ເງິນເດືອນຂາດໆເຂີນໆ ບໍ່ມີ ໃຈ ເຮັດວຽກ
2014.09.24
ການຈ່າຍເງິນ ເດືອນ ໃຫ້ ພະນັກງານ ຣັຖກອນ ຫລ້າຊ້າ ເປັນ ບັນຫາ ທີ່ ເກີດຂຶ້ນ ໃນ ປະເທດລາວ ມາໄດ້ ຫລາຍປີ ຍ້ອນ ຣັຖບານ ລາວ ຂາດ ງົບປະມານ ເຖິງແມ່ນວ່າ ທາງການ ລາວ ໄດ້ ຖແລງ ຫລາຍຄັ້ງວ່າ ກຳລັງ ພຍາຍາມ ແກ້ໄຂ ບັນຫາ ນັ້ນຢູ່ ແຕ່ ທີ່ຜ່ານມາ ການແກ້ໄຂ ຍັງບໍ່ ປະສົບ ຄວາມສຳເຣັດ. ພະນັກງານ ຣັຖກອນ ໃນຫລາຍ ແຂວງ ຍັງໄດ້ຮັບ ເງິນເດືອນ ຫລ້າຊ້າ ຢູ່ ຈົນ ຫລາຍຄົນ ໝົດ ກຳລັງໃຈ. ດັ່ງ ພະນັກງານ ຣັຖ ຈາກ ແຂວງ ຈຳປາສັກ ເວົ້າ ຕອນໜຶ່ງວ່າ:
"ຢູ່ຫນີ້ ຫາກໍ່ໄດ້ ເດືອນ ທີ 6 ທີ 7 ຮອດເດືອນ 9 ແລ້ວ ເດ໋ຫນີ້ ກິຈການ ເປັນຢູ່ຫັ້ນ ແຫລະ ເງິນຄຳ ເງິນເດືອນ ບໍ່ໄດ້ ປົກຕິ ກໍກິຈການ ເປັນຢູ່ ກໍຍາກ ຕໍ່ການໃຊ້ ການຈ່າຍ ປະຈຳວັນ ນີ້ ກໍມີຜົລ ສະທ້ອນ ຕໍ່ໜ້າທີ່ ຄັນ ເຈັບ ຄັນເປັນມາ ກໍຍາກ".
ທ່ານເວົ້າວ່າ ຈາກການ ໂອ້ລົມ ກັບ ໝູ່ເພື່ອນ ຣັຖກອນ ໃນ ຫລາຍເມືອງ ແລະ ໃນ ຫລາຍຂແນງ ການ ຫລາຍຜແນກ ພວກເຂົາເຈົ້າ ກໍປະສົບ ບັນຫາ ເງິນເດືອນ ຫລ້າຊ້າ ນໍາກັນ ໝົດທຸກຄົນ ຈະໄດ້ຮັບ ໄວກວ່າ ໝູ່ ກໍແມ່ນ ພະນັກງານ ຣັຖກອນ ໃນ ເມືອງ ປາກເຊ ເພາະເປັນທີ່ ວ່າການ ຂອງແຂວງ ມີຄວາມ ສະດວກ ໃນການ ເບີກເງິນ.
ທ່ານກ່າວ ເຖິງ ຣະບົບ ການຈ່າຍເງິນ ສຳລັບ ພະນັກງານ ໃນເມືອງນ້ອຍ ຫ່າງໄກ ວ່າ ຖ້າເປັນ ການຈ່າຍ ເງິນເດືອນ ປົກກະຕິ ນັ້ນ ແຕ່ລະຄົນ ຈະເດີນທາງ ໄປເບີກທີ່ ແຂວງ ພ້ອມກັບ ເຈົ້າໜ້າທີ່ ການເງິນ ຂອງ ຫ້ອງການ ຊຶ່ງຈະເບີກ ໃຫ້ ໃນວັນທີ 25 ຂອງທຸກໆ ເດືອນ. ໂດຍສະເພາະ ແຕ່ ປີ ສອງປີ ມານີ້ ການຈ່າຍ ເງິນເດືອນ ບໍ່ແນ່ນອນ. ບາງຄັ້ງ ຊ້າເຖິງ 3 ເດືອນ. ເມື່ອຖາມເຖິງ ສາເຫດ ເຈົ້າໜ້າທີ່ ການເງິນ ແຂວງ ກໍມັກໃຫ້ ຄຳຕອບວ່າ ຍັງບໍ່ມີ ງົບປະມານ ບໍ່ພຽງພໍ.
ຢ່າງໃດ ກໍຕາມ ໜັງສືພິມ ວຽງຈັນທາມ ສະບັບ ວັນທີ 24 ກັນຍາ 2014 ວ່າ ທ່ານ ລຽນ ທິແກ້ວ ຣັຖມົນຕຣີ ກະຊວງ ການເງິນ ໄດ້ໃຫ້ ຄຳໝັ້ນວ່າ ທາງການລາວ ຈະລົບລ້າງ ບັນຫາ ການຈ່າຍເງິນ ເດືອນ ຊ້າ ໃຫ້ໝົດ ໄປໂດຍໄວ ທີ່ສຸດ ໂດຍຈະເລີ່ມ ຈາກ ນະຄອນ ຫລວງ ວຽງຈັນ ກ່ອນ.