ຊາວບ້ານຄອງຖ້າຄ່າ ຊົດເຊີຍ
2018.05.03
ເມືອງໄຊຍະບູູຣີ ແຂວງໄຊຍະບູຣີ ກວດຄືນຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈາກຜົລກະທົບທີ່ເສົາໄຟຟ້າແຮງສູງ ເຂື່ອນໄຟຟ້າ ນໍ້າຂອງ ຕິດຕັ້ງຜ່ານເຂດບ້ານ.
ໃນໄລຍະ 2 ປີ ຜ່ານມານີ້ ທາງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງ ໄດ້ຈ່າຍເງິນຊົດເຊີຍ ໃຫ້ຜູ້ຖືກຜົລກະທົບ ທີ່ເສົາໄຟຟ້າແຮງສູງຜ່ານ ຢ່າງຕໍ່ເນື່ອງ, ດັ່ງເຈົ້າໜ້າທີ່ ຜູ້ປະສານງານ ໂຄງການເຂື່ອນໄຟຟ້ານໍ້າຂອງ ແຂວງໄຊຍະບູຣີ ກ່າວຕໍ່ເອເຊັຍເສຣີ ໃນ ວັນທີ 3 ພຶສພາ ນີ້ວ່າ:
“ລວມໆທັງເໝີດກະຊິແມ່ນ 20 ກວ່າ ຕື້ນີ້ແຫຼະ ນັ້ນມັນບໍ່ເຈນປານໃດ ເພາະວ່າ ບາງເຈົ້າຫັ້ນ ມີສວນຢາງພາລາ ໄດ້ປະມານ 4 ຕື້ 5 ຕື້ ພຸ້ນໄດ໋ ປະມານ 100 ຄອບຄົນນີ້ ກວ່າ 50ຄອບຄົວພຸ້ນລະ ລວມພື້ນທີ່ປະມານ 1,500 ເຮັກຕ້າ 3-4 ເມືອງ ຄື: ເມືອງໄຊຍະບູຣີ, ເມືອງພຽງ, ເມືອງປາກລາຍ ແລະ ເມືອງແກ່ນທ້າວ 4 ຕົວເມືອງ.”
ທ່ານກ່າວວ່າ ການຈ່າຍຄ່າຊົດເຊີຍນັ້ນ ຂຶ້ນກັບຊັບສິນຂອງແຕ່ລະຄອບຄົວ ບາງຄອບຄົວ ຖືກຜົລກະທົບໜ້ອຍ ກໍ່ໄດ້ໜ້ອຍ ບາງຄອບຄົວ ຖືກຜົລກະທົບຫຼາຍ ກໍໄດ້ຫຼາຍ ເບິ່ງຕາມຕົວຈິງ ຊື່ງມີຄອບຄົວ ທີ່ໄດ້ຮັບຄ່າຊົດເລີຍ ກວ່າ 150 ຄອບຄົວ ໃນ 4 ເມືອງ ທີ່ເສົາໄຟຟ້າ ແຮງສູງນັ້ນຜ່ານ ຄື: ເມືອງໄຊຍະບູຣີ, ເມືອງພຽງ, ເມືອງປາກລາຍ ແລະ ເມືອງແກ່ນທ້າວ.
ເມື່ອວັນທີ 30 ເມສາ 2018 ຜ່ານມານີ້ ບໍຣິສັດພອນສະຫວັນພັທນາ ໄດ້ມອບເງິນຄ່າຊົດເຊີຍ 25 ລ້ານປາຍກີບ ໃຫ້ເຈົ້າຂອງດິນ 8 ຄອບຄົວ ທີ່ຖືກຜົລກະທົບ ຈາກໂຄງການເຂື່ອນໄຟຟ້ານໍ້າຂອງນັ້ນ. ປັດຈຸບັນ ຍັງເຫຼືອອີກປະມານ 4-5 ຄອບຄົວ ທີ່ຍັງບໍ່ທັນ ໄດ້ຮັບຄ່າ ຊົດເຊີຍ ແລະຕ້ອງໄດ້ກວດຄືນຕື່ມອີກ.