ເຣີ່ມສຳຣວດ ທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ

ເສັ້ນທາງລະຫວ່າງ ແຂວງຫຼວງນ້ຳທາ ຫາ ບໍ່ແກ້ວ.
ເສັ້ນທາງລະຫວ່າງ ແຂວງຫຼວງນ້ຳທາ ຫາ ບໍ່ແກ້ວ. (ນັກຂ່າວ ພົລເມືອງ)

0:00 / 0:00

ທາງການລາວ ໄດ້ອະນຸມັດ ແຜນກໍ່ສ້າງທາງດ່ວນ ສາຍຢູ່ພາກເໜືອ ຈາກຊາຍແດນ ລາວ-ຈີນ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາຊາຍແດນ ລາວ-ໄທຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໄລຍະທາງ 176.3 ກິໂລແມັດ, ຊຶ່ງຂະນະນີ້ ທິມງານ ກໍາລັງສໍາຣວດ ໃນບາງເຂດ ແລະ ມີການໄກ່ເກັ່ຽກັບ ພາກສ່ວນຕ່າງໆ ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການນີ້ ດັ່ງເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ກໍຣະກະດາ ນີ້ວ່າ:

“ດຽວນີ້ ເຫັນຈຸທິມງານນຶ່ງ ເຂົາກໍາລັງ ສໍາຣວດເນາະ ດຽວນີ້ນ່າ ແຕ່ລະຈຸດໆ ບ່ອນຫຍັງ ມັນມີ ໄກ່ເກັ່ຽກັນ ສົມມຸດວ່າ ໄປຜ່ານ ບໍ່ແຮ່ບໍ໋ ຫຼືວ່າ ໂຄງການ ອັນໃດອັນນຶ່ງ ຫັ້ນນ່າ ດຽວນີ້ ຍັງຢູ່ ຂັ້ນຕອນທີ່ວ່າ ໄດ້ຄົ້ນຄວ້າກັນ ເນາະວ່າ ສິໄປຜ່ານ ຈຸດທີ່ສິແກ້ໄຂກັນ ແບບໃດ.”

ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນ ຮູ້ວ່າ ໂຄງການກໍ່ສ້າງ ທາງດ່ວນສາຍນີ້ ຈະຜ່ານ 3 ເມືອງ ຄື ເມືອງຫຼວງນໍ້າທາ, ເມືອງວຽງພູຄາ ແຂວງຫຼວງນໍ້າທາ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ແຕ່ຍັງບໍ່ຮູ້ວ່າ ຈະມີປະຊາຊົນ ຈໍານວນທັງໝົດ ຈັກຄອບຄົວ ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງທາງດ່ວນ ສາຍນີ້ ແລະ ສໍາລັບ ຣາຍລະອຽດ ກ່ຽວກັບ ເຣື່ອງອື່ນໆ ເປັນຕົ້ນ ບໍຣິສັດ ທີ່ເປັນ ຜູ້ສໍາຣວດ ໂຄງການ, ໃຜຈະເປັນ ຜູ້ລົງທຶນກໍ່ສ້າງ ແລະ ສ້າງຂຶ້ນ ເພື່ອຈຸດປະສົງຕົ້ນຕໍ ອັນໃດນັ້ນ ທ່ານ ຍັງບໍ່ທັນສາມາດ ຕອບໃຫ້ຮູ້ໄດ້, ຕ້ອງໄດ້ລໍຖ້າ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເປັນຜູ້ຖແລງ ຊີ້ແຈງ ຢ່າງເປັນທາງການເອງ.

ເພື່ອຂໍຮູ້ ຣາຍລະອຽດ ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.

ແຕ່ປະຊາຊົນ ຢູ່ແຂວງຫຼວງນໍ້າທາ ທ່ານນຶ່ງ ເວົ້າເຖິງ ເຣື່ອງນີ້ວ່າ ປັດຈຸບັນ ທິມງານສໍາຣວດ ໂຄງການນີ້ ໄດ້ເຂົ້າມາ ສໍາຣວດ ໃນເຂດບ້ານ ຂອງພວກຕົນ ແລະ ຄາດວ່າ ຈະມີຊາວບ້ານ ໄດ້ຮັບ ຜົລກະທົບ ຫຼາຍພໍສົມຄວນ ແຕ່ດິນ ຂອງຕົນ ຄາດວ່າ ຈະບໍ່ໄດ້ຮັບ ຜົລກະທົບ ຈາກໂຄງການນີີ້.

“ເຫັນເຂົາມາ ສໍາຣວດ ນີ້ແຫລະ ໂອ໋ ເຂົາສໍາຣວດໄດ້ ຮອດເດືອນແລ້ວ ໂອ໋… ກະຖືກຫຼາຍຢູ່ໃດ໋ ຄັນຖືກໄດ້ເງິນ ເອົາເນາະ ອໍ໋ ດິນເຮົາ ບໍ່ຖືກ ດິນເຮົານ່າ.”

ໃນຂະນະດຽວກັນ ປະຊາຊົນ ຢູ່ແຂວງຫຼວງນໍ້າທາ ຜູ້ນຶ່ງເວົ້າວ່າ ຢູ່ເຂດບ້ານ ຂອງຕົນ ກໍມີພະນັກງານ ຈໍານວນນຶ່ງ ມາສໍາຣວດພື້ນທີ່ ທີ່ຈະສ້າງທາງດ່ວນນັ້ນ ແຕ່ໂຄງການນີ້ ຈະກວມເອົາພື້ນທີ່ ທໍາການຜລິດ ຫຼາຍກວ່າ ສິ່ງປຸກສ້າງ ຂອງຊາວບ້ານ:

“ຖືກຢູ່ ທາງອອກ ດິນເຮົາ ໄປໄກເຕີບ ໂອ໋ ເອື້ອຍໄປທາງນອກເມືອງ ພຸ້ນນ່າ ດິນຊາວບ້ານ ສ່ວນຫຼາຍ ສິບໍ່ຖືກ ຢູ່ໃນເມືອງ ສິຖືກຢູ່ ເຂດການຜະລິດ ພັກ-ຣັດ ຂັ້ນເທິງ ອະນຸຍາດ ໃຫ້ສໍາຣວດ ຄົນຈີນ ຈະມາຊື້ ເຮັດໂຮງງານ ເຮັດໜອງປາ.”

ແລະ ນັກທຸຣະກິຈ ນາງນຶ່ງ ຢູ່ແຂວງຫຼວງນໍ້າທາ ເວົ້າວ່າ ຍັງບໍ່ຮູ້ຄັກແນ່ວ່າ ໂຄງການທາງດ່ວນ ທີ່ວ່ານັ້ນ ຈະຕັດຜ່ານ ຕົວເມືອງ ຫລື ເຂດໃດກັນແທ້, ຮູ້ພຽງ ແຕ່ວ່າ ຫາກໂຄງການນີ້ ເກີດຂຶ້ນ ຈະເຮັດໃຫ້ ລາຄາ ດິນແຄມທາງນັ້ນ ສູງຂຶ້ນ ຢ່າງແນ່ນອນ ແລະ ເຊື່ອວ່າ ຈະມີນັກທຸຣະກິຈ ຈີນດເຂົ້າມາຊື້ ຫຼາຍຂຶ້ນ:

“ຣາຄາຂຶ້ນ ແພງກວ່າ ຢູ່ວຽງຈັນ ບາງເທື່ອ 20X20 ກະແມ່ນ 500 ລ້ານກີບແລ້ວ ຫຼວງນໍ້າທາ ຈະເປັນດິນ ທີ່ແພງຫຼາຍ ເພາະວ່າ ບໍ່ເຕັນເດ ຄົນຈີນ ຈະມາຊື້ ເຮັດໂຮງງານ ເຮັດໜອງປາ.”

ແລະ ຜູ້ປະກອບການ ດ້ານການຂົນສົ່ງ ສິນຄ້າລາວ-ຈີນ ກໍເຊື່ອວ່າ ທາງດ່ວນ ຈາກບໍ່ເຕັນ ໄປຫາ ຫ້ວຍຊາຍນີ້ ຈຸດປະສົງຫລັກ ກໍແມ່ນ ເພື່ອອໍານວຍ ຄວາມສະດວກ ໃຫ້ການຂົນສົ່ງ ສິນຄ້າ ຈາກແຂວງຊຽງຮາຍ ຂອງໄທຍ ໄປຫາຈີນ ຜ່ານແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ຂອງລາວ ແລະ ກໍເຊື່ອວ່າ ຣົດບັນທຸກສິນຄ້າ ຣະຫວ່າງໄທຍ ແລະ ຈີນ ຈະໃຊ້ເສັ້ນທາງ ສາຍນີ້ເປັນຫລັກ ຍ້ອນມັນ ຈະສະດວກ ແລະ ຈະໃຊ້ເວລາ ໜ້ອຍກວ່າເສັ້ນທາງ R3A ດັ່ງທີ່ ທ່ານກ່າວວ່າ:

“ກະສິດີຢູ່ ທາງເກົ່າ ມັນບໍ່ດີນ່າ ຣົດບັນທຸກຈີນຫຼາຍ ໃຊ້ຫຼາຍເລີຍລະ ມັນຕ້ອງໄດ້ ວິ້ງທາງດີໆນ່າ ມັນຈຶ່ງສິ ອັນນັ້ນ ມັນວິ້ງທາງເກົ່າ ມັນພັງໝົດລະ ຣົດຈີນນະ.”

ໃນຂະນະດຽວກັນ, ຜູ້ປະກອບການ ດ້ານການຂົນສົ່ງ ນັກທ່ອງທ່ຽວ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງກໍເວົ້າວ່າ ຖ້າສ້າງທາງດ່ວນ ສາຍນີ້ແລ້ວ ແລະ ເປີດໃຊ້ ຕົນເຊື່ອວ່າ ຣົດຂົນສົ່ງ ນັກທ່ອງທ່ຽວ ແຕ່ຈີນ ມາຫາ ແຂວງບໍ່ແກ້ວ ຂອງລາວ ແລະ ຕໍ່ໄປຫາ ແຂວງຊຽງຮາຍ ຂອງໄທຍນັ້ນ ກໍຈະຫັນມາໃຊ້ ທາງສາຍນີ້ ແນ່ນອນ ເພາະຈະປະຢັດ ເວລາ ໃນການເດີນທາງ:

“ໂອ໋ ທັນກະສິຫລາຍແດ່ ຣົດມັນ ສະດວກສະບາຍແດ່ ມັນໄປໄວມາໄວເນາະ ສິຫຼຸດເຫຼືອ ປະມານ ຊົ່ວໂມງປາຍ ນີ້ແຫລະ ປະຢັດເວລາແດ່ເດ໋ ມັນຕ້ອງ ມີຫຼາຍຢູ່ແລ້ວ ຄົນໃຊ້ນະ.”

ອີງຕາມຣາຍງານ ຂອງໜັງສືພິມ ແຂວງບໍ່ແກ້ວ, ວັນທີ 30 ມິຖຸນາ 2021 ທິມງານສໍາຣວດ ອອກແບບ ໂຄງການ ກໍ່ສ້າງທາງດ່ວນ ຣະຫວ່າງ ບໍ່ເຕັນ-ຫ້ວຍຊາຍ ໄດ້ເຂົ້າພົບກັບ ດຣ. ບົວຄົງ ນາມມະວົງ, ເຈົ້າແຂວງແຂວງບໍ່ແກ້ວ ເພື່ອຣາຍງານ ເຖິງຈຸດປະສົງ ຂອງການສໍາຣວດ ໃນເຂດ ແຂວງບໍ່ແກ້ວ ແລະວ່າ ຈະເຮັດໃຫ້ ໂຄງການນີ້ ມີຜົລກະທົບ ຕໍ່ສິ່ງຕ່າງໆ ໜ້ອຍທີ່ສຸດ.

ໃນເບື້ອງຕົ້ນຮູ້ວ່າ ທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ ຍາວ 176.3 ກິໂລແມັດ, ເປັນທາງດ່ວນ ສາຍຄູ່ໄປກັບ 4 ເລນ, ໜ້າທາງກວ້າງ 21 ແມັດ, ມູນຄ່າ ການກໍ່ສ້າງ ປະມານ 3.8 ຕື້ ໂດລາສະຫະຣັຖ. ແຕ່ຍັງບໍ່ທັນ ມີການເປີດເຜີຍວ່າ ຈະເຣີ່ມກໍ່ສ້າງເມື່ອໃດ ແລະ ຈະໃຊ້ເວລາ ກໍ່ສ້າງຈັກປີ ຈຶ່ງຈະສໍາເຣັດ.