ອົງການກວດສອບແຫ່ງຣັຖ ຊີ້ແນະ ແກ້ໄຂຣາຍຮັບ
2020.01.23
ຣາຍຮັບເຂົ້າງົບປະມານ ແຂວງອຸດົມໄຊ ຫລຸດເປົ້າໝາຍ. ຣາຍຮັບທີ່ຍັງຄ້າງ ຫຼື ທີ່ບໍ່ທັນໄດ້ຈັດເຂົ້າງົບປະມານ ລວມແລ້ວບໍ່ຕໍ່າກວ່າ 10 ຕື້ກີບ-ຕາມການຣາຍງານຂອງ ທ່ານ ສົມພົງ ປະດີຈິດ ປະທານອົງການກວດສອບແຫ່ງຣັຖ ປະຈໍາ ພາກເໜືອຂອງລາວ ເມື່ອວັນທີ 22 ມົກກະຣາ ນີ້G
"ຈາກຜົນຂອງການກວດສອບ ສາມາດສັງລວມໄດ້ສອງຄົງຄ້າງ ທີ່ຈະຕ້ອງໄດ້ແກ້ໄຂ ຄືຄວາມເປັນເຈົ້າການ ຂອງຂແນງແຜນການ ແລະ ການລົງທຶນ ຕໍ່ກັບກວດຄືນມາດຕະຖານແນະນໍາປັບປຸງແກ້ໄຂ ບໍ່ໄດ້ຖືກຈັດຕັ້ງປະຕິບັດ ການຈັດ ເກັບຣາຍຮັບຂອງຂແນງ ສ່ວຍສາອາກອນ ຍັງມີຣາຍຮັບຄ່າບໍຣິການ ຄ່າທໍານຽມຄ່າປັບໃໝແລະອື່ນໆ ທີ່ເກັບໄດ້ແລ້ວບໍ່ມອບເຂົ້າງົບປະມານ."
ແລະທ່ານ ບຸນໃສ ພົມມະວົງ ຜູ້ຕາງໜ້າອົງການກວດສອບແຫ່ງຣັຖ ພາກເໜືອຂອງລາວ ຣາຍງານຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ 1 ໃນມື້ດຽວກັນນັ້ນວ່າ; ໄດ້ກວດພົບຣາຍຮັບເພິ່ມອີກ ຈໍານວນ 4.85 ຕື້ ກີບ ຢູ່ຂແນງ ສ່ວຍສາອາກອນ. ແຕ່ເຈົ້າໜ້າທີ່ຮັບຜິດຊອບ ບໍ່ໄດ້ທວງຖາມເອົາເງິນຈາກ 12 ບໍຣິສັດ ເປັນຕົ້ນບໍຣິສັດນະຄອນໄຊ ກໍ່ສ້າງ, ບໍຣິສັດ ພັທນາກໍ່ສ້າງ ທີ່ລົງທຶນຮ່ວມກັບຣັຖ ຊຶ່ງຈະຕ້ອງໄດ້ທວງເອົາ.
ໃນປີ 2020 ນີ້ ອົງການກວດສອບແຫ່ງຣັຖພາກເໜືອ ສເນີໃຫ້ແຂວງອຸດົມໄຊ ເລັ່ງທວງໜີ້ຄືນໃຫ້ຣັຖ. ຖ້າເຈົ້າໜ້າທີ່ຂແນງດັ່ງກ່າວ ປະລະ ໜ້າທີ່ ກໍໃຫ້ລົງໂທດຕາມຣະບຽບ ກົດໝາຍ; ດັ່ງທີ່ທ່ານ ບຸນໃສ ກ່າວວ່າ:
"ສ່ວຍສາອາກອນປະຈໍາແຂວງ ໄດ້ມອບຣາຍຮັບທີ່ກວດສອບເຫັນ ເພິ່ມຈໍານວນ 4.85 ຕື້ກີບເຂົ້າງົບປະມານແຫ່ງຣັດ ໃຫ້ດໍາເນີນມາຕການ ເລັ່ງທວງໜີ້ ຕ້ອງຮັບທວງຍາກ ທີ່ຄ້າງຊໍາລະໃນປີ ຜ່ານມາ."
ທ່ານເວົ້າວ່າ ສໍາລັບແຂວງອຸດົມໄຊ ໃນສົກປີ 2018-2019 ຣາຍຮັບທີ່ຈະຕ້ອງໄດ້ນໍາເຂົ້າງົບປະມານແຫ່ງຣັຖ ທັງໝົດມີ ປະມານ 426.72 ຕື້ກີບ. ແຕ່ທາງແຂວງສາມາດ ເກັບຣາຍຮັບເຂົ້າງົບປະມານ ໄດ້ພຽງປະມານ 312 ຕື້ກີບ ຂນະທີ່ຣາຍຈ່າຍຂອງ ແຂວງ ມີເຖິງ 435 ຕື້ກີບ, ເຮັດໃຫ້ແຂວງອຸດົມໄຊ ມີງົບປະມານຂາດດຸນຫລາຍ.
ຕໍ່ບັນຫາທີ່ຂແນງສ່ວຍສາອາກອນ ແຂວງອຸດົມໄຊ ຍັງບໍ່ສາມາດເກັບຣາຍຮັບ ເຂົ້າງົບປະມານໄດ້ຕາມຄາດໝາຍນັ້ນ ເຈົ້າໜ້າທີ່ຜແນກ ການເງິນແຂວງນີ້ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ມົກກະຣາ ນີ້ວ່າ:
"ຖ້າວ່າພວກເຮົາ ຖ້າ ວ່າຣັຖບານແກ້ໄຂຕົວທີ່ວ່ານີ້ ກ່ຽວກັບບໍຣິສັດ ຖ້າວ່າເພິ່ນເລັ່ງທວງໄດ້ນໍ ກໍສິເປັນຣາຍຮັບ ຂອງແຂວງພວກເຮົາ ແມ່ນແຫລະພວກເຮົາກໍສິສາມາດເກັບໄດ້."
ທ່ານເວົ້າຕື່ມອີກວ່າ ສໍາລັບເຣຶ່ອງທີ່ມີເຈົ້າໜ້າທີ່ ໃນຜແນກການເງິນ ແຂວງອຸດົມໄຊ ເກັບພາສີ ແລະອາກອນ ແລ້ວບໍ່ເອົາເຂົ້າງົບປະມານ ແຫ່ງຣັຖນັ້ນ ຍັງບໍ່ສາມາດເວົ້າໄດ້, ຕ້ອງລໍເບິ່ງຜົນຂອງການກວດສອບກ່ອນ.