ຕຣຽມສຳຣວດ ໂຄງການທາງຣົຖໄຟ ນະຄອນຫຼວງ-ທ່າແຂກ

ກະຊວງແຜນການ ແລະ ການລົງທຶນ, ເດືອນມິຖຸນາ 2022.
ກະຊວງແຜນການ ແລະ ການລົງທຶນ, ເດືອນມິຖຸນາ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າໃຈ ຫຼື MOU ອະ​ນຸ​ຍາດ​ໃຫ້ ບໍ​ຣິ​ສັດ ປິ​ໂຕ​ລ້ຽມ ເທ​ຣດ​ດິ້ງ​ລາວ ມະ​ຫາ​ຊົນ ໃນ​ວັນ​ທີ 29 ມິ​ຖຸ​ນາ 2022 ເພື່ອ ສຶກ​ສາ, ສຳ​ຣວດ ແລະ ອອກ​ແບບ ຄວາມ​ເປັນ​ໄປ​ໄດ້​ ຂອງ​ໂຄງ​ການກໍ່​ສ້າງ ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ລົງ​ໄປ​ຫາ ເມືອງ​ທ່​າ​ແຂກ ແຂວງ​ຄຳ​ມ່ວນ ຄວາມ​ຍາວ 312 ກິ​ໂລ​ແມັດ.

ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ທ່ານ​ນຶ່ງ ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

" ເຈົ້າ ​ເພິ່ນກະ​ເອົາ​ບໍ​ຣິ​ສັດ ​ປິ​ໂຕ​ລ້ຽມ ເທ​ຣດດິ້ງ ເຂົ້​າ​ມາ​ສຳ​ຣວດ ເຂົ້າ​ມາ​ເຮັດບົດ​ໃຫ້​ໂຕ​ໂຄງ​ການນີ້ ບໍ​ຣິ​ສັດ ຂ​ອງ​ຢູ່​ໃນ​ເຄືອ​ຂ່າຍຂອງ ພົງ​ສະ​ຫວັນ ກ​ຣຸບ ນ່າ ທະ​ນາ​ຄານ​ພົງ​ສະ​ຫວັນ ນະ​ເຈົ້າ, [ໄລ​ຍະ​ເວ​ລາ​ການ​ສຳ​ຣວດ] ເຈ​ຣະ​ຈາ ແມ່ນ 18 [ເດືອນ] ແຕ່​ວ່າ ທາງ​ບໍ​ຣິ​ສັດ ຫັ້ນ ໄປ​ເຈ​ຣະ​ຈາ​ກັບ ກະ​ຊວງ​ແຜນ​ການ ເພິ່ມ​ເປັນ 24 [ເດືອນ] ແຕ່​ວ່າ ທາງ​ບໍ​ຣິ​ສັດ ຫັ້ນ ໄປ​ເຈ​ຣະ​ຈາ ກັບ ກະ​ຊວງ​ແຜນ​ການ ເພິ່ນ​ເປັນ 24 ເດືອນ ເບາະ."

ທ່ານ ກ່າວ​ຕື່ມ​ວ່າ ຫຼັງ​ຈາກ​ທີ່​ເຊັນ ບົດ​ບັນ​ທຶກ​ຄວາມ​ຊົງ​ຈຳ ແລ້ວ​ ບໍ​ຣິ​ສັດ ປິ​ໂຕ​ລ້ຽມ ເທ​ຣດດິ້ງລາວ ມະ​ຫະ​ຊົນ ຈະ​ວ່າຈ້າງ ບໍ​ຣິ​ສັດ ປຶກ​ສາ​ທັງ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ສົມ​ທົບ​ກັບ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຂອງ​ຣັ​ຖ​ບານ​ລາວ ໃນ​ການ​ດຳ​ເນີນ​ວຽກ​ງານ ເຊິ່ງ ຄາດ​ວ່າ ຈະ​ສຳ​ເລັດ ແລະ ມີ​ການ​ຮັບຮອງ ພາຍ​ໃນ​ 24 ເດືອນ.

ໂຄງ​ການກໍ່​ສ້າງ ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ຫາ​ເມືອງ ທ່າ​ແຂກ ແຂວງ​ຄຳ​ມ່ວນ ເປັນ​ສ່ວນ​ນຶ່ງ​ຂອງ​ໂຄງ​ການ ສາມ​ແອລ ຫຼື Laos Logistics Link (LLL) ເຊິ່ງ​ປະ​ກອບ​ມີ​ຫຼາຍ​ໂຄງ​ການ ຄື ໂຄງ​ການ​ທ່າ​ເຮືອ​ຫວຸ້ງ​ອາງ, ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ວຽດ​ນາມ, ໂຄງ​ການ​ໂຮງ​ໄຟ​ຟ້າ​ ພ​ລັງ​ງານ​ຄວາມ​ຮ້ອນ ບົວລະ​ພາ ແລະ ໂຄງ​ການ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິ​ສ​ຕິກ ນະ​ຄອນ​ຫລວງວຽງ​ຈັນ.

ສຳ​ລັບ​ໂຄງ​ການ​ທັງ​ໝົດ ແມ່ນ​ຢູ່​ພາຍ​ໃ​ຕ້ ຍຸ​ທ​ສາ​ຕ ການ​ພັ​ທ​ນາ​ປະ​ເທດ ວ່າ​ດ້ວຍ ການ​ຫັນ​ປ່ຽນ ສ​ປ​ປ​ ລາວ ຈາກ​ການ​ປະ​ເທດ ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ຫຼື​ Land Locked ກາຍ​ມາ​ເປັນ​ປະ​ເທດ ​ເຊື່ອ​ຈອດ​ທາງ​ບົກ ຫຼື Land Linked.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ທ່ານ​ນຶ່ງ ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

" ໂຕ ​ລາວ-ວຽດ​ນາມ ນີ້ ແມ່ນ​ເປັນ​ກະ​ດູກ​ສັນ​ຫຼັງ ແຕ່​ເໜືອ​ຮອດ​ໃຕ້ ດຽວນີ້ ໂຄງ​ການ​ລາວ-ຈີນ ຫັ້ນ​ເນາະ ເປັນ​ແລວ​ທາງ​ຍຸ​ທ​ສາ​ຕ ໃດ ໂຕນີ້ ມັນ​ມີ​ມາ​ແຕ​ດົນ​ແລ້ວ."

ໃນ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ລາວ ຈຳ​ນວນ​ນຶ່ງ ກໍ​ຄື ລາວ​ຍັງ​ບໍ່​ມີ​ສິນ​ຄ້າ​ຫຍັງ ​ສົ່ງ​ອອກໄປ​ທາງ​ຣົ​ຖ​ໄຟ. ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

"ຄັນ​ເວົ້າ​ເຣື່ອງ​ສິດທຜົ​ລ​ປ​ໂຍດ ທີ່​ເຮົາ​ຈະ​ໄດ້​ຮັບ​ນີ້ ມັນ​ໜ້ອຍ​ຫຼາຍ​ແລ້ວ ເພາະ​ວ່າ ເຮົາ​ເປັນ​ທີ່​ວ່າ​ ປະ​ເທດ​ດ້ອຍ​ພັ​ທ​ນາ ຍັງ​ບໍ່​ທັນ​ມີ​ການ​ພັ​ທ​ນາ​ຫຍັງເນາະ ແລ້ວບາດນີ້ ຄັນ​ຖ້າ​ວ່າ​ເຮັດ ເຣື່ອງ​ສິນ​ຄ້າ ​ທີ່​ເຮົາ​ນຳ​ເຂົ້າ​ມາ​ລະ ​ມັນ​ຫຼາຍກວ່າ ສິນ​ຄ້າ​ຂອງ​ເຮົາ ຈະ​ນຳ​ອອກ ເພາະ​ການ​ຜ​ລິດ​ ຂອງ​ເຮົາ​ຍັງ​ບໍ່​ທັນ​ມີ​ຫຍັງ​ ວ່າອັນ​ມັນ​ໄດ້​ລະ​ມັນ​ໄດ້ ​ແຕ່​ວ່າ ເຣື່ອງ ການ​ຄົມ​ມະ​ນາ​ຄົມ​ຫັ້ນ​ແຫຼະ. "

ທ່ານ ກ່າວ​ຕື່ມ​ວ່າ ເສັ້ນ​ທາງຣົ​ຖ​ໄຟ​ ລາວ-ວຽດ​ນາມ ກໍ​ບໍ່​ຕ່າງ​ຫຍັງ​​ຈາກ​ ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ທີ່​ປະ​ຊາ​ຊົນ ບໍ່​ໄດ້​ຮັບ​ຜົ​ລ​ປ​ໂຍດ​ຫຍັງຫຼາຍ ນອກ​ຈາກ​ການ​ເດີນ​ທາງ​ເທົ່າ​ນັ້ນ ສ່ວນ​ການ​ຂົນ​ສົ່ງ​ສິນ​ຄ້າ ຜ່ານ​ເສັ້ນ​ທາງ​ຣົ​ຖ​ໄຟ​ລາວ-ວຽດ​ນາມ ຍັງ​ເຫັນ​ວ່າ ເປັນ​ສິ່ງ​ທີ່​ຫຍຸ້ງ​ຍາກ ແລະ ທ້າ​ທາຍ​ສົມ​ຄ​ວນ ເພາະ​ປະ​ຊາ​ຊົນ​ລາວ ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ ໃຫ້​ຜ​ລິດ​ສິນ​ຄ້າ​ທີ່​ດີ, ມີ​ຄຸນ​ນະ​ພາບ ແລະ ສາ​ມາດ​ສົ່ງ​ອອກ​ໄປ​ຂາຍ​ຕ່າງ​ປະ​ເທດ​ໄດ້.

ສ່ວນ​ຊາວ​ລາວ​ອີກ​ທ່ານ​ນຶ່ງ ກໍ​ເຫັນ​ວ່າ ມັນ​ເປັນ​ການ​ເຣີ່ມ​ຕົ້ນ​ທີ່​ດີ ສຳ​ລັບ​ຣັ​ຖ​ບາ​​ນລາວ ທີ່​ຈະ​ພັ​ທ​ນາ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ພາກ​ກາງ​ຂອງ​ລາວ ອອກສູ່​ປະ​ເທດ​ວຽດ​ນາມ ເພາະ​ໃນ​ອະ​ນາ​ຄົດ ຈະ​ກາຍ​ເປັນ​ເສັ້ນ​ທາງ ທີ່​ສະ​ດວກ ສະ​ບາຍ ແລະ ກະ​ຕຸ້ນ​ເສ​ຖ​ກິ​ຈ​ໃນ​ລາວ ເປັນ​ຢ່າງ​ດີ.

ຊ​າວ​ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ຄົນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸຸຸຸຸຸຸຸຸຸຸຸຸຸຸຸຸຸຸຸຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

" ເຮົາ ​ກະ​ເຮັດ​ໄປ​ຫັ້ນ​ແຫຼະ ພະ​ຍາ​ຍາມ​ປັບ​ປຸງ​ໄປ ເທື່ອ​ລະ​ໜ້ອຍ ມັນ​ກະ​ເປັນ​ຈຸດ​ໜຶ່ງ​ທີ່​ວ່າ ເຮັດ​ໃຫ້ ໄປ​ມາ​ຫາ​ສູ່​ກັນ​ກະ​ງ່າຍ ເສ​ຖ​ກິ​ຈ ມັນ​ກະ​ງ່າຍ​ໄປ​ອີກ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ໂຄງ​ການ​ດັ່ງ​ກ່າວ ສ້າງ​ສຳ​ເຣັດ ຕາມ​ແຜນ​ກໍ​ຈະ​ຊ່ວຍ​ໃຫ້ ​ປະ​ເທດ​ລາວ ເດີນ​ທາງ​ອອກ​ສູ່​ທະ​ເລ​ໄດ້​ງ່າຍຂຶ້ນ ແລະ ຍັງ​ເປັນ​ການ​ເດີນ​ທາງ​ ທີ່​ໃກ້​ກວ່າ​ປະ​ເທດ​ໄທ​ຍ ນຳອີກ​ດ້ວຍ. ດ​ຣ ໂຍ​ທິນ ສະ​ແວງ​ດີ ອາ​ຈານ​ປະ​ຈຳ ຈາກ​ສະ​ຖາ​ບັນ​ວິ​ໄຈ​ປະ​ຊາ​ກອນ ແລະ ສັງ​ຄົມ ມະ​ຫາ​ວິ​ທະ​ຍາ​ໄລມະ​ຫິ​ດົນ ປະ​ເທດ​ໄທ​ຍ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມິ​ຖຸ​ນາ ວ່າ:

[ໄທ​ຍ] " ປ່ຽນ ​ແປງ​ໃດໆ ທີ່​ຈະ​ເກີດ​ຂຶ້ນ​ ຈະ​ປ່ຽນ​ແປງ​ໃນ​ທາງບວກ ຫຼາຍ​ຂຶ້ນ ໂດຍ​ສ​ະ​ເພາະ ຢ່າງ​ຍິ່ງ ການ​ເດີນ​ທາງ​ອອກ​ທະ​ເລ ຄື​ໝາຍ​ຄວາມ​ວ່າ ສິນ​ຄ້າທາງ​ທະ​ເລ ຈະ​ເຂົ້າ​ລາວ ກໍ​ຈະ​ຫຼາຍ​ຂຶ້ນ, ສິ​ນຄ້າຈາກ​ລາວ ທີ່​ຈະ​ອອກ​ທະ​ເລ ກໍ​ອາ​ຈ​ຫຼາຍ​ຂຶ້ນ."

ທ່ານ ກ່າວ​ຕື່ມ​ວ່າ ເສັ້ນ​ທາງ​ຣົ​ຖ​ໄຟ ​ລາວ-ວຽດ​ນາມ ຖື​ເປັນ​ເສັ້ນ​ທາງ​ທີ່​ມີ​ຄວາມ​ສຳ​ຄັນ ຕໍ່​ປະ​ເທດ​ລາວ​ຢ່າງ​ຍິ່ງ ເພາະ​ຊ່ວຍ​ຊຸກ​ຍູ້​ສະ​ພາບ​ ເສ​ຖ​ກິ​ຈ ແລະ ສັງຄົມ​ຂອງ 2 ປະ​ເທດ ຄື ລາວ ແລະ ວຽດ​ນາມ ໃຫ້​ຂ​ຍາຍ​ໂຕ​ຂຶ້ນ ເຊິ່ງ​ໄລ​ຍະ​ຜ່ານ​ມາ ຣັ​ຖ​ບານ​ລາວ ກໍ​ພະ​ຍາ​ຍາມ​ຜັກ​ດັນ ໃຫ້​ໂຄງ​ການ​ເສັ້ນ​ທາງ​ຣົ​ຖ​ໄຟ​ລາວ-ວຽດ​ນາມ ເກີດນຶ້ນ ໄວ​ທີ່​ສຸດ ແຕ່ ກໍ​ຕ້ອງ​ປະ​ເຊີນ​ບັນ​ຫາ ​ຫຼາຍ​ຢ່າງ ຈຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ຊັກ​ຊ້າ.

ສຳ​ລັບ​ໂຄງ​ການ ພັ​ທ​ນາ​ເສັ້​ນ​ທາງ​ຣົ​ຖ​ໄຟ ​ລາວ-ວຽດ​ນາມ ມີ​ຄວາ​ມ​ຍາວ​ 400 ປາຍ ກິ​ໂລ​ແມັດ ມີ​ມູນ​ຄ່າ​ການ​ລົງ​ທຶນ​ປະ​ມານ 5 ຕື້ ໂດ​ລ້າຣ໌ ໂດຍແຍກ​ອອກ​ເປັນ 2 ໄລ​ຍະ.

ໄລ​ຍະ​ທີ 1 ໂຄງ​ການກໍ່​ສ້າງ ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ເມືອ​ງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ໄປ​ຫາທ່າ​ເຮືອ ຫວຸ້ງ​ອາງ ປະ​ເທດ​ວຽດ​ນາມ ຄວາມ​ຍາວ 139 ກິ​ໂລ​ແມັດ ມີບໍ​ຣິ​ສັດ ເອກ​ຊົນ ຈາກ​ປະ​ເທດ​ເຢ​ຣະ​ມັນ ເປັນ​ຜູ້​ສຶກ​ສາ, ສຳ​ຣວດ ແລະ ອອກ​ແບບ​ຄວາມ​ເປັນ​ໄປ​ໄດ້.

ໄລ​ຍະ​ທີ 2 ໂຄງ​ການກໍ່​ສ້າງເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ​ເມືອງ​ທ່າ​ແຂກ​ ແຂວງ​ຄຳ​ມ່ວນ ມີ​ຄວາມ​ຍາວ 312 ກິ​ໂລ​ແມັດ ໂດຍ​ບໍໍ​ຣິ​ສັດ ປີ​ໂຕ​ລ້ຽມ ເທ​ຣດດິ້ງ​ລາວ ມະ​ຫາ​ຊົນ ເປັນ​ຜູ້​ສຶກ​ສາ, ສຳ​ຣວດ ແລະ ອອກ​ແບບ​ຄວາມ​ເປັນ​ໄປ​ໄດ້.

ເຖິ່ງ​ຢ່າງ​ໃດ​ກໍ​ຕາມ, ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ຣົ​ຖ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ ໄປ​ຫາ​ເມືອງ ທ່າ​ແຂກ ແຂວງ​ຄຳ​ມ່ວນ ທີ່​ຫາກໍ່​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າໃຈ ຍັງ​ບໍ່​ທັນ​ມີ​​ການປະ​ເມີນ​ຜົ​ລ​ ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​.