ຂ.ຫຼວງນ້ຳທາ ຄົນຈີນມາຫຼາຍ ຄົນລາວ ຄ້າຂາຍຕົກຕໍ່າ

ຈໍາປາທອງ
2019.12.13
F-Chinese-Boten ຮ້ານຄ້າຂາຍຂອງຄົນຈີນ ຢູ່ ບໍ່ເຕັນ ແຂວງຫຼວງນໍ້າທາ ເຕີບໂຕຂຍາຍໄປທົ່ວເມືອງ ໃນເກືອບທຸກຂແນງທຸຣະກິດ
RFA

ປັດຈຸບັນ ປະຊາຊົນລາວ ທີ່ເຮັດທຸຣະກິດຄ້າຂາຍ ປະເພດຕ່າງໆ ບໍ່ວ່າຈະຂາຍເຄື່ອງຍ່ອຍຕາມຕລາດ, ເຮັດຮ້ານຄ້າ, ຮ້ານອາຫານ ແລະ ບ້ານພັກ ຫລືໂຮງແຮມ ຢູ່ແຂວງຫລວງນໍ້າທາ ກຳລັງປະສົບກັບບັນຫາ ໃນການແຂ່ງຂັນ ກັບນັກທຸຣະກິດ ແລະພວກ ຄ້າຂາຍຊາວຈີນ ທີ່ເຂົ້າມາຍາດແຍ່ງ ເຮັດທຸຣະກິດ ແບບດຽວກັນນັ້ນບໍ່ໄດ້ ເຮັດໃຫ້ຄົນລາວຈຳເປັນຕ້ອງໄດ້ຍົກເລີກ ກິຈການຂອງພວກຕົນໄປຫຼາຍຕໍ່ຫຼາຍ. ດັ່ງເຈົ້າຂອງທຸຣະກິດບ້ານພັກ ຢູ່ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ວິທຍຸເອເຊັຽເສລີ ໃນມື້ວັນທີ 12 ທັນວາ ນີ້ວ່າ:

“ເວົ້າເລື່ອງບ້ານພັກນີ້ແມ່ນ ສູ້ກັບບ້ານພັກຈີນບໍ່ໄດ້ ສ່ວນຫລາຍຄົນຈີນເຂົາມາ ເຂົາເຈົ້າກະໄປພັກໂຮງແຮມຈີນໝົດ ບ້ານພັກຂອງຄົນຈີນ ສ່ວນຫລາຍມັນຈະມີ ຮ້ານອາຫານພ້ອມ ແລະຄົນຈີນເຂົາກະນິຍົມ ຂອງຄົນຈີນເອງ ຂອງຄົນລາວເຮົາສ່ວນຫຼາຍ ກະມີແຕ່ຄົນລາວ ທີ່ ມາພັກແຕ່ມັນກະບໍ່ຫລາຍ ຄືນນຶ່ງກະ ມີແຕ່ສາມສີ່ຫ້ອງ ມັນໄປບໍ່ລອດຖ້າເປັນແບບນີ້.”

ນາງເວົ້າວ່າປັດຈຸບັນ ມີຄົນຈີນເຂົ້າ-ອອກ ແຂວງຫລວງນໍ້າທາ ໃນແຕ່ລະມື້ເປັນຈຳນວນຫຼວງຫຼາຍ, ແຕ່ພວກເຂົາເຈົ້າເລືອກໄປພັກເຊົາຢູ່ ໂຮງແຮມ ບ້ານພັກ ແລະກິນອາຫານ ຢູ່ຮ້ານຂອງຄົນຈີນ, ສ່ວນບ້ານພັກ ແລະຮ້ານອາຫານ ຂອງຄົນລາວແມ່ນ ໜ້ອຍທີ່ສຸດ ທີ່ພວກ ຂະເຈົ້າຈະເຂົ້າມາພັກເຊົາແລະກິນນຳ.

ປັຈຈຸບັນເຈົ້າຂອງບ້ານພັກ, ໂຮງແຮມແລະຮ້ານອາຫານ ທີ່ເປັນຂອງຄົນລາວໄດ້ໃຫ້ນັກທຸຣະກິດຈີນ ສຳປະທານຫຼາຍບ່ອນ ຄົນຈີນເຂົ້າມາ ເຮັດທຸຣະກິດ ປະເພດຕ່າງໆ ຢູ່ແຂວງຫລວງນໍ້າທານີ້ ແມ່ນໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່ ກ່ຽວຂ້ອງຂອງ ແຕ່ລະຂແນງການ ຊຶ່ງອາດ ຈະບໍ່ຄຳນຶງເຖິງຜົນກະທົບ ທີ່ຈະມີຕໍ່ທຸຣະກິດ ຂອງຄົນລາວ, ເຮັດໃຫ້ຄົນລາວ ບໍ່ສາມາດດຳເນີນທຸຣະກິດ ຕໍ່ໄປໄດ້, ດັ່ງເຈົ້າໜ້າທີ່ແຂວງ ຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ຄັນຖ້າວ່າທຸກໆທຸຣະກິດ ທີ່ຄົນລາວເຮົາເຮັດໄດ້ໃນທຸກມີື້ນີ້ ຍັງອະນຸຍາດໃຫ້ຄົນຈີນ ເຂົ້າມາເຮັດແນ່ນອນ ຕໍ່ໜ້າຈະມີແຕ່ຈີນ ໄດ້ເງີນ ການທີ່ຈະອອກໃບອະນຸຍາດ ໃນການດຳເນີນທຸຣະກິດ ກະຄວນເບິ່ງວ່າ ມັນຈະກະທົບ ກັບທຸຣະກິດຂອງຄົນລາວ ຫຼືບໍ່ ຖ້າຄົນລາວເຮົາ ເຮັດແລ້ວ ກະບໍ່ຄວນອະນຸຍາດ ໃຫ້ເຂົາເຮັດນອກຈາກ ວ່າຄົນລາວເຮົາເຮັດບໍ່ໄດ້.”

ທ່ານກ່າວວ່າ ແຂວງຫລວງນໍ້າທາ ເປັນແຂວງນຶ່ງຂອງລາວ ທີ່ມີຊາຍແດນຕິດກັບປະເທດຈີນ, ໃນແຕ່ລະມື້ ມີຄົນຈີນເດີນທາງເຂົ້າ-ອອກ ຜ່ານດ່ານຊາຍແດນ ເປັນຈຳນວນຫຼວງຫຼາຍ ຊຶ່ງມັນໜ້າຈະເຮັດໃຫ້ທຸຣະກິດ ໂຮງແຮມບ້ານພັກ ແລະພໍ່ຄ້າຊາວຂາຍ ຄົນລາວມີຣາຍຮັບ ຫຼາຍ. ແຕ່ກົງກັນຂ້າມສ່ວນຫລາຍແມ່ນ ນັກທຸຣະກິດຈີນ ເປັນຜູ້ໄດ້ຮັບ ສ່ວນຄົນລາວເອງ ບໍ່ໄດ້ຮັບຜົນປໂຍດເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.