ລາວ ຈະປັບປຸງກົດໝາຍ ທີ່ດິນ ທ້າຍປີນີ້

ໄຊຍາ
2018.09.25
f-land ເມືອງຊຽງເງິນ ແຂວງຫລວງພຣະບາງ
RFA/AS

ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ, ກົມນິຕິກັມ ແຈ້ງການເມື່ອວັນທີ 19 ກັນຍາ 2018 ຜ່ານມາວ່າ ກຳລັງກະກຽມ ຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງໃໝ່ ໂດຍໃຫ້ມີປະຊາຊົນ ມີສ່ວນຮ່ວມໃຫ້ຄຳເຫັນ ເຂົ້າໃນກົດໝາຍສະບັບ ດັ່ງກ່າວ. ດັ່ງ ປະຊາຊົນ ທ່ານນຶ່ງ ໃຫ້ຄວາມເຫັນວ່າ ຖ້າທາງການປະຕິບັດໄດ້ ກໍ່ເຫັນດີ ໂດຍສະເພາະ ປະຊາຊົນທີ່ບໍ່ມີໃບຕາດິນ ໄລຍະຜ່ານມາ ຖືກຣັຖຢຶດເອົາ.

"ເຂົາບໍ່ມາແທກໃບຕາດິນ ໃຫ້ແກ່ປະຊາຊົນແນ່ ເພື່ອຄວາມສະດວກ ແລະປອດໄພ ຂອງປະຊາຊົນ. ບໍ່ຢາກໃຫ້ ຖ້າວ່າຫຼາຍປີມາ ຣັຖບານເຂົ້າເອີ ຢູ່ໆເພີ່ນມາ ເຂົາວ່າເອີບ້ານນີ້ ໃບຕາດິນ ອີ່ຫຍັງບໍ່ມີ ດຽວນີ້ຣັຖຈະຢຶດ ກ່ອນເດີ້ ແລ້ວໄປທວງຄືນ ກໍ່ຍາກອີກແດ່ ຄັນວ່າບໍ່ມີໃບຕາດິນ ເຮັດອີຫຍັງກໍ່ຍາກອີກແດ່ ສົມມຸດວ່າ ໄປຢືມເງິນທະນາຄານ ບໍ່ເຮັດອີ່ຫຍັງ ກໍ່ບໍ່ມີໃບຕາດິນ ເຈົ້າກໍ່ບໍ່ໃຫ້.”

ທ່ານກ່າວຕື່ມວ່າ ຖ້າກົດໝາຍຄຸ້ມຄອງ ໃຫ້ປະຊາຊົນສາມາດນໍາໃຊ້ທີ່ດິນ ຂອງຕົນເອງໄດ້ຢ່າງຖືກຕ້ອງຕາມກົດໝາຍ ກໍຖືວ່າ ເປັນກົດໝາຍ ທີ່ຈຳເປັນ ແຕ່ຖ້າວ່າ ເປັນກົດໝາຍເອື້ອປະໂຫຍດ ໃຫ້ນາຍທຶນ ກໍບໍ່ຈຳເປັນ ເພາະກົດໝາຍ ສບັບເດີມກໍດີຢູ່ແລ້ວ.

“ໂອຍຕົວນີ້ ບໍ່ທັນໄດ້ເຫັນເດ້ນະ ເຮົາຕ້ອງໄດ້ອ່ານກ່ອນເດີ້ ບໍ່ໄດ້ອ່ານ ເຮົາບໍ່ເຂົ້າໃຈ ຕອບບໍ່ໄດ້ດອກ ຕົວນີ້ເດີ້ ເອົາຕົວນີ້ສະ ສິອ່ານກ່ອນ ແລ້ວຄ່ອຍສິມີຄຳເຫັນນຳຫລັງເດີ້ ມັນບໍ່ໄດ້ອ່ານ ມັນບໍ່ມີຕົວກຳນົດເດ້ເດີ້.”

ຮ່າງກົດໝາຍ ວ່າດ້ວຍທີ່ດິນ ສບັບປັບປຸງ ປະກອບມີ 185 ມາດຕາ ຊຶ່ງຈະນຳສເນີ ຢູ່ໃນກອງປະຊຸມ ສະພາແຫ່ງຊາດ ໃນທ້າຍປີ 2018 ທີ່ຈະມາເຖິງນີ້ ເພື່ອໃຊ້ແທນກົດໝາຍວ່າດ້ວຍທີ່ດິນ ສະບັບປະຈຸບັນ ທີ່ມີທັງໝົດ 87 ມາດຕຣາ. ການປັບປຸງ ກົດໝາຍ ທີ່ດິນໃນສປປລາວ ແມ່ນເຣີ້ມຈັດຕັ້ງມາແຕ່ປີ 2011 ຈົນມາເຖິງປະຈຸບັນ ກົດໝາຍດັ່ງກ່າວ ຍັງຄົງມີການປັບປຸງຢ່າງຕໍ່ເນື່ອງ ເພາະຄວາມຂັດແຍ່ງເຣື່ອງທີ່ດິນ ນັບມື້ນັບເພີ້ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.