2 ປີທີ່ຍັງລໍຖ້າຄ່າ ຊົດເຊີຍ

ໄຊຍາ
2018.12.21
f-railway ການກໍ່ສ້າງຂົວ ຂ້າມນໍ້າຂອງ ສໍາລັບທາງຣົດໄຟ ຣະຫວ່າງເມືອງຫຼວງພຣະບາງ ຫາ ເມືອງຈອມເພັດ (ຮູປຖ່າຍເດືອນຕຸລາ 2017)
RFA/AS

ປະຊາຊົນຜູ້ທີ່ຕ້ອງເຊົ່າດິນປູກໝາກນັດ ຫາລາຍໄດ້ລ້ຽງຄອບຄົວ ທີ່ລໍຖ້າຮັບຄ່າຊົດເຊີຍ ມາເປັນເວລາສອງປີແລ້ວ ແຕ່ເມື່ອໂຄງການສ້າງ ທາງຣົດໄຟ ລາວ-ຈີນ ມາກໍ່ສ້າງໃສ່ທີ່ດິນ ບ່ອນທີ່ເຄີຍທໍາມາຫາກິນ ເຮັດໃຫ້ຊີວິດຄອບຄົວ ໄດ້ຮັບຜົລກະທົບ ຈົນໄດ້ອອກຈາກບ້ານໄປ ຮັບຈ້າງເຮັດວຽກຢູ່ບາງກອກປະເທດໄທ ເພື່ອສົ່ງເງິນເມືອໃຫ້ຄອບຄົວ ແລະ ແມ່ທີ່ເຈັບປ່ວຍຢູ່ບ້ານ.

ປະຊາຊົນບ້ານກົກງີ້ວ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ໂດຍສ່ວນຫລາຍຍຶດອາຊີບປູກໝາກນັດຂາຍ ແຕ່ເມື່ອໂຄງການ ສ້າງທາງຣົດໄຟ ລາວ-ຈີນ ມາສ້າງໃສ່ເນື້ອທີ່ ທຳມາຫາກິນ ຂອງປະຊາຊົນ ແລະໃນຂນະດຽວກັນ ຄ່າຊົດເຊີຍ ທາງການລາວ ຍັງບໍ່ທັນ ຈ່າຍໃຫ້ ມາເປັນເວລາສອງປີແລ້ວ ເຮັດໃຫ້ບາງຄອບຄົວ ບໍ່ມີຣາຍໄດ້ຈົນໄດ້ໄປຊອກຫາ ວຽກເຮັດ ທີ່ບາງກອກປະເທດໄທ ເພື່ອມາລ້ຽງ ຄອບຄົວ ແລະ ປີ່ນປົວແມ່ທີ່ເຈັບປ່ວຍຢູ່.

ແນວໃດກໍ່ຕາມປະຊາຊົນ ທ່ານນຶ່ງທີ່ຕ້ອງການເງີນຄ່າຊົດເຊີຍ ເພື່ອຕັ້ງຕົ້ນຊີວິດ ເນື່ອງຈາກຜູ້ກ່ຽວ ບໍ່ມີທີ່ດິນທຳກິນແລ້ວ ໂດຍຮຽກຮ້ອງມາ ຍັງຣັຖບານໃຫ້ຊອກຫາວິທີຊ່ອຍປະຊາຊົນເຂດນີ້ ໃຫ້ໄດ້ຮັບຄ່າຊົດເຊີຍໂດຍໄວ ດັ່ງປະຊາຊົນທ່ານນີ້ໄດ້ໃຫ້ ສຳພາດວ່າ: ເຊີນຟັງການສຳພາດ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.