ຕຣຽມເປີດ ການແລ່ນຣົຖໂດຍສານ ລະຫວ່າງລາວ-ໄທຍ 10 ເສັ້ນທາງ

ຜູ້ປະກອບການ ຫຼາຍແຂວງໃນລາວ ຮູ້ສຶກດີໃຈ ທີ່ ສປປ ລາວ ແລະ ໄທຍ ຈະເປີດການເດີນທາງ ຣົຖຂົນສົ່ງໂດຍສານ ລະຫວ່າງປະເທດ 10 ເສັ້ນທາງ ຍ້ອນຈະມີນັກທ່ອງທ່ຽວ ເຂົ້າມາລາວ ໄດ້ຫຼາຍຊ່ອງທາງ ແລະ ເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ.

ຊາວລາວບັນດາເຜົ່າ ພວມເດີນທາງກັບພູມລຳເນົາ ໄລຍະພັກບຸນປີໃໝ່ລາວ ທີ່ຄິວຣົຖເມໂດຍສານສາຍໃຕ້ ໃນນະຄອນຫຼວງວຽງຈັນ (TS), ວັນທີ 13 ເມສາ 2022. RFA

ເມື່ອເດືອນ ພຶສະພາ 2022 ທີ່ຜ່ານມາ ບໍຣິສັດຂົນສົ່ງຈຳກັດ ຂອງປະເທດໄທຍ ໄດ້ຣາຍງານວ່າ ຈະເປີດເສັ້ນທາງ ການເດີນຣົຖ ລະຫວ່າງປະເທດ 10 ເສັ້ນທາງ ເພື່ອໃຫ້ນັກທ່ອງທ່ຽວ ແລະ ບຸກຄົນທົ່ວໄປ ສາມາດເດີນທາງໄປ-ມາ ໄດ້ສະດວກຂຶ້ນ ເຊິ່ງພາຍຫລັງທີ່ຜູ້ປະກອບການ ຫລາຍແຂວງໃນລາວ ໄດ້ຮັບຮູ້ຂ່າວດັ່ງກ່າວ ເຊັ່ນໂຮງແຮມ ເຮືອນພັກ ແລະ ຜູ້ປະກອບການ ໃນຂແນງການທ່ອງທ່ຽວອື່ນໆ ຕ່າງກໍຮູ້ສຶກດີໃຈຫລາຍ ຍ້ອນວ່າຈະເພີ່ມຄວາມສະດວກ ໃຫ້ແກ່ການ ເດີນທາງ ຫລາຍຂຶ້ນ.

ດັ່ງຜູ້ປະກອບການ ບໍຣິສັດທ່ອງທ່ຽວ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ3 ມິຖຸນາ ທີ່ຜ່ານມານັ້ນວ່າ:

“ສຳລັບຣົຖໂດຍສານ ຫັ້ນ ມັນຍັງບໍ່ມີອຸດອນ. ໜອງຄາຍ-ວັງວຽງ, ອຸດອນ-ວັງວຽງ ຫລືວ່າ ໜອງຄາຍ-ຫລວງພຣະບາງ. ອັນນີ້ຍັງບໍ່ທັນມີ ໄດ້ຍິນຂ່າວຢູ່ ເພິ່ນຈະເປີດ 10 ເສັ້ນທາງ. ໂອ້ ກະດີໃຈແຫລະເນາະ ກະເພີ່ມຄວາມສະດວກ ໃຫ້ບັນດາລູກຄ້າ ແລະ ກໍຜູ້ເດິນທາງຂຶ້ນຕື່ມ”.

ຂະນະທີ່ຜູ້ປະກອບການ ໂຮງແຮມ ໃນແຂວງຈຳປາສັກ ທ່ານນຶ່ງ ກໍກ່າວວ່າ ເປັນເຣຶ່ອງທີ່ດີຫລາຍ ຖ້າທາງການລາວ ແລະ ໄທຍ ຈະເປີດທຸກເສັ້ນທາງ ການເດີນຮົຖ ລະຫວ່າງສອງປະເທດ ໃນວັນທີ 15 ມິຖຸນາ ທີ່ຈະມາເຖິງນີ້ ເພາະບັນດາຜູ້ປະກອບການ ດ້ານການທ່ອງທ່ຽວ ໃນຫລາຍແຂວງ ກໍມີໂອກາດຈະສ້າງຣາຍຮັບເພີ່ມຂຶ້ນ ຈາກທີ່ຕ້ອງຢຸດເຊົາ ມາ 2 ປີ ປາຍແລ້ວ ຍ້ອນໂຄວິດ 19 ຣະບາດນັ້ນ.

“ຖ້າເປີດ ມັນກໍຄຶກຄື້ນ ສະດວກຂຶ້ນ ໂຮງແຮມກໍຈະໄດ້ຕື່ມ. ມັນກໍຊະງັກ ຕັ້ງແຕ່ປິດພຸ້ນແລ້ວ ຄື ພວກບໍຣິສັດທ່ອງທ່ຽວ ມັນກໍເດີນບໍ່ໄດ້ເລີຍນັກທ່ອງທ່ຽວ. ສ່ວນຫລາຍ ເຂົາກໍອາສັຍຕ່າງປະເທດ.”

ທາງດ່ານຜູ້ປະກອບການ ຮ້ານອາຫານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກໍກ່າວວ່າ ຖ້າເປີດເສັ້ນທາງທຸກຊ່ອງທາງ ກໍຖືວ່າເປັນເຣຶ່ອງດີ ເນື່ອງຈາກຈະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ ມີທາງເລືອກ ໃນການເດີນທາງເຂົ້າມາລາວໄດ້ຫລາຍຂຶ້ນ ເພາະປັຈຸບັນຍັງບໍ່ຄ່ອຍເຫັນຄົນຕ່າງປະເທດ ເຂົ້າມາຫລາຍ ເຖິງແມ່ນວ່າຈະເປີດປະເທດເຕັມຕົວ ແລ້ວກໍຕາມ.

“ທີ່ວ່າຂ້າມໄປ-ຂ້າມມາ ຄື ປົກກະຕິ ຄືເມື່ອກ່ອນແລ້ວ ຕ່າງແຕ່ວ່າ ຍັງບໍ່ເຫັນໃຜມາເລີຍເດ້. ຮ້ານເອື້ອຍ ຍັງບໍ່ເຫັນລູກຄ້າໃໝ່ເລີຍ ມີແຕ່ລູກຄ້າໜ້າເກົ່າ ເດີມໆໝົດເລີຍ.”

ສຳລັບການເປີດ ການເດີນຣົຖໂດຍສານ ລະຫວ່າງປະເທດ 10 ເສັ້ນທາງ, ມີ 1 ເສັ້ນທາງ ທີ່ລາວ-ໄທຍ ໄດ້ເປີດໃຫ້ຣົຖໂດຍສານ ລະຫວ່າງປະເທດ ເດີນທາງເຂົ້າ-ອອກໄດ້ ປົກກະຕິແລ້ວ ຕັ້ງແຕ່ວັນທີ 9 ພຶສພາ ທີ່ຜ່ານມາ ຄື ເສັ້ນທາງ ມຸກດາຫານ-ສວັນນະເຂດ ເຊິ່ງຣົຖໂດຍສານຝັ່ງລາວ ກໍເຂົ້າມາຝັ່ງໄທຍໄດ້ ແລະທາງຝັ່ງໄທຍ ກໍເຂົ້າມາຝັ່ງລາວໄດ້ເປັນປົກກະຕິແລ້ວ.

ທ່ານວ່າ “ເປີດປົກກະຕິແລ້ວ ເອກະສານ ກໍປົກກະຕິ ມັນກໍຍັງບໍ່ເຕັມທີ່ ອອກຈາກໄທຍໄປ ກໍອອກ 8ໂມງ 10 ໂມງ ທ່ຽງ ບ່າຍສອງ 5ໂມງແລງ ຄືໆກັນ. ຖ່ຽວສຸດທ້າຍ ກໍປະມານ 5 ຊົ່ວໂມງ.”

ສ່ວນອີກ 9 ເສັ້ນທາງຕຽມຈະເປີດ ໃນວັນທີ 15 ມິຖຸນາ 2022 ຄື ເສັ້ນທາງແຂວງໜອງຄາຍ-ນະຄອນຫລວງວຽງຈັນ, ແຂວງອຸດອນທານີ-ນະຄອນຫລວງວຽງຈັນ, ແຂວງອຸບົນຣາຊທານີ-ປາກເຊ, ແຂວງຂອນແກ່ນ-ນະຄອນຫລວງວຽງຈັນ, ກຣຸງເທບພຣະມະຫານະຄອນ-ນະຄອນຫລວງວຽງຈັນ, ນະຄອນພະນົມ-ທ່າແຂກ ແຂວງຄຳມ່ວນ, ໜອງຄາຍ-ວັງວຽງ ແຂວງວຽງຈັນ, ແຂວງຊຽງຣາຍ-ແຂວງບໍ່ແກ້ວ, ແລະ ແຂວງເລີຍ-ແຂວງຫລວງພຣະບາງ.

ກ່ຽວກັບເຣຶ່ອງ ເຈົ້າໜ້າທີ່ຂົນສົ່ງ ໃນແຂວງອຸດອນທານີ ປະເທດໄທຍ ທ່ານນຶ່ງໄດ້ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ປັຈຸບັນນີ້ ກໍຍັງລໍຖ້າທາງການລາວ ພິຈາຣະນາຢູວ່າ ທາງລາວຈະເປີດ ການເດີນຣົຖໂດຍສານ ລະຫວ່າງປະເທດ ໃນວັນທີ15 ມິຖຸນາ ຫລືບໍ່ ເພາະຜູ້ປະກອບການ ເດີນຣົຖໂດຍສານ ຝັ່ງໄທຍ ໄດ້ຂໍປັບຂຶ້ນ ຣາຄາຄ່າໂດຍສານ ເພື່ອໃຫ້ສອດຄ່ອງ ກັບສະພາບເສຖກິຈ ໃນປັຈຸບັນ.

ທ່ານວ່າ “ເສັ້ນທາງອຸດອນ ເສັ້ນທາງໜອງຄາຍ ເສັ້ນທາງຂອນແກ່ນ ທີ່ໄປ ວຽງຈັນ ເຄີຍຂໍຂຶ້ນຄ່າໂດຍສານ ກັບກົມຂົນສົ່ງທາງບົກ ທັງສອງຝັ່ງ ຕອນນີ້ ກຳລັງລໍອະນຸມັດ ແຕ່ວ່າ ຂຶ້ນກໍບໍ່ໄດ້ຂຶ້ນຫລາຍດອກ”

ດ້ານເຈົ້າໜ້າທີ່ທ່ອງທ່ຽວ ໃນລາວ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍໄດ້ກ່າວວ່າ ເຣຶ່ອງດັ່ງກ່າວນີ້ ທາງຂັ້ນເທິງຂອງລາວ ຈະເປັນຜູ້ອະນຸມັດ ແຕ່ຖ້າຫາກອະນຸມັດ ໃຫ້ມີການເດີນຣົຖໂດຍສານ ລະຫວ່າງສອງປະະເທດ ໃນຫລາຍເສັ້ນທາງ ກໍຄາດວ່າ ເສຖກິຈພາຍໃນລາວ ກໍຈະດີຂຶ້ນ ພ້ອມທັງເຮັດໃຫ້ການເດີນທາງ ລະຫວ່າງ ລາວ-ໄທຍ ໄດ້ຫລາຍຊ່ອງທາງ. ເຖິງຢ່າງໃດກໍຕາມ ກໍຕ້ອງລໍຖ້າແຈ້ງການ ອີກເທຶ່ອນຶ່ງກ່ອນ.

“ໂຕນີ້ ເບື້ອງນະໂຍບາຍ ມັນກໍກຳນົດຢູ່ທາງສູນກາງ. ບາງເທຶ່ອອາດເປັນແນວນັ້ນ ຖ້າວ່າເປີດຫລາຍຊ່ອງທາງ ນັກທ່ອງທ່ຽວມາ ກະເຮັດໃຫ້ເສຖກິຈ ຟື້ນໂຕໄວ ຫັ້ນແຫລະ ປະຊາຊົນມີຣາຍຮັບ.”

ອີງຕາມຣາຍງານ ຂອງທ່ານ ດຣ. ກິແກ້ວ ໄຂຄຳພິທູນ ຮອງນາຍົກ ຣັຖມົນຕຣີ ທີ່ເຄີຍໄດ້ລົງຕິດຕາມ ສະພາບບໍຣິການເຂົ້າ-ອອກເມືອງ ໃນວັນທີ 13 ພຶສພາ 2022 ທີ່ຜ່ານມາ ຢູ່ດ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 1 ວຽງຈັນ-ໜອງຄາຍ ແລະ ດ່ານສາກົລ ສນາມບິນວັດໄຕ ນະຄອນຫລວງວຽງຈັນ ພົບວ່າ ມີຄົນເດີນທາງເຂົ້າມາປະເທດລາວ ຜ່ານດ່ານດັ່ງກ່າວ ຫລາຍກວ່າ 1,600 ຄົນ ແຕ່ມີຜູ້ເດີນທາງອອກໄປ ຫລາຍກວ່າ 2,100 ຄົນ ນັບແຕ່ໄດ້ເລີ່ມເປີດປະເທດ ໃນວັນທີ 9 ພຶສພາ. ສ່ວນຜູ້ໂດຍສານ ເດີນທາງເຂົ້າປະເທດລາວ ຜ່ານສນາມບິນ ຫລາຍກວ່າ 690 ຄົນ ແລະມີ 54 ສັນຊາຕ ເຊິ່ງກໍຍັງຖືວ່າ ບໍ່ໄດ້ຫລາຍ ປານໃດ ເນຶ່ອງຈາກຊ່ອງທາງການເຂົ້າ-ອອກ ຍັງບໍ່ໄດ້ເປີດ ໃຫ້ມີການເດີນຣົຖຫລາຍ ໂດຍສະເພາະ ການເດີນດ້ວຍຣົຖໂດຍສານ ລະຫວ່າງປະເທດ ກໍຍັງບໍ່ໄດ້ເປີດທຸກຊ່ອງທາງ.

ກ່ຽວກັບເຣຶ່ອງນີ້ ຂັ້ນເທິງຂອງລາວ ກໍຍັງສຶກສາຄົ້ນຄວ້າຢູ່ວ່າ ຈະອຳນວຍຄວາມສະດວກ ດ້ານຕ່າງໆ ເພື່ອຮັບປະກັນ ໃຫ້ການບໍຣິການຜ່ານດ່ານ ມີຄວາມສະດວກ ວ່ອງໄວຫລາຍຂຶ້ນ ເພື່ອໃຫ້ມີຜູ້ເດີນທາງເຂົ້າ-ອອກ ຜ່ານດ່ານ ໄດ້ເພີ່ມຂີື້ນນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org