ຂໍ້ຕົກລົງເຄືອຂ່າຍໄຟຟ້າ ຖືກໂຈະ

ສິດນີ
2015.10.09
F-power-line ຂໍ້ຕົກລົງ ຮ່ວມເຄືອຂ່າຍ ໄຟຟ້າ ຣະຫວ່າງ ລາວ ໄທ ມາເລເຊັຽ ແລະ ສິງກະໂປ ຖືກ ເລື່ອນເວລາ
RFA/Tyler

ຂໍ້ຕົກລົງ ຮ່ວມ ເຄືອຂ່າຍ ໄຟຟ້າ ຣະຫວ່າງ ລາວ, ໄທ, ມາເລເຊັຽ,ແລະ ສິງກະໂປ ຖືກເລື່ອນ ເວລາ ໄປ ອີກ 6 ເດືອນ.

ທ່ານ DATUK SERI ONGKILI ຣັຖມົນຕຣີ ກະຊວງ ພລັງງານ ເທັກໂນໂລຈີ ສີຂຽວ ແລະ ຊັພຍາກອນ ນ້ຳ ມາເລເຊັຽ ກ່າວວ່າ ບົດບັນທຶກ ຄວາມ ເຂົ້າໃຈ ໃນໂຄງການ ລິເລີ້ມ ການຮ່ວມ ພລັງງານ ໄຟຟ້າ ຣະຫວ່າງ ປະເທດ ອາຊຽນ ທີ່ ຈະລົງນາມ ກັນ ໃນ ກອງປະຊຸມ ຣັຖມົນຕຣີ ພລັງງານ ອາຊຽນ ຄັ້ງທີ 33, ທີ່ຈັດຂຶ້ນ ຢູ່ ກຸງ ກົວລາລຳເປີ ປະເທດ ມາເລເຊັຽ ໃນ ອາທີດ ນີ້ ຖືກໂຈະ ໄປກ່ອນ ຍ້ອນ ປະເທດ ສິງກະໂປ ຕ້ອງການ ເວລາ ເພີ້ມຕື່ມ.

ທ່ານວ່າ ບັນຫາ ທ້າທາຍ ດັ່ງກ່າວ ບໍ່ເປັນ ບັນຫາ ໃຫຽ່ ແລະ ເຊື່ອວ່າ ຈະໄດ້ ລົງນາມກັນ ພາຍໃນ 6 ເດືອນ ຂ້າງຫນ້າ ຢ່າງ ແນ່ນອນ. ທ່ານ ຍັງບອກ ອີກວ່າ ສິງກະໂປ ຕ້ອງການ ເວລາ ເພີ້ມຕື່ມ ໃນການ ສືກສາ ຣາຍລະອຽດ ກ່ຽວກັບ ໂຄງການນີ້ ກ່ອນຈະ ເຊັນ, ມັນເປັນ ໂຄງການ ທີ່ ບໍ່ໄດ້ຜ່ານ ການປະມູນ. ດັ່ງນັ້ນ ສິງກະໂປ ຈຶ່ງ ຕ້ອງການ ເວລາ ເພີ້ມຕື່ມ ເພື່ອ ຄວາມ ໂປ່ງໄສ ແລະ ຣາຍລະອຽດ ໃນ ໂຄງການ ນີ້.

ໂຄງການ ຮ່ວມ ເຄືອຂ່າຍ ໄຟຟ້າ ອາຊຽນ ດັ່ງກ່າວ ຈະ ປະກອບ ດ້ວຍ ສອງ ຂັ້ນຕອນ ຊຶ່ງ ເປັນໂຄງການ ທົດລອງ, ຂັ້ນຕອນ ທຳອິດ ລາວ, ໄທ, ແລະ ມາເລເຊັຽ ຈະ ສາມາດ ເຂົ້າຮ່ວມ ເຄືອຂ່າຍ ພລັງງານ ກັນ ໄດ້ກ່ອນ, ໂດຍ ມາເລເຊັຽ ຈະ ຊື້ ໄຟຟ້າ ປະມານ 1 ຮ້ອຍ ເມກາວັດ ຈາກ ລາວ ແລະ ໄທ.

ໃນ ປັດຈຸບັນ ກຸ່ມ ດັ່ງກ່າວ ຍັງ ບໍ່ສາມາດ ປະຕິບັດ ກົດຣະບຽບ ໃນ ບົດບັນທຶກ ຄວາມ ເຂົ້າໃຈ ແລະ ສົ່ງ ພລັງງານ ໄຟຟ້າ ເຂົ້າໃນ ເຄືອຂ່າຍ ໄດ້ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.