ນັກລົງທຶນທີ່ເຫຼືອແຕ່ຊື່

ນັກລົງທຶນ ຕ່າງປະເທດ ເຂົ້າມາ ສັມປະທານ ທີ່ດິນ ຢູ່ ເມືອງ ພູກູດ ແຂວງ ຊຽງຂວາງ ແລ້ວ ມິດງຽບ ໄປເລີຍ

ສໍານັກງານປົກຄອງ ແຂວງຊຽງຂວາງ RFA

ນັກລົງທຶນ ຣາຍນຶ່ງ ທີ່ ໃຫ້ນາຍໜ້າ ຄົນລາວ ມາຂໍ ສັມປະທານ ດິນຣັຖ ຈໍານວນ 5 ເຮັກຕາ ຢູ່ເມືອງພູກູດ ແຂວງ ຊຽງຂວາງ ເມື່ອປີ 2014 ເພື່ອ ທີ່ຈະລົງທຶນ ສ້າງໂຮງງານ ບົດຫີນນັ້ນ ມາເຖິງ ປັດຈຸບັນ ໄດ້ມິດງຽບໄປ. ບໍ່ໄດ້ເລີ່ມ ເຮັດຫຍັງ ແລະ ບໍ່ແຈ້ງໃຫ້ ທາງການລາວ ຮູ້ເຖິງສາເຫດ ແນວໃດເລີຍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂແນງການ ລົງທຶນ ແຂວງຊຽງຂວາງ ຕໍ່ RFA ໃນວັນທີ 28 ກັນຍາ ນີ້:

"ບໍ່ຮູ້ວ່າ ເປັນແນວໃດ ມີແຕ່ວ່າ ເພິ່ນມາ ຂໍເນື້ອທີ່ ຂໍຫຍັງ ໄປກໍານົດຫຍັງ ໃຫ້ເພິ່ນແລ້ວ ແລ້ວກໍມິດ ຈ້ອຍເລີຍ ເພິ່ນກໍວ່າໄດ້ ເນື້ອທີ່ດິນ ແລ້ວ ເພິ່ນ ກະສິສ້າງ ແຕ່ວ່າ ສຸດທ້າຍມາ ກະບໍ່ແນ່ນອນ ກະບໍ່ແນ່ນອນ ວ່າ ຂອງຄົນລາວ ຫລື ຂອງ ຕ່າງປະເທດ".

ທ່ານກ່າວຕື່ມວ່າ ຕາມການຕີ ຣາຄາ ຂອງ ທາງການລາວ ຄາດວ່າ ນັກລົງທຶນ ຜູ້ນີ້ ເຮັດພຽງແຕ່ ໃຫ້ນາຍໜ້າ ມາຂໍ ສັມປະທານ ດິນ ຂອງຣັຖ ແລ້ວເອົາ ເອກສານ ສັມປະທານ ນັ້ນໄປເປັນ ຫລັກຖານ ຂໍກູ້ຢືມເງິນ ຈາກ ທະນາຄານ. ເມື່ອເຂົາໄດ້ ເງິນກູ້ແລ້ວ ກໍບໍ່ສົນໃຈ ເຣື່ອງເນື້ອທີ່ ສັມປະທານ ອີກເລີຍ ປ່ອຍໃຫ້ເຣື່ອງ ມິດງຽບໄປ ຖືວ່າເປັນ ການລົງທຶນ ປະເພດ ຕົວະຕົ້ມ ທາງການ.

ທ່ານ ກ່າວອີກວ່າ ຢ່າງໃດກໍຕາມ ທາງການ ເມືອງພູກູດ ກໍກຽມເຮັດ ໜັງສື ສົ່ງໄປໃຫ້ ຫ້ອງການ ປົກຄອງ ແຂວງຊຽງຂວາງ ເພື່ອເອົາດິນ 5 ເຮັກຕາ ນັ້ນຄືນ ພ້ອມທັງໄດ້ ເພີ່ມມາຕການ ກວດກາ ນັກລົງທຶນ ຫລາຍຂຶ້ນ ເພື່ອປ້ອງກັນ ບໍ່ໃຫ້ມີ ນັກລົງທຶນ ເຂົ້າມາຈອງ ທີ່ດິນ ແລ້ວປະໄວ້ຊື່ໆ ເປັນເຣື່ອງທີ່ ສົ່ງ ຜົລກະທົບ ຕໍ່ການພັທນາ.

ທ່ານໃຫ້ຂໍ້ມູນ ຕື່ມວ່າ ທີ່ຜ່ານມາ ມີນັກລົງທຶນ ຈີນ ຈໍານວນນຶ່ງ ໄດ້ເຂົ້າມາ ສັມປະທານ ທີ່ດິນ ຂອງຣັຖ ຢູ່ເມືອງພູກູດ ລົງທຶນ ປູກຢາສູບ ແລະມັນຕົ້ນ. ແຕ່ວ່າ ປູກໄປໄດ້ ບໍ່ຮອດປີ ພວກເຂົາ ກໍໄດ້ປະ ກັບປະເທດໄປ ໂດຍ ບໍ່ບອກໃຫ້ ທາງການລາວ ຮູ້ ເຮັດໃຫ້ ປະຊາຊົນ ທີ່ໄປອອກ ແຮງງານ ນໍາພວກເຂົາ ກາຍເປັນຄົນ ບໍ່ມີ ວຽກເຮັດງານທໍາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org