ຊາວຫຼວງນໍ້າທາວ່າໝົດຫວັງ ຈາກ ພີເອັສ

ຈໍາປາທອງ
2017.08.03
F-PS ທ່ານ ປໍເຮີ ແລະ ຍານາງ ສຸກນາລີ ເທບສີເມືອງ ທັງສອງເປັນປະທານຮ່ວມ ຂອງ ບໍຣິສັດ ພີເອັສ
ຮູບພາບສົ່ງມາຈາກ ຜູ້ຟັງຣາຍການ

ປະຊາຊົນຢູ່ແຂວງຫລວງນໍ້າທາ ຜູ້ທີ່ຮ່ວມລົງທືນ ກັບບໍຣິສັດ ພີເອັສ ທີ່ສົ່ງເສີມ ກະສິກັມ ແລະອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ໝົດຫວັງ ທີ່ຈະໄດ້ເງິນຄືນ ຈາກ ບໍຣິສັດ ນັ້ນແລ້ວ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ທ່ານ ປໍເຮີ ປະທານ ບໍຣິສັດ ພີເອັສ ໄດ້ອອກມາໂພສ ຄລິປ ວີດີໂອ ຊີ້ແຈງວ່າ ປັດຈຸບັນ ທາງບໍຣິສັດ ບໍ່ມີເງິນ ທີ່ຈະສົ່ງຄືນ ໃຫ້ ສະມາຊິກ ເນື່ອງຈາກວ່າ ບໍຣິສັດຫລຸບທືນ ແລະ ສັນຍາການ ຮ່ວມລົງທິນນັ້ນ ກໍຂຽນໄວ້ວ່າ ບໍ່ແມ່ນ ປະຊາຊົນ ເອົາເງິນມາຝາກ ເພື່ອກິນດອກເບັ້ຽ ແຕ່ແມ່ນການເອົາເງິນ ມາຮ່ວມລົງທຶນ. ຖ້າບໍຣິສັດ ໄດ້ກຳໄລ ຜູ້ທີ່ຮ່ວມລົງທຶນ ກໍ່ຈະໄດ້ກຳໄລນໍາ, ຖ້າບໍຣິສັດຫລຸບທຶນ ຜູ້ຮ່ວມລົງທຶນ ກໍ່ຫລຸບທຶນນຳ. ດັ່ງ ປະຊາຊົນ ຜູ້ນຶ່ງ ໄດ້ເວົ້າວ່າ:

“ດຽວນີ້ແມ່ນຫມົດຫວັງແລ້ວ ອັນຊິໄດ້ເງີນຄືນ ປະທານບໍຣິສັດອອກມາເວົ້າເອງ ມີແຕ່ວ່າໃຜຢາກໄດ້ເງິນຄືນ ແມ່ນໄປເອົານໍ້າດື່ມ ບໍຣິສັດ ມາຂາຍເອົາເອງ ໃຜກະຈົ່ມ ຄືສິບໍ່ໄດ້ຄືນແລ້ວ ຂນາດຜູ້ທີ່ເຂົາເຂົ້າໄປຮອດ ບໍຣິສັດກະຍັງບໍ່ໄດ້ ເຮັດໄປເຮັດມາ ເສັຽເງິນໂຕເອງເພີ້ມອີກ”.

ແຕ່ໃນຂນະດຽວກັນ ປະຊາຊົນ ອີກຜູ້ນຶ່ງ ທີ່ສນັບສນູນ ບໍຣິສັດ ພີເອສ ກໍເວົ້າວ່າ:

“ເພິ່ນບໍ່ໄດ້ປະຕິເສດວ່າ ເພິ່ນບໍ່ຈ່າຍເງິນ ແລະເພິ່ນ ບໍ່ປະຕິເສດວ່າ ບໍ່ໃຫ້ຖອນ ແຕ່ວ່າ ຖ້າໃຫ້ຈ່າຍເງິນ ຕາມທະນາຄານ ບອກພາຍໃນນຶ່ງ ເດືອນມັນຈະເອົາເງິນ ມາແຕ່ໃສ່ຈ່າຍ ມັນບໍ່ງ່າຍໆໃດ ຄົນເປັນແສນໆນ໋າ ຊ່ວງເດືອນ 10,11,12 ເພິ່ນກໍຖອນໄປເກືອບ 163 ຕື້ ຕາມບົດ ສລຸບ ບັດນີ້ມັນ ບໍ່ມີເງິນແລ້ວ ຖອນແບບນັ້ນ ແຈ້ງຊັບມາອີກລອບນີ້ ບໍ່ມີເງິນຖອນແລ້ວ ຕ້ອງລໍການໄກ່ເກັ່ຍ.”

ໃນເມື່ອຖອນເງິນຄືນບໍ່ໄດ້ ປະຊາຊົນຫລາຍຄົນ ກໍເປັນໜີ້ ທະນາຄານ ເພາະໄດ້ກູ້ຢືມເງີນ ມາລົງທຶນ ກັບບໍຣິສັດ ພີເອັສ ເພື່ອຫວັງກຳໄລ. ແຕ່ສຸດທ້າຍ ຕ້ອງໄດ້ແບກຮັບພາລະ ໜີ້ສີນໜັກໜ່ວງ.

ສະມາຊິກບໍຣິສັດ ພີເອສ ຢູ່ແຂວງຫລວງນ້ຳທາ ຢາກໃຫ້ເຈົ້າໜ້າທີ່ ທາງການທີ່ກ່ຽວຂ້ອງ ຊ່ວຍໄກ່ເກັ່ຽ ໃຫ້ພວກຕົນ ສາມາດຖອນເງິນຄືນ ຈາກ ບໍຣິສັດນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.