ຖນົນຕານມີໄຊ ສາມແຍກ ສີເກີດ ຖ້າອີກ 1 ປີ
2018.05.18
ການກໍ່ສ້າງທາງ ແຕ່ສີແຍກໄຟແດງ ຕານມີໄຊ ຫາ ສາມແຍກສີເກີດ ນະຄອນຫລວງວຽງຈັນ ຈະຊັກຊ້າໄປ ອີກ 1 ປີ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມເດີືອດຮ້ອນ ເປັນຕົ້ນ ການໄປສັນຈອນໄປມາ, ການຄ້າຂາຍ ຮວມທັງເຣື້ອງສຸຂພາບນຳອີກ, ດັ່ງເຈົ້າຂອງ ຮ້ານຂາຍເຄື່ອງ ທີ່ຢູ່ຕິດກັບທາງເສັ້ນນີ້ກ່າວວ່າ:
“ພໍດີຕາຍເລີຍ ສູ່ມື້ນີ້ ສິຂາຍຫຍັງກໍບໍໄດ້ຂາຍ ຂີ້ຝຸ່ນກໍໄງ່ກຸບຢູ່ ເຮັດໃຫ້ເສັຍສຸຂພາບ ຂາຍເຄື່ອງຢູ່ຂອງກິນ ຫຍັງກໍບໍ່ໄດ້ຂາຍ ເປັນປີແລ້ວເດ້ ລູກຄ້າບໍ່ເຂົ້າຮ້ານ ຍ້ອນເສັ້ນທາງເສັ້ນນີ້ ຄັນບໍ່ຈໍາເປັນອິຫລີ ກໍບໍ່ມີຜູ້ໃດຢາກມາ ທາງຣົຖກໍເປື້ອນ ເປື້ອນບໍ່ພໍຍັງມີ ຂຸມອີກ ແລ້ວບາດນີ້ ຮ້ານເຮົາ ກໍໄດ້ເສັຍຄ່າເຊົ່າອີກ ແຕ່ລະປີໆ ເຮົາລົງທຶນໄປ ເຮົາກໍຢາກໄດ້ ທຶນຄືນ ຄັນເປັນແນວນີ້ ຄືສິບໍ່ຮອດ.”
ປະຊາຊົນ ອີກທ່ານນຶ່ງ ທີ່ໃຊ້ເສັ້ນທາງດັ່ງກ່າວ ເພື່ອໄປວຽກທຸກມື້ ກໍເວົ້າເຊັ່ນດຽວກັນວ່າ ການສັນຈອນໄປມາ ລໍາບາກຫຼາຍ ໂດຍສະເພາະ ຜູ້ທີ່ນໍາໃຊ້ຣົດຈັກ ໃນການເດີນທາງ:
“ມັນເປັນຂຸມ ເປັນນັ້ນຄືເກົ່າ ເປັນອັນນັ້ນຕລອດ ຕົວນີ້ ກໍສົ່ງຜົນສະທອ້ນ ກັບປະຊາຊົນ ຫັ້ນແຫລະ ເຣື້ອງຍາກ ກໍຍາກຢູ່.”
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ຫາ ທ່ານ ຫຸມພັນ ດວງພະເດດ ຫົວໜ້າໂຄງການ ສ້າງທາງເສັ້ນດັ່ງກ່າວ ແຕ່ທ່ານບໍ່ ສະດວກໃຫ້ສັມພາດ.
ອີງຕາມຄໍາເວົ້າຂອງ ທ່ານ ຫຸມພັນ ດວງພະເດັດ ກ່າວຕໍ່ສື່ມວນຊົນລາວ, ທ່ານວ່າ ການກໍ່ສ້າງຜ່ານມາສອງປີ ບໍ່ເປັນໄປຕາມ ແຜນການ ເນື່ອງຈາກວ່າເສັ້ນທາງດັ່ງກ່າວ ມີຄວາມກວ້າງແລະກະທົບໃສ່ເຮືອນ ຂອງປະຊາຊົນຈໍານວນຫຼາຍ ເຮັດໃຫ້ ການເກັບມ້ຽນສິ່ງກີດຂວາງ ທັງສອງຟາກທາງຫລ່າຊ້າ ບໍ່ສາມາດກໍ່ສ້າງທາງໄດ້ຢ່າງເຕັມທີ່.
ໂຄງການກໍ່ສ້າງທາງ ແຕ່ສີ່ແຍກຕານມີໄຊ ຫາ ສາມແຍກສີເກີດ ເຣີ້ມກໍ່ສ້າງມາແຕ່ຕົ້ນປີ 2016, ຕາມກໍານົດຈະຕ້ອງສໍາເຣັດ ໃນທ້າຍເດືອນ ຕຸລາ ປີ 2018 ນີ້. ແຕ່ປັດຈຸບັນ ການກໍ່ສ້າງຄືບໜ້າ ພຽງແຕ່ 40 ສ່ວນຮ້ອຍ ເທົ່ານັ້ນ ຈຶ່ງຈໍາເປັນ ຕ້ອງເລື່ອນ ເວລາກໍ່ສ້າງໄປອີກ 1 ປີ.