ລາວ ຈະມີເຂື່ອນຕື່ມອີກ 10 ແຫ່ງ

ຈໍາປາທອງ
2015.06.19
F-Namtheun ເຂື່ອນນໍ້າເທີນ ສອງ ທີ່ ໄດ້ເປີດໃຊ້ມາຫລາຍປິແລ້ວ
AFP

ທາງການ ລາວ ປະກາດ ວ່າ ໃນ ປີ 2015 ນີ້, ສປປ ລາວ ຈະມີ ເຂື່ອນ ໄຟຟ້າ ຫລາຍ ຂຶ້ນຕື່ມ ອີກ 10 ແຫ່ງ, ທີ່ ຈະ ຂາຍ ໄຟຟ້າ ໃຫ້ ໄທ ແລະ ໃຊ້ ຢູ່ ພາຍໃນ ປະເທສ ຈຳນວນ ນຶ່ງ, ເພື່ອ ສນອງ ໃຫ້ ວິສາຫະກິດ ຂນາດກາງ, ຂນາດນ້ອຍ ແລະ ໂຄງການ ລົງທຶນ ຂອງ ຕ່າງ ປະເທສ ນຳດ້ວຍ.

ເຂື່ອນ ໄຟຟ້າ ໃໝ່ 10 ແຫ່ງ ນີ້ ຈະ ຜລິດ ໄຟຟ້າ ໄດ້ 2,000 ກວ່າ MW, ຮວມ ກັນກັບ ທີ່ ມີຢູ່ ແລ້ວ ກໍ ຈະເປັນ 5,000 ກວ່າ MW. ຕາມ ຄຳເວົ້າ ຂອງ ທ່ານ ຄຳມະນີ ອິນທິລາດ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່, ໃນ ຣະຫວ່າງ ໄປເບິ່ງ ເຂື່ອນ ແລະ ເຮັດວຽກ ທີ່ ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ແລະ ແຂວງ ວຽງຈັນ.

ທ່ານ ເວົ້າວ່າ ການ ຜລິດ ໄຟຟ້າ ໄດ້ 5,000 ກວ່າ MW ໃນ ປີນີ້, ກຳລັງ ຈະ ເປັນຊ່ວງ ຕໍ່ ທີ່ ສຳຄັນ ທີ່ສຸດ ໃນການ ມີ ສ່ວນຮ່ວມ ພັທນາ ປະເທສ ໂດຍ ສະເພາະ ຢ່າງຍິ່ງ ໃນການ ແກ້ໄຂ ຄວາມ ທຸກຍາກ ຂອງ ປະຊາຊົນ.

ທາງການ ລາວ ເວົ້າວ່າ ພາຍໃນ ປີນີ້ ປະຊາຊົນ ລາວ, ຕາມ ທ້ອງຖິ່ນ ຕ່າງໆ ໃນ ທົ່ວ ປະເທສ, ຊຶ່ງ ມີ ທັງໝົດ 148 ເມືອງ ຈະມີ ໄຟຟ້າ ໃຊ້ 80% ແລະ ຈະເພິ່ມຂຶ້ນ ເປັນ 90% ໃນ ປີ 2020. ແຕ່ ທາງການ ລາວ ບໍ່ ຣາຍງານ ເຖິງ ຜົລກະທົບ ອັນ ທຽບ ຄຸນຄ່າ ບໍ່ໄດ້ ຈາກ ການ ສ້າງ ເຂື່ອນ ທີ່ ມີຕໍ່ ທັມຊາດ, ຕໍ່ ສິ່ງ ແວດລ້ອມ ແລະ ຕໍ່ ປະຊາຊົນ ລາວ ເປັນ ຈຳນວນ ຫລວງຫລາຍ ນັ້ນ ພໍເທົ່າໃດ, ຍັງ ຫລີກລ້ຽງ ບໍ່ ເວົ້າເຖິງ ຄວາມ ເປັນຈິງ ຂອງ ຜົລ ກະທົບ ນັ້ນ ໃຫ້ ສາທາຣະນະ ຮູ້ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.