ຊາວລາວຍັງບໍ່ແນ່ໃຈເຣື້ອງ ແຈ້ງ ຊັບສິນ

ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ (RFA/LX)

0:00 / 0:00

ຊາວລາວ ຫລາຍຄົນ ຄິດວ່າ ການທີ່ ຣັຖບານ ລາວ ໃຫ້ ພະນັກງານ ຂອງ ຣັດ ທຸກຄົນ ແຈ້ງ ຊັບສິນ ນັ້ນ ຈະບໍ່ຊ່ວຍ ຫລຸດຜ່ອນ ການສໍ້ຣາສ ບັງຫລວງ ພໍເທົ່າໃດ.

ຣັຖບານລາວ ກຳລັງ ເລັ່ງ ໃຫ້ ພະນັກງານ ຂອງຣັດ ທຸກຂັ້ນ ທຸກຄົນ ແຈ້ງ ສັບສິນ ຈຸດປະສົງ ກໍເພື່ອ ປາບປາມ ການສໍ້ຣາສ ບັງຫລວງ ທີ່ ຣະບາດ ນັບມື້ ນັບແຮງຂື້ນ ໃນລາວ. ຫລັງຈາກ ໄດ້ຍິນ ຂ່າວ ປະຊາຊົນ ລາວ ກໍຖາມ ກັນວ່າ ການ ແຈ້ງ ຊັບສິນ ດັ່ງກ່າວ ຈະຊ່ວຍ ປາບປາມ ການ ສໍ້ຣາສ ບັງຫລວງ ຢູ່ລາວ ໄດ້ແທ້ ຫລືບໍ່? ເຈົ້າໜ້າທີ່ ຂອງຣັດ ຂັ້ນ ແຂວງ ທ່ານນຶ່ງ ຕອບ ຄຳຖາມ ນັ້ນວ່າ:

"ເຮົາຈະຮູ້ ຊັບສິນ ຜູ້ໃດ ມີເທົ່າໃດ ເພີ້ມຂື້ນ ເທົ່າໃດ ຖ້າ ມີບັນຫາ ຢູ່ ຜແນກການ ນຶ່ງ ເຮົາກວດເຫັນ ຊື່ ບຸກຄົນ ນັ້ນ ເຮົາກໍຈະ ສາມາດ ກວດເບິ່ງ ໂຕເຂົາແຈ້ງ ຫັ່ນເນາະ."

ເຈົ້າໜ້າທີ່ ຄົນນີ້ ຢາກ ເວົ້າວ່າ ການແຈ້ງ ຊັບສິນ ຈະຊ່ວຍ ເຈົ້າໜ້າທີ່ ກວດກາ ສາມາດ ກວດສອບ ພະນັກງານ ທີ່ ມີຣາຍໄດ້ ຣາຍຮັບ ເພິ້ມຂື້ນ ຢ່າງ ຜິດ ປົກກະຕິ ໃນເວລາ ເງິນຄຳ ຫາຍໄປ ໃນ ກະຊວງ ກົມກອງ ທີ່ ເຂົາສັງກັດ ຢູ່ ຫລື ໃນເວລາ ເຂົາຖືກ ສົງໄສ ວ່າເປັນ ຜູ້ ສໍ້ຣາສ ບັງຫລວງ ຫລື ຮັບເງິນ ສິນບົນ. ຄົນລາວ ທັມມະດາ ສາມັນ ຜູ້ນຶ່ງ ກໍຄຶດວ່າ ເປັນ ວິທີ ທີ່ດີ

"ບັດນີ້ ດຽວນີ້ ພະນັກງານ ສັງກັດຣັດ ຈະມີການ ແຈ້ງ ຊັບສິນ ໂຕນີ້ເປັນ ວິທີນຶ່ງ ທີ່ວ່າດີ ກໍເປັນ ການ ຫລີກລ້ຽງ ການສໍ້ຣາສ ບັງຫລວງ."

ເຖິງຢ່າງໃດ ກໍຕາມ ຄົນລາວ ຜູ້ນີ້ ກໍເວົ້າ ອີກວ່າ ການແຈ້ງ ຊັບສິນ ເປັນວິທີ ທີ່ດີ ຖ້າຫາກ ປະຕິບັດ ໄດ້ ແລະ ຖ້າຫາກ ພະນັກງານ ຣັຖກອນ ທຸກຄົນ ໃຫ້ ຄວາມ ຮ່ວມມື ຢ່າງ ຈິງໃຈ ຣາຍງານ ຊັບສິນ ອັນແທ້ຈິງ ບໍ່ໄດ້ ຊຸກເຊື່ອງ ຫລື ຣາຍງານ ຂີ້ຕົວະ.

ແຕ່ ປະຊາຊົນ ລາວ ສ່ວນຫລາຍ ຄິດວ່າ ການໃຫ້ ພະນັກງານ ຂອງຣັດ ແຈ້ງ ຊັບສິນ ນີ້ ຈະ ບໍ່ຊ່ວຍ ປາບປາມ ການ ສໍ້ຣາສ ບັງຫລວງ ພໍເທົ່າໃດ. ດັ່ງ ຄົນລາວ ຜູ້ນຶ່ງ ໃນ ນະຄອນ ຫລວງ ວຽງຈັນ ເວົ້າວ່າເ

"ຖ້າຕີເປັນ ເປີເຊັນ ນ້ອງ ກໍຄິດວ່າ ຈະໄດ້ ເປີເຊັນ ໜ້ອຍ ທີ່ສຸດ ອັນນຶ່ງມາ ກໍຄືວ່າ ລັກສນະ ບໍຣິຫານ ຄົນດຽວ ຖ້ານ້ອງ ເວົ້າ ປຽບທຽບ ສະ; ຖ້າ ບໍຣິຫານ ສອງຄົນ ອາດຈະມີ ເປີເຊັນ ຫລາຍຂື້ນ."

ຄົນລາວ ຜູ້ນີ້ ອະທິບາຍ ຕື່ມວ່າ ເຖິງຈະວາງ ມາດຕະການ ແນວໃດ ອອກມາ ກໍຕາມ ພັກ-ຣັດ ຈະ ບໍ່ສາມາດ ປາບປາມ ການ ສໍ້ຣາສ ບັງຫລວງ ໄດ້ ເພາະວ່າ ພັກເປັນຜູ້ ຄວບຄຸມ ບໍຣິຫານ ຄົນດຽວ ພັກດຽວ ເປັນຜູ້ ຜູກຂາດ ອຳນາດ ພັກກວດ ກາພັກ ຣັດ ກວດ ຣັດ; ພັກ ບໍ່ຍອມ ເປີດ ໂອກາດ ໃຫ້ ມີພັກຝ່າຍ ຄ້ານ ບໍ່ຍອມເປີດ ໃຫ້ ປະຊາຊົນ ແລະ ສື່ມວນຊົນ ສາມາດ ເປີດເຜີຍ ການ ສໍ້ຣາສ ບັງຫລວງ ຂອງ ເຈົ້າໜ້າທີ່ ໂດຍສະເພາະ ຂອງ ຜູ້ນຳ. ຜ່ານມາ ພັກຣັດ ໄດ້ ອອກ ກົດໝາຍ ຕ້ານ ການ ສໍ້ຣາສ ບັງຫລວງ ສະບັບ ປັບປຸງ ໃໝ່ ແລະ ໄດ້ຈັດຕັ້ງ ຄນະກວດກາ ແຫ່ງຣັດ ຂື້ນ ແຕ່ນັບແຕ່ ເວລານັ້ນ ຈົນເຖິງ ປັດຈຸບັນ ກໍເປັນ ເວລາ ຫລາຍປີ ພັກຣັດ ສາມາດ ປາບປາມ ການ ສໍ້ຣາສ ບັງຫລວງ ໄດ້ບໍ່ ບໍ່ໄດ້. ເທົ່າທີ່ ເປັນມາ ແທນທີ່ ຈະລົງໂທດ ຜູ້ ສໍ້ຣາສ ບັງຫລວງ ພັກຣັດ ແຮງ ປົກປ້ອງ ສະມາຊິກ ຂອງຕົນ; ໝົດຢ່າງ ກໍ ໂຍກຍ້າຍ ສັບຊ້ອນ ຜູ້ ກະທຳຜິດ ໄປຮັບ ໜ້າທີ່ ຕຳແໜ່ງ ໃໝ່ ເທົ່ານັ້ນ.

ຕໍ່ຄຳຖາມ ທີ່ວ່າ ການແຈ້ງ ຊັບສິນ ຈະຊ່ວຍ ປາບປາມ ການສໍ້ຣາສ ບັງຫລວງ ໄດ້ບໍ່, ຄົນລາວ ທັມມະດາ ສາມັນ ອີກ ຜູ້ນຶ່ງ ທີ່ ອະວຸໂສ ແລະ ທີ່ຢູ່ໃນ ເຂດ ຊົນນະບົດ ຕອບວ່າ:

"ຕາມເຮົາ ຄວາມຄິດ ຜູ້ນ້ອຍຊິ ຢ້ານ ບໍ່ໄດ້ດອກ ເຮີເຮີ ຢ້ານຄືເກົ່າ ດອກ ເພາະວ່າ ເຣື່ອງ ການສໍ້ຣາສ ບັງຫລວງ ມັນກະມີ ຫລາຍແທ້."

ປ້າຜູ້ນີ້ ເວົ້າອີກວ່າ ຜ່ານມາ ປ້າ ກໍຮູ້ເຫັນ ມາຫລາຍ ແລ້ວ ເພິ່ນວ່າ ຈະໃຊ້ ມາດຕະການ ແບບນັ້ນ ແບບນີ້ ເພື່ອ ປາບປາມ ການ ສໍ້ຣາສ ບັງຫລວງ ແລະ ການໃຫ້ເງິນ ສິນບົນ; ແຕ່ ປະກົດວ່າ ປະກົດການ ຫຍໍ່ທໍ້ ສັງສອງ ຢ່າງນີ້ ແຮ່ງຮ້າຍ ແຮງຂື້ນ ທຸກໆມື້.

ຄົນລາວ ອີກຜູ້ນຶ່ງ ເວົ້າ ໃນທຳນອງ ດຽວກັນ ວ່າ ພັກແລະ ຣັຖບານ ລາວ ຈະໃຫ້ ພະນັກງານ ຂອງຕົນ ແຈ້ງ ຊັບສິນ ແນວໃດ ກໍຕາມ ຈະບໍ່ໄດ້ຜົນ; ພັກຣັດ ເຮັດ ພໍຄືຊື່ໆ ເພື່ອ ຕົບຕາ ຕ່າງ ປະເທດ ຊື່ໆ; ບໍ່ໄດ້ຜົນ ເພາະວ່າ ໃຜຈະກ້າ ກວດກາ ຄນະຜູ້ນຳ ແລະ ລູກຫລານ ຂອງ ພວກເພິ່ນ ວ່າ ພວກເພິ່ນ ມີຊັບສິນ ເງິນຄຳ ຫລາຍ ເທົ່າໃດ.

ຄົນລາວ ອີກຜູ້ນຶ່ງ ແຮ່ງສະແດງ ບໍ່ພໍໃຈ ຢ່າງແຮງ ຕໍ່ການ ສໍ້ຣາສ ບັງຫລວງ ບໍ່ຄິດວ່າ ການແຈ້ງ ຊັບສິນ ຈະຊ່ວຍ ໃຫ້ດີຂື້ນ ຕົງກັນຂ້າມ ແຮ່ງ ຈະມີການ ສໍ້ໂກງ ຫລາຍຂື້ນ ຢູ່ລາວ ດັ່ງ ນາງເວົ້າ ຕອນນຶ່ງ ວ່າ:

"ເຣື່ອງເບື່ອມັນ ກໍເບື່ອ ຢູ່ແລ້ວ ເພາະຄົນ ແຕ່ລະຄົນ ຍຶດຖື ວັດຖຸ ຍຶດຖື ເງິນຄຳ ເປັນພະເຈົ້າ ຕໍ່ໄປແຮ່ງ ຊິຫລາຍ."

ຂ້າພະເຈົ້າ ໂທຖາມ ເຈົ້າໜ້າທີ່ ອົງການ ຄວາມໂປງໄສ ສາກົນ ທີ່ ສຳນັກງານ ຢູ່ ປະເທດ ເຢັຽຣະມັນ ວ່າ ການແຈ້ງ ຊັບສິນ ຈະ ຊ່ວຍ ຫລຸດຜ່ອນ ການ ສໍ້ຣາສ ບັງຫລວງ ຢູ່ລາວ ໄດ້ບໍ່? ເຈົ້າໜ້າທີ່ ຮັບສາຍ ຕອບສັ້ນໆວ່າ: "ອາດຈະໄດ້."

ສ່ວນ ຄຳຕອບ ທີ່ຍາວນັ້ນ ເຈົ້າໜ້າທີ່ ຄົນນັ້ນ ເວົ້າວ່າ ເຈົ້າໜ້າທີ່ ຫ້ອງການ ຂ່າວ ຈະອີແມລ ຕອບ ພາຍຫລັງ ແຕ່ໃນເວລາ ຂຽນບົດ ສາຣະຄະນະ ນີ້ ຂ້າພະເຈົ້າ ກໍຍັງ ບໍ່ທັນໄດ້ ຮັບ ຄຳຕອບ ເທື່ອ. ເຖິງຢ່າງໃດ ກໍດີ ເມື່ອປີ 2012 ອົງການ ຄວາມໂປງໄສ ຣາຍງານ ວ່າ ລາວ ເປັນປະເທດ ນຶ່ງ ທີ່ມີການ ສໍ້ຣາສ ບັງຫລວງ ຫລາຍ ທີ່ສຸດ ໃນໂລກ ຕົກຢູ່ ໃນອັນດັບ ທີ່ 160 ໃນ ຈຳນວນ ທັງໝົດ 180 ປະເທດ; ແຕ່ປີກາຍ ຣະດັບ ດີຂື້ນ ເລັກໜ້ອຍ. ຣະດັບ ດີຂື້ນ ບໍ່ໝາຍຄວາມ ວ່າ ປະເທດ ລາວ ມີການ ສໍ້ຣາສ ບັງຫລວງ ໜ້ອຍລົງ ແຕ່ເພາະວ່າ ປະເທດ ອື່ນ ມີການ ສໍ້ຣາສ ບັງຫລວງ ຫລາຍຂື້ນ ຫລາຍ ກວ່າລາວ.

ດຣ. ສອນໄຊ ສີພັນດອນ ຣັຖມົນຕຣີ ຫ້ອງການ ຣັຖບານ ລາວ ປະກາດ ເມື່ອວັນທີ່ 4 ເດືອນ ກັນຍາ ນີ້ວ່າ ພະນັກງານ ຂອງຣັດ ຕ້ອງແຈ້ງ ຊັບສິນ ໃຫ້ສຳເຣັດ ທັງໝົດ ທົ່ວ ປະເທດ ພາຍໃນ ທ້າຍປີນີ້ ແລະ ຕ້ອງແຈ້ງ ອີກ ທຸກໆ ສອງປີ; ສຳຣັບ ພະນັກງານ ເຂົ້າໃໝ່ ຕ້ອງແຈ້ງ ພາຍໃນ 30 ມື້ ແລະ ຜູ້ ຈະອອກ ກິນເບັ້ຽ ບຳນານ ກໍຕ້ອງແຈ້ງ ຊັບສິນ 30 ມື້ ກ່ອນ ອອກ. ສຳຣັບ ຊັບສິນ ທີ່ ສຳຄັນ ຕ້ອງແຈ້ງ ນັ້ນ ກໍມີ ເງິນ ຄຳ ເພັດ ດິນ ເຮືອນ ຕຶກອາຄານ ຣົດ ພັນທະບັດ ຫຸ້ນ ເງິນຝາກ ຢູ່ ທະນາຄານ ຕ່າງປະເທດ ເງິນບຳນານ ຣາຍໄດ້ ຣາຍຮັບ ຈາກການ ເຮັດ ທຸຣະກິດ ການຄ້າ ແລະ ກໍຕ້ອງ ຣາຍງານ ໜີ້ສິນ ທີ່ມີຢູ່ ນັ້ນນຳ.