ສວນກ້ວຍຈີນປິດອີກ 2 ແຫ່ງ
2017.07.26
ບໍຣິສັດປູກກ້ວຍຈີນ 2 ບໍຣິສັດ ໃນຈຳນວນທັງໝົດ 6 ບໍຣິສັດ ຢູ່ເມືອງນານ ແຂວງຫລວງພຣະບາງ ໄດ້ເກັບກູ້ຜົລຜລິດ ແລະ ໄດ້ກັບຄືນໄປ ປະເທດຈີນ ຫລັງຈາກ ໝົດສັນຍາ ເຊົ່າທີ່ດິນ ປະຊາຊົນ ແລ້ວ. ຍັງເຫລືອອີກ 4 ບໍຣິສັດ ທີ່ຍັງປູກກ້ວຍ ຢູ່ຕາມປົກກະຕິ ຍ້ອນວ່າສັນຍາ ເຊົ່າທີ່ດິນ ຍັງເຫລືອຢູ່ອີກ 1 ປີ. ດັ່ງເຈົ້າໜ້າທີ່ ຫ້ອງການ ອຸດສາຫະກັມ ແລະ ການຄ້າ ເມືອງນານ ກ່າວໃນວັນທີ 26 ກໍຣະກະດາ ນີ້ວ່າ:
"ກະກູ້ໄປ 2 ຊຸດແລ້ວ ແຕ່ໂຕປູກແລ້ວຫັ້ນ ບໍ່ໄດ້ຂຍາຍຕໍ່ຫັ້ນນະ ມັນມີ 4 ບໍຣິສັດ 1 ພັນປາຍພຸ້ນ ໄດ້ເກັບກູ້ ໃຫ້ເກັບເຂົານີ້ປີ 2018 ຕາມ ສັນຍາເພິ່ນໃຫ້ຮອດປີໜ້າ ນີ້ໝົດ".
ທ່ານກ່າວວ່າ ທຸກມື້ນີ້ ຣົດບັນທຸກ ຂອງຈີນ ເຂົ້າມາຂົນກ້ວຍ ໄປຈີນມື້ນຶ່ງ 4 ຄັນ, ເມື່ອປີກາຍ ການປູກກ້ວຍຂອງຈີນ ຢູ່ເມືອງນານ ໄດ້ສ້າງ ບັນຫາ ຕໍ່ສິ່ງແວດລ້ອມ ແລະ ຜູ້ຄົນ ໂດຍສະເພາະ ແມ່ນຍ້ອນການໃຊ້ ສານເຄມີ ຕ້ອງຫ້າມ ເຮັດໃຫ້ຄົນງານ ສວນກ້ວຍເຈັບປ່ວຍເປັນຕຸ່ມ ຕາມຮ່າງກາຍ ຖືກນຳສົ່ງໂຮງໝໍ 4-5 ຄົນ ຕໍ່ເດືອນ.
ເມື່ອຕົ້ນປີນີ້ ເຈົ້າຂອງສວນກ້ວຍແຫ່ງນຶ່ງ ໄດ້ຖືກທາງການ ຮຽກຕົວມາປັບໃໝ ຍ້ອນພຍາຍາມ ຂັດຂວາງບໍ່ໃຫ້ ເຈົ້າໜ້າທີ່ ເຂົ້າໄປກວດກາ ແຕ່ຈົນມາຮອດ ປັດຈຸບັນ ເຂົາກໍບໍ່ມາ ແລະເຣຶ່ອງນີ້ ກໍມິດງຽບໄປ.
ປັດຈຸບັນ ບໍຣິສັດປູກກ້ວຍຈີນ ຫລາຍແຫ່ງໃນທົ່ວ ປະເທດລາວ ກຳລັງເກັບກູ້ ຜົລຜລິດ ໂດຍສະເພາະ ຢູ່ແຂວງວຽງຈັນ ຊຶ່ງທາງການແຂວງ ໄດ້ປະກາດໃຫ້ ບໍຣິສັດຈີນ ເກັບກູ້ ຜົລຜລິດ ໃຫ້ແລ້ວ ພາຍໃນເດືອນ ກັນຍາ ທີ່ຈະມາເຖິງນີ້ ແລະ ບໍຣິສັດໃດ ທີ່ຍັງເຫລືອ ສັນຍາເຊົ່າຢູ່ ກໍໃຫ້ປູກພືດຊນິດອື່ນ ແທນ, ເດັດຂາດບໍ່ໃຫ້ ປູກກ້ວຍອີກ.