ປະເທດລາວ ຍັງຂາດດຸນການຄ້າ ຢ່າງຕໍ່ເນື່ອງ

ປະເທດລາວຍັງຂາດດຸນການຄ້າຢ່າງຕໍ່ເນື່ອງ ແລະ ຫຼ້າສຸດໃນເດືອນສິງຫາ 2024 ຂາດດຸນການຄ້າ 129 ລ້ານໂດລ້າສະຫະລັດ ເນື່ອງຈາກການນໍາເຂົ້າສິນຄ້າຫຼາຍກວ່າ ສົ່ງອອກເຊິ່ງໃນເດືອນສິງຫານີ້ນໍາເຂົ້າສິນຄ້າ 670 ລ້ານໂດລ້າ ແລະ ສົ່ງອອກ 541 ລ້ານໂດລ້າ.

ລົດຂົນສົ່ງສິນຄ້າອອກໄປຈີນ ເດືອນກັນຍາ 2023. RFA

ນັບຕັ້ງແຕ່ເດືອນມັງກອນຈົນເຖິງເດືອນສິງຫາ 2024 ປະເທດລາວຍັງຂາດດຸນການຄ້າຢ່າງຕໍ່ເນື່ອງ. ຫຼ້າສຸດໃນເດືອນສິງຫາ 2024 ຂາດດຸນການຄ້າ 129 ລ້ານໂດລ້າສະຫະລັດ ເນື່ອງຈາກການນໍາເຂົ້າສິນຄ້າຫຼາຍກ່ວາສົ່ງອອກເຊິ່ງໃນເດືອນສິງຫານີ້ນໍາເຂົ້າສິນຄ້າ 670 ລ້ານໂດລ້າ ແລະ ສົ່ງອອກ 541 ລ້ານໂດລ້າ. ການຂາດຸນດັ່ງກ່າວບໍ່ໄດ້ລວມເອົາ ການນໍາເຂົ້າສົ່ງອອກໄຟຟ້າ. ອີງຕາມການລາຍງານຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳແລະການຄ້າ.

ຂະນະທີ່ເຈົ້າໜ້າທີ່ດ້ານການຄ້າທີ່ຂໍສະຫງວນຊື່ ແລະຕໍາແໜ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 27 ກັນຍາວ່າບັນຫາການຂາດດຸນການຄ້ານີ້ ລັດຖະບານລາວຍັງບໍ່ສາມາດແກ້ໄຂໄດ້ເທື່ອ ເພາະການຈັດຕັ້ງປະຕິບັດການຈຳກັດສິນຄ້ານໍາເຂົ້າທີ່ບໍ່ຈຳເປັນຍັງປະຕິບັດບໍ່ໄດ້ດີເທື່ອ ແລະການສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນນັ້ນກໍ່ປະຕິບັດບໍ່ທັນໄດ້ດີ ເຊັ່ນກັນຈຶ່ງຈຳເປັນຕ້ອງສືບຕໍ່ນໍາເຂົ້າສິນຄ້າຫຼາຍກ່ວາສົ່ງອອກ.

“ກໍຍ້ອນເຮົານີ້ຍັງບໍ່ທັນອັນນ່າມີຖານການຜະລິດທີ່ວ່າ ແນ່ນອນຕ້ອງໄດ້ເວົ້າເລື່ອງການຜະລິດສິນຄ້າພາຍໃນອັນໜຶ່ງເນາະມັນຫຼາຍຂຶ້ນແລ້ວກາອັນໜຶ່ງອີກແມ່ນເຮົາຕ້ອງຈຳກັດການນໍາເຂົ້າສິນຄ້າທີ່ວ່າບໍ່ຈຳເປັນຍັງເຮັດບໍ່ທັນໄດ້ເທົ່າທີ່ຄວນຫັ້ນແຫຼະ”

ທ່ານກ່າວຕື່ມວ່າ ເມື່ອມີການການຂາດດຸນການຄ້າເກີດຂຶ້ນ ຢ່າງຕໍ່ເນື່ອງຈຶ່ງສົ່ງຜົນກະທົບເຮັດໃຫ້ເງິນກີບລາວມີຄ່າຕົກຕໍ່າໂດຍສະເພາະຄ່າເງິນກີບ ບໍ່ມີຄວາມສະຖຽນລະພາບບວກໃສ່ທີ່ຜ່ານມາລັດຖະບານ ກໍ່ບໍ່ໄດ້ມີເງິນຕາຕ່າງປະເທດພຽງພໍ ແຕ່ຈຳເປັນຕ້ອງເອົາເງິນຕາໄປຊື້ສິນຄ້າ ຈາກຕ່າງປະເທດເຂົ້າມາຫຼາຍກ່ວາການສົ່ງສິນຄ້າອອກ. ດັ່ງນັ້ນແລ້ວການແລກປ່ຽນເງິນຕານອກລະບົບຈຶ່ງຍັງສືບຕໍ່ ເກີດເຊິ່ງກໍ່ເປັນບັນຫາທີ່ຍັງບໍ່ສາມາດຈະແກ້ໄຂໄດ້ເທື່ອ.

“ເຮົານໍາສິນຄ້າເຂົ້າມາຫຼາຍກ່ວາສົ່ງອອກ ໂອ້ມັນກໍ່ເຮັດໃຫ້ເງິນເຮົານີ້ແລ້ວມັນບໍ່ສະຖຽນຫັ້ນນ່າ ເນາະເພາະວ່າພວກເຮົາບໍ່ມີເງິນຕາເດ້ແຕ່ເຮົາພັດຈຳເປັນ ເອົາເງິນຕາໄປຊື້ສິນຄ້າຢູ່ຕ່າງປະເທດ ສະນັ້ນນີ້ຈະເຮັດເງີີນເຮົານີ້ມັນຕໍ່າລົງເນາະມັນອ່ອນຄ່າ ຍ້ອນໂຕນີ້ຫັ້ນແຫຼະການແລກປ່ຽນເງິນຕາ ເນາະນອກລະບົບບນີ້ນ່າຄຸ້ມຄອງບໍ່ໄດ້.”

ບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ປະຈໍາວັນຂອງຊາວລາວທຸກຄົນໂດຍສະເພາ ະບັນຫາສິນຄ້າພາຍໃນມີລາຄາສູງຂຶ້ນລວມເຖິງຄ່າຄອງຊີບກໍ່ສູງຂຶ້ນ ແລະລາຍຈ່າຍມັນຈະຫຼາຍກ່ວາລາຍຮັບເປັນຕົ້ນເງິນຈຳນວນ 500,000 ກີບໄປຊື້ເຄື່ອງໃນຕະຫຼາດກໍ່ໄດ້ບໍ່ຫຼາຍຢ່າງແລະພາກລັດກໍ່ບໍ່ໄດ້ສົ່ງເສີມການຜະລິດໃຫ້ຊາວບ້ານມີລາຍຮັບເພີ່ມຂຶ້ນ. ສ່ວນຫຼາຍແຕ່ລະຄອບຄົວເຂົາເຈົ້າຜະລິດ ສະບຽງອາຫານໄວ້ກິນກຸ້ມຕົນເອງເທົ່ານັ້ນແລະບາງເທື່ອກໍ່ບໍ່ໄດ້ພຽງພໍ ກໍ່ຕ້ອງຈຳເປັນໄດ້ຊື້ອາຫານການກິນມາຕື່ມ. ດັ່ງຊາວລາວກ່າວວ່າ:

“ມັນບໍ່ເຄີຍມີພາກສ່ວນໃດທີ່ວ່າລົງມາໃຫ້ສົ່ງເສີມຈັ່ງຊັ້ນ ຈັ່ງຊິມີແຕ່ວ່າບາງຄອບຄົວເຂົາເຈົ້າປູກເອງກິນເອງບໍ່ໄດ້ພຽງພໍແຕ່ວ່າແກ້ໄຂບາງສ່ວນທີ່ວ່າ ມັນຈຳເປັນຫັ້ນນ່າສິນຄ້ານີ້ຂຶ້ນຄືກັບເຄື່ອງບໍລິໂພກນີ້ ເປັນແປ້ງນົວຈັ່ງຊິນ່າເຄີຍຊື້ 15 ດຽວນີ້ 20 ພັນດຽວ 5 ແສນບໍ່ພໍມື້ກໍ່ໄດ້ໜ້ອຍດຽວໜຶ່ງ.”

ໃນຂະນະດຽວກັນແມ່ຄ້າທີ່ນໍາເຂົ້າສິນຄ້າ ຈາກໄທກ່າວວ່າປັດຈຸບັນທາງການລາວ ກໍ່ບໍ່ໄດ້ຫ້າມນໍາເຂົ້າສິນຄ້າອັນໃດຫຼືຈຳກັດສິນຄ້າອັນໃດ ແລະກໍ່ຍັງນໍາເຂົ້າສິນຄ້າຈາກໄທ ໄດ້ເປັນປົກກະຕິເພາະສິນຄ້າ ໃນລາວມີໜ້ອຍ.

“ໂຕນີ້ເຄື່ອງສິນຄ້າກໍບໍ່ໄດ້ຫ້າມນ່າມີແຕ່ວ່າ ໃຫ້ເອົາເຂົ້າບໍ່ແມ່ນຂອງຜິດກົດໝາຍ ບໍ່ຈໍາກັດເອົາເຂົ້າໄດ້ເຄື່ອງພາຍໃນບໍ່ຄ່ອຍມີສ່ວນຫຼາຍພາຍໃນ ເຮົາມັນເຮັດບໍ່ໄດ້ເທື່ອເດ້ສ່ວນຫຼາຍເອົາແຕ່ໄທ.”

ນອກຈາກນີ້ຊາວລາວອີກນາງໜຶ່ງກ່າວວ່າ ກໍ່ໄດ້ຮັບຜົນກະທົບຕໍ່ຊີວິດປະຈຳວັນເຊັ່ນກັນເພາະສິນຄ້າ ມີລາຄາແພງຂຶ້ນເນື່ອງຈາກປະເທດລາວ ສ່ວນໃຫຍ່ນໍາເຂົ້າສິນຄ້າຈາກຕ່າງປະເທດຢ່າງດຽວ ແລະບາງຄົນເປັນລັດຖະກອນກໍ່ຍັງພາກັນລາອອກໄປ ທຳມາຫາກິນອາຊີບອື່ນແທນເຊັ່ນຄ້າຂາຍ ເພາະເປັນລັດຖະກອນເງິນເດືອນໜ້ອຍບໍ່ກຸ້ມກິນພໍທີ່ຈະລ້ຽງຄອບຄົວໄດ້.

“ສ່ວນຫຼາຍມັນນໍາເຂົ້າຈັ່ງຊິເນາະ ແລ້ວສິນຄ້າມັນແພງຫຼາຍຈໍາເປັນຂຶ້ນ ຕ້ອງໄດ້ຊື້ກິນຕາມນັ້ນຄືຍົກໂຕຢ່າງເປັນພະນັກງານເນາະ ບາງຄົນເງິນກາເລັກໜ້ອຍເຂົາເຈົ້າກໍ່ບໍ່ກຸ້ມລູກກຸ້ມເມັຍ ບາງຄົນອອກມາຫາກິນຊ່ວຍລູກຊ່ວຍເມັຍມາຄ້າຂາຍ.”

ສຳລັບການຂາດດຸນການຄ້າ 8 ເດືອນຂອງປີ 2024 ນີ້ປະເທດລາວຂາດດຸນການຄ້າ ມີຈຳນວນສະສົມທັງໝົດ 970 ລ້ານໂດລ້າສະຫະລັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org