ພົລເມືອງດີ ທີ່ເຫັນ ຂະບວນຣົດ ຂົນໄມ້ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ຢູ່ແຂວງ ສວັນນະເຂດ ເວົ້າວ່າ ປັດຈຸບັນ ປ່າໄມ້ ໃນແຂວງ ເກືອບຮອດ 90% ຖືກຕັດ ໄປຫມົດແລ້ວ ຕາມປ່າ ທັມມະຊາດ ແລະ ປ່າອື່ນໆ, ໃນເນື້ອທີ່ ຫຼາຍສິບພັນ ກິໂລແມັດ ມົນທົນ ທີ່ ເປັນປ່າ ທັມມະຊາດ ຖືກ ຕັດໄປຫມົດ.
ທ່ານເລົ່າວ່າ ທ່ານເດີນທາງ ຕາມເສັ້ນທາງຫຼວງ ເລຂ 9 ຊື່ງ ເປັນເສັ້ນທາງ ເຊື່ອມຕໍ່ ຣະຫວ່າງ ແຂວງ ສວັນນະເຂດ ກັບ ດ່ານ ລາວບາວ ໄປ ວຽດນາມ ຈະເຫັນຣົດ ຂົນໄມ້ ຈາກ ສປປລາວ ລຽນແຖວຕິດກັນ ຫຼາຍສິບຄັນ ເປັນ ກິໂລແມັດ ໃນແຕ່ລະຄັ້ງ ເພື່ອ ຂົນໄມ້ໄປ ວຽດນາມ.
ທ່ານໄດ້ລົມ ກັບ ປະຊາຊົນ ທ້ອງຖິ່ນ ເຂົາບອກວ່າ ເປັນເຣື້ອງ ປົກກະຕິ ວຽດນາມ ຂົນໄມ້ ຈາກ ສປປລາວ ມາໄດ້ ຫຼາຍປີແລ້ວ, ດ້ວຍການ ສົມຮູ້ຮ່ວມຄິດ ກັບ ເຈົ້າຫນ້າທີ່ ທ້ອງຖິ່ນ ແລະ ຜູ້ມີອຳນາດ ໃນ ສປປລາວ ໂດຍ ບໍ່ຢ້ານກົວ ກົດຫມາຍ ແລະ ຂໍ້ຫ້າມ ຂອງ ທາງການ ແຕ່ຢ່າງໃດ ຖ້າແມ່ນ ພົລເມືອງ ທັມມະດາ ຈະເຮັດບໍ່ໄດ້ ແນ່ນອນ.
ຜູ້ທີ່ເຫັນ ເຫດການ ທ່ານນີ້ ເວົ້າວ່າ ຖນົນຫຼວງ ເລຂ 9 ຊຶ່ງເປັນ ການຊ່ອຍເຫລືອ ຂອງ ຍີ່ປຸ່ນ ທີ່ ຫາກໍ່ສ້າງແລ້ວ ເມື່ອ 2 ປີ ກ່ອນ ເປັນຖນົນ ທີ່ ໄດ້ມາຕຖານ ແຕ່ດຽວນີ້ ເປັນຂຸມ ເປັນບວກ ຫມົດແລ້ວ ຣົດ ແລ່ນໄດ້ແຕ່ 10 ກິໂລແມັດ ຕໍ່ຊົ່ວໂມງ ຫລື ຕ່ຳກວ່າ ນັ້ນ ຍ້ອນ ຣົດແກ່ໄມ້ ໃຊ້ ເປັນປະຈໍາ ໃນການ ຂົນສົ່ງໄມ້ ໄປ ວຽດນາມ.