ຄຣູໄດ້ຮັບເງິນຮອດ ເດືອນ ກັນຍາ

ຈໍາປາທອງ
2016.10.23
F-Teacher ຄູຣສອນໜັງສື ໃຫ້ນັກຮຽນ ຢູ່ ສປປລາວ
Courtesy of room to read.org

ນາຍຄຣູຢູ່ແຂວງຫຼວງນໍ້າທາ ໄດ້ຮັບເງິນເດືອນ ຊ້າ ມາຕັ້ງແຕ່ ເດືອນ ກໍຣະກະດາ ຈົນມາເຖິງ ເດືອນກັນຍາ ຈຶ່ງໄດ້້ຮັບ ເງິນເດືອນ, ແຕ່ກໍຍັງ ບໍ່ທັນໄດ້ ເງິນຂອງເດືອນ ຕຸລາ ນີ້ເທື່ອ ຍ້ອນວ່າທາງ ເມືອງ ບໍ່ມີຣາຍຮັບ ບໍ່ມີ ງົບປະມານ ໃຫ້. ຕາມການ ເປີດເຜີຍຂອງ ເຈົ້າໜ້າທີ່ ຂແນງ ສຶກສາທິການ ແລະ ກິລາ ເມືອງຫຼວງນໍ້າທາ ຕໍ່ RFA ໃນວັນທີ 21 ຕຸລານີ້ວ່າ:

"ໄດ້ຮອດເດືອນ 9 ແລ້ວ ແຕ່ເດືອນ 10 ກໍຍັງໄດ້ ໝົດແລ້ວ ມີແຕ່ຊັກຊ້າ ບາງອາທິດ ຊື່ໆ ຫລຸດລື່ນກັນ ບາງອາທິດ ໄດ້ຊ້າ ກໍສາເຫດ ມັນຫຼາຍຄົນ ຈໍານວນຄົນ ສຶກສາສາ ມັນຫຼາຍ ແລ້ວ ກໍຣາຍຮັບ ຂັ້ນເມືອງ ມັນບໍ່ໄດ້ ຫັ້ນນ່າ ທ່ວງທັນ ກັຣາຍຈ່າຍ ຄວາມຕ້ອງການ ຂອງຣາຍຈ່າຍ ເລີຍຊັກຊ້າ".

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ງົບປະມານ ການສຶກສາ ຈະໄດ້ຮັບການ ອະນຸມັດ ຕົວເລກ ຈາກຂັ້ນເທິງ ແຕ່ການຫາເງິນ ທີ່ຈະຈ່າຍເງິນ ເດືອນ ໃຫ້ນາຍຄຣູ ນັ້ນ ເປັນໜ້າທີ່ ຂອງ ແຕ່ລະເມືອງ ທີ່ຈະຕ້ອງ ຈັດຫາ ໃຫ້ໄດ້.

ນາຍຄຣູໂຮງຮຽນປະຖົມ ແຫ່ງນຶ່ງ ຢູ່ເມືອງສິງ ເວົ້າວ່າ ເຖິງຈະໄດ້ ຮັບເງິນເດືອນ ຮອດເດືອນ ກັນຍາ ແລ້ວ ແຕ່ການເບີກຈ່າຍ ເງິນເດືອນ ແຕ່ລະເດືອນ ນັ້ນກໍບໍ່ໄດ້ ຕາມກໍານົດ ເວລາ ທຸກເດືອນ ໂດຍສະເພາະ ໃນເດືອນ ຕຸລາ ນີ້ ກໍເປັນຣະຍະ ຂຶ້ນ ງົບປະມານ ປະຈໍາປີ ໃໝ່:

"ມັນເປັນນໍາເມືອງ ອັນນີ້ແມ່ນ ຢູ່ເມືອງສິງ ໄດ້ແລ້ວ ສໍາລັບເດືອນ 9 ຍັງມີແຕ່ ເດືອນ 10  ຕ່າງກໍມີ ແຕ່ຄ້າງເດືອນ 10 ນີ້ແຫຼະ ນໍາເມືອງ ຂະເຈົ້າ ບໍ່ມີເງິນໃຫ້ ກໍບໍ່ຮູ້ວ່າ ຄັນຖ້າວ່າ ຂະເຈົ້າໄລ່ ຕົວນີ້ ແລ້ວ, ແລ້ວກໍຖ້າເງິນ ທາງເມືອງ ຂະເຈົ້າ ມີເງິນໃຫ້ ເຂົາກໍຈະໃຫ້ ຫັ້ນແຫຼະ".

ກ່ຽວກັບເຣຶ່ອງນີ້ ຜແນກສຶກສາທິການ ແລະກິລາ ແຂວງ ຫຼວງນໍ້າທາ ເປີດເຜີຍວ່າ ສໍາລັບເງິນເດືອນ ນາຍຄຣູ ແຕ່ເດືອນ ຕຸລາ ຮອດເດືອນ ທັນວາ 2016 ຍັງບໍ່ສາມາດ ຢືນຢັນ ໄດ້ວ່າ ຈະໄດ້ຕາມ ກໍານົດ ເວລາຫລືບໍ່ ຍ້ອນວ່າເປັນ ຣະຍະຂຶ້ນ ງົບປະມານ ປີໃໝ່ ແລະ ປັບເງິນເດືອນ ຣັຖກອນ ທີ່ໄດ້ເລື່ອນ ຕໍາແໜ່ງ:

"ກໍ ກໍບໍ່ຊ່າງສິຕອບ ເພາະວ່າມັນເປັນລະຍະ ຂ້າມຜ່ານເນາະ 11-12 ນີ້ເດ໊ ກໍແລ່ນຢູ່ແລ້ວ ເອກສານ ສົມບູນ ຂະເຈົ້າກໍຜ່ານ ໝົດແລ້ວ ຄືສິບໍ່ ດົນປານໃດ ບາງເທື່ອ ບໍ່ພໍກໍ ແຂວງຈະດູນ ເປັນຜູ້ດູນ ໃຫ້".

ກ່ຽວກັບບັນຫາເງິນເດືອນ ນາຍຄຣູລ້າຊ້າ ນາຍົກຣັຖ ມົນຕຣີ ທອງລຸນ ສີສຸລິດ ໄດ້ແນະນໍາ ໃຫ້ແຕ່ລະ ແຂວງ ຈ່າຍເງິນເດືອນ ພະນັກງານ-ຣັຖກອນ ໃຫ້ຖືກກັບ ກໍານົດເວລາ ແຕ່ພາກ ປະຕິບັດ ແມ່ນ ປະຕິບັດ ບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.