10 ຄອບຄົວຮ້ອງຂໍດິນ ປຸກເຮືອນ ຢູ່ບ່ອນເກົ່າ
2018.10.19
ຊາວບ້ານໂພນສົມບູນ 10 ຄອບຄົວ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ທີ່ຈະຖືກ ໃຫ້ໂຍກຍ້າຍ ຍ້ອນໂຄງການ ທາງຣົດໄຟ ລາວ-ຈີນ ຮຽກຮ້ອງນໍາ ພາກສ່ວນທີ່ກ່ຽວຂ້ອງ ຂໍດິນຈັດສັນ ເພື່ອປຸກເຮືອນ ໃນເຂດບ້ານເກົ່ານີ້ ເພາະບໍ່ຢາກຍ້າຍ ໄປຢູ່ເຂດອື່ນ ທີ່ ຢູ່ໄກ ບ່ອນປູກຝັງ ຂອງພວກເຂົາເຈົ້າ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຊຶ່ງເປັນຜູ້ຕາງໜ້າ ຂອງປະຊາຊົນ 10 ຄອບຄົວ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ຕຸລານີ້ວ່າ:
"ຮຽກຮ້ອງຫັ້ນມີແຕ່ຈໍານວນປະມານໜ້ອງ 10 ຄອບຄົວນີ້ແຫລະ ເພິ່ນຮຽກຮ້ອງຢາກໃຫ້ທາງເຈົ້າເມືອງບໍ່ ທາງຂັ້ນເທິງຫັ້ນ ຈັດສັນ ທີ່ດິນໃຫ້ ບໍ່ຢາກອອກຈາກບ້ານ ໃຫ້ປຸກເຮືອນໃຫ້ວ່າຊັ້ນສະ ແລ້ວຈໍານວນນຶ່ງ ກະບໍ່ໄດ້ຮຽກຮ້ອງຫຍັງ ມີແຕ່ເອົາຄ່າຊົດເຊີຍ ຫັ້ນ."
ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາ ພວກທ່ານ ໄດ້ນໍາເອົາຄໍາຮຽກຮ້ອງ ຂອງປະຊາຊົນໄປສເນີຕໍ່ ອໍານາດການປົກຄອງ ເມືອງໂພນໂຮງ ແລະໄດ້ຮັບ ຄໍາຕອບວ່າ ທາງການຈະຊອກຫາທີ່ດິນບ່ອນໃໝ່ ຊຶ່ງຢູ່ພາຍໃນເຂດບ້ານນີ້ໃຫ້ ຕາມທີ່ ປະຊາຊົນຕ້ອງການ ຍ້ອນຍັງມີທີ່ດິນ ເປົ່າຫວ່າງຢູ່ຫຼາຍ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນ ມີການກໍານົດ ບ່ອນທີ່ຈະຈັດສັນທີ່ດິນໃຫ້ ຢ່າງຄັກແນ່ເທື່ອ ເຮັດໃຫ້ປະຊາຊົນ ກັງວົນໃນເຣຶ່ອງນີ້.
ນອກຈາກປະຊາຊົນ 10 ຄອບຄົວ ທີ່ວ່ານັ້ນແລ້ວ ກໍຍັງມີຊາວບ້ານ ໂພນສົມບູນອີກ 13 ຄອບຄົວ ທີ່ຈະຕ້ອງຖືກໂຍກຍ້າຍ ໄປຢູ່ບ່ອນອື່ນ ຄືກັນນັ້ນ ກໍຍັງມີບັນຫາ ແຕ່ແມ່ນເຣຶ່ອງເງິນຄ່າຊົດເຊີຍ ດີແຕ່ວ່າມີຍາດພີ່ນ້ອງແບ່ງດິນໃຫ້ຢູ່.
ເຖິງຢ່າງໃດກໍຕາມ ເມື່ອເດືອນທີ່ແລ້ວ ເຈົ້າໜ້າທີ່ເມືອງໂພນໂຮງ ໄດ້ຊີ້ແຈງວ່າ ຊາວບ້ານໂພນສົມບູນ ແລະ ປະຊາຊົນ ອີກ 5 ບ້ານ ໃນເມືອງນີ້ ມີກໍານົດ ຈະໄດ້ຮັບເງິນຄ່າຊົດເຊີຍ ຄວາມເສັຍຫາຍ ຈາກໂຄງການ ທາງຣົດໄຟລາວ-ຈີນ ພາຍໃນ ເດືອນຕຸລານີ້. ແຕ່ມາ ເຖິງປັດຈຸບັນ ກໍຍັງບໍ່ທັນຮູ້ເທື່ອ ວ່າຈະໄດ້ເມື່ອໃດກັນແທ້.