ໂຄງການຣົດໄຟຈະຈ້າງ ຄົນງານ ລາວ

ຄົນງານລາວ ທີ່ ເຂົ້າເຮັດວຽກ ໃນໂຄງການ ທາງຣົດໄຟ ລາວ-ຈີນ ຈະໄດ້ເງິນ ເດືອນ ປະມານ 1 ລ້ານ 5 ແສນກີບ ເຖິງ 6 ລ້ານກີບ.

ຮູປຈໍາລອງ ຣົດໄຟ ທີ່ຈະໃຊ້ຢູ່ ສປປ ລາວ RFA

ຄົນງານລາວທີ່ເຂົ້າເຮັດວຽກ ໃນໂຄງການສ້າງທາງຣົດໄຟ ລາວ-ຈີນ ຈະໄດ້ຄ່າຈ້າງ ປະມານ 1 ລ້ານ 5 ແສນກີບ ເຖິງ 6 ລ້ານກີບຕໍ່ ເດືອນ. ຖ້າເວົ້າ ພາສາຈີນໄດ້ ຫລື ເຮັດວຽກ ໄດ້ຫລາຍຢ່າງ ກໍຈະໄດ້ຄ່າຈ້າງເຖິງ 15 ລ້ານກີບ ຕໍ່ເດືອນ.

ອັນນີ້ເປັນນະໂຍບາຍ ຂອງທາງການຈີນ ກ່ຽວກັບ ການຕົກລົງ ຄ່າຈ້າງຄົນງານ ໃນໂຄງການ ດັ່ງກ່າວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການ ສັງຄົມຂອງລາວ ໃນມື້ວັນທີ 9 ສິງຫາ ນີ້:

"ນະໂຍບາຍຂອງຣັຖບານຈີນ ເພິ່ນໃຫ້ກະແມ່ນຕໍ່າສຸດ ປະມານ 5 ຫາ ຫ້າຫົກລ້ານ ລະກະພາກສ່ວນ ທີ່ວ່າໄດ້ພາສາແດ່ ໄດ້ຫຼາຍວິຊາ ຫັ້ນກະຮອດ 15 ລ້ານ ຕໍ່ຄົນ ເປັນພາສາແປແດ່ ມັນກະສິໄດ້ຫລາຍ ຫລາຍຕໍາແໜ່ງ ຕາມນັ້ນ ຫັ້ນແຫລະເນາະ".

ສໍາລັບຄົນງານລາວ ທີ່ເຮັດວຽກ ໃນໂຄງການນີ້ຈະເປັນ ໃນຮູບແບບ ລູກຈ້າງຣາຍວັນ ບໍ່ມີສັນຍາເປັນປີ ຄືກັນກັບ ຄົນງານຈີນ ຍ້ອນຄົນ ງານລາວສ່ວນໃຫຍ່ ບໍ່ມີວິຊາສະເພາະ ແລະບໍ່ມີໃບປະກາດ ສີມືແຮງງານ. ສ່ວນເຣື່ອງສວັດດີການຕ່າງໆ ທີ່ຄົນງານລາວ ຈະໄດ້ຮັບນັ້ນ ຍັງບໍ່ຮູ້ເທື່ອ ແຕ່ເຊື່ອວ່າຈະໄດ້ ສົມເຫດສົມຜົລ ຢູ່.

ທ່ານກ່າວອີກວ່າປັດຈຸບັນ ຄົນງານລາວ ໃນຫລາຍແຂວງ ພາກັນສມັກເຮັດວຽກ ໃນໂຄງການ ສ້າງທາງຣົດໄຟ ນີ້ແຕ່ບໍ່ໄດ້ ຮັບຣາຍງານ ກ່ຽວກັບ ຈໍານວນຜູ້ສມັກ ວ່າມີເທົ່າໃດ ກັນແທ້  ແລະສ່ວນໃຫຍ່ ເປັນຄົນງານ ທີ່ມາຈາກ ແຂວງໃດ.

ບໍຣິສັດຈີນທີ່ຮັບເໝົາ ສ້າງທາງຣົດໄຟ ລາວ-ຈີນ ໃນຊ່ວງສັນຍາ ທີ 1 ຫາທີ 4 ມີທັງໝົດ 6 ບໍຣິສັດ ຄືບໍຣິສັດກໍ່ສ້າງ ທາງຣົດໄຟເລກ 2, ເລກ 5 ແລະເລກ 8, ບໍຣິສັດກໍ່ສ້າງ ທາງຣົດໄຟ ສາກົລ, ບໍຣິສັດ Sinohydro cooperation Limited, ແລະບໍຣິສັດ Power Construction Corporation ຂອງຈີນ ຊຶ່ງຈະຈ້າງ ຄົນງານລາວ 7 ພັນ 112 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org