ພາສີມຸລຄ່າເພີ້ມເລີ້ມເດືອນ 11

ສປປລາວ ຈະເລີ້ມເກັບ ອາກອນ ມູນຄ່າເພີ້ມ 10% ຈາກຜູ້ທີ່ ຊື້ເຄື່ອງໃຊ້ ຜ່ານດ່ານ ຂົວມິຕພາບ ລາວ-ໄທ ແຫ່ງທີ 1 ແຕ່ ຍັງຈະບໍ່ ເກັບນໍາ ຜູ້ໂດຍສານ ທາງຣົດເມ.

ດ່ານກວດຄົນ ເຂົ້າ-ອອກ ເມືອງ RFA/LX

ສປປລາວ ມີຂໍ້ກໍານົດ ທີ່ຈະເລີ້ມ ເກັບອາກອນ ມູລຄ່າເພີ້ມ 10% ຈາກຜູ້ທີ່ ຊື້ເຄື່ອງໃຊ້ ຜ່ານດ່ານຂົວ ມິຕພາບ ລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ ໃນວັນທີ 1 ພຶສຈິກາ 2016 ນີ້. ຫລັງຈາກນັ້ນ ກໍຈະຂຍາຍ ໄປເກັບຢູ່ ດ່ານຕ່າງໆ ໃນທົ່ວ ປະເທສ.

ແຕ່ຂໍ້ກໍານົດ ຂອງ ກະຊວງການເງິນ ສປປລາວ ທີ່ຈະເກັບ ອາກອນ ມູລຄ່າເພີ້ມ ທີ່ວ່ານີ້ ກໍມີການ ຍົກເວັ້ນ ໂດຍກໍານົດ ໄວ້ວ່າ ສໍາລັບ ຜູ້ໂດຍສານ ພົລເມືອງລາວ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທສ ຊຶ່ງ ເດີນທາງ ອອກ-ເຂົ້າ ສປປລາວ ທີ່ບໍ່ມີ ລັກສນະ ເປັນປະຈໍາ ເພື່ອ ຊື້ເຄື່ອງຂອງ ຕິດຕົວມາໃຊ້, ບໍ່ເປັນ ລັກສນະ ການຄ້າ ຫລື ຈຸດປະສົງ ທາງການຄ້າ, ບໍ່ມີຄຸນຄ່າ ສູງເກີນ 50 ໂດລາ ສະຫະຣັຖ ແມ່ນ ໄດ້ຮັບ ການຍົກເວັ້ນ.

ຕາມຄໍາເວົ້າ ຂອງຜູ້ຮັກສາ ການຫົວໜ້າ ກົມພາສີ ແລ້ວແມ່ນວ່າ ສໍາລັບຜູ້ ໂດຍສານ ທາງຣົດເມ ຜ່ານດ່ານ ຂົວ ມິຕພາບ ແຫ່ງທີ 1 ວຽງຈັນ-ໜອງຄາຍ ນັ້ນ ຈະຍັງບໍ່ທັນ ເກັບເອົານໍາ ນອກຈາກວ່າ ຈະນໍາສິນຄ້າ ຫລື ເຄື່ອງຂອງ ເຂົ້າມາຫຼາຍ ມີລັກສນະ ການຄ້າ.

ທ່ານເວົ້າວ່າ ປັດຈຸບັນ ຈໍານວນ ຍານພາຫະນະ ຂອງລາວ ທີ່ຜ່ານດ່ານ ຂົວ ມິຕພາບ ແຫ່ງນີ້ ສະເລັ່ຽແລ້ວ ແຕ່ວັນຈັນ ຫາ ວັນສຸກ ມີຣົດ ສ່ວນຕົວ ຂອງຄົນລາວ ແຕ່ລະວັນ ປະມານ 300 ຄັນ. ສໍາລັບ ວັນເສົາ ແລະ ວັນອາທິດ ມີປະມານ 750 ຄັນ. ທາງການ ສປປລາວ ເວົ້າວ່າ ຂໍ້ກໍານົດ ເກັບອາກອນ ມູລຄ່າເພີ້ມ 10% ນີ້ຈະຊ່ວຍ ເຮັດໃຫ້ ມີຣາຍຮັບ ເຂົ້າ ງົບປະມານ ແຫ່ງຣັຖຕື່ມ ແລະ ທັງເປັນການ ສົ່ງເສີມ ການລົງທຶນ ແລະ ການເຄື່ອນໄຫວ ຂອງ ວິສາຫະກິຈ ພາຍໃນ ປະເທສ ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org