ລາວເອົານ້ຳມັນສຳຮອງ 2 ລ້ານລິດ ແກ້ໄຂສຸກເສີນ
ປະເທດລາວ ບໍ່ພຽງແຕ່ ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ເທົ່ານັ້ນ ແຕ່ຍັງໄດ້ຮັບຜົລກະທົບ ຈາກໄພເງິນເຟີ້ ແລະ ການຂາດແຄນນ້ຳມັນ ອີກດ້ວຍ ຈົນກະຊວງປ້ອງກັນປະເທດ ຕ້ອງໄດ້ເອົານ້ຳສຳຮອງ 2 ລ້ານລິດ ອອກມາຂາຍ ແກ້ໄຂໃນໄລຍະສຸກເສີນ.
-
ອຸ່ນແກ້ວ
2022-05-17 -
-
-
Your browser doesn’t support HTML5 audio
ຕລອດເວລາ 2 ປີປາຍ ທີ່ຜ່ານມາສະພາບໂຄວິດ ເຮັດໃຫ້ທາງການລາວ ຕ້ອງປະກາດປິດປະເທດ - ເຮັດໃຫ້ທຸກຄົນກັກໂຕຢູ່ແຕ່ໃນບ້ານ ແລະ ຖນົນທຸກສາຍມິດງຽບ ແທບຈະບໍ່ມີຣົຖແລ່ນຜ່ານ ແລະ ປັດຈຸບັນ, ຄົນລາວຕ້ອງປະສົບກັບບັນຫາເງິນເຟີ້, ລາຄາສິນຄ້າສູງຂຶ້ນ. ນອກຈາກນີ້ ລາຄານ້ຳມັນບໍ່ພຽງແຕ່ສູງຂຶ້ນເທົ່ານັ້ນ ແຕ່ ຍັງຂາດແຄນນຳອີກດ້ວຍ.
ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ ທະຫານລະດັບສູງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: “ສະເພາະຢູ່ນະຄອນຫລວງວຽງຈັນ ກະຊວງປ້ອງກັນປະເທດ ໄດ້ເອົານ້ຳມັນສຳຮອງຈຳນວນ 2 ລ້ານລິດ ອອກມາຂາຍ ເພື່ອແກ້ໄຂບັນຫາສະເພາະ ໃນເວລາທີ່ນ້ຳມັນຂາດແຄນ, ແຕ່ ເຈົ້າໜ້າທີ່ທະຫານລະດັບສູງ ກໍຍັງບໍ່ສາມາດໃຫ້ຄຳຕອບໄດ້ວ່າ ນ້ຳມັນສຳຮອງຈະສາມາດ ໃຊ້ໄດ້ດົນຂນາດໃດ.”
ຢູ່ນະຄອນຫລວງວຽງຈັນ ແລະ ຢູ່ຕ່າງແຂວງໃນແຕ່ລະມື້ ຜູ້ຄົນຈະຂີ່ຣົຖຈັກ ແລະ ຣົຖໃຫຍ່ ຕໍ່ແຖວກັນຍາວ ເພື່ອລໍຖ້າຊື້ນຳມັນ ແລະ ບາງຄົນໄປຖ້າຊື້ນ້ຳມັນແຕ່ 12 ໂມງ ຈົນຮອດ 6 ໂມງແລງ ຈຶ່ງໄດ້ຊື້ນ້ຳມັນ ແລະ ບວກກັບລາຄາອາຫານການກິນກໍແພງຂຶ້ນ.
ຊາວນະຄອນຫລວງວຽງຈັນ ທ່ານຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ນ້ຳມັນແພງ ຂັ້ນມັນມີນ້ຳມັນຊື້ມັນກະໂຄຕົ່ວ ລູກຊາຍເຮົາໄປລໍຄິວ ຕັ້ງແຕ່ 12 ໂມງ ຫາກໍ່ເຂົ້າມາວ່າງກີ້ນີ້ນ່າ ກະໄຄຕົ່ວ ຂັ້ນມັນມີນ້ຳມັນນະ.”
ນັກຂ່າວ: ເປັນຍ້ອນຫຍັງ?
ຊາວນະຄອນຫລວງວຽງຈັນ:
“ຍ້ອນບໍ່ມີເງິນສຳຮອງຊື້ນ້ຳມັນຕົ່ວ ບໍ່ເຫັນຫວະ ຄຳແພງ ໄຊສົມແພງ [ຣັຖມົນຕຣີກະຊວງອຸດສາຫະກັມ ແລະ ການຄ້າ] ຖແລງການຕົ່ວ ເງິນສໍາຮອງ 0 ກີບ ຫັ້ນເດ້ຫັ້ນ. ເວົ້າຫຼັກໆ ກະຄືເຈົ້າຄວບຄຸມເງິນຕຣາຕ່າງປະເທດບໍ່ໄດ້. ໄປຊື້ຄັນໄປແລກກັບທະນາຄານບໍ່ມີ ແຕ່ວ່າ ຄັນແລກກັບທະນາຄານຈັດຕັ້ງ ຫຼື ວ່າ ຄົນທະນາຄານ ລູກຫຼານທະນາຄານ ແລກເງິນຕຣາຕ່າງປະເທດພັດມີ. ເຈົ້າໄປແລກເອົາຢູ່ນອກທະນາຄານທໍ່ໃດກະໄດ້ ແຕ່ວ່າ ຕ້ອງລາຄາສູງ.”
ນັກຂ່າວ: ດຽວນີ້, ຄົນນີ້ ແຕ່ລະມື້ ໄປລຽນແຖວຍາວແມ່ນເບາະ?
ຊາວນະຄອນຫລວງວຽງຈັນ:
“ລຽນແຖວຍາວກະມີແຕ່ເປັນຈຸດໃດ ໂຕນີ້ນິ ຫຼັກໆນີ້ກະແມ່ນເຊື້ອໄຟລາວນີ້ ຢູ່ຫຼັກ 7 ເຮົານີ້ ແຖວທະນາຄານພົງສະຫວັນນີ້ເນາະ ກາຍນັ້ນກະປິດສະນິດນີ້. ແຕ່ວ່າ ຊື້ນ້ຳມັນ ຢູ່ນອກນີ້ກະມີ ແຕ່ວ່າ ຂວດນຶ່ງກະຕົກຢູ່ 40,000-50,000 ກີບ ຕາມຮ້ານບໍຣິການແປງຣົຖຈັກ ອາຈມີຂວດລະປະມານ 700 ຊີຊີ ນີ້ເນາະ. ສລຸບລະກະອັຕຄັດຫັ້ນແຫຼ ເຮົາກະບໍ່ໝັ້ນໃຈວ່າ ຣັຖບານ ເພິ່ນຊິແກ້ໄຂແນວໃດ ແຕ່ນີ້ ໄປຮອດເດືອນ 6 ເດືອນ 7 ເຮົາກະບໍ່ເຂົ້າໃຈເນາະ. ເຄື່ອງສິນຄ້າອາຫານການກິນ ກະຖີບໂຕແພງຂຶ້ນ ເງິນພັດບໍ່ເປັນລາຄາ ສົມມຸດຄືໄຂ່ເນາະ ແຕ່ກ່ອນໜ່ວຍນຶ່ງ 1,100 ກີບ-1,200 ກີບ ແຕ່ ດຽວນີ້ ໜ່ວຍນຶ່ງກໍບໍ່ຕ່ຳກວ່າ 2,000 ກີບ ເນາະ.”
ຢູ່ຕ່າງແຂວງນ້ຳມັນກໍຂາດແຄນ ເຊັ່ນດຽວກັນ ເຊັ່ນ ຢູ່ແຂວງໄຊຍະບູຣີ ປ້ຳນ້ຳມັນມີປະມານ 10 ປາຍ-20 ປ້ຳ ແຕ່ ປັດຈຸບັນ ເຫຼືອພຽງບໍ່ພໍເທົ່າໃດປ້ຳເປີດໃຫ້ບໍຣິການ.
ປະຊາຊົນ ແຂວງໄຊຍະບູຣີ ໄດ້ກ່າວໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ:
“ສະເພາະຢູ່ ເມືອງໄຊຍະ ກະປະມານ 10 ປາຍ-20 ປ້ຳນີ້ແຫຼະ ເປັນຂອງລາວນີ້ລະເຈົ້າ ແຕ່ວ່າ ຄັນວ່າ ນ້ຳມັນໝົດ ຊິໄປວຽກແນວໃດ ກະບໍ່ຮູ້. ບໍ່ມີນ້ຳມັນໃຫ້ບໍຣິການລະນ່າ. ຂັ້ນນ້ຳມັນໝົດ ກະມີແຕ່ວ່າ ເອົາຣົຖຖີບຫັ້ນແຫຼ ຄັນວ່າ ຈຳເປັນກະຕ້ອງເອົາຣົຖຖີບໄປ. ໄຂ່ໄກ່ ກະໜ່ວຍນຶ່ງ 2,000 ກີບ, ສິນຄ້າອື່ນໆ ເປັນໝີ່ໄວໄວ ກະຮໍ່ນຶ່ງ 3,000 ກີບລະ ແຕ່ກີ້ ຮໍ່ 2,000 ກີບ ເນາະ. ກະຫາກິນຕາມທັມຊາດ ເກັບຜັກ ຫາປາໄປ ແຕ່ ວ່າ ກະຍັງໄດ້ຊື້ຢູ່ ເປັນແປ້ງນິວ ນ້ຳມັນພືດ ອັນໃດກະຂຶ້ນນອກຈາກ.”
ພະນັກງານຣັຖທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຖ້າລາຄານ້ຳມັນຍັງຂຶ້ນໄປອີກ ຈະບໍ່ໄປເຮັດວຽກເປັນປົກຕິດ ແຕ່ ຈະມີການຜັດປ່ຽນກັນໄປເຮັດວຽກຢູ່ຫ້ອງການ ເພາະວ່າ ຖ້າຈະໄປເຮັດວຽກທຸກມື້ຄົງຈະບໍ່ສາມາດເຮັດໄດ້ ເງິນເດືອນປະມານ 1 ລ້ານ ປາຍກີບ ກໍບໍ່ໄດ້ຫຍັງ ນອກຈາກໃສ່ນ້ຳມັນຢ່າງດຽວ ແລະ ຖ້າວ່າ ສະຖານະການເປັນໄປແບບນີ້ ກໍຄົງຈະບໍ່ໄຫວ.”
ທາງການລາວ ໄດ້ປະກາດປັບລາຄານ້ຳມັນໃນວັນທີ 10 ພຶສພາ:
- ແອັດຊັງພິເສດ ຂຶ້ນຈາກ 20,610 ກີບ ຕໍ່ລິດ ມາເປັນ 22,190 ກີບ ຕໍ່ລິດ.
- ແອັດຊັງທຳມະດາ ລົງຈາກ 18,060 ກີບ ຕໍ່ລິດ ມາເປັນ 17,300 ກີບ ຕໍ່ລິດ.
- ກະຊວນ ລົງຈາກ 18,000 ກີບ ຕໍ່ລິດ ມາເປັນ 17,300 ກີບ ຕໍ່ລິດ.
ອັນຕຣາເງິນເຟີ້ ຍັງຄົງສືບຕໍ່ ແລະ ບໍ່ມີທ່າທີ່ວ່າ ເງິນກີບຈະແຂງຄ່າຂຶ້ນ. ທະນາຄານໂລກ ໄດ້ອອກມາເປີດເຜີຍໃນວັນທີ 13 ພຶສພາ ວ່າ: ອັດຕຣາເງິນເຟີ້ຂອງລາວ ໃນສເດືອນເມສາ ໃນປີ 2022 ນີ້ ຢູ່ທີ່ 9.9 ເປີເຊັນ, ສ່ວນປີ 2021 ອັດຕຣາເງິນເຟີ້ຂອງລາວ ຢູ່ທີ່ 2 ເປີເຊັນ.
ອັດຕຣາແລກປ່ຽນເງິນ ສະເພາະຢູ່ຮ້ານນອກ ທີ່ບໍ່ແມ່ນຢູ່ໃນທະນາຄານ ເຊັ່ນ ເງິນບາດ 400 ປາຍກີບ ຕໍ່ 1 ບາດ, ສ່ວນວ່າ ເງິນໂດລ້າຣ໌ 13,000 ກີບ ຕໍ່ 1 ໂດລ້າຣ໌ ອີງຕາມປະຊາຊົນຜູ້ທີ່ໄປແລກເງິນ, ແຕ່ ອັດຕຣາຢູ່ທະນາຄານ ແລະ ຮ້ານແລກປ່ຽນອື່ນໆ ຈະມີຫຼຸດລື່ນກັນ ເຊິ່ງຂຶ້ນກັບແຕ່ລະທ້ອງຖິ່ນ.
ໜັງສືພິມປະຊາຊົນ ໄດ້ຣາຍງານໃນວັນທີ 16 ພຶສພາ ໂດຍ ອ້າງຄຳເວົ້າຂອງ ທ່ານ ສອນໄຊ ສິດພິໄຊ ຜູ້ວ່າການທະນາແຫ່ງ ສປປ ລາວ ຕອນນຶ່ງວ່າ: “ສະພາບການເໜັງຕີງແຮງ ຂອງຄ່າເງິນຂອງຫຼາຍປະເທດຢູ່ຕລາດສາກົນ ແລະ ພາກພື້ນ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕລາດໂລກ ສົມທົບກັບປັດໄຈພາຍໃນປະ ເທດເຮົາເອງທີ່ຕິດພັນກັບພື້ນຖານ ໂຄງສ້າງເສດຖະກິຈ, ພຶດຕິກໍາ ຄວາມຊິນເຄີຍຂອງຄົນໃນສັງຄົມລາວ ໃນການນໍາໃຊ້ສິນຄ້ານໍາເຂົ້າ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ ໃນໄລຍະ 4 ເດືອນຕົ້ນປີ 2022.”
ຜູ້ວ່າການທະນາຄານ ຍັງກ່າວຕື່ມອີກວ່າ: “ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງ ເງິນຕຣາຕ່າງປະເທດ ຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕຣາ ຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດ ຈໍານວນຫຼາຍພໍສົມຄວນບໍ່ທັນເຂົ້າມາປະເທດ ຕາມລະບຽບການ.”