ຂ.ຫຼວງນ້ຳທາຂາດແຮງງານ
ເຈົ້າຫນ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ທີ່ ແຂວງ ຫຼວງນ້ຳທາ ກ່າວວ່າ ທາງແຂວງ ຍັງຂາດ ແຮງງານ ດ້ານ ການກະເສດ.
-
ສິດນີ
2016-02-23 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ທີ່ ແຂວງ ຫຼວງນ້ຳທາ ກ່າວວ່າ ທາງແຂວງ ຍັງຂາດ ແຮງງານ ດ້ານ ການ ກະເສດ ຢ່າງ ຫຼວງຫຼາຍ ຍ້ອນວ່າ ປະຊາຊົນ ສ່ວນໃຫຍ່ ຫນີໄປ ເຮັດວຽກ ກໍ່ສ້າງ ແລະ ບໍຣິການ ຢູ່ແຂວງອື່ນໆ ໂດຍສະເພາະ ໃນແຂວງ ທີ່ຕິດກັບ ຊາຍແດນ, ດັ່ງ ແຂວງບໍ່ແກ້ວ ແລະ ອຸດົມໄຊ ເພາະໄດ້ ຄ່າຈ້າງຫຼາຍກວ່າ. ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກຸມພາ ນີ້ວ່າ:
"ມີຢູ່ແຕ່ຢູ່ເຂດ ອຸດົມໄຊ ບໍ, ບໍ່ແກ້ວ ບໍ, ສ່ວນຫຼາຍ ກໍແມ່ນວຽກ ກໍ່ສ້າງ ເປັນວຽກເບົາ ບໍຣິການ ນະ, ຢູ່ຮ້ານ ອາຫານ ແນວນີ້ ຄ່າຈ້າງ ກໍຄືກົດຫມາຍ ຂອງເຮົາ ກຳນົດ ກໍຖືວ່າ ກໍເກີນຫັ້ນແລ້ວ ກໍຖືວ່າ ໄດ້ດີ".
ທ່ານກ່າວ ຕື່ມວ່າ ຄົນງານ ຕ່າງແຂວງ ໂດຍສະເພາະ ແຂວງ ທາງເຫນືອ ກໍເຂົ້າມາ ເຮັດວຽກ ກໍສ້າງທີ່ ແຂວງ ຫຼວງນ້ຳທາ ເຊັ່ນກັນ ນອກຈາກ ຄົນລາວແລ້ວ ກໍຍັງມີ ຄົນງານ ຕ່າງປະເທດ ອີກ ຈຳນວນນຶ່ງ ເປັນຕົ້ນ ຄົນຈີນ ແລະ ວຽດນາມ ທີ່ເຂົ້າມາ ກັບ ບໍຣິສັດ ໄດ້ຮັບ ສຳປະທານ.
ອີງຕາມ ຂໍ້ມູນ ຈາກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ເລີ້ມແຕ່ ປີ 2010 ຫາປີ 2015 ມີແຮງງານລາວ ໄປເຮັດວຽກ ຢູ່ຕ່າງ ປະເທດ ປະມານ 109,000 ຄົນ ແລະ ໃນຂນະດຽວກັນ ກໍມີແຮງງານ ຕ່າງຊາດ ເຂົ້າມາ ເຮັດວຽກ ໃນລາວ ຫຼາຍພັນຄົນ ສ່ວນໃຫຍ່ ມານຳ ບໍຣິສັດ ສຳປະທານ. ແຮງງານລາວ ສ່ວນໃຫຍ່ ເປັນແຮງງານ ທີ່ ບໍ່ມີສີມື.