ປະຊາຊົນຊື້ເຄື່ອງກິນ ຂອງໃຊ້ ໄວ້ສໍາລອງ
2020.03.20
ຊາວນະຄອນຫຼວງວຽງຈັນ ເລິ່ມຊື້ເຄຶ່ອງຂອງ ທີ່ຈໍາເປັນສໍາລັບຊີວິດປະຈໍາວັນ ໄປໄວ້ຫຼາຍເປັນຕົ້ນເຂົ້າສານ, ອາຫານແຫ້ງແລະເຄຶ່ອງກິນ ອື່ນໆ ຍ້ອນກັງວົນນໍາ ໂຄວິດ-19 ທີ່ອາດຈະຣະບາດແຮງຂຶ້ນຕື່ມ ເຮັດໃຫ້ສິນຄ້າໃນຕລາດ ທີ່ນໍາມາຈາກ ໄທ, ຈີນ ແລະ ວຽດນາມ ຫາ ຊື້ໄດ້ຍາກ ໃນຂນະທີ່ທາງການລາວ ອອກມາຕການສະກັດກັ້ນ ແລະປ້ອງກັນໂຄວີດ-19 ຫຼາຍຢ່າງ, ດັ່ງແມ່ຄ້າຂາຍເຂົ້າສານ ໃນນະຄອນ ຫຼວງວຽງຈັນ ເວົ້າຕໍ່ RFA ໃນມື້ວັນທີ 20 ມິນາ ນີ້ວ່າ:
“ເຂົ້າຂອງກະດຽວນີ້ ເຂົາກໍກັກຕູນແລ້ວໄດ໊ ເຂົາຢ້ານມັນປິດດ່ານ. ມັນກໍເລີ່ມແພງດຽວນີ້ນະ ຂອງໄທ ຄືເຮົາຂາຍເຂົ້ານີ້ ເຂົາກໍຊື້ໄປຕູນໄວ້ ແລ້ວໄດ໋ ເຂົ້ານໍ້າຊໍ້າປາ ຜູ້ລະ 3 ເປົ໋າ 4 ເປົ໋າ ເຂົາຕູນໄວ້ ໃນຕລາດກໍບໍ່ໄດ້ມີຄົນລະໄດ໋. ຊື້ຂອງ ກໍບໍ່ມີຄົນແລ້ວ ຄົນວຽດຄົນຈີນ ເມື່ອແລ້ວ ກະບໍ່ຄ່ອຍໄດ້ມາ.”
ນາງເວົ້າວ່າ ລະຍະນີ້ ຄົນໃນນະຄອນຫລວງວຽງຈັນ ຈໍານວນນຶ່ງ ມາຊື້ເຂົ້າສານໄປໄວ້ຫລາຍ ຄອບຄົວລະ 2-3 ເປົ໋າ, ຫາກທາງການລາວ ປິດດ່ານ ທົ່ວປະເທດ ກໍຈະເຮັດໃຫ້ສິນຄ້າ ຫລາຍຢ່າງ ຫາຊື້ໄດ້ຍາກ. ສ່ວນສິນຄ້າ ປະເພດ ອາຫານສົດ, ຜັກສົດ ຣາຄາຍັງປົກກະຕິ. ແຕ່ ຜ້າອັດປາກອັດດັງ, ເຈລລ້າງມື ໃນບາງຮ້ານ ຣາຄາແພງຂຶ້ນ.
ແລະຊາວນະຄອນຫລວງ ຜູ້ນຶ່ງກໍກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ ດຽວນີ້ ຜ້າອັດປາກອັດດັງ ທີ່ຂາຍຕາມຮ້ານຄ້າທົ່ວໄປ ຣາຄາສູງເຖິງ 15 ພັນກີບ, ແຕ່ກ່ອນຂາຍອັນລະ 5 ພັນກີບ ເທົ່ານັ້ນ. ແຕ່ກໍບໍ່ເຫັນທາງການ ລົງມາກວດກາເທື່ອ
“ຢາກວ່າດຽວນີ້ລະ 15 ພັນ ເອີ! ອັນທັມມະດານີ້ 15 ພັນໄດ໋ແຕ່ກີ້ແມ່ນ 5 ພັນເນາະອັນນຶ່ງ ຂຶ້ນມາ 10 ພັນດຽວນີ້ຂຶ້ນມາ 15 ພັນແລ້ວ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 18 ມິນາ ນີ້ ຫ້າມຜູ້ ປະກອບການ ທຸກພາກສ່ວນ ສວຍໂອກາດກັກຕຸນສິນຄ້າເພື່ອຂຶ້ນຣາຄາ ໃນຍາມວິກິດຕາມໃຈໂຕເອງ ບໍ່ດັ່ງນັ້ນຈະຖືກກ່າວເຕືອນ, ປັບໃໝ ແລະໃສ່ໂທດຕາມຣະບຽບການ, ດັ່ງເຈົ້າໜ້າທີ່ ຜແນກນີ້ເວົ້າວ່າ:
“ບໍ່ໃຫ້ຂຶ້ນຣາຄາສິນຄ້າ ຖ້າວ່າພົບເຫັນຜູ້ປະກອບການ ຂຶ້ນຣາຄາສິນຄ້າ ຕາມໃຈໂຕເອງຫັ້ນນະ ເຮົາຈະໄດ້ມີການຕັກເຕືອນ. ປົກກະຕິມັນ ກໍບໍ່ສູງ ແຕ່ວ່າເຮົາກໍຈະຄວບຄຸມໄວ້ເນາະ ເພື່ອບໍ່ໃຫ້ມັນມີການຂຶ້ນຣາຄາ ສວຍໂອກາດຂຶ້ນ ຣາຄາ.”
ທ່ານເວົ້າວ່າ ມີປະຊາຊົນບາງຄອບຄົວເທົ່ານັ້ນ ທີ່ກັງວົນນໍາເຣຶ່ອງ ການຣະບາດຂອງໄວຣັສ ໂຄວິດ-19 ຫລາຍ ແລະມີການກັກຕຸນສິນຄ້າ ບາງປະເພດ ແຕ່ປະຊາຊົນສ່ວນຫລາຍ ກໍຍັງຊື້ສິນຄ້າຕາມຕລາດປົກກະຕິຢູ່.
ແລະເຈົ້າໜ້າທີ່ ສໍານັກງານນາຍົກ ຣັຖມົນຕຣີ ກໍເວົ້າວ່າ ການແຈ້ງການຂອງ ທ່ານ ທອງລຸນ ສີສຸລິດ ກ່ຽວກັບ 9 ມາຕການຄວບຄຸມ ການຣະບາດຂອງໄວຣັສ ໂຄວິດ-19 ໃນມື້ວັນທີ 19 ມິນານີ້ ມີຜົລບັງຄັບໃຊ້ທັນທີ
“ປະກາດໃຊ້ທັນທີເລີຍອ້າຍ ຕັ້ງແຕ່ມີແຈ້ງການອອກໄປ ຕັ້ງແຕ່ວັນທີລົງຣາຍເຊັນ ຕັ້ງແຕ່ວັນທີ 19 ເລີຍ.”
ສໍາລັບ 9 ມາຕການຄວບຄຸມການຣະບາດຂອງໂຄວິດ-19 ຕາມມະຕິຂອງຄະນະສະເພາະກິດປ້ອງກັນ ຄວບຄຸມແລະແກ້ໄຂ ການຣະບາດ ຂອງໂຄວິດ-19 ແຫ່ງຊາດລາວ ມີດັ່ງນີ້:
1. ປິດດ່ານທ້ອງຖິ່ນທົ່ວປະເທດ, ສ່ວນດ່ານສາກົລ ໃຫ້ຈັດຕຽມອຸປກອນຕ່າງໆ ໃນການປ້ອງກັນເຊື້ອວັຍຣັສ ແລະກວດສອບທຸກຄົນ ທີ່ ເຂົ້າ-ອອກ ໃຫ້ມີປະສິດທິພາບ ສູງສຸດ.
2. ງົດການອອກວີຊາທຸກປະເພດ ຮວມເຖິງ E-Visa ແລະທ່ອງທ່ຽວທຸກປະເພດ 30 ມື້ ສໍາລັບຜູ້ທີ່ມີວີຊາເຂົ້າ-ອອກ ສປປລາວ ຕ້ອງມີ ການກວດສຸຂພາບ ແລະປວັດການເດີນ ທາງ ຊ່ວງທີ່ຜ່ານມາກ່ອນ ສ່ວນປະເທດທີ່ໄດ້ຮັບ ການຍົກເວັ້ນວີຊາ ໃຫ້ຍົກເລີກວີຊາ ອອກໄປ ກ່ອນຊົ່ວຄາວ.
3. ພົລເມືອງລາວ ໃຫ້ຫລີກລ່ຽງການເດີນທາງໄປຕ່າງປະເທດ ໃນໄລຍະນີ້.
4. ຜູ້ເດີນທາງກັບຈາກປະເທດ ທີ່ມີການແຜ່ຣະບາດ ໃຫ້ກັກຕົວເອງ 14 ມື້ ຫາກມີໄຂ້ ໃຫ້ຕິດຕໍ່ໝໍໂດຍດ່ວນ.
5. ຫລີກລ່ຽງການຊຸມນຸມ ງານປະເພນີ, ຍົກເລີກການສລອງປີໃໝ່ລາວໃນປີນີ້.
6. ປິດສະຖານບັນເທິງ ນວດ ຄາຣາໂອເກ໊. ກິຈການອື່ນໆໃຫ້ດໍາເນີນປົກກະຕິ ແຕ່ໃຫ້ມີມາຕການປ້ອງກັນ ເບື້ອງຕົ້ນ ເຊັ່ນ ມີ gel ລ້າງມືໄວ້ບໍຣິການລູກຄ້າ.
7. ປິດສະຖານສຶກສາທຸກ ຣະດັບທົ່ວປະເທດ ຊົ່ວຄາວ ໂດຍໃຫ້ຕິດຕໍ່ຜ່ານຣະບົບອອນລາຍ.
8. ກໍານົດສະຖານທີ່ກັກບໍຣິເວນ 14 ມື້ ສໍາລັບຜູ້ເດີນທາງມາ ຈາກ ປະເທດທີ່ມີຄວາມສ່ຽງ ຮວມເຖິງຄົນງານລາວ ແລະນັກສຶກສາ ລາວ ທີ່ຈະເດີນທາງ ເຂົ້າລາວໃນໄລຍະປີໃໝ່ລາວ ຫລື ສົງການນີ້.
9. ແນະນໍາໃຫ້ຄົນລາວ ໃນຕ່າງປະເທດ ເລື່ອນການເດີນທາງກັບປະເທດ ຊົ່ວຄາວ ຈົນກວ່າສະຖານະການຈະດີຂຶ້ນ.