໍ ບໍ່​ໄດ້​ງິນ​ຄືນ ແລ້ວ​ເຄື່ອງບໍ່​ມາ​ຮອດ​ທີ່​ລາວນີ້ ບໍ່​ໄດ້ ບໍ່​ມີ​ເລີຍ ໂອນ​ໄປ​ແລ້ວ ກໍ​ແລ້ວ ໂທ​ຫາ​ເຂົາ ບໍ່​ໄດ້ ບາງ​ຄົນ ເຂົາ​ກໍ​ຂາຍ​ນາ ໄປ​ຈ່າຍແລ້ວ ບໍ່​ໄດ້​ເງິນ​ກັບ."

ທ່ານ ກ່າວ​ຕື່ມ​ວ່າ ປັດ​ຈຸ​ບັນ ກໍ​ຍັງ​ບໍ່​ທັນ​ຮູ້​ຄັກ​ແນ່​ວ່າ ນັກ​ຕົ້ມ​ຕຸ໋ນທີ່​ຕົວະ ໃຫ້​ຊາວ​ບ້ານ ໂອນ​ເງິນ​ໄປ​ໃຫ້​ນັ້ນ ເປັນ​ຄົນ​ຈາກ​ປະ​ເທດ​ໃດ ຍ້ອນ​ໝາຍ​ເລກໂທ​ລະ​ສັບ ທີ່​ພວ​ກ​ເຂົາ​ເຈົ້າ ໃຊ້ຕິດ​ຕໍ່​ມາ​ຍັງ​ຄົນ​ລາວ​ນັ້ນ ມີ​ທັງ​ເປັນ​ເບີ​​ໄທ​ຍ ແລະ ສ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ເຂົາ​ເຈົ້າ ພິມ​ຂໍ້​ຄວາມ​ເປັນ​ພາ​ສາ​ລາວ ແຕ່ບໍ່​ແມ່ນ​ເປັນ​ພາ​ສາ​ທີ່​ຄົນ​ລາວ​ໃຊ້​ລົມ​ກັນ. ເລກ​ບັນ​ຊີທະ​ນາ​ຄານ ໝາຍ​ເລກ​ໂທ​ລະ​ສັບສຳ​ລັບ​ໂອນ​ເງິນ​ນັ້ນ ມັກ​ເປັນ​ຂອງ​ຄົນ​ໄທ​ຍ ຍ້ອນ​ເຫດ​ຜົ​ລ​ດັ່ງ​ກ່າວ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ຈຶ່ງບໍ່​ສາ​ມາດ​ຕິດ​ຕາມ​ໂຕ ​ຜູ້​ຕົ້ມ​ຕຸ໋ນ​ມາ​ດຳ​ເນີນ​ຄ​ະ​ດີ.

ພວກ​ຕົ້ນ​ຕຸ໋ນ​ມີ​ຫຼາຍ​ຂັ້ນ​ຕອນ​ໃນ​ການຕົວະ​ຄົນ​ໃຫ້​ຫຼົງ​ເຊື່ອ. ຊາວ​ນະ​ຄອນ​ຫລວງວຽງ​ຈັນ ຜູ້​ທີ່​ຖືກ​ຕົວະ ໄດ້​ກ່າວ​ໃນ​ວັນ​ທີ 15 ທັນ​ວາ ວ່າ:

“ບາດນີ້ ຖາມ​ໄປ ຖາມ​ມາ​ວ່າ ເພິ່ນ​ວ່າ ເພິ່ນ​ຫັ້ນ​ມີ​ທຶນ ເປັນ​ຄ້າຍໆ ວ່າ ເພິ່ນ​ຫັ້ນມີ​ເປັນ​ທຶນ​ມາ​ແຕ່​ຕ່າງ​ປະ​ເທດ ເງິນ​ກ້ອນ​ໃຫຍ່ ທີ່​ວ່າ ເພິ່ນ​ຢາກ​ມາ​ລົ​ງ​ທຶນຢູ່​ລາວ ເພິ່ນ​ວ່າ​ຫັ້ນ​ນ່າ ຢາກ​ໃຫ້​ເຮົາ​ນີ້ ເປັນ​ໂຕ​ກາງທີ່​ວ່າ ພາ​ເພິ່ນ​ເຮັດ​ແນ່ ເພິ່ນ​ຫັ້ນ​ມີ​ເງິນ.”

ນາງ ກ່າວ​ຕື່ມ​ວ່າ ເຖິງວ່າ ຈະ​ມີ​ຄົນ​ລາວ​ຈຳ​ນວນ​ນຶ່ງ ຖືກ​ຕົວະ​ຕົ້ມ ໃນ​ລັກ​ຊະ​ນະ​ແບບນີ້ ມາ​ແລ້ວ ແຕ່ ກໍ​ເປັນ​ການ​ຍາກ​ທີ່​ເຈົ້າ​ໜ້າ​ທີ່​ຈະ​ຕິດ​ຕາມ​ຕາມ​ຜູ້​ກະ​ທັມ​ຜິດ​ມາ​ລົງ​ໂທດ​ໄດ້ ​ຍ້ອນ​ວ່າ ກຸ່ມ​ແກ້ງ​ຕົ້ມ ຢູ່​ຕ່າງ​ປະ​ເທດ.

ໃນ​ໄລ​ຍະ​ຜ່ານ​ມາກຸ່ມ​ນັກ​ຕົ້ມ​ຕຸ໋ນ ຍັງ​ມາ​ໃນ​ຮູບ​ແບບ​ການ​ແອບ​ແຝງ ​ເປັນ​ພ​ນັກ​ງານ​ຂອງ​ບໍ​ຣິ​ສັດ ​ຣັ​ຖວິ​ສາ​ຫະ​ກິ​ຈຫວຍ​ພັ​ທ​ນາ ຊຶ່ງ​ໄດ້​ຕົວະ​ໃຫ້​ຊາວບ​ບ້ານ​ໂອນ​ເງິນ​ໃຫ້ 2 ລ້ານ​ກີບ ເພື່ອ​ແລກກັບ​ເລກ 6 ໂຕ ແລະ ຖ້າ​ຜູ້​ໃດ​ຖືກ​ລາງ​ວັນ ກໍ​ຈະ​ໄດ້​ເງິນ​ຈຳ​ນວນ 400 ລ້ານ ກີບ ຫຼື 800 ລ້ານ​ກີບ ແຕ່​ຖ້າວ່າ ບໍ່​ຖືກ​ລາງວັນ ບໍ​ຣິ​ສັດ ກໍ​ຈະ​ຄືນ​ເງິນ​ຄ່າ​ຊົດ​ເຊີຍ​ໃຫ້ຈຳ​ນວນ 50 ລ້ານ ກີບ ແຕ່​ຜ່ານ​ມາ ກໍ​ຍັງ​ບໍ່​ມີ​ຜູ້​ໃດໄດ້​ເງິນ​ຄືນ. ໂຕ​ແທນ​ຈຳ​ໜ່າຍ​ຫວຍ​ພະ​ຍາ​ນາກ ຢູ່ ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

" ເຂົາ ​ປ່ຽນ​ເບີ ໄປ​ເລື້ອຍໆ ທີ່​ສຳ​ຄັນ ເຂົາ​ໄປ​ກອບ​ເອົາ​ຮູບ​ໃນ​​ຫວຍ​ພັ​ທ​ນາ ຫວຍ​ພະ​ຍາ​ນາກ ແລ້ວ​ກໍ​ເອົາ​ໄປ​ຕັ້ງ​ເພ​ຈ​ເນາະ ໄປ​ຍິງ​ແອດ ແລ້ວ​ກໍ​ຕົວະ​ເອົາ​ເງິນ ໃຫ້​ຄົນ​ໂອນ​ເງິນ​ມາ​ໃຫ້​ນ່າ ແລ້ວກໍ​ປິດເຟ​ສ​ໄປ ແຕ່​ເຮົາ​ກໍ​ບໍ່​ຮູ້ ທີ່​ໄປ​ທີ່​ມາ​ດອກ ແຕ່​ວ່າ ເຮົາ​ເລີຍ​ເຫັນ​ເຂົາເອົາ​ລົງ​ເຟ​ສ​ຫັ້ນ​ນ່າ ຜູ້​ເສັຽ​ຫາຍ​ຫັ້ນ​ນ່າ."

ການ​ຕົວະ​ຄົນ​ໃຫ້​ໂອນ​ເງິນ​ໃຫ້​ຜ່ານ​ອອນ​ລາຍ ຢູ່​ປະ​ເທດ​ລາວ ເກີດ​ຂຶ້ນ​ມາ​ດົນ​ແລ້ວ ຊຶ່ງ​ກຸ່ມ​ຕົ້ມ​ຕຸ໋ນ ຈະ​ປ່ຽນ​ວິ​ທີ​ການຕົວະ​ໄ​ປ​ເລື້ອຍໆ ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ສືບ​ຫາ​ໂຕ​ຍາກ. ເຈົ້າ​ໜ້າ​ທີ່ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ ຜູ້​ທີ່​ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ວ່າ:

" ມັນ ກໍ ມີ ຫຼາຍ ແຕ່ ວິ ທີ ການ ສະ ກັດ ກັ້ນ ກະ ​ຄື​ເວົ້າ​ຫັ້ນ​ແຫຼະ ແຕ່​ເຂົາ​ເຈົ້າໄປ​ລັກ​ເຮັດ​ເນາະ ຄັນ ວ່າ ເຮັດ ແລ້ວນີ້ ເຈົ້າ ຄ່ອຍ ວ່າ ເກີດ ມີ ບັນ ຫາ ມາ ຟ້ອງ ມາ ຫາ ເຈົ້າ ໜ້າ ທີ່ ຄັນ ເຈົ້າ ໜ້າ ທີ່ ກໍ ໄດ້ ປະ ສານ ງານ ກັບ ທາງ ຝ່າຍ ໄທ ກວດ ກາ ມັນ ."

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານ​ນຶ່ງ ກ່າວ​ໃນ ​ເດື່ອນ​ກຸມ​ພາ 2021 ວ່າ ຊາວ​ລາວ​ຫຼາ​ຍກວ່າ 100,000 ຄົນ ທີ່​ເອົາ​ເງິນ​ໄປ​ລົງ​ທຶນ​ຜ່ານ​ຣະ​ບົບ​ອກອນ​ລາຍ ກັບ​ບໍ​ຣິ​ສັດ HSBC Wealth ເພື່ອ​ຫວັງ​ຈະ​ໄດ້​ກຳ​ໄລ 2-3 ເທົ່າ​ໂຕ ແຕ່​ພັດ​ຖືກ ບໍ​ຣິ​ສັດດັ່ງ​ກ່າວ ສໍ້​ໂກງເງິນ ລວມ​ກັນ​ເປັນ​ມູນ​ຄ່າ ຫຼາຍ 100 ລ້ານ ກີບ ແລະ ບໍ່​ຈ່າຍ​ເງິນ​ຄືນ​ໃຫ້​ແກ່​ນັກ​ລົງ​ທຶນ ຕາມ​ໄລ​ຍະ​ເວ​ລາ​ທີ​ຕົກ​ລົງ​ກັນໄວ້ ຫຼັງ​ຈາກ​ນັ້ນ ເຈົ້າ​ຂອງ​ກໍ​ປິດ​ບໍ​ຣິ​ສັດ​ໜີ​ໄປ ເຮັດ​ໃຫ້​ຜູ້​ເສັຽ​ຫາຍ​ພາ​ກັນ​ໄປ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ເພື່ອ​ດຳ​ເນີນ​ຄະ​ດີ​ກັບ​ບໍ​ຣິ​ສັດ​ດັ່ງ​ກ່າວ. ໃນ​ເດືອນ ມີ​ນາ 2020 ທຸ​ຣະ​ກິ​ຈ​ຫາ​ລາຍ​ໄດ້​ເສີມທາງ​ສື່​ອອນ​ລາຍ ທີ່​ມີ​ຊື່​ວ່າ Shopping Online by Fingo ຫຼື ທີ່​ຄົນ​ລາວ​ຮູ້​ຈັກ​ໃນ​ຊື່ ຟິງ​ໂກ້ ໄດ້​ຊັກ​ຊວນ ໃຫ້​ຄົນ​ລາວ​ສ​ມັກ​ເປັນ​ສ​ມາ​ຊິກ ພ້ອມ​ກັບ​ຊື້​ສິນ​​ຄ້າ​ໃນ​ລາ​ຄາ​ເລີ່ມ​ຕົ້ນ​ປະ​ມານ 278,000 ກີບ ແລະ ຖ້າສ​ມາ​ຊິກ​ຄົນ​ໃດເປັນ​ຜູ້​ຂາຍ ຈະ​ຕ້ອງ​ຊື້​ສິນ​ຄ້າ​ໃນ​ລາ​ຄາ​ເກືອບ 500,000 ກີບ ຂຶ້ນ​ໄປ ຕໍ່​ສ​ມາ​ຊິກ 1 ຄົນ ຫຼື ຖ້າຜູ້​ຂາຍສາ​ມາດ ຊວນ​ສ​ມາ​ຊິກ ​ໃໝ່ໄດ້ ກໍ​ຈະ​ໄດ້​ເງິນ 108,000 ກີບ ຕໍ່​ສ​ມາ​ຊິກ 1 ຄົນ ຫຼື​ສາ​ມາດ​ແນະ​ນຳໃຫ້​ລູກ​ຄ້າໃຫ້​ຊື້​ເຄື່ອງຂອງ​ໂຕ​ເອງ ກໍ​ຈະ​ໄດ້​ເງິນ​ເປີ​ເຊັນ 10-15 ເປີ​ເຊັນ ຂອງ​ມູນ​ຄ່າສິນ​ຄ້າ ສະ​ນັ້ນ ມີ​ຄົນ​ລາວ​ຫຼາຍ​ຄົນຫຼົງ​ເຊື່ອ ແລະ ເສັຽ​ເງິນ​ໃຫ້​ກັບ​ຂບວນ​ການ​ດັ່ງ​ກ່າວ. ການ​ດຳ​ເນີນ​ການ​ດັ່ງ​ກ່າວ ເປັນ​ການ​ສໍ້​ໂກງ​ຊັບ​ພົ​ລ​ເມືອງ ຊຶ່ງ​ໄດ້​ລະ​ບຸ​ໄວ້​ໃນ​ກົດ​ໝາຍ​ອາ​ຍາ.

ກົດ​ໝາຍ​ອາ​ຍາ ສະ​ບັບ​ປີ 2017 ໄດ້​ລະ​ບຸ​ວ່າ ບຸກ​ຄົນ​ໃດຫາກ​ໃຊ້​ເລ້​ຫລ່ຽມ ຕົວະ​ຍົວະ ຫຼອກ​ລວງດ້ວຍ​ວິ​ທີ​ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ້​ຜູ້​ອື່ນເອົາ​ຊັບ​ສິນໃຫ້​ຕົນ ຈະ​ຖືກ​ລົງ​ໂທດ​ຕັດ​ອິດ​ສາ​ລະ​ພາບ ແຕ່ 3 ເດືອນ ຫາ 3 ປີ ແລະ/ຫຼື ຖືກ​ປັບ ໃໝ ແຕ່ແຕ່ 5 -20 ລ້ານ ກີບ ໃນ​ກໍ​ລະ​ນີ ເອົາ​ການ​ສໍ້​ໂກງ​ຊັບ​ເປັນ​ອາ​ຈີນ ມີ​ການ​ຈັດ​ຕັ້ງ​ເປັນ​ກຸ່ມ ຫຼື ໃນ​ກໍ​ລະ​ນີ ກໍ່​ຄວາມ​ເສັຽ​ຫາຍ​ຢ່າງ​ຫລວງ​ຫຼາຍ ຈະຖືກ​ລົງ​ໂທດ​ຕັດ​ອິ​ສະ​ຣະ​ພາບແຕ່ 3-8 ປີ ແລະ​/ຫຼື ຈະ​ຖືກ​ປັບ​ໃໝ​ແຕ່ 10-50 ລ້ານ ກີບ.